ຜູ່​ຊ່ຽວຊ່ານ​ເຫັນ​ວ່າ​ລັດຖະມົນຕີ​ປ້ອງ​ກັນປະ​ເດ​ທອາ​ເມ​ລິ​ກາມາຢ້ຽມຢາມ​ຈີນ​​ໄດ້ສົ່ງ​ສັນຍານ​ທີ່​ດີ

(GMT+08:00) 2011-01-10 17:24:16     cri
ທີ່​ນີ້,ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ເຄົາລົບ. ​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ລຽງ​ກວ່າ​ງ​​ເລ້ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະ​ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດຈີນ, ທ່ານ​ໂຣ​ເບີດ ​ເກ​ສ໌ ລັດຖະ​ມົນຕີ​ວ່າການ​ກະ​ຂວງ​ປ້ອງ​ກັນປະ​ເທດອາ​ເມ​ລິ​ກາ​ໄດ້​ເດີນທາງ​​ເຖິງປັກ​ກິ່ງ​ໃນຕອນ​ຄ່ຳ​ວັນ​ທີ 9 ມັງກອນ​ນີ້​ເພື່ອ​ຢ້າມຢາມ​ຈີນ​ເປັນ​ເວລາ 4 ວັນ. ນີ້​​ແມ່ນ​ຜູ່​ນຳ​ຂັ້ນສູງ​ສອງ​ປະ​ເທດ​ຈີນ-​ອາ​ເມ​ລິ​ກາພົບ​ປະກັນ​ຢ່າງ​ເປັນ​ທາງ​ການ​ເປັນ​ເທື່ອທຳ​ອິດ ຫຼັງ​ຈາກ​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ໄຕ້​​ຫວັນ​ໃນ​ຕົ້ນ​ປີ​2010 ​​ແລະ​ເຮັດ​ໃຫ້​ການ​​ໄປ​ມາຫາ​ສູ່​ກັນ​ລະຫວ່າງ​ເຈົ້າ​ໜ້າ​ທີ່​ຊັ້ນ​ຂັ້ນສູງ​ສອງ​ກອງ​ທັບ​ຖືກ​ເລື່ອນ​ເວລາ​ດົນ​ນານ. ຜູ່​ຊ່ຽວຊານ​ກ່າວ​ວ່າ, ​ເວົ້າ​ສຳລັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ ກັບ ອາ​ເມ​ລິ​ກາ​ແລ້ວ,ກາ​ນຢ້ຽມຢາມຂອງ​ທ່ານ​ໂຣ​ເບີດ​ເທື່ອ​ນີ້​​ໄດ້​ສົ່ງ"ສັນຍານ​ອັນ​ທີ່​ດີ",​ແຕ່​ຖ້າ​ຢາກ​​ເຮັດ​​ໃຫ້ການ​ພົວພັນ​ລະຫວ່າງ​ສອງກ້ອງ​ທັບ​ຂະຫຍາຍ​ຕົວ​ຢ່າງ​ປອດ​ໃສ ​ແລະ ໝັ້ນ​ທ່ຽງ, ສອງ​ຝ່າຍ​ຍັງ​ຕ້ອງ​ຮ່ວມ​ກັນທຳ​ຄວາມ​ພະຍາຍາມ​ອີກ​ເປັນ​ເວລາດົນ​ນານ, ​ເພິ່ມທະວີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​, ​ແລະ ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ຢ່າງ​​ເໝາະ​ສົມ.

ຫາງ​ສຽງ​ສາກົນ​​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ກ່ອນ​ທ່ານ​ຫູ​ຈີນທາວ ປະທານ​ປະ​ເທດ​ຈີ​ນຈະ​​ໄປ​ຢ້ຽມຢາມອາ​ເມ​ລິ​ກາ, ທ່ານ​​ໂຣ​ເບີດ ​ເກສ໌ມາ​ຢ້ຽມຢາມ​ຈີນ ບໍ່ແມ່ນ"ການ​ຢ້ຽມຢາມຂອງ​ຝ່າຍ​ທະຫານ"​ເທົ່າ​ນັ້ນ, ທ່ານ​ແມ່ນ​ຕາງໜ້າ​ລັດຖະບານ​ໂອ​ບາ​ມາ​ມາ​ຢ້ຽມຢາມ​ປະ​ເທດ​ຈີນ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ຢາງ​ມີ​ງເຈ໋ ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ການ​ຄວບ​ຄຸມ​ທາງ​ການ​ທະ​ຫານ ​ແລະ ຄວາມ​ປອດ​ໄພຂອງສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ຍຸກ​ປັດຈຸບັນ​ຈີນ​ກ່າວ​ວ່າ,

"​ພໍ​ເລິ່ມຕົ້ນ​ປີ​ໃໝ່, ຖ້າວ່າ​ການ​ແລກປ່ຽນ​ທາງການ​ທະຫານ​ຂັ້ນສູງ​ລະຫວ່າງ​ສອງ​ຝ່າຍ​ສາມາດ​ຟື້ນ​ຟູຄືນ,ຢ່າງ​ໜ້ອຍກໍ່​ໄດ້​ສົ່ງ​ສັນຍານ​ທີ່​ດີຕໍ່​ຈີນ ​ແລະ ອາ​ເມ​ລິ​ກາ​ຂະຫຍາຍ​ການ​ພົວພັນ​ຍຸດ​ທະ​ສາດ​​ໃນ​ກ້າວ​ຕໍ່​ໄປ."   ​ໃນ​ໄລຍະ​ຢ້ຽມຢາມ​ຈີນ, ຜູ່​ນຳ​ລັດ​ແລະ ຜູ່​ນຳກອງທັບຈີນ ​ເຊັ່ນ, ທ່ານ​ຫູ​ຈີນ​ທາວ, ທ່ານ​ຊີ​ຈີ້​ນພີ​ງ, ທ່ານ​ລຽງ​ກວ່າ​ງ​ເລ້ ,ທ່ານ​ຊີໄຊໂຮ້​ຈະ​ຕ້ອນຮັບ​ແລະພົບ​ປະ​ທ່ານ​ໂຣ​ເບີດ ​ເກສ໌, ທ່ານ​ເກສ໌ຍັງ​ຈະ​ຢ້າມຢາມ​ກອງ​ບັນຊາ​ການປື້ນ​ໃຫຍ່​​ເລກສອງ ​ເຊິ່ງ​ເປັນກອງນີຂີ​ປະ​ນາ​ວຸດຍຸດ​ທະ​ສາດ​ຂອງ​ຈີນ. ກ່ອນຈະ​​ເດີນທາງ​ມາຢ້ຽມ​ຢາມ​ຈີນ, ຢູ່​ທຳນຽບ 5 ​ແຈອາ​ເມ​ລິ​ກາ, ທ່ານ​ໂຣ​ເບີດ ​ເກສ໌ກ່າວ​ວ່າ, ການ​​ເປີດ​ກວ້າງ​ຂົງ​ເຂດ​ສົນທະນາ​ແມ່ນ​ສຳຄັນ​ຫຼາຍ​ຕໍ່​ການ​ພົວພັນ​ທາງ​ການ​ທະຫານ​ລະຫວ່າງ​ສອງ​ຝ່າຍ​ທີ່​ໝັ້ນຄົງ​ຍາວ​ນານ.

ເດືອນ​ມັງກອນປີ​ກາຍ​ນີ້, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ຂາຍ​ອາວຸດ​ທີ່ມີ​ມູນ​ຄ່າ 6 ຕື້​ໂດ​ລາ​ໃຫ້​ໄຕ້​ຫວັນ, ບັນຫາ​ໄຕ້​ຫວັນ​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ, ການ​ກະທຳ​ດັ່ງກ່າວ​ຂອງອາ​ເມ​ລິ​ກາເຮັດ​ໃຫ້ການ​ໄປມາຫາ​ສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ກອງທັບຈີນ​​ແລະອາ​ເມ​ລິ​ກາຖືກ​​ເລື່ອນອອກ​ໄປ​ເປັນ​ເວລາ​ດົນ​ນານ. ປີ​ກາຍ​ນີ້, ກອງທັບ​ເຮືອ​ອາ​ເມ​ລິ​ກາດຳ​ເນີນ​ການ​ລາດຕະ​ເວນຢູ່​ທະ​ເລຈີນ​ຕະ​ເວັນ​ອອກ​ແລະ​ທະ​ເລ​ຈີນ​ໃຕ້ເລື້ອຍໆ, ຊຶ່ງໄດ້​ສ້າງສິ່ງ​ກີດຂວາງ​​ຕໍ່​ການ​ແລກປ່ຽນ​ທາງ​ການ​ທະຫານ​ລະຫວ່າງ​ສອງ​ຝ່າຍ. ທ້າຍ​ປີ​ກາຍ​ນີ້, ​ອາ​ເມ​ລິ​ກາ​ກັບ​ຍີ່​ປຸ່ນ, ອາ​ເມ​ລິ​ກາ​ກັບສ.​ເກົາຫຼີ​ໄດ້​ຈັດ​ການ​ຊ້ອມ​ຣົບຮ່ວມ​ຢ່າງ​ຂະໜາດ​ໃຫຍ່​ຢູ່​ທະ​ເລ​ເຫຼືອງຂອງ​ຈີນ, ຕໍ່​ເລື່ອງ​ນີ້, ຈີນ​ເຫັນ​ຕະຫຼອດ​ມາ​ວ່າ, ພັນທະ​ມິດ​ສອງ​ຝ່າຍ​ດ້ານ​ການ​ທະ​ຫານ​ຂອງ​ປະ​​ເທດ​ທີ່​ກ່ຽວຂ້ອງ​ບໍ່​ຄວນ​ທຳລາຍ​ຜົນ​ປະ​ໂຫຍ​ດຝ່າຍ​ທີ 3 ​ເຊິ່ງລວມທັງ​ຈີນ.

ທ່ານສາ​ສະ​ດາ​ຈານ​ເມີ້​ງຊຽງ​ຊິ່ງ, ຜູ້​ຊ່ຽວຊານ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ທາງຍຸດ​ທະ​ສາດ​ຂອງ​ມະຫາ​ວິທະ​ຍາ​ໄລ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ການ​ຢຸດສະ​ງັກຂອງ​ການ​​ໄປມາຫາ​ສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ລະຫວ່າງ​ສອງ​ກອງທັບຈີນ​ກັບ​ອາ​ເມ​ລິ​ກາ. ທ່ານ​ກ່າວ​ວ່າ:

"ກ່ຽວ​ກັບ​ການ​ແລກ​ປ່ຽນ​ດ້ານ​ການ​ທະຫານ, ສິ່ງ​ທີ່​ຈີນ​ເອົາ​ໃຈ​ໃສ່​ທີ່​ສຸດ​ຍັງ​ຄົງແມ່ນ​ຢາກ​ໃຫ້​ການ​ພົວ​ພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາສາ​ມາດ​ຂະຫຍາຍ​ຕົວ​ຢ່າງ​​ເປັນ​ປົກກະຕິ, ​ໂດຍ​ສະ​ເພາະ​ຢາກໃຫ້ການ​​ແລກປ່ຽນ​ດ້ານ​ການ​ທະຫານ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາສາ​ມາດ​ພັດທະນາ​ຢ່າງ​ປອດ​ໃສ​​ແລະ​ຕໍ່​ເນື່ອງ. ​ແຕ່​ບັນຫາ​ທີ່​ຕ້ອງ​ແກ້​ໄຂ​ກ່ອນ, ​ແມ່ນ​ບັນຫາ​ທີ່​ອາ​ເມ​ລິ​ກາ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ, ອາ​ເມ​ລິ​ກາ​ໄດ້​ກະທຳ​ສິ່ງ​ທີ່​ແຕະຕ້ອງ​ຈິດ​ໃຈຂອງ​ປະຊາຊົນ​ຈີນ​ໃນ​ຜົນ​ປະ​ໂຫຍ​ດ​​ໃຈກາງ​ຂອງ​ຈີນ​ເລື້ອຍໆ."

ທ່ານຢາງມິງເຈ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ຍຸກ​ປະຈຸ​ບັນ​ຂອງ​ຈີນ​ເຫັນ​ວ່າ, ປະຈຸ​ບັນ, ຈີນ​ກຳລັງ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ທີ່​ນັບ​ມື້​ນັບ​ສຳຄັນ​ບົນ​ເວທີ​ສາກົນ, ​ແຕ່​ອາ​ເມ​ລິ​ກາ​ເຂົ້າ​ໃຈ​ຜິດ​ຕໍ່​ຍຸດ​ທະ​ສາດ​ຄວາມ​ປອດ​ໄພ​ຂອງ​ຈີນ, ນີ້​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ​ທີ່​ກະທົບ​ເຖິງ​ການ​ຂະຫຍາຍ​ການ​ພົວພັນ​ດ້ານ​ການ​ທະຫານ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ທ່ານ​ກ່າວ​ວ່າ:

"ໃນ​ບາງ​ບັນຫາ​, ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ອະທິປະ​ໄຕ​ແລະ​​ຜືນ​ແຜ່ນດິນ​ທີ່​ຈີນ​ເອົາ​ໃຈ​ໃສ່, ອາ​ເມ​ລິ​ກາ​ບໍ່​ເຂົ້າ​ໃຈຄວາມ​ສົນ​ໃຈ​ດ້ານ​ຄວາມ​ປອດ​ໄພ​ແລະ​ຜົນ​ປະ​ໂຫຍ​ດ​ໃຈກາງ​ຂອງ​ຈີນ, ສະ​ນັ້ນ, ຈຶ່ງ​ເກີດ​ມີຫຼາຍບັນຫາ."

ກໍ​ແມ່ນໃນ​ເວລາ​ທ່ານ​ໂຣ​ເບິດ ​ເກດສ໌ຈະ​ໄປ​ຢ້ຽມຢາມ​ຈີນ, ກອງທັບອາ​ເມ​ລິ​ກາ​ໄດ້​ສົ່ງກ່ຳ​ປັ່ນ​ບັນທຸກ​​ເຄື່ອງ​ບິນ​ພະລັງນິວ​ເຄຼຍລຳ​ທີ 2 ​ໄປ​ເຂດອາຊີ​ຕາ​ເວັນ​ອອກ. ສະ​ນັ້ນ, ທ່ານ​ຜູ້​ຊ່ຽວຊານເມີ້​ງຊຽງ​ຊີ່​ງກໍ່​ຊີ້​ອອກ​ວ່າ, ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ, ອາ​ເມ​ລິ​ກາທີ່​ເປັນ​ຝ່າຍ​ "ກໍ່​​ເລື່ອງ​ກໍ່​ລາວ" ​ເລື້ອຍໆນັ້ນ, ຄວນ​ມີ​ການ​ກະທຳ​ກ່ອນ, ​ເພື່ອ​ຮັບປະກັນ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ສາມາດ​ກ້າວ​ໄປ​ໜ້າ​ໃນ​ດ້ານ​ການ​ສ້າງ​ກົນ​ໄກ, ​ແລະ​ອາ​ໄສ​ກົນ​ໄກ​ດັ່ງກ່າວຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ຕົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ