ຈີນ​ກັບ​ອາ​ເມ​ລິ​ກາ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ກຳ​ຈັດ​ຄວາມ​ເຫັນ​ຂັດ​ກັນ​ລະ​ຫວ່າງ​ສອງ​ກອງ​ທັບ

(GMT+08:00) 2011-01-12 17:04:08     cri

ວັນ​ທີ 12 ມັງກອນ​ນີ້. ທ່ານ​ໂຣ​ເບີດ ​ເກດສ໌ ລັດຖະມົນຕີ​ວ່າການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການຕໍ່ຈີນ​ແລ້ວ, ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ພົນ​ຕີ​ກວນ​ໂຢວ​ເຟີ່ຍ, ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ຕ່າງ​ປະ​ເທດ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ ກ່າວ​ວ່າ, ສອງ​ກອງທັບ​ຈີນ​ອາ​ເມ​ລິ​ກາ​ຄວນ​ພະ​ຍາ​ຍາມ​ຮ່ວມ​ກັນ, ​ເປີດ​ກວ້າງ​ຜົນ​ປະ​​ໂຫຍດຮ່ວມ​ກັນ, ຄຳ​ນຶງ​ເຖິງ​ແລະ​ເຄົາລົບ​ຜົນ​ປະ​ໂຫຍດ​ໃຈ​ກາງ ​ແລະ ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ຂອງກັນ​ແລະ​ກັນ, ກຳຈັດ​ຄວາມ​ຂັດ​ແຍ່ງ ​ແລະ ຄວາ​ມ​ເຫັນ​ທີ່​ບໍ່​ຄື​ກັນ​ລະຫວ່າງ​ສອງ​ຝ່າຍ ​ເພື່ອຮັບປະກັນ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ກອງ​ທັບ​ຂະ​ຫຍາຍ​ຕົວ​​ຕາມ​ວົງ​ຈອນ​ທີ່​ປອດ​ໃສ​ແລະ​ໝັ້ນທ່ຽງ.

ກ່ຽວ​ກັບ​ໝາກຜົນ​​ການ​ຢ້ຽມຢາມ​ຂອງ​ທ່ານ​ເກດສ໌​ເທື່ອ​ນີ້, ທ່ານ​ກວນ​ໂຢວ​ເຟີ່ຍ ກ່າວ​ວ່າ: "ສອງ​ຝ່າຍ​ເຫັນ​ວ່າ, ການ​ແລກປ່ຽນ​ທີ່​ມີ​ຂຶ້ນ​ຢ່າງ​ຕໍ່​ເນື່ອ​ງ​ແລະ​ໄວ້​ວາງ​ໃຈ​ກັນໄດ້​ລະຫວ່າງ​ສອງ​ກອງທັບ ມີ​ຜົນ​ດີ​ຕໍ່​ການຫຼຸດຜ່ອນ​ການ​ສັນນິຖານ​ທີ່​ຜິດ​ພາດ ​ແລະ ຄວາມ​ເຂົ້າ​ໃຈ​ຜິດ. ສອງ​ຝ່າຍເຫັນ​ດີ​ນຳ​ກັນ​ວ່າ, ການ​ປຶ​ກສາ​ຫາລື​ກັນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​, ການ​ພົບ​ປະ​ເຮັດ​ວຽກລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ກົນ​ໄກ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ການ​ທະຫານ​ເທິງ​ທະ​ເລ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ ​ແມ່ນ​ຊ່ອງ​ທາງ​ສຳ​ຄັນ​ຂອງ​ການ​ສົນທະນາ​ລະຫວ່າງ​ສອງ​ກອງທັບ. ສອງ​ຝ່າຍ​ຍັງ​ເຫັນ​ດີ​ຈະ​ສ້າງ​ໜ່ວຍ​ງານ​​ປະສົມ, ​ເພື່ອ​ດຳ​ເນີນ​ການຄົ້ນຄວ້າ​ຫຼັກການຊີ້​ນຳ ​ແລະ ຂອບ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ກອງທັບ".

ກ່ຽວ​ກັບ​ສະຖານະ​ການ​ແຫຼມ​ເກົາຫຼີ, ທ່ານ​ກວນ​ໂຢວ​ເຟີ່ຍ ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ ​ແລະ​ເຫັນ​ວ່າ ມີ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກປ່ຽນກັນ ​ແລະ ພະຍາຍາມ​ຮ່ວມ​ກັນ​ຕື່ມ​ອີກ, ​ເພື່ອ​ຊຸກ​ຍູ້​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເພີ່ມ​ທະວີ​ການ​ສົນທະນາ, ສຸມ​ກຳລັງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ.

ທ່ານ​ກວນ​ໂຢວ​ເຟີ່ຍ ກ່າວ​ວ່າ, ການ​ຂາຍ​ອາວຸດ​ໃຫ້​ໄຕ້​ຫວັນ ​ແມ່ນ​ບັນຫາ​ອ່ອນ​ໄຫວ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຕະຫຼອດມາ, ການ​ພົວພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ຈີນ​ອາ​ເມ​ລິ​ກາ​ມີ​ການ​ຂຶ້ນໆ​ລົງໆ, ລ້ວນ​ແຕ່​ແມ່ນ​ຍ້ອນ​ອາ​ເມ​ລິ​ກາ​ຂາຍ ອາ​ວຸດ​​ໃຫ້​ໄຕ້​ຫວັນ. ​ໃນ​ການ​ຢ້ຽມຢາມ​ຈີນ​ເທື່ອ​ນີ້, ທ່ານ​ເກດສ໌ກໍ​​ໄດ້ກ່າວ​ວ່າ, ຝ່າຍ​ອາ​ເມ​ລິ​ກາ​ກໍ​ຮູ້​ສຶກ​​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ຝ່າຍ​ຈີ​ນແລ້ວ, ​ແລະ​ກໍ​ເຫັນ​ວ່າ​ນີ້​ແມ່ນ​ບັນ​ຫາ​ອ່ອນ​ໄຫວ​.

ທ່ານ​ກວນ​ໂຢວ​ເຟີ່ຍ ກ່າວ​ວ່າ, ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ມີ​ຄວາມ​ຈິງ​ໃ​ຈ​ແລະ​ໃຊ້​ມາດ​ຕະການ​ເພື່ອກຳຈັດ​ສິ່ງ​ກີດ​ຂວາງ​ທີ່​ເປັນ​ອຸ​ປະ​ສັກ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະຫວ່າງ​ສອງ​ກອງທັບ​ຈີນ​ອາ​ເມ​ລິ​ກາ.

"ການ​ພົວພັນ​ຈີນ-​ອາ​ເມ​ລິ​ກາ​​ໄດ້​ຂຶ້ນໆ​ລົງໆຫຼາຍ​ເທື່ອ, ຈີນ​ບໍ່ພ​ຽງ​ແຕ່​ແມ່ນຝ່າຍ​ທີ່ປະສົບ​ຜົນຮ້າຍ​ເທົ່າ​ນັ້ນ, ຄວາມ​​ໄວ້​ເນື້ອ​ເຊື່ອໃຈ​ລະຫວ່າງ​ສອງ​ກອງທັບ​ກໍ່​ປະສົບຄວາມ​​ເສຍ​ຫາຍຄື​ກັນ, ກາ​ນລົງ​ເລິກ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງກອງທັບໄດ້​ຖືກ​ລົບ​ກວນ ​ແລະ ກີດຂວາງ. ສະ​ນັ້ນ, ອາ​ເມ​ລິ​ກາ​ຄວນ​ສະ​ແດງ​ຄວາມ​ກ້າ​ຫານ ​ແລະ ​ໃຊ້​ມາດ​ຕະການຕ່າງໆ​, ​​ເພື່ອແກ້​ໄຂອຸປະສັກ​ກີດຂວາງ ​ແລະ ບັນຫາ​ທີ່ສ້າງ​ຜົນ​ສະທ້ອນ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ເປັນ​ເວລາ​ຍາວ​ນານ."

ນອກ​ນີ້, ກ່ຽວ​ກັບ​ຄວາມ​​ເວົ້າ​ທີ່​ວົງ​ການ​ພາຍນອກກ່າວວ່າ ການ​ທົດ​ລອງ​ບິນ​ຂອງຍົນຮົບ"J-20"ຂອງ​ຈີນ​ແມ່ນ​​ແນ​​ໃສ່​ການ​ມາຢ້ຽມຢາມ​ຈີນຂອງ​ທ່ານ​ເກສ໌, ທ່ານ​ກວ່າ​ນທ່ຽນໂຢຄຳ​ຕອບວ່າ,


"ການທົດ​ລອງເທື່ອ​ນີ້​ບໍ່​ແນ​ໃສ່​ປະ​ເທດ​ໃດໆ,​ແລະກໍ່​ບໍ່​​ໄດ້ແນ​ໃສ່​ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​​ໂຣ​ເບີດ ​​ເກສ໌​ເທື່ອ​ນີ້, ​ແມ່ນ​ການທົດ​ລອງ​ປົກກະຕິ​ຕາມ​ແຜນ, ຂ້າພະ​ເຈົ້າຂໍ​ກ່າວ​ເນັ້ນ​ວ່າ, ຈີນ​​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ໂດຍຕະຫຼອດ, ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ຢູ່​ໃນ​ທ່າ​ຮັບ​ຢ່າງໝັ້ນໜຽວບໍ່ປ່ຽງແປງ, ຈີນຈະ​ບໍ່​ເປັນເຈົ້າ​ອຳນາດ​, ບໍ່ຂະຫຍາຍ​ອຳນາດ​ທາງ​ທະຫານ,ບໍ່​ແຂ່ງຂັນ​ດ້ານອາວຸດ, ບໍ່​ສ້າງ​ໄພ​ຂົ່ມ​ຂູ່​ທາງ​ການທະຫານ​ຕໍ່​ປະ​ເທດ​ໃດໆ ຕະຫຼອດ​ໄປ."

ໂດຍ​ຕອບ​ສະໜອງ​ຕາມຄຳ​ເຊີນ​ຂອງ​ທ່ານ​ລຽງ​ກວາງ​ເລ້ ທີ່​ປຶກສາ​​ແຫ່ງ​ລັດ​ ທັງ​ເປັນ​ລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ, ທ່ານ​ໂຣ​ເບີດ ​ເກສ໌​ໄດ້​ຢ້ຽມຢາມ​ຈີນ​ແຕ່​ວັນ​ທີ 9 ຫາ ວັນ​ທີ 12 ມັງກອນ​ນີ້. ​ໃນ​ໄລຍະ​ຢ້ຽມຢາມ, ການນຳ​ຂັ້ນ​ສູງ​ຂອງລັດ ​ແລະ ກອງທັບຂອງ​ຈີນ ​ເຊັ່ນ,ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ, ປະທານ​ຄະນະ​ກຳມະການ​ທາງ​ການທະຫານ​ສູນ​ກາງ​ຈີນ ​ແລະ ທ່ານ​ອື່ນໆ​ໄດ້​ຕ້ອນຮັບພົບ​ປະ  ​ແລະ ​ເຈລະຈາ​ກັບ​ທ່ານ​ເກສ໌, ​ເພື່ອ​ແລກປ່ຽນຄວາ​ມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ,ກອງທັບພ້ອມ​ທັງ​ບັນຫາພາກ​ພື້ນ​ແລະ ​ສາກົນ ​, ​ແລະ ​ເຫັນ​ດີ​ຮ່ວມ​ກັນ​ໃນ​ຫຼາຍບັນຫາ. ທ່ານໂຣ​ເບີດ​ ​ເກສ໌ຍັງ​ໄດ້​ຢ້ຽມຢາມ​ກອງ​ບັນຊາ​ການ​ປືນ​ໃຫຍ່​ທີ​ສອງ ​ເຊິ່ງ​ເປັນ​ກອງຂີ​ປະ​ນາ​ວຸດຍຸດ​ທະ​ສາດ​ຂອງ​ຈີນ.


ນີ້​​ແມ່ນ​ທ່ານ​ເກສ໌ຢ້ຽມຢາມ​ປະ​ເທດ​ຈີນ​ເປັນ​ເທື່ອ​ທີ​ສອງ ນັບ​ແຕ່​ຂຶ້ນ​ຮັບ​ຕຳ​ແໜ່​ງນີ້​ເປັນ​ຕົ້ນ​ມາ, ທ່ານ​ຍັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ​ຜູ່​ທີ​ສາມຂອງ​ອາ​ເມ​ລິ​ກາ​ທີ່​ຢ້ຽມຢາມ​ຈີນ​ສອງ​ເທື່ອ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ