ທະນາຄານ​ໂລກ​ຈຳ​ໜ່າຍ​ພັນ​ທະ​ບັດ​ເງິນ​ຢວນ​ຈີນ​ຄັ້ງ​ທຳ​ອິດ

(GMT+08:00) 2011-01-14 17:19:55     cri

ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ເຄົາລົບ, ວັນ​ທີ 14 ມັງກອນ​ນີ້, ທະນາຄານ​ໂລກ​ໄດ້​ຈຳໜ່າຍ​ພັນທະບັດ​ເງິນ​ຢວນຈີນ​ທີ່​ກຳ​ນົດ​ເວ​ລາ 2 ປີ ຈຳນວນ 500 ລ້ານ​ຢວນ ​ເຊິ່ງ​ເທົ່າ​ກັບ 78 ລ້ານ​ໂດ​ລາ ​ເປັນຄັ້ງທຳ​ອິດ​ຢູ່​ຮົງ​ກົງ. ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ CRI, ຜູ້​ຊ່ຽວຊານ​ສຶກສາ​ບັນຫາການ​ເງິນ​ຈີນ​ກ່າວ​ວ່າ, ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ທະນາ​ຄານ​ໂລກ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ຄວາມ​ໝັ້ນທ່ຽງ​ຂອງ​ລາຄາ​ເງິນ​ຢວນ​ແລະ​ອະ​ນາ​ຄົດ​ການ​ພັດ​ທະ​ນາ​ຂອງ​​ເສດຖະກິດ​ຈີນ. ພາຍ​ໃຕ້ສະພາບທີ່​ເງິນ​ຢວນຫັນ​ເປັນ​ເງິນ​ສາ​ກົນ, ການ​ຈຳ​ໜ່າຍ​ພັນ​ທະ​ບັດ​ເງິນ​ຢວນຂອງ​ທະນາຄານ​ໂລກ​ຈະ​ສົ່ງຜົນ​ດີ​​ໃຫ້ເງິນ​ຢວນ​ທີ່​ເປັນ​ຍອມ​ຮັບ​ຈາກ​ຕ່າງ​ປະ​ເທດຫຼາຍກວ່າ​ເກົ່າ.

ພັນທະບັດ​ເງິນ​ຢວນທີ່​ທະນາຄານ​ໂລກ​ຈຳໜ່າຍ​ເທື່ອ​ນີ້ ຈະ​ໃຊ້​ໜີ້​ໃນ​ວັນ​ທີ 14 ມັງກອນ 2013, ອັດຕາ​ດອກ​ເບ້ຍ​ແມ່ນ 0,95%, ​ຈ່າຍ​ດອກ​ເບ້ຍປີ​ລະ​ສອງ​ເທື່ອ. ທະນາຄານ​ໂລກ​ໄດ້​ຖະ​ແຫຼງ​ວ່າ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ທະນາຄານ​ໂລກ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ການ​ສະ​ໜັບ​ສະໜູນ​ການ​ພັດທະນາ​ຕະ ຫຼາດ​ເງິນ​ຢວນ.

ທ່ານ​ຕິ່ງ​ຈື້​ເຈຍ, ຄະນະບໍດີ​ຄະນະ​ການ​ເງິນ​ມະຫາວິທະຍາ​ໄລ​ເສດຖະກິດ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: "ທະ​ນາຄາ​ນ​ໂລກ​ຈຳໜ່າຍ​ພັນ​ທະ​ບັດ​ເງິນ​ຢວນ ​ແມ່ນ​ຍ້ອນ​ວ່າ​ລາຄາເງິນ​ຢວນມີ​ຄວາມ​ໝັ້ນທ່ຽງ​ດີ, ​​ ​ແມ່ນ​ເງິນຕາ​ທີ່ຄ່າ​ແຂງ​​ຕະ​ຫຼອດ​ໃນ​ຕະ​ຫຼາດ​ເງິນຕາ​ຕ່າງປະ​ເທດ​ຂອງ​ໂລກ, ແລະ​ແມ່ນ​ເງິນຕາ​ທີ່​ກຳລັງ​ພັດທະນາ​ຢ່າງ​​ໜັກ​ແໜ້ນ, ຈຶ່ງ​​ເຮັດ​ໃຫ້​ປະ​ເທດຕ່າງໆ​ໃນ​ໂລກ​ມີ​ຄວາມ​ຕ້ອງການ​ເງິນ​ຢວນ."

ສື່​ມວນ​ຊົນ​ຫຼາຍ​ປະ​ເທດ​ກໍ່​ເຫັນ​ວ່າ, ທະ​ນາຄານ​ໂລກຈຳ​ໜ່າຍ​ພັນທະບັດ​ເງິນຢວນ,​ແມ່ນ​ຜົນ​ການ​ສະທ້ອນ​ທີ່ນັກ​ລົງທຶນ​ຕ່າງປະ​ເທດ​ມີ​ຄວາມ​ຕ້ອງການ​ຕໍ່​ຜະລິດ​ຕະພັນ​ເງິນ​ຢວນນັບ​ມື້​ນັບ​ສູງ​ຂຶ້ນ​ຕື່ມ.​ໃນ​ຖານະທີ່​ເປັນ​ສູນ​ທົດ​ລອງ​ຂອງ​ຕະຫຼາດ​ເງິນຕາ​ຕົ້ນທາງ​ຂອງ​ເງິນຢວນ, ​ຂະໜາດ​ຂອງ​ພັນທະ​ບັດ​ເງິນຢວນ​ໃນຮົງ​ກົງປະຈຸ​ບັນ​ບໍ່​ໃຫຍ່ປານ​​ໃດ,​ແຕ່ການ​ເຕີບ​ໂຕ​ໄວ​ຫຼາຍ,ປີ​ກາຍ​ນີ້, ບໍ​ລິສັດ​ແມັກ​ໂດ​​ໂນ​ວແລະ​ບໍລິສັດ​ຂ້າມຊາດ​ແຫ່ງ​ຕ່າງໆ, ທະ​ນາຄານ​ພັດທະ​ນາ​ອາຊີ​ແລະ​ລັດຖະ​ບານ​ຈີນ​ລ້ວນ​ແຕ່​ໄດ້​ຈຳໜ່າຍ​ພັນທະ​ບັດ​ເງິນ​ຢວນນັບ​ມາ​ຮອດ​ທ້າຍ​ເດືອນ​ພະຈິກ​2010, ຍອດ​ເຫຼືອ​ເງິນ​ຝາກ​ທີ່​ເປັນ​ເງິນ​ຢວນຢູ່​ຮົງ​ກົງ​ມີ​ເຖິງ 291ຕື້​700ລ້ານ​ຢວນ,​ກາຍເປັນ​ເຂດ​ທີ່ສຳຄັນ​ຂອງ​ວຽກ​ງານ​ສະ​ສາງ​ເງິນ​ຢວນດ້ານ​ການ​ຄ້າ​ລະຫວ່າງ​ຊາດ.

ທ່ານ​ຕິ່ງ​ຈື້​ເຈີ​ກ່າວວ່າ, ​ທະນາ​ຄານ​ໂລກຈຳ​ໜ່າຍ​ເງິນ​ຢວນຢູ່​ຮົງ​ກົງ, ມີ​ຜົນ​ສະ​ທ້ອນ​ອັນສຳຄັນ​ຕໍ່​ວຽກ​ງານ​ເພີ່ມ​ເງິນ​ຢວນຈີນ​ຂຶ້ນຕື່ມ​ຢູ່​ຮົງ​ກົງ​ແລະການ​ໝູນວຽນ​ໃນ​ລະຫວ່າງ​ຊາດ​ຂອງ​ເງິນ​ຢວນຈີນ.ທ່ານ​ກ່າວ​ວວ່າ:

"ມັນຈະ​ຊຸກຍູ້​ການ​ພັດທະນາ​ຕະຫຼາດ​ເງິນຕາ​ຕົ້ນທາງ​ຂອງ​ເງິນ​ຢວນ​ໃນຮົງ​ກົງ.ທະ​ນາຄານ​ໂລກ​ກໍ່​ຈະ​ສະໜອງ​ເງິນ​ກູ້​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດທະນາ, ​ເພື່ອ​ຊຸກຍູ້​ການ​ພັດທະ​ນາ​ເສດຖະກິດ​ຂອງ​ປະ​ເທດ​ທີ່​ພວມ​ພັດທະ​ນາ."

ສອງ​ປີ​ມາ​ນີ້, ຂະ​ບວນການ​ເງິນ​ຢວນຈີນ​ຫັນ​ເປັນ​ເງິນ​ສາກົນ​​ນັບ​ມື້​ນັບ​ໄວ​ຂຶ້ນ. ​ເດືອນ​ທັນວາ​ປີ​ກາຍ​ນີ້, ​ເງິນ​ຢວນກັບ​ເງິນ​ຣຸບ​ໄດ້​ຊື້​ຂາຍ​ຢູ່​ຕະຫຼາດ​ເງິນຕາ​ຕ່າງ​ປະ​ເທດ​ຂອງຣັດ​ເຊຍ, ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ເງິນ​ຢວນ​ຕິດ​ປ້າຍຊື້​ຂາຍຢູ່​ຕ່າງປະ​ເທດ, ບ່ອນທົດ​ລອງ​ຊຳລະ​ບັນຊີ​ດ້ວຍເງິນ​ຢວນ​ໃນ​ການ​ຄ້າ​ກັບປະ​ເທດ​ຕ່າງໆ​ໄດ້​ຂະຫຍາຍ​ໄປ​ທຸກ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ, ພາຍ​ໃນ​ປະ​ເທດ​ມີ 20 ​ແຂວງ. ວັນ​ທີ 13 ມັງກອນ​ນີ້, ທະ​ນາ​ຄານ​ກາງ​ຈີນ​ປະກາດ​ເອ​ກະ​ສານ​ຕໍ່​ພາຍ​ນອກ, ​ໂດຍ​ກ່າວ​ວ່າ, ທະ​ນາ​ຄານ​ແລະ​ບໍລິສັດ​ຢູ່​ບ່ອນ​ທົດ​ລອງ​ຊຳລະ​ບັນຊີ​ດ້ວຍເງິນ​ຢວນ​ໃນ​ການ​ຄ້າ​ກັບປະ​ເທດ​ຕ່າງໆ ສາມາດ​ຊຳລະ​ບັນຊີ​ການ​ລົງທຶນ​ໂດຍ​ກົງ​ດ້ວຍ​ເງິນ​ຢວນ.

ທ່ານ​ຕີ່​ງຈື້​ເຈຍ​ເຫັນ​ວ່າ, ການ​ຈຳ​ໜ່າຍ​ພັນທະ​ບັດ​ເທື່ອ​ນີ້​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທະ​ນາ​ຄານ​ໂລກ​ຍອມຮັບ​ຕໍ່​ອະນາ​ຄົດ​ຂອງ​ເສດຖະກິດ​ຈີນ.

"ຂ້າພະ​ເຈົ້າ​​ຄຶດວ່າ, ຄວນ​​ເອົາ​ການ​ຈຳໜ່າຍ​ພັນ​ທະ​ບັດ​ຂອງ​ທະນາຄານ​ໂລກ​ພົວພັນ​ກັບຖານະ​ປະ​ເທດ​ໃຫຍ່​ຂອງ​ຈີນ. ທີ່​ຈິງ​ແລ້ວ, ມັນ​ໄດ້ຮັບຮູ້​ເງິນ​ຢວນຈີນ​ແລະ​ເສດຖະກິດ​ຈີນ, ​ແລະ​ກໍ່​ເຫັນ​​ໄປ​ໃນ​ແງ່​ດີ​ຕໍ່​ອະນາຄົດ​ຂອງ​ເງິນ​ຢວນ, ບໍ່​ແມ່ນ​ການຈະ​ເຮັດ​ໃຫ້​ອັດຕາ​ແລກ​ປ່ຽນ​ເງິນຕາ​ຕ່າງປະ​ເທດ​ຂອງ​ເງິນ​ຢວນສູງ​ຂຶ້ນ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ