ເຂດ​ການ​ຄ້າ​ເສ​ລີ​ຈີນ-​ອາ​ຊຽນ ມີທ່າ​ອຽງ​ພັດ​ທະນາ​ຢ່າງ​ແຂງ​ແຮງ​ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ

(GMT+08:00) 2011-01-04 15:26:12     cri

ວັນ​ທີ1 ມັງກອນ​​ນີ້​ແມ່ນ​ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນສ້າງ​ສຳ​ເລັດ​ຢ່າງຮອບດ້ານ​ຄົບຮອບ 1 ປີ. ທ່ານ​ຊຸ່ນຢວນຈ່ຽງ,ຮອງ​ຫົວຫນ້າ​ກົມການ​ພົວພັນ​ເສດຖະກິດ​ການ​ຄ້າ​ສາກົນ​ຂອງ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ນັບ​ແຕ່ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​​ສ້າງ​ສຳ​ເລັດ​ຫນຶ່ງ​ປີ​ເປັນ​ຕົ້ນ​ມາ, ​ການ​ກໍ່ສ້າງ​ໄດ້ຮັບຜົນສຳ​ເລັດຢ່າ​ງຊັດ​ເຈນ,​​ແລະ​ສ້າງ​ໂອກາດ​​ໃຫມ່​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ການ​​ຍົກ​ລະດັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າ​ງ ສອງ​ຝ່າຍ​ຕື່ມ​ອີກ​ແລະ​ເລັ່ງລັດ​ບາດກ້າວ​ການ​ຮ່ວມ​ມື​ໃຫ້​ໄວ​ຂຶ້ນ.

ປີ 2010,ຈິນກັບອາ​ຊຽນ​ໄດ້ດຳ​ເນີນ​ກິດຈະກຳ​ຈຳນວນ​ຫຼວງ​ຫຼາຍກ່ຽວ​ກັບ​ເສດ ຖະກິດ​ການ​ຄ້າພາຍ​ໃຕ້​ຫົວ​ຂໍ້​ທີ່​ວ່າ"ເຂດ​ການ​ຄ້າ​ເສລີຈີນ​-ອາ​ຊຽນ"​​, ນອກ​ຈາກ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນ​ແລ້ວ,ຍັງ​​ໄດ້ຈັດ​ເວທີ​ປຶກສາ​ຫາລືກ່ຽວ​ກັບເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ,​ເປີດ​ເວັບ​​ໄຊ​ທາງ​ການ​ຂອງເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ,​ແລະ​ໄດ້​ຈັດ​ເວທີ​ປຶກສາ​ຫາລືກ່ຽວ​ກັບ​ວິ​ສາ​ຫະກິດ​ຂະຫນາດ​ກາງ​ແລະ​ນ້ອຍ​ຂອງ​ຈີນ​ອາ​ຊຽນ. ການ​ທີ່ດຳ​ເນີນ​ກິດຈະກດ້ານຳ​​ເສດ​ຖະກິດ​ການ​ຄ້າ​ເຫຼົ່າ​ນີ້​ໄດ້​ຊຸກຍູ້ການ​ຮ່ວມ​ມື​ດ້ານ​ການ​ທຸລະ​ກິດລະຫວ່າງ​ສອງ​ຝ່າຍ,​ແລະຊຸກຍູ້​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີຈີນ​ອາ​ຊຽນ​,​​ແລ້ວກາຍ​ເປັນ​ຈຸດ​ສຸມ​ແລະ​ຈຸດ​ເດັ່ນ​ນັບ​ແຕ່ເຂດ​ການ​ຄ້າ​ເສລີ​ຈີນ-​ອາ​ຊຽນ​ສ້າງ​ສຳ​ເລັດ​ຫນຶ່ງ​ປີ​ເປັນ​ຕົ້ນ​ມາ.ທ່ານ​ກ່າວ​ວ່າ:

"ກິດ​ຈະ​ກຳ​ດ້ານ​ເສດຖະກິດ​ການ​ຄ້າ​ພາຍ​ໃຕ້​ຫົວ​ຂໍ້​ກ່ຽວກັບ​ການຮ່ວມ​ມື​​ໃນ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນໄດ້​ຈັດ​ຂຶ້ນ​ເລື້ອຍໆ,​ ຕົວຢ່າງ​ຄືເດືອນ​ມັງກອນ​ 2010​ ໄດ້​ຈັດ​ເວທີ​ປຶກສາ​ຫາລື​ກ່ຽວ​ກັບການ​ຄ້າເສລີ​ຈີນ​ອາ​ຊຽນຢູ່​ນະຄອນ​ນານ​ນິງຂອງ​ເຂດ​ກວາງຊີ, ນີ້​ແມ່ນ​ພາກສ່ວນຄຸ້ມ​ຄອງ​ດ້ານ​ເສດຖະກິດ​ການ​ຄ້າ​ຂອງ 11 ປະ​ເທດ​​ເປັນ​ເຈົ້າ​ພາບ​ຮ່ວມ​ກັນ,​​ເຊິ່ງມີ​ລະດັບ​ສູງ​ແລະ​ມີ​ເນື້ອ​ໃນທີ່ຕິດ​ແທ້​ຕົວ​ຈິງ,​ ​​ນີ້ມີ​ບົດບາດ​ຊຸກຍູ້​ທີ່​ສຳຄັນ​ຕໍ່​ການ​ພັດທະນາ​ຫຼັງ​ຈາກ​ເຂດ​ການ​ຄ້າ​ເສລີຈີນ​ອາຊຽນສ້າງ​ສຳ​ເລັດ​​ແລ້ວ."ທ່ານ​ຊຸ່ນຢວນຈ່ຽງກ່າວ​ວ່າ,​ໃນ​ຕໍ່ຫນ້າ,ຈີນຈະ​ມີແຜນ​ການຮ່ວມ​ມື​ກັບປະ​ເທດ​ຕ່າງໆ​ໃນ​ອາ​ຊຽນ,​ເພີ່ມ​ການໂຄສະນາ​​​​ເຜີຍ​ແຜ່ຕໍ່ວິ​ສາ​ຫະກິດຢູ່​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ​ໃຫ້​ຫຼາຍ​ຂຶ້ນ,​ເພື່ອ​ຍົກ​ອັດຕາ​ນຳ​ໃຊ້​ນ​ະ​ໂຍບາຍ​ໃຫ້​ຂໍ້​ສະ​ດວກ​ພິ​ເສດຂອງ​ເຂດ​ການ​ຄ້າ​ເສລີຈີນ​ອາຊຽນ​​ໃຫ້​ສູງ​ຂຶ້ນ. ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ,ການ​ທີ່ເຮັດ​ໃຫ້ລະບຽບ​ການ​ຜ່ານ​ດ່ານ​ພາສີ​ສະດວກ​ກວ່າ​ເກົ່າ ​ແມ່ນຈຸດ​ສຸມ​ຂອງ​ວຽກ​ງານ​ໃນ​ຕໍ່ຫນ້າ.ອັນ​ນີ້​ຈະ​​ເຮັດ​ໃຫ້ວິ​ສາ​ຫະກິດ​ຜ່ານ​ດ່ານພາສີ​ສະດວກ​ກວ່​າ​ເກົ່າ.

"​ກ່ຽວ​ກັບ​ການເຮັດ​ໃຫ້​ລະບຽບ​ການ​ສະດວກກວ່າ​ເກົ່າ,ປະຈຸ​ບັນ,ດ່ານພາສີຂອງ​ສອງ​ຝ່າຍ​ໄດ້​ເລີ່​ມລົງມື​ເຮັດ​ໃຫ້​ລະບຽບການ​ຂອງ​ພວກ​ເຮົາ​ສົມບູນ​ຂຶ້ນ,ນອກນັ້ນ,​ໃນ​ເວລາ​ເຮັດ​ວຽກ​ລະອຽດ,ຖ້າສອງ​ຝ່າຍ​ມີ​ຝ່າຍ​ໃດ​ເກີດ​ມີ​ບັນຫາ,ພວກ​ເຮົາ​ກໍ່​ຕ້ອງ​​ແກ້​ໄຂ​ຢ່າງ​ທັນ​ການ.ຈີນ​ກັບ​ອາ​ຊຽນຍັງມີ​ຄະນະ​ກຳມະການ​ການ​ເຈລະຈາ,​ແມ່ນ​ສ້າງ​ຂຶ້ນ​ໃນ​​ເວລາ​ເຈລະຈາ​ກັນ​ກ່ຽວ​ກັບ​ສັນຍາ​ໃນ​ເມື່ອ​ກ່ອນ.ບົດບາດ​ສຳຄັນ​ອັນ​ໜຶ່ງ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​ກໍ່​ແມ່ນ​ຊ່ວຍ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ເວລາປະຕິບັດ​ສັນຍາ.ລວມທັງ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ເຮັດ​ໃຫ້ການ​ຄ້າສະດວກ​ຂຶ້ນ​ກວ່າ​ເກົ່າ​ເຊິ່ງ​ໄດ້​ກ່າວ​ມາ​ແລ້ວ."

ທ່ານ​ຊຸ່ນຢວນຈ່ຽງ​ເຫັນ​ວ່າ,ບັນຫາ​ຜ່ານ​ດ່ານ​ກ່ຽວ​ພັນ​ເຖິງ​ລະບອບ​ຂອງ​ປະ​ເທດ​ໜຶ່ງ,ຕ້ອງ​ເຄົາລົບ​ກົດ​ລະບຽບ​ຂອງ​ແຕ່ລະ​ປະ​ເທດ;ພ້ອມ​ກັນ​ນັ້ນ,ກໍ່​ກ່ຽວ​ພັນ​ເຖິງ​ສະພາບ​​ແວດ​ລ້ອມການ​ຜ່ານ​ດ່ານ,​ແລະ​ບັນຫາ​ດ້ານ​ຄຸນ​ນະ​ພາບຂອງ​ພະນັກງານ.​​ເພື່ອ​ເລື່ອງ​ນີ້,​ໃນ​ຕໍ່​ໜ້າ,ຈີ​ນກັບ​ອາ​ຊຽນຈະ​ຮ່ວມ​ກັນ​ເພີ່ມ​ການ​ປັບປຸງໃນ​ດ້ານນີ້.

ຕອນທ້າຍ,ທ່ານ​ຊຸ່ນຢວນຈ່ຽງ​ຊີ້​ອອກ​ວ່າ,​ຄວາມ​ໝາຍ​ຂອງໂອກາດ​ໃໝ່​ທີ່ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສະໜອງ​ໃຫ້​ນັ້ນກໍ່​ແມ່ນ​ໄດ້​ເປີດ​ຕະຫຼາດຂອງສອງ​ຝ່າຍ.ຄຽງ​ຄູ່​ກັບ​ພາສີ​ໄດ້​ຫຼຸດ​ຕ່ຳລົງ,ຂົງ​ເຂດ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າລະ​ຫວ່າງ​ສອງ​ຝ່າຍ​ໄດ້​ກວ້າງຂວາ​ງກວ່າ​ເກົ່າ,ສິນຄ້າ,ຄົນ​ແລະ​ການ​ບໍລິການ​ສາມາດ​​ເຂົ້າ​ສູ່ຕະຫຼາດ​ຂອງ​ສອງ​ຝ່າຍ​ຢ່າງ​ສະດວກ​ແລະ​ງ່າຍ​ກວ່າ​ເກົ່າ,ນີ້​ຈະ​ອຳນວຍ​ໂອກາດ​ໃໝ່​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ສອງ​ຝ່າຍ​ໃນ​ດ້ານ​ການ​ຍົກ​ລະດັບ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ໃຫ້​ສູງ​ຂຶ້ນ​ແລະເລັ່ງລັດ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ,ອະນາຄົດ​​ແຫ່ງການ​ຮ່ວມ​ມື​ຈະ​ກວ້າງຂວາງ​ກວ່າ​ເກົ່າ,ທ່ວງທ່າ​ພັດທະນາ​ໃນ​ຕໍ່ໜ້າ​ກໍ່​ຈະເຂັ້ມ​ແຂງກວ່າ​ເກົ່າ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ