ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ສຳ​ຫຼວດ​ກວດ​ກາ​ທາງ​ຫຼວງ​ຄຸ່ນ​ມີງ​ບາງ​ກອກ​ຕອນ​ຈີນ

(GMT+08:00) 2011-01-25 16:52:40     cri

ຕາມ​ຂ່າວCRI:ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ.​​ຕອນ​ບ່າຍ​ວັນ​ທີ24​ມັງກອນ​ນີ້,​ໃນ​ທ່າມກາງ​ສຽງ​ກອງ​ຍາວ​ທີ່​ບັນ​ເລັງ​ໂດຍ​ຜູ່​ບ່າວ​ເຜົ່າ​ໄທ​ລື້,​ທ່ານ​ສຸ​ລິນ ພິດ​ສຸວັນ,​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ພ້ອມ​ດ້ວຍ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ແລະ​ຜູ່​ແທນ​ລະ​ດັບ​ສູງ​ຫຼາຍ​ທ່ານ​ທີ່​​ໄປ​ຈີນ​ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ກັບ​ອາ​ຊຽນ​ແລະ​ສຳ​ຫຼວດ​ກວດ​ກາ​ທາງ​ຫຼວງ​ຄຸ່ນ​ມີງ​ບາງ​ກອກ​ຫຼື​R3​ນັ້ນ​ໄດ້​ເດີນ​ທາງ​ໄປ​ຮອດ​ດ່ານ​ບໍ່​ຫານ​ຂອງ​ຢຸນ​ນານ​ຈີນ.​ທ່ານ​ຫູ​ເຈີ້ງ​ເຢ້,​ຜູ່​ຊ່ວຍ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ.

ໃນວັນທີ24ມັງກອນນີ້,ລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດ​ຕ່າງໆ​ໃນ​ອາ​ຊຽນ​ໄດ້​ອອກ​ເດີນ​ທາງ​​ຈາກ​ນະ​ຄອນ​ຊຽງ​ຣາຍ​ຂອງ​ໄທ,​ດ້ວຍ​ລົດ​ໃນ​ໄລ​ຍະ​ທາງ​300​ກວ່າ​ກິ​ໂລ​ແມັດ,​ຜ່ານ​ລາວ​ໄປ​ຮອດ​ບໍ່​ຫານ.​ເມື່ອ​ເຂົ້າ​ຮອດ​ດ່ານ​ແລ້ວ,​ທ່ານ​ຫູ​ເຈີ້ງ​ເຢ້​ໄດ້​ນຳ​ພາ​ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ​ຂີ່​ລົດ​ໄປ​ຊຽງ​ຮຸ່ງ,​ເທດ​ສະ​ບານ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ,​ເພື່ອ​ສຳ​ຫຼວດ ກວດ​ກາ​ທາງ​ຫຼວງ​ຄຸ່ນ​ມີງ​ບາງ​ກອກ​ຕອນ​ທາງ​ຜ່ານ​ຈີນ​.

ທາງ​ຫຼວງຄຸ່ນມີ​ງບາງ​ກອກ​ກໍ່​ເອີ້ນ​ວ່າ​ເສັ້ນທາງ​ສາ​ກົນ​ຄຸ່ນມີ​ງບາງກອກ,​ເລີ່​ມ​ແຕ່​ເມືອງ​ຄຸ່ນມີ​ງ,ຜ່ານ​ເມືອງ​ຢູ້ຊີ່,​ຊື​ເໝົາ,​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ,​ເນັ່ງ​ເຂົ້າ​ໄປ​ຫາ​ແຂວງ​ຫຼວງ​ນ້ຳ​ທາ,​ຫ້ວຍ​ຊາຍ,​ແຂວງ​ບໍ່​ແກ້ວ​ຂອງ​ລາວ,​ແລ້ວ​ເຊື່ອມ​ຕໍ່​ເຂົ້າ​ຫາ​ເມືອງ​ຊຽງ​ຂອງ​ຂອງ​ໄທ.​ຢູ່​ໃນ​ດິນ ໄທ,​ແມ່ນ​ຜ່ານ​ຊຽງ​ຣາຍ​ແລະ​ຊຽງ​​ໃໝ່,ຍາວ​ໄປ​ຮອດ​ນະ​ຄອນ​ຫຼວງ​ບາງ​ກອກ,​ແລະ​ຈະ ເຊື່ອມ​ຕໍ່​ກັບ​ຕາ​ໜ່າງ​ທາງ​ຫຼວງ​ຂອງ​ມະ​ເລ​ເຊຍ​ແລະ​ສິງ​ກະ​ໂປ.​ທາງ​ຫຼວງ​ຄຸ່ນ​ມີງ​ບາງ​ກອກ​ຍາວ​ທັງ​ໝົດ​ປະ​ມານ​1750​ກິ​ໂລ​ແມັດ.​ທາງ​ຫຼວງ​ສາຍ​ນີ້​ຕອນ​ທາງ​ທີ່​ຜ່ານ​ຈີນ​ຍາວ​688​ກິ​​ໂລ​ແມັດ,​ແມ່ນ​ໄດ້​ສ້າງ​ເປັນ​ທາງ​ດ່ວນ​ແລ້ວ;​ຕອນ​ທາງ​ທີ່​ຜ່ານ​ລາວ​ທີ່​ມີ​ຄວາມ​ຍາວ​247​ກິ​ໂລ​ແມັດ​ກໍ່​ໄດ້​ບັນ​ລຸ​ທາງ​ຫຼວງ​ມາດ​ຕະ​ຖານ​ລະ​ດັບ​ສອງ​ຂອງ​ອາ​ຊຽນ;​ສ່ວນ​ຕອນ​ທາງ​ທີ່​ຜ່ານ​ໄທ​ທີ່ມີ​ຄວາມ​ຍາວ​813​ກິ​ໂລ​ແມັດ​ກໍ່​ໄດ້​ສ້າງ​ເປັນ​ທາງ​ດ່ວນ​ຫຼື​ທາງ​ຫຼວງ​ລະ​ດັບ​ສູງ​ໝົດ.

ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ17​ທີ່​​ໄຂ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ2010​ໄດ້​ຜ່ານ​ຮັບຮອງ​"​ແຜນ​ແມ່​ບົດ​ທີ່​ເຮັດ​ໃຫ້​ອາ​ຊຽນ​ເຊື່ອມ​ໂຍງ​ກັນ​".ທາງ​ຫຼວງ​ຄຸ່ນ​ມີງ​ບາງ​ກອກ​ແມ່ນ​ໜຶ່ງ​ໃນ​ເສັ້ນ​ທາງ​ເທິງ​ບົກ​4​ສາຍ​ທີ່​ເຊື່ອມ​ຕໍ່​ແຂວງ​ຢຸນ​ນານ​ຂອງ​ຈີນ​​ກັບ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊີ​ອາ​ຄະ​ເນ​ແລະ​ອາ​ຊີ​ໃຕ້,​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ສຳ​ຄັນ​ທີ່​ສ້າງ​ສາ​ພື້ນ ຖານ​ໂຄງ​ລ່າງ​ຂອງ​ຈີນ​ແລະ​ອາ​ຊຽນ​ໃຫ້​ເຊື່ອມ​ຕໍ່​ກັນ,​ຍັງ​ແມ່ນ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ອັນ​ສຳ​ຄັນ​ທີ່​ເຊື່ອມ​ຕໍ່​ຈີນ​ກັບ​ອາ​ຊີ​ອາ​ຄະ​ເນ.

 

ຂົວຂ້າມ​ແມ່​ນ້ຳຂອງທີ່​ເຊື່ອມ​ຕໍ່​​ເມືອງ​ຫ້ວຍ​ຊາຍ​ຂອງ​ລາວ​ແລະ​ເມືອງ​ຊຽງ​ຂອງ​ຂອງ​ໄທ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ​2012,​ຮອດ​ເວ​ລາ​ນັ້ນ,​ທາງ​ຫຼວງ​ແຕ່​ຄຸນ​ມີງ​ຫາ​ນະ​ຄອນ​ຫຼວງ​ບາງ​ກອກ​ຫຼື ​ເສັ້ນ​ທາງR3ຈະ​ແລ່ນ​ລົດ​ໄດ້​ຕະ​ຫຼອດ​ສາຍ, ​ການ​ເດີນທາງ​ຈະ​ໃຊ້​ເວລາ​ສັ້ນ​ເຂົ້າ​ກວ່າ​ເກົ່າ. ຖ້າ​ເດີນທາງ​ຈາກ​ເມືອງ​ຄຸນ​ມີ​ງ​ໄປ​ຫາ​ເມືອງ​ບໍ່​ຫານ​​ຊາຍ​ແດນ​ລາວ​ຈີນ​ຈະ​ໃຊ້​ເວ​ລາ​ພຽງ​ແຕ່​10ກວ່າ​ຊົ່ວ​ໂມງ​ເທົ່າ​ນັ້ນ​, ຈາກ​ເມືອງ​ຄຸນ​ມີ​ງ​ໄປ​ຫາ​ນະ​ຄອນ​ຫຼວງ​ບາງ​ກອກ​ຈາກ​48​ຊົ່ວ​ໂມງ​​ໃນ​ແຕ່​ກ່ອນ​ສັ້ນ​ເຂົ້າ​ເປັນ​20ກວ່າ​ຊົ່ວ​ໂມງ​, ສະ​ນັ້ນ, ຈະ​ມີ​ບົດ​ບາດ​ຢ່າງ​ຕັ້ງໜ້າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດ​ຖະ​ກິດ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ປະ​ຊາ​ຊົນ​ຈີນ​ກັບ​ອາ​ຊຽນ​ຕື່ມ​ອີກ. ຫຼັງ​ຈາກ​ເສັ້ນທາງR3​ເປີດ​ໃຊ້​ບໍ​ລິ​ການ​ຢ່າງ​ຮອບ​ດ້ານ​ແລ້ວ, ​ແຕ່ລະ​ປີ​ຈະ​ມີ ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ຫຼາຍ​ກວ່າ400ຕື້​ໂດ​ລາຖືກ​ຂົນ​ສົ່ງ​ໄປ​ມາ​ບົນເສັ້ນທາງສາຍ​ນີ້, ຍັງ​ຈະດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ລ້ານ​ເທື່ອ​ຄົນ, ​ຊຸກ​ຍູ້​ການ​ພັດ​ທະ​ນາ​ດ້ານ​ການທ່ອງ​ທ່ຽວ​ຂອງ​ປະ​ເທດ​ຕ່າງໆ.

​ໃນ​ດ້ານ​ການ​ເຊື່ອມຕໍ່​ກັນ​ຢ່າງຮອບດ້ານ​ທີ່​ຈີນ​ກັບ​ອາ​ຊຽນພະຍາຍາມຊຸກຍູ້​ນັ້ນ, ​ເມືອງ​ຄຸນ​​ມີ​ງ​ແມ່ນຢູ່​ແຖວ​ໜ້າ. ປະ​ຈຸ​ບັນ​, ​ທາງ​ລົດ​​ໄຟ"4ສາຍ"ທີ່​ອອກ​ສູ່​ຕ່າງປະ​ເທດ​ຄື​ສາຍ​ແຕ່​ຈີນ​ໄປ​ຫວຽດ​ນາມ, ຈີນ​​ໄປ​ມຽນມາ, ​ແລະ​ສາຍ​ທີ່ຈີນ​​ໄປ​ອາ​ຊີ​ໃຕ້​ໂດຍ​ຜ່ານ​ມຽນມາ​ທີ່​ພວມ​ປັບ​ປຸງ​ສ້າງ​ໃໝ່​ນັ້ນ​ລ້ວນ​ແຕ່​ແມ່ນ​ຖື​ເມືອງ​ຄຸນ​ມີ​ງ​ເປັນ​ຈຸດ​ຕົ້ນ​ທາງ. ​ໃນ​ດ້ານ​ທາງ​ຫຼວງ,​ທາງ​ຫຼວງ​ທັງ​ໝົດ​ທີ່​ແຂວງ​ຢຸນ​ນານ​ໄປ​ຫາ​ອາ​ຊີ​ອາ​ຄະ​ເນ​ລ້ວນ​ແຕ່​ຖື​ເມືອງ​ຄຸນ​ມີງ​ເປັນ​ຈຸດ​ຕົ້ນ​ທາງ​ຄື​ກັນ, ​ຕາ​ໜ່າງ​ທາງ​ຫຼວງ​ລະ​ດັບ​ສູງ​ທີ່​ຖື​ເມືອງ​ຄຸນ​ມີ​ງ​ເປັນ​ໃຈ​ກາງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ພື້ນ​ຖານ,​ສາ​ມາດ​ຕິດ​ຕໍ່​ກັບ​ເຂດ​ແຂວງ​ກຳ​ແພງ​ນະ​ຄອນ​ພາຍ​ໃນ​ປະ​ເທດ​ຈີນ​​ແລະ​ປະ​ເທດ​ອ້ອມ​ຂ້າງ​ໂດຍ​ກົງ.​ໃນ​ດ້ານ​ທາງ​ນ້ຳ,​ການ​ເດີນ​ເຮືອ​ການ​ຄ້າ​ຕາມ​ແມ່ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ທີ່​ຜ່ານ​ຈີນ​ລາວ​ມຽນມາ​​ແລະ​ໄທ​ຢ່າງ​ເປັນ​ທາງ​ການ​ນັ້ນ​ໄດ້​ເຂົ້າ​ສູ່​ປີ​ທີ10​ແລ້ວ. ​ໃນ​ດ້ານ​ການ​ສື່ສານ, ​ໄດ້​ສ້າງ​"ເວບ​ໄຊ​ເຂດ​ການ​ຄ້າ​ເສ​ລີ​ຈີນ​-​ຊຽນ". ​ນັບ​ແຕ່​ປີ​2008​ທີ່​ເສັ້ນ​ທາງ​R3​ໄດ້​ເປີດ​​ໃຊ້​ບໍລິການ​ມາ​ນີ້, ​ເມືອງ​ຄຸນ​ມີ​ງ​ໄດ້​ຄົ້ນ​ຄ້ວາ​ແລະ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຕາມ​"ເສັ້ນ​ທາງ​ຄຳ"ສາຍ​ນີ້, ​ເຊັ່ນ:​ບັນ​ຫາ​ຄວາມ​ສາມາດ​ການ​ຂົນ​ສົ່ງ,​ຕົ້ນ​ທຶນ,​ຄວາມ​ສະດວກ​ແລະ​ອື່ນໆ.​ປະ​ຈຸ​ບັນ​ນີ້, ຜົນ​ປະ​ໂຫຍ​ດ​ດ້ານ​ເສດຖະກິດໂດຍ​ກົງທີ່​ເກີດ​ຂຶ້ນ​ຈາກ​ເສັ້ນທາງ​ສາຍ​ນີ້​ພວມ​ເພີ່ມ​ຂຶ້ນ​ຄູ່​ປີ.


ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ