ປະ​ເທດ​ອາຊ​ຽນພິຈາລະນາຮ້ອງຂໍ​​ເປັນ​ເຈົ້າພາບ​ຮ່ວມ​ກັນ​ຈັດການ​ແຂ່ງຂັນ​ເຕະບານໂລກ​ປີ2030

(GMT+08:00) 2011-01-20 16:28:04     cri

ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ສື່​ມວນ​ຊົນ​ສິງກະ​ໂປອິງຕາມຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດສິງກະ​ໂປ​ແຈ້ງ​ໃຫ້​ຊາບ​ວ່າ,ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ບັນດາ​ປະ​ເທດອາຊ​ຽນ​ໄດ້"ຫາລື​ຄວາມ​ອາດ​ເປັນ​ໄປ​​ໄດ້​ທີ່ຮ້ອງ​ຂໍ​ເປັນ​ເຈົ້າພາບ​ຮ່ວມ​ກັນ​ຈັດການ​ແຂ່ງຂັນ​ເຕະບານໂລກ"​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ຢູ່​ອິນ​ໂດ​ເນ​​ເຊຍ,​ແຕ່ຍັງ​ບໍ່​ທັນ​ເຜີຍ​ໃຫ້​ຮູ​ລາຍ​ລະອຽດ​ເທື່ອ.

ຄວາມ​ຄິດ​ທີ່​ອາຊ​ຽນຮ່ວມ​ຮ້ອງ​ຂໍ​ຈັດການ​ແຂ່ງຂັນ​ເຕະບານໂລກ​ແມ່ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມະ​ເລ​ເຊຍ​ສະ​ເໜີ​ອອກ​ໃນ​ປີ2009,ຊຶ່ງ​ໄທ​ກໍ່​ເຄີຍມີຄວາມ​ຄິດ​ແນວ​ນີ້ຄື​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ