ໃນ5​ປີ​ຕໍ່​ໜ້າ, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສ້າງສາ​ຄວາມ​ສາມາດດ້ານ​ຄົມ​ທະນາ​ຄົມ​ຂົນ​ສົ່ງ

(GMT+08:00) 2011-01-24 15:45:04     cri

ການ​ຂົນ​ສົ່ງ​ຜູ້​ໂດຍສານ​ໃນ​ຍາມ​ບຸນ​ກຸດ​ຈີນ​ໄດ້​ເລີ່​ມຕົ້ນ​ໃນ​ວັນ​ທີ19ມັງກອນ​ນີ້​ຢ່າງ​ເປັນ​ທາງ​ການ​ແລ້ວ, ​ໃນ​40​ວັນ​ຄື​ແຕ່​ວັນ​ທີ19​ມັງກອນ​ນີ້​ຫາ​ວັນ​ທີ27​ເດືອນ​ກຸມພາໜ້າ, ຈີນ​ຈະ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ປະ​ມານ300ລ້ານ​ເທື່ອ​ຄົນ​ຜ່ານທາງ​ລົບ​ໄຟ,ທາງ​ຫລວງ,ທາງ​ນໍ້າ​ແລະ​ທາງ​ອາກາດ,ນີ້​ແມ່ນບໍ່​ສາມາດ​ແຍກ​ອອກ​ຈາກ​ການເພີ່ມ​ທະວີ​ການ​ສ້າງ​ສາຄວາມ​ສາມາດ​ດ້ານການ​ຄົມມະນາຄົມ​ຂົນ​ສົ່ງ​ຂອງ​ລັດຖະບານ​ຈີນໃນ5​ປີ​ຜ່ານ​ມາ.

ໃນ5​ປີທີ່​ຜ່ານມາ, ຄວາມ​ສາມາດ​ຮັບປະກັນຂອງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະນາ​ຄົມ​ຈີນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​​ເດັ່ນ​ຊັດ,ລະດັບ​ບໍລິການດ້ານ​ຄົມມະນາຄົມ​ໄດ້ຍົກ​ສູງ​ຂຶ້ນ​ຢ່າງ​ຊັດ​ເຈນ,ນີ້ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ກໍາ​ລັງ​ແຫ່ງ​ຊາດ.​ໃນ​ເວລ​ໃຫ້​ສໍາ​ພາດ​ຕໍ່​ນັກ​ຂ່າວ,ທ່ານ​ເວີ່ງ​ເມີ້​ງ​ຢົງ, ​ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ຄົມ​ມະ​ນາ​ຄົມ​ແລະ​​ຂົນ​ສົ່ງ​ຈີນ​ກ່າວ​ວ່າ, ​ໃນ5​ປີ​ຕໍ່​ໜ້າ, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສ້າງ​ສາຄວາມ​ສາມາດດ້ານ​ຄົມມະນາຄົມ​ຂົນ​ສົ່ງ​,​ເພື່ອ​ຮັບ​ປະ​ກັນ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ພັດທະນາ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ. ຕໍ່​ໄປ, ​ເຊີນ​ຟັງ​ເນື້ອ​ໃນ​ລະອຽດ.

ຕົວ​ເລກ​ສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄລຍະປະຕິບັດ "​ແຜນການພັດທະນາ​ເສດຖະກິດ​ສັງຄົມ5​ປີ​ຄັ້ງ​ທີ11",ກໍ່​ຄື5​ປີທີ່ຜ່ານ​ມາ,ຄວາມ​ຍາວ​ຂອງຕໍາ​ໜ່າງ​ທາງ​ຫລວງ​ຂ​ອງຈີນ​ໄດ້​ເພີ່ມ​ຂຶ້ນ​6​ແສນ3​ໝື່ນ9​ພັນ​ກິ​​ໂລ​ແມັດ.ທາງ​ດ່ວນ​ທີ່​ສ້າງ​ໃໝ່ເພີ່ມ​ຂຶ້ນ3​ໝື່ນ3​ພັນ​ກິ​ໂລ​ແມັດ,ທ່າ​ກໍ່າປັ່ນ​ແຄມ​ທະ​ເລ​ໄດ້​ສ້າງ​ບ່ອນ​ຈອດ​ກໍ່າ​ປັ່ນ​ນໍ້າ​ເລິກ661​ບ່ອນ,ສະ​ໜາມ​ບິນ​ພົນ​ລະ​ເຮືອນ​ມີ​176​ແຫ່ງ,​ສ້າງ​ໃໝ່35​ແຫ່ງ​ໃນ5​ປີທີ່ຜ່ານມາ.

 ທ່ານເວີງເມີງຢົງ, ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ຄົມມະນາຄົມ​ແລະ​ຂົນ​ສົ່ງ​ຂອງ​ຈີນ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ, ​ໃນ​ໄລຍະ5ປີຜ່ານມາ, ປະລິມານ​​ຄົມມະນາຄົມການ​ຂົນ​ສົ່ງ​​ໃນ​ທົ່ວ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ປະສິດທິພາບ​ການ​ຂົນ​ສົ່ງ​ໄດ້​ຍົກ​ສູງ​ຂຶ້ນຢ່າງຫຼວງຫຼາຍ, ການ​ບໍລິການ​ກໍ່​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

"​ໃນ​ໄລຍະ​ແຜນການ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງທີ 11, ປະລິມານ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ແລະ​ສິນຄ້າ​ຕາມ​ທາງຫຼວງ​ແລະປະລິມານ​ການ​ຂົນ​ສົ່ງ​ສິນຄ້າ​ທາງ​ນ້ຳ​ລ້ວນ​ແຕ່​ໄດ້​​ເພີ່ມ​ຂຶ້ນຫຼາຍກວ່າ 10%; ປະລິມານ​ສິນຄ້າ​ທີ່​ສົ່ງ​ເຂົ້າອອກທ່າ​ກ່ຳ​ປັ່ນ​​ເປັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ 7 ປີ​ລຽນຕິດ; ປະລິມານ​ການ​ຂົນ​ສົ່ງ​​ສາທາລະນະ​​ໃນຕົວ​ເມື​ອງ​ໄດ້​ບັນລຸ 87 ຕື້ຄົນ; ລົດ​ເມ​​ໃນ​ຊົນນະບົດ​ທົ່ວ​ປະ​ເທດ​ມີ​ເຖິງ 8 ໝື່ນ 5 ພັນຖ້ຽວ; ປະລິມານ​ການ​ຂົນ​ສົ່ງ​ຜູ້​ໂດຍສານ​ແລະ​ສິນຄ້າ​ທາງ​ການບິນ​ໄດ້​ເພີ່ມ​ຂຶ້ນ 1 ​ເທົ່າ​ເມື່ອ​ທຽບ​ກັບ 5 ປີ​ກ່ອນ, ຍອດປະລິມານການ​ຂົນ​ສົ່ງ​ເປັນ​ທີ 2 ​ໃນ​ໂລກ. ວຽກ​ງານ​ດ້ານ​ໄປສະນີ​ໄດ້​ສຳ​ເລັດ 197 ຕື້ 500 ລ້ານ​ຢວນ, ປະລິມານ​ການ​ສົ່ງ​​ເມດ່ວນ​ຫຼາຍກວ່າ 10 ລ້ານ​ອັນ​ຕໍ່​ມື້."

ທ່ານ​ເວີ່ງ​ເມີ້​ງຢົງ​ກ່າວ​ວ່າ, ​ໃນ​ໄລຍະ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງທີ 12, ຈີນ​ຈະຕັ້ງໜ້າ​ຊຸກ​ຍູ້​ການ​ກໍ່ສ້າງລະບົບ​​ຂົນ​ສົ່ງ​​ໂດຍ​ລວມຕື່ມ​ອີກ, ​ເລັ່ງລັດ​ພັດທະນາ​ຂະ​ແໜງ​ການ​​ຄົມມະນາຄົມຂົນ​ສົ່ງ​ທີ່​ທັນ​ສະ​ໄໝ, ຮັບປະກັນ​​ໃຫ້​ໂຄງການ​ສຳຄັນ​ທີ່​ພວມ​ສ້າງ​ແລະ​ຈະ​ສືບ​ຕໍ່ສ້າງ​ຂອງ​ຈີນ​​ໃຫ້​ສຳ​ເລັດ​ຕາມ​ແຜນການ​ແລະ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ທີ່​ເພີ່ມ​ຂຶ້ນ​ໃຫ້​ແກ່​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ, ປັບປຸງ​ຕາໜ່າງ​ພື້ນຖານ​ໂຄງ​ລ່າງ​ດ້ານ​​ຄົມມະນາຄົມ​ຂົນ​ສົ່ງແຫ່ງ​ຊາດ​ໃຫ້​ຄົບ​ຖ້ວນ​ສົມບູນ.

"​ຊຸກຍູ້​ການ​ປະດິດສ້າງ​ເຕັກນິກວິທະຍາສາດ​ແລະ​ການ​ສ້າງສາຫັນ​ເປັນຂໍ້​ມູນ​ຂ່າວສານ,​ລົງ​ເລິກ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ທີ່​"​ເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ສາ​ມາດ​ດ້ານ​ການ​ຂົນ​ສົ່ງ​ຄົມ​ມະ​ນາ​ຄົມ​ດ້ວຍ​ເຕັກ​ນິກ​ວິ​ທະ​ຍາ​ສາດ",​ຮອດ​ໄລ​ຍະ​ທ້າຍ​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​5​ປີ​ຄັ້ງ​ທີ​12,​ເຮັດ​ໃຫ້​ອັດ​ຕາ​ປະ​ກອບ​ສ່ວນ​ຂອງ​​ເຕັກ​ນິກ​ວິ​ທະ​ຍາ​ສາດ​ເຂົ້າ​ໃນ​ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ບັນ​ລຸ​ເຖິງ​55%.​ຊຸກ​ຍູ້​ໃຫ້​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ອັນ​ພື້ນ​ຖານ​ກວ້າງ​ຂວາງ​ອອກ​ຢ່າງ​ສະ​ໝ່ຳ​ສະ​ເໝີ,​ປະ​ຕິ​ບັດ​ຍຸດ​ທະ​ສາດ​ທີ່​"ພັດ​ທະ​ນາ​ລະ​ບົບ​ຂົນ​ສົ່ງ​ສາ​ທາ​ລະ​ນະ"​ກ່ອນ​ໝູ່,​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຕໍ່​ຕະ​ຫຼາດ​ລົດ​ແທັກ​ຊີ​ໃຫ້​ມີ​ລະ​ບຽບ​ແບບ​ແຜນ.​ເມື່ອ​ຮອດ​ໄລຍະ​​ທ້າຍ​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ສັງ​ຄົມ​5​ປີ​ຄັ້ງ​ທີ​12,​ຈະ​ເຮັດ​ໃຫ້​ການ​ເກັບ​ຄ່າ​ເທິງ​ທາງ​ດ່ວນ​ໃນ​ທົ່ວ​ປະ​ເທດ​ໂດຍ​​ບໍ່​ຕ້ອງ​ຈອດ​ລົດ​ນັ້ນ​ສະ​ເລ່ຍ​ແລ້ວ​ກວມ​60%,​ສ້າງ​ທາງ​ສະ​ເພາະ​ໃຫ້​ລົດ​ເມ​ແລ່ນ​ໃນ​ຕົວ​ເມືອງ​ໃຫ້​ສຳ​ເລັດ1​ໝື່ນ​ກິ​ໂລ​ແມັດ,​ແລະ​ຮັກ​ສາ​ໃຫ້​ອັດ​ຕາ​ການ​ບິນ​ເປັນ​ປົກ​ກະ​ຕິ​ຂອງ​ເຮືອ​ບິນ​ພົນ​ລະ​ເຮືອນ​ສູງ​ກວ່າ​80%."

ທ່ານ​ເວີ່ງ​ເມີ້​ງຢົງ​ຍັງ​ກ່າວ​ວ່າ,​ເມື່ອ​ການ​ຄົມມະນາຄົມຂົນ​ສົ່ງ​ຂອງ​ຈີນ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ເປັນ​ເວລາ10​ປີ​ແລ້ວ,​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ຄົມ​ມະ​ນາ​ຄົມ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ,​ສະ​ພາບ​ການ​ຈໍ​ລະ​ຈອນ​ຕິດ​ຂັດ​​ໄດ້​ຜ່ອນ​ຄາຍ​ລົງ​ໂດຍ​ລວມ,​ເຊິ່ງບໍ່​ໄດ້​ເປັນ​ອຸປະ​ສັກ​ກີດ​ຂວາງ​ການ​ພັດ​ທະ​ນາ​ອີກ​ແລ້ວ.​ຮອດ​ປີ​2015,​ຈີນ​ຈະ​ສ້າງ​ຕັ້ງ​ລະ ບົບ​ຄົມ​ມະ​ນາ​ຄົມ​​ຂົນ​ສົ່ງ​ທີ່​ລວມ​ທັງ​ທາງ​ຫຼວງ,​ທາງ​ນ້ຳ,​ການ​ບິນ​ພົນ​ລະ​ເຮືອນ​ແລະ​ໄປ​ສະ​ນີ​ທີ່​ປອດ​ໄພ,​ສະ​ດວກ​ແລະ​ບໍ່​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ