ມະ​ເລ​ເຊຍ​ຈະ​ໄຕ່​ສວນ​ໂຈນ​ສະຫຼັດ​ໂຊ​ມາລີ7​ຄົນ

(GMT+08:00) 2011-01-25 17:42:40     cri
ວັນ​ທີ24​ມັງກອນ​ນີ້,ທ່ານ​ອາ​ຮາ​ເມັດ ຊາ​ຮິດ ຮາ​ມິ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມະ​ເລ​ເຊຍ​ຢືນຢັນ​ວ່າ,​ໂຈນ​ສະຫຼັດ​ໂຊ​ມາລີ7​ຄົນ​ທີ່​ຖືກ​ກອງທັບ​ເຮືອ​ມະ​ເລ​ເຊຍ​ຈັບ​ຕົວ​ນັ້ນ​ຈະ​​ຖືກ​ສົ່ງໄປ​ຮອດ​ມະ​ເລ​ເຊຍ​ໃນ​ວັນ​ທີ31​ມັງກອນ​ນີ້​ເພື່ອ​ຮັບ​ການ​ໄຕ່​ສວນ.

ຂ່າວສານ​ມະ​ເລ​ເຊຍ​ໄດ້​ອີງ​ໃສ່​ຄຳ​ເວົ້າ​ຂອງ​ທ່ານ​ຊາ​ຮິດມາລາ​ຍງານ​ວ່າ,​ຄາດ​ວ່າ,ໂຈນ​ສະຫຼັດ7​ຄົນ​ນີ້​ຈະ​ຖືກ​ສົ່ງ​ໄປ​ຮອດ​ທ່າ​ປ່ຳປັ່ນ​ເຄລາງ ພາກ​ໃຕ້ມະ​ເລ​ເຊຍ​ໃນ​ວັນ​ທີ31​ມັງກອນ​ນີ້,​ແລ້ວ​ຈະ​ຖືກ​ມອບ​ໃຫ້​ຕຳຫຼວດ​ມະ​ເລ​ເຊຍ​ເພື່ອ​ສອບ​ສວນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ