ຈີນ​ຈະ​ຄວບ​ຄຸມ​ປະລິ​ມານ​ການ​ບໍລິ​ໂພກ​ພະລັງ​ງານ​ຢ່າງ​​ເຫມາະສົມ

(GMT+08:00) 2011-01-07 15:09:26     cri

ການ​ພັດທະນາ​ພະລັງງານ​ຂອງ​ຈີນຈະ​ຖືການຫັນປ່ຽນຮູບ​ການພັດທະ​ນາ​ພະລັງງານ, ອອກ​ແຮງປັບ​ປຸງ​ໂຄງ​ປະກອບພະລັງງານ,ຄວບ​ຄຸມ​ປະລິມານ​ການ​ບໍລິ​ໂພ​ກ​ພະລັງງານ​ຢ່າງ​ເຫ​ມາະສົມ​ເປັນ​ທິດ​ທາງ​ຊີ້​ນຳ,​ເພື່ອ​ຊຸກຍູ້​​ການປະຕິ​ຮູບຮູບ​ການການ​ຜະລິດ​​ແລະ​​ນຳ​ໃຊ້​ພະລັງງານ.

ໃນ​ກອງ​ປະຊຸມ​ວຽກ​ງານ​ພະລັງງານ​ທົ່ວ​ປະ​ເທດ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ6ທັນວາ​ນີ້, ທ່ານ​ຈ່າງ​ຜິ​ງ,ປະທານຄະນະ​ກຳມະການ​ພັດທະນາ​ແລະ​ປະ​ຕິ​ຮູບ​ແຫ່ງ​ລັດ​ຈີນກ່າວ​ວ່າ,​ເປົ້າ​ຫມາຍຂອງ​ຈີນ​ທີ່​ຫຼຸດ​ການ​ສິ້ນ​ເປືອງ​ພະລັງານຕໍ່GDP​ແຕ່​ລະ​ຫົວຫນ່ວຍ​ໃນ​ໄລຍະ​ປະ ຕິບັດ​ແຜນການ5ປີ​ຄັ້ງ​ທີ11​ໄດ້​ປະກົດ​ຜົນ​ເ​ປັນ​ຈິງ​ໂດຍ​ພື້ນຖານ​ແລ້ວ,​​ເຊິ່ງໃກ້​ກັບຄື 20%, ​ແຕ່​ຂໍ້​ມູນ​ຫຼ້າ​ສຸດ​ຍັງ​ບໍ່​ໄດ້ສະຫຼຸບເທື່ອ. ນີ້​ແມ່ນ​ຈີນ​ປະກາດຢ່າງ​​ເປີດ​ເຜີຍເປັນ​ເທື່ອທຳ​ອິດ​ກ່ຽວ​ກັບການບັນ​ລຸ​ເປົ້າ​ຫມາຍທີ່​ຫຼຸດ​ການສິ້ນ​ເປືອງພະລັງງານ​​ຕໍ່​GDPແຕ່​ລະ​ຫົວຫນ່ວຍ​​ໄດ້ຫຼຸດຫນ້ອຍ​ກວ່າ​ປີ2005 20%​​.

ໃນ​ຖານະທີ່​ເປັນ​ປະ​ເທດ​ທີ່ພວມ​ພັດທະນາ​ທີ່​ມີຄວາມ​ຮັບຜິດຊອບ,ຈີນ​ໄດ້​​ເອົາ​​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່ບັນຫາການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ບັນຫາສິ່ງ​ແວດ​ລ້ອມ. ​ໃນ​ໄລຍະ​ປະຕິບັດ​ແຜນການ5ປີ​ຄັ້ງ​ທີ11,ຈີນ​ໄດ້​​ໃຊ້​ມາດ​ຕະການຫຼາຍປະການ​ເພື່ອ​ປັບປຸງ​ແລະ​ຍົກ​ລະດັບໂຄງ​ປະກອບ​ພະລັງງານ​ໃຫ້​ດີ​ຂຶ້ນ,​​ເພື່ອ​ບັນລຸ​ເປົ້າ​ຫມາຍທີ່​ປະ​ຢັດ​ພະລັງງານ​ແລະ​ຫຼຸດການ​ລະບາຍ​ມົນ​ລະ​ພິດ.

ໃນ​ໄລຍະ​ປະຕິບັດ​ແຜນການ 5ປີ​ຄັ້ງ​ທີ11,ອຸດ​ສາ​ຫະກຳພະລັງງານ​ໄຟຟ້າ​ຂອງ​ຈີນ​ໄດ້​ປິດ​ແລະ​ຢຸດການ​ຜະລິດ​ຂອງ​​​ໂຮງໄຟຟ້າ​ຂະຫນາດ​ນ້ອຍ​ທີ່​ສິ້ນ​ເປືອງ​ຖ່ານ​ຫີນ​ຫຼາຍ​ແລະລະບາຍມົນ​ລະ​ພິດ​ຢ່າງ​ຫນັກ​ຫນ່ວງ,ກໍ່ສ້າງ​​ໂຮງງານ​ຜະລິດ​ໄຟຟ້າ​ທີ່​ມີ​ປະສິດທິພາບ​ສູງ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ, ໃນ 5 ປີ​ມາ​ນີ້,​ແລະປະ​ຢັດ​ຖ່ານ​ຫີນດິບ​​ໄດ້ທັງ​ຫມົດ​ຫຼາຍ​ກວ່າ 300 ລ້ານ​ໂຕນ.

ພ້ອມ​ກັນ​ນັ້ນ,​ໃນ 5 ປີ​ມາ​ນີ້,ຈີນ​ໄດ້​ພັດທະນາ​ພະລັງງານ​ທີ່​ບໍ່​ແມ່ນຊາກ​ທີ່​ກັບ​ກາຍ​ເປັນ​ຫີນຢ່າງ​ແຂງ​ແຮງ,ປະລິມານ​ຜະລິດ​ໄຟຟ້ານ້ຳຕົກ,​ໄຟ​​ຟ້າ​​ນິວ​ເຄຼຍ​ແລະ​ໄຟຟ້າ​ດ້ວຍ​ພະລັງງານ​ລົມ​ລວມ​ແລ້ວ​​ໄດ້​ຫຼາຍ​ກວ່າ 3000 ຕື້​ກິ​ໂລ​ວັດ​ໂມງ, ​ເຂົ້າ​ແທນຖ່ານ​ຫີນ​ດິບ 1 ຕື້ 500 ລ້ານ​ໂຕນ,ຫຼຸດການ​ລະ​ບາຍ​ກາກ​ບອນ​ດີ​ອອກ​ສິດ​ເກືອບ 3 ຕື້​ໂຕນ.ນອກ​ນີ້,ຈີ​ນຍັງ​ໄດ້​ເລັ່ງລັດ​ການ​ພັດທະນາ​ແລະ​ນຳ​ໃຊ້​ອາຍ​ແກັສທຳ​ມະ​ຊາດ​ໃຫ້​ໄວ​ຂຶ້ນ​ແລະ​ຍົກລະດັບ​ຄຸນ​ນະພາ​ບນ້ຳມັນ​ສຳ​ເລັດ​ຮູ​ບ​ໃຫ້​ສູງ​ຂຶ້ນ,ຫຼຸດ​ອັດຕາ​ຄວາມ​ເສຍ​ຫາຍ​ຕາ​ຂ່າຍ​ໄຟຟ້າ​ໃຫ້​ຕ່ຳລົງ,​ ດຳ​ເນີນ​ການຈັດວາງ​ການ​ປະຢັດ​ພະລັງງານ​ແລະ​ການ​ຊື້​ຂາຍສິດ​ທິຜະລິດ​​ໄຟຟ້າ,​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ທີ່​ດີ​ຕໍ່​ການ​ປະ​ຢັດ​ພະລັງງານ​ແລະ​ຫຼຸດ​ການ​ລະ​ບາຍ​ມົນ​ລະ​ພິດ.

ໃນ​ກອງ​ປະຊຸມ,ທ່ານ​ຈ່າງ​ກົວ​ປາວ,ຫົວໜ້າ​ກົມ​ພະລັງງານ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ການ​ຄວບ​ຄຸມປະລິມານການສິ້ນ​ເປືອງພະລັງງານ​ຢ່າງສົມ​ເຫດ​ສົມ​ຜົນ,​ແມ່ນ​ໜ້າ​ທີ່​ສຳຄັນ​ຂອງ​ວຽກ​ງານ​ພະລັງງານ​ໃນ​ແຜນການ 5 ປີ​ຄັ້ງ​ທີ 12.ການ​ສຳ​ເລັດ​ໜ້າ​ທີ່​ນີ້​ຫຍຸ້ງຍາກ​ຫຼາຍ​ແລະ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ.​ເວົ້າ​​ໂດຍ​ພື້ນຖານ​ແລ້ວ,ຕ້ອງ​ອາ​​ໄສ​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ,ຍົກ​ອັດຕາ​ເຕັກນິກ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ​ໃຫ້​ສູງ​ຂຶ້ນ,ຫຼຸດ​ການ​ສິ້ນ​ເປືອງ​ພະລັງງານ​ຂອງ​ແຕ່​ລະ​ຫົວໜ່ວຍGDP​ແລະ​ການ​ລະບາຍ​ກາກ​ບອນ​ດີ​ອອັກ​ຊິດ,ພະຍາຍາມ​ປະຢັດ​ພະລັງງານ​​​ແລະ​ເພີ່ມສະມັດ​ຕະພາບ​ການ​ຜະລິດ.

ໃນ​ໄລຍະ​ແຜນການ 5 ປີ​ຄັ້ງ​ທີ 12,ນອກຈາກບາງ​ແຂວງ​ແລະ​ນະຄອນທີ່ຢູ່​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກຈີນ​ໄດ້​ປັບ​ຄາດໝາຍການ​ເຕີບ​ໂຕ​ຂອງGDP​ໃຫ້​ຕ່ຳ​ລົງ​ຍ້ອນ​ການ​ຫັນປ່ຽນ​ຮູບ​ແບບແລ້ວ,ມີ​ແຂວງ​ແລະ​ນະຄອນ​ຫຼາຍ​ສົມຄວນ​ໄດ້​ວາງ​ຄາດໝາຍ​ທີ່​ເຮັດ​ໃຫ້GDP​​ເພີ່ມ​ຂຶ້ນ 1 ​ເທົ່າ.ທ່ານ​ຈາງ​ພີງ,ປະທານຄະນະ​ກຳມະການການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນຊີ້​ອອກ​ວ່າ,​ໃນ​ເວລາ​ບັນດາ​ແຂວງ​ວາງ​ຄາດໝາຍ​​ເຕີບ​​ໂຕ​ເສດຖະກິດ,ຕ້ອງ​ເປັນ​ເອກະພາບກັນ​ກັບ​ລັດຖະບານ​ກາງ,ຕ້ອງຮັບປະກັນ​ໃຫ້​ມີ​ຈັງຫວະ​ເຕີບ​ໂຕອ່າວ​ໄວ,ຍັງ​ຕ້ອງ​ພິຈາລະນາ​ເຖິງພາລະຫາບ​ແບກຂອງ​ພະລັງງານ​ແລະ​ຊັບພະຍາກອນ.

ປີ 2011,ຈີນ​ຈະວາງທິດ​ທາງຊີ້​ນຳ​ການ​ປະຢັດ​ພະລັງງານ​ຂອງ​ຂະ​​ແໜງ​ການ​ພະລັງງານ,ກຽມ​ສ້າງ​ສູນ​ຄົ້ນຄວ້າ​ພັດທະນາ​ການ​ປະຢັດ​ພະລັງງານ​ແລະ​ນຳ​​ໃຊ້​ຊັບພະຍາກອນ​ແຫ່ງ​ຊາດ.ຈຸດ​ໜັກ​ແມ່ນ​ເຮັດ​ວຽກ​ສາທິດ​ດ້ານ​ການ​ປະຢັດ​ພະລັງງານ​,ຫຼຸດການ​ລະບາຍ​ມົນ​ລະ​ພິດ​ແລະ​ການ​ນຳ​ໃຊ້​ຊັບພະຍາກອນ​ໂດຍ​ສັງ​ລວມ​ໃນ​ຂົງ​ເຂດ​ຖ່ານ​ຫີນ​ສະອາດ,ການ​ກັ່ນ​ນ້ຳມັນ,​ໄຟຟ້າທີ່​ຜະລິດ​ດ້ວຍຖ່ານ​ຫີນ,​ໄຟຟ້າ​ນີວ​ເຄຼຍ​ແລະ​ພະລັງງານ​ໝູນວຽນ.

ຈີນ​ຈະ​ຖື​ການ​ປັບປຸງ​ຊີວິດ​ການ​​​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ຈຸດ​​ເລີ່​ມຕົ້ນ​ແລະ​ເປົ້າ​ໝາຍ​ຂອງ​ການ​ຫັນປ່ຽນ​ຮູບ​ການ​ພັດທະນາ​ພະລັງງານ.​ເພີ່ມ​ງົບປະມານ​ສູນ​ກາງ​ໃຊ້​​ເຂົ້າ​ໃນ​ການ​ປະຕິບັດ​ໂຄງການ​ປັບປຸງຕາໜ່າງ​ໄຟຟ້າຢູ່​ຊົນນະບົດ​ຮອບ​ໃໝ່,​ຮັບປະກັນ​ໃຫ້ຊາວ​ກະສິກອນມີ​ໄຟຟ້າ​ໃຊ້.ພ້ອມ​ກັນ​ນັ້ນ,​ກໍ່ຂະຫຍາຍຕາໜ່າງ​​ໄຟຟ້າ​ໄປ​ສູ່ເຂດທີ່​ຍັງ​ບໍ່​ມີ​ໄຟຟ້າ​ໃຊ້.

ຈີນ​ຍັງ​ຈະ​ສືບ​ຕໍ່​ສະໜັບສະໜູນ​ການ​ສ້າງບໍ່ອາຍ​ແກັດ​ຊີວະ​ພາບ​ຢູ່​ຊົນນະບົດ,​ເຜີຍ​ແຜ່​ເຕັກນິກ​ນຳ​ໃຊ້ພະລັງງານ​ໄຟຟ້າ​ດ້ວຍ​ແສງຕາ​ເວັນ​ຢູ່​ຊົນນະບົດ.ນອກ​ນັ້ນ,ຈີນ​ຈະ​ເພີ່ມ​ການ​ສ້າງສາ​ດ້ານ​ພະລັງງານ​ຢູ່​ເຂດ​ຊົນ​ເຜົ່າ,​​ເພີ່ມ​ການ​ສ້າງ​ຕາໜ່າງ​ໄຟຟ້າ​ຢູ່​ເຂດ​ຕິ​ເບ​ດ​ແລະ​ເຂດ​ຊີ່ນຈ່ຽງ,ສ້າງ​ໂຄງການ​ທີ່​ເຊື່ອມ​ຕໍ່​ຕາ​ໜ່າງ​ໄຟຟ້າ​ເຂດ​ຕິ​ເບ​ດ,​ເຂດ​ຊີ່ນຈ່ຽງ​ກັບ​ພາກ​ຕາ​​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ,ສ້າງ​ທໍ່​ສົ່ງ​ອາຍ​ແກັດ​ທຳ​ມະ​ຊາດ​ເກີ​ຣມູ--ລາຊາ,​ເພື່ອ​​ໃຫ້​ປະຊາຊົນ​ເຂດ​ຕິ​ເບ​ດ​​ມີ​ອາຍ​ແກັດ​ທຳ​ມະ​ຊາດ​ໃຊ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ