6 ​ແຂວງ​ແລະ​ກຳ​ແພງ​ນະ​ຄອນ​ຂອງ​ຈີນ​ທຳ​ລາຍ​ຜະ​ລິດ​ຕະ​ພັນ​ທີ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

(GMT+08:00) 2011-01-11 16:50:46     cri

ຕອນ​ເຊົ້າ​ວັນ​ທີ 10 ມັງກອນນີ້, ນະຄອນຫຼວງ​ປັກ​ກິ່ງ, ນະຄອນ​ທຽນ​ສິນ, ​ແຂວງ​ຊ່ານ​ຊີ, ​ແຂວງຈ່ຽງຊູ່, ​ແຂວງກວາງ​ຕຸ້ງ, ​​ແຂວງເສ​ສວນ​ຂອງ​ຈີນ ຈັດ​ກິດ​ຈະ​ກຳ​ທຳລາຍ​ຜະລິດ​ຕະພັນ​ທີລ່ວງ​ລະ​ເມີດ​​ສິດ​ຊັບ​ສິນ​ທາງ​ປັນຍາພ້ອມ​ກັນ, ທັງ​ໝົດ​ໄດ້​ທຳລາຍ 5 ລ້ານ 2 ​ແສນ 1 ໝື່ນ​ເຄື່ອງ.

ເພື່ອ​ຕໍ່ຕ້ານ​ການ​ກະທຳ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ, ມາຮອດ​ທ້າຍ​ປີ 2010, ຫຼາຍ​ພາກສ່ວນ​ຂອງ​ນະຄອນ​ຫຼວງປັກ​ກິ່ງ, ​ເຊິ່ງມີ​ພະ​ແນ​ກສິດ​ຊັບ​ສິນ​ທາງ​ປັນຍາ, ພະ​ແນ​ກປ້ອງ​ກັນ​ຄວາມ​ສະຫງົບ, ພະ​ແນກ​ບໍລິ​ຫານ​ລິ​ສາ​ຫະກິດ​ອຸດສາ​ຫະກຳ​ການ​ຄ້າ, ພາສີ​ເປັນ​ຕົ້ນ, ​ໄດ້​ສົ່ງ​ພະນັກ​ງານ​ປະຕິບັດ​ກົດໝາຍ 2 ​ແສນ​ກວ່າ​ຄົນ, ກວດກາ​ອົງການ​ຈັດ​ຕັ້ງ 4 ໝື່ນ​ກວ່າ​ແຫ່ງ, ​ເຊັ່ນ: ຕະຫຼາດ​ຂາຍ​ປຶ້ມ, ​ເອ​ເລັກ​ໂຕຼນິກ, ວິ​ສາ​ຫະກິດ​ຂາຍຍ່ອຍ, ຮ້ານ​ຂາຍຢາ​ເປັນ​ຕົ້ນ, ກວດກາ​ຜະ​ລິດ​ຕະພັນ​ສົ່ງ​ອອກ​ງວດ​ໃຫຍ່ 4000 ກວ່າ​ເທື່ອ, ດຳ​ເນີນຄະດີ 156 ກວ່າຄະດີ. ນາງ​ເຊິ​ງຮົງ​, ຮອງ​ເຈົ້າ​ຄອງ​ນະຄອນ​ຫຼວງປັກ​ກິ່ງ, ທັງ​ເປັນ​ຫົວໜ້າ​ໜ່ວຍ​ງານ​ຊີ້​ນຳ​ການ​ເຄື່ອນ​ໄຫວ​ຕໍ່​ຕ້ານການ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ຈຳໜ່າຍ​ສິນຄ້າ​ລອກແບບ, ຢູ່​ບ່ອນທຳລາຍ, ນາງ​ໄດ້​ແຈ້ງ​ສະພາບ​ການ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວຕໍ່ຕ້ານ​ການ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ນະຄອນ​ຫຼວງປັກ​ກິ່ງ​ສູ່​ຟັງ, ນາງ​ກ່າວ​ວ່າ:

"ພາກສ່ວນ​ແລະ​ເຂດ​ຕ່າງໆ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ອອກ​ແຮງ​ຮ່ວມ​ມື​ກັນສຸດ​ຂີດ, ສ້າງ​ຕາໜ່າງ​ຂ່າວ​ລັບແລະ​ຂໍ້​ມູນ​ຂ່າວສານທີ່​ຮ່ວມ​ກັນ, ສ້າ​ງ​ກົນ​ໄກ​ແລກປ່ຽນ​ແລະຮ່ວມ​ມື​ທີ່​ດີ. ສົ່ງ​ເສີມ​ບົດບາດ​ຂອງ​ການ​ແຈ້ງ​ຂໍ້​ມູນ​ຂ່າວສານ​ຂອງ​ປະຊາຊົນຢ່າງ​ເຕັມ​ທີ່. ຕາມຂໍ້​ມູນເບື້ອງ​ຕົ້ນ, ມູນ​ຄ່າ​ຂອງ​ຄະດີ​ມີ​ເຖິງ 80 ລ້ານ​ກວ່າ​ຢວນ, ​ໄດ້​ຈັບ​ຜູ້​ຕ້ອງ​ຫາ​ທີ່ລະ​ເມີດ​ກົດໝາຍວ່າ​ດ້ວຍ​ສິດ​ຊັບ​ສິນ​ທາງ​ປັນຍາ​ແລະ​ຜະລິດ, ຈຳໜ່າຍ​ສິນຄ້າ​ລອກ​ແບບ 300 ກວ່າ​ຄົນ, ​ໄດ້​ຕໍ່ຕ້ານ​ພວກ​ກະທຳ​ຜິດ​ຢ່າງ​ບັງ​​ເກີດ​ຜົນ, ​​ເຮັດ​ໃຫ້​ສະພາບ​ແວດ​ລ້ອມ ​ຕະຫຼາດສິນຄ້າ​ຂອງ​ນະຄອນ​ຫຼວງປອດ​ໃສ​ຂຶ້ນ.

"ນັບແຕ່​ເດືອນ​ຕຸລາ 2010 ເປັນຕົ້ນມາ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດຖະບານ​ຈີນ ​ໄດ້​ເພີ່ມຄວາມ​ເຂັ້ມງວດ​ເພື່ອ​ຕໍ່ຕ້ານ​ການ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ, ຜະລິດ​ແລະ​ຈຳໜ່າຍ​ສິນຄ້າ​ລອກ​ຮຽນ​ແບບ. ກົມ​ລິ​ຂະ​ສິດ​ແຫ່​ງຊາດ​ ​ແລະ ຫ້ອງ​ການ​ຕໍ່ຕ້ານ​ແລະກຳ​ຈັດ​ສິ່ງ​ລາມົກ​ອະນາຈານ​ຂອງ​ຈີນ ກໍຈັດ​ກອງ​ປະຊຸມ​​ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດຊັບ​ສິນ​ທາງ​ປັນຍາ​ແລະ​ການ​ປະຕິບັດ​ກົດໝາຍ​ໃນ​ທົ່ວ​ປະ​ເທດ​ຈີນ, ​ເພື່ອ​ຈັດຕັ້ງ​ປະ​ຕິ​ບັດ​ຢ່າງ​ເປັນ​ເອກະ​ພາບ​ໃນ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ການ​ ​ລະ​ເມີດລິ​ຂະ​ສິດ, ມາ​ຮອດ​ທ້າຍ​ປີ 2010, ​ໄດ້​ກວດ​ພົບ​ແລະ​ຍຶດ​ຜະ​ລິດ​ຕະພັນ​ລອກ​ຮຽນ​ແບບ 6 ລ້ານ​ກວ່າ​ເຄື່ອງ, ​ແລະ​ດຳ​ເນີນ​ຄະດີ​ສຳຄັນ 28 ຄະດີ. ​ເມື່ອ​ກ່າ​ວ​ເ​ຖິງປະສິດທິ​ຜົນ​ທີ່ໄດ້​ຮັບ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ອູ່​ຊູ່​ລິນ, ລັດຖະມົນຕີ​ຊ່ວຍ​ວ່າການ​ສຳນັກ​ຄຸ້ມ​ຄອງໜັງສືພິມ​ແລະການ​ພິມ​ຈຳໜ່າຍ​​ຈີນ​ກ່າວ​ວ່າ: "​ອີງ​ຕາມ​ການຈັດຕັ້ງປະຕິບັດ​ຢ່າງ​ເປັນ​ເອກະ​ພາບ​ຂອງ​ລັດຖະບານ, ໃນ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ການ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ ​ແລະ ຈຳໜ່າຍ​ສິນຄ້າ​ລອກ​ຮຽນ​ແບບ, ສຳນັກ​ຄຸ້ມ​ຄອງ​ໜັງສືພິມ​ແລະ​ການພິມ​ຈຳໜ່າຍ​​, ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ ​ແລະ ຫ້ອງການ​ຕໍ່ຕ້ານ​ສິ່ງ​ລາມົກ​ອະນາຈານ ​ໄດ້​ເພີ່ມ​ທະວີ​ການ​ຈັດຕັ້ງ​ປະຕິບັດ​ວຽກ​ງານ, ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ. ຄື: ​ໄດ້​ສຳຫຼວດ​ກວດກາ​ຄະດີ​ໃຫຍ່​ທີ່​ລ່ວງ​ລະ​​ເມີດ​ລິ​ຂະ​ສິດ​ຂອງ​ການປະພັນ​, ​ເພີ່ມ​ຄວາ​ມ​ເຂັ້ມງວດ​ດ້ານ​ຕຸລາການ; ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຫຼ່ງ​ຜະລິດ​ສິນຄ້າ, ​ເພີ່ມ​ທະວີ​ການ​ກວດກາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ວຽກ​ງານຄຸ້ມ​ຄອງ; ​ແລະດຳ​ເນີນ​ການ​ກວດ​ກາ​ຢູ່​ຕາມ​ຕະຫຼາດ​ຢ່າງ​ຕັ້ງໜ້າ ​ເພື່ອ​ເພີ່ມ​ທະວີ​ການ​ຄຸ້ມຄອງ​."

ການ​ທຳລາຍ​ສິ່ງ​ພິມ​ຈຳໜ່າຍ​ທີ່​ລະ​ເມີດສິດ​ຊັບ​ສິນ​ທາງ​ປັນຍາ​ແລະລອກ​ຮຽນ​ແບບ​ເທື່ອ​ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​​ທີ່​ດຳ​ເນີນ​ເປັນເອກະ​ພາບ​ຢູ່​ຫຼາຍ​ແຂວງ​ແລະ​ກຳ​ແພງ​ນະຄອນ​ທົ່ວ​ປະ​ເທດ​ຄັ້ງທຳ​ອິດ​ໃນ​ປີ 2011, ກ່ອນ​ໜ້າ​ນີ້, ນະຄອນ​ເຊິ່ນ​ເຈິ້ນ​ແຂວງ​ກວາງ​ຕຸ້ງ ​ໄດ້​ທຳ​ລາຍ​ຜະລິດ​ຕະພັນ​ພາບ-ສຽງ​ທີ່​ລອກ​ຮຽນ​ແບບ​ ມາ​ກ່ອນ​ແລ້ວ ຄື​ໃນ​ເດືອນ​ຕຸລາ 2010, ນະຄອນ​ຊິ່ງຕາວ​ແຂວງ​ຊ່ານ​ຕົ່ງ ກໍ​ໄດ້​ທຳລາຍ​ສິ່ງ​ພິມ​ຈຳ​ໜ່າຍ​ທີ່​ຜິດ​ກົດໝາຍ, ​ເຊັ່ນ ຊີ​ດີ​ທີ່​ລອກ​ຮຽນ​ແບບ​ເປັນຕົ້ນ ​ແລະ ທັງ​ຈັດ​ກິດຈະກຳ​ປະຕິຍານ​ທີ່​ຊື່ວ່າ "​​ປະຕິ​ເສດ​ສິ່ງ​ລອກ​ຮຽນ​ແບບ​ໂດຍ​ເລີ່ມຈາກ​ຕົວ​ທ່ານ​ເອງ" ​ໃນ​ເດືອນ​ທັນວາ 2010. ຢູ່​ສະໜາມ​​ທຳລາຍ​ທີ່​ນະຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ອູ່​ຊູ່​ລິນ ກ່າວ​ວ່າ, ການ​ທຳລາຍ​ສິ່ງ​ພິມ​ຈຳໜ່າຍ​ທີ່​ລ່ວງລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ ​ແລະ ລອກ​ຮຽນ​ແບບ​ທີ່​ຈັດຂຶ້ນ​ຢ່າງ​ເປັນ​ເອກະ​ພາບ​ໃນຫຼາຍ​ແຂວງ​ແລະ​ກຳ​ແພງ​ນະຄອນ​ທົ່ວ​ປະ​ເທດ​ເທື່ອ​ນີ້​​ສຳຄັນ​ຫຼາຍ. ທ່ານ​ກ່າວ​ວ່າ: "ຄວາມ​ໝາຍ​ຂອງ​ການ​ເຄື່ອນ​ໄຫວ​ເທື່ອ​ນີ້​ແມ່ນ ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕາມ​ການ​ຈັດ​ວາງ​ຂອງ​ລັດຖະບານ​ດ້ວຍ​ການ​ປະຕິບັດ​ຕົວ​ຈິງ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນອີກ​ເທື່ອ​​ໜຶ່ງ​ກ່ຽວ​ກັບ​ຫຼັກ​ໝັ້ນ​ອັນ​ໜັກ​ແໜ້ນ​ແລ​ະຄວາມ​ຕັດສິນ​ໃຈ​ອັນເດັດຂາດ​ຂອງ​ລັດຖະບານ​ຈີນ​ໃນ​ການ​ຕ້ານ​ການ​ລະ​ເມີດ​ລິ​ຂະ​ສິດ​ແລະ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ