ການ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ຈີນ​ຊ່ວຍ​ປ່ຽນ​ແປງ​ຄວາມ​ເຂົ້າ​ໃຈ​ຂອງ​ຄົນ​ຕ່າງ​ປະ​​ເທດ

(GMT+08:00) 2011-01-26 16:53:32     cri
ຕາມ​ຂ່າວ​CRI:ວັນ​ທີ17​ມັງກອນ​ນີ້, ວິ​ດີ​ໂອ​​ໂຄສະນາ​ພາບ​ພົດ​ຂອງ​ຈີນ-​ພາກທີ່​ກ່ຽວ​ກັບ​ຄົນ​ຈີນ​ທີ່​ຖ່າຍ​ທຳ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ເລີ່ມ​ອອກ​ສາຍ​ຢູ່​ເທິງ​ຈໍ​ໃຫຍ່​ເອ​ເລັກ​ໂຕຼ​ນິກ​ທີ່​ຕິດ​ຕັ້ງ​ຢູ່​ສະ​ໜາມ​ຫຼວງ​ແທັມສ໌​ແຄວ​ທີ່​ນິວ​ຢອກ​ອາເມ​ລິ​ກາ.ວິ​ດີ​ໂອ​ຕອນ​ນີ້​ໄດ້​ແນະ​ນຳ​ບຸກ​ຄົນ​ທີ່​ມີ​ຊື່​ສຽງ ຂອງ​ຈີນ​59​ຄົນ,​ເຊິ່ງ​ສະ​ແດງ​​ໃຫ້​ຄົນ​ທີ່​ຍ່າງ​ໄປ​ມາ​ຢູ່​ສະ​ໜາມ​ຫຼວງ​​ແຫ່ງ​ນີ້​ໄດ້​ຮູ້​ໄດ້​ເຫັນ.

ວິ​ດີ​ໂອ​ອັນ​ສັ້ນໆ​ພາກ​ນີ້​ມີ​ຫົວ​ຂໍ້​ວ່າ ພາບ​ພົດ​ແຫ່ງ​ຊາດ​ຈີນ-ພາກທີ່​ກ່ຽວ​ກັບ​ຄົນ​ຈີນ​ຍາວ60​ວິນາທີ,​ແບ່ງ​ເປັນ​ຫຼາຍ​ຕອນ,​ເປັນ​ຕົ້ນ​ວ່າ"​ປະ​ຊາ​ຊົນ​ຈີນ","ຄວາມ​ຮັ່ງມີ​ຂອງ​ຈີນ",​"ສິ​ລະ​ປະ​ຂອງ​ຈີນ"​ແລະ"ນັກ​ປາດ​ຂອງ​ຈີນ",​ໄດ້​ແນະ​ນຳ​59​ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ແລະ​ຂົງ​ເຂດ​ຕ່າງໆ​ຂອງ​ຈີນ.​ໃນ​ວິ​ດີ​ໂອ,ເຖິງ​ວ່າຈະ​ໄດ້​ເຫັນ​ແຕ່​ລະ​ຄົນ​ພຽງ​ແຕ່​1​ວິ​ນາ​ທີ​ທໍ່​ນັ້ນ,​ແຕ່​ພາບ ພົດ​ຂອງ​ທັງ​59​ຄົນ​ນີ້ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ພາກ​ພູມ​ໃຈ​ຂອງ​ຄົນ​ຈີນ​ໃນ​ຍຸກ​ປະຈຸ​ບັນ.

ເລີ່ມ​ແຕ່​ວັນ​ທີ18​ມັງກອນ​ນີ້​ເວລາ​ນິວຢອກ,ວິ​ດີ​ໂອ​ດັ່ງກ່າວ​ກໍ່​ເລີ່ມ​ອອກ​ສາຍ​ແຕ່​6​ໂມງ​ຫາ2​ໂມງ​ຂອງ​ເຊົ້າ​ມື້​ໃໝ່,​ສາຍ​ມື້​ລະ​300​ເທື່ອ,​ແລະ​ເມື່ອ​​ຮອດ​ວັນ​ທີ14​ກຸມພາ​ທີ່​ເປັນ​ມື້​ໝົດ​ໂຄ​ສະ​ນາ​ໄດ້​ສາຍ​ທັງ​ໝົດ​ລວມ​ມີ​8400​ເທື່ອ.​ກ່ຽວ​ກັບ​ຜົນ​ງານ​ຂອງ​ການ​ໂຄ​ສະ​ນາ​ວິ​ດີ​ໂອ​ຕອນ ນີ້​ເປັນ​ແນວ​ໃດ​ນັ້ນ,​ເຊີນ​ຟັງ​ລາຍ​ລະ​ອຽດ​ທີ່​ສົ່ງ​ມາ​ຈາກ​ນິວ​ຢອກ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​CRI.

ສະໜາມ​ຫຼວງແທຼມສ໌​ແຄວຖືກ​ເອີ້ນ​​ເປັນ"ທາງ​ສີ່​ແຍກ​ຂອງ​ໂລກ",​ແຕ່​ລະ​ມື້,ມີ​ຄົນ​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ມາຈາກ​ອາ​ເມ​ລິ​ກາ​ແລະ​ແຫ່ງ​ຕ່າງໆ​ຂອງ​ໂລກ​ໄປ​ມາ​ຢູ່​ແຫ່ງ​ນີ້.​ໜຶ່ງ​ອາ​ທິດ​ກ່ອນ,​ວິ​ດີໂອ​ໂຄ​ສະ​ນາ​ພາບ​ພົດ​ແຫ່ງ​ຊາດ​ຈີນ​ເລີ່ມ​ສາຍ​ຢູ່​ເທິງ​ຈໍ​ເອ​ເລັກ​ໂຕຼ​ນິກ6​ແຜ່ນ​ທີ່ຕັ້ງ ຢູ່​ໃຈ​ກາງ​ສະ​ໜາມ​ຫຼວງ​ແຫ່ງ​ນີ້,​​ໄດ້​ດຶງ​ດູດ​ຄົນ​ຈຳນວນ​ຫຼວງ​ຫຼາຍ​ພາ​ກັນ​ຢືນ​ເບິ່ງ.

ນາງຊີນ​ວາ​ແລະ​ເພື່ອນສອງ​ຄົນມາ​ຈາກ​ເຢຍລະ​ມັນ,ພວກ​ເຂົາ​ເຈົ້າ​ໄດ້ຖ່າຍ​ຮູບ​ຢູ່​ສະໜາມ​ຫຼວງ​ແທມສ໌​ແຄວ​ເພື່ອ​ເປັນ​ທີ່​ລະ​ລຶກ.​ເຂົາ​ເຈົ້າ​ລ້ວນ​ແຕ່​ກ່າວ​ວ່າ,ມີ​ຄວາມ​ຮັບຮູ້​ຕໍ່​ຈີນ​ໜ້ອຍ​ທີ່​ສຸດ.​ນາງ​ຊີນ​ວາ​ເຫັນ​ວ່າ,​ວິ​ດີ​ໂອ​ຕອນ​ນີ້​ຈະ​ຊ່ວຍ​ປ່ຽນ​ແປງ​ຄວາມ​ເຂົ້າ​ໃຈ​ຂອງ​ຄົນ​ຕ່າງ​ປະ​ເທດ​ປ່ຽນ​ແປງ​ຄວາມ​ປະ​ທັບ​ໃຈ​ທີ່​ມີຕໍ່​ຈີນ.

ດີຫຼາຍ! ຍ້ອນ​ວ່າຫຼາຍຄົນ​ອາດ​ເວົ້າ​ໄດ້​ວ່າ​ບໍ່​ເຂົ້າ​ໃຈ​ຈີນ​ເລີຍ, ຕໍ່​ຄວາມ​ງາມ​ຂອງ​ຈີນ​ຮູ້​ໜ້ອຍ​ທີ່​ສຸດ, ສະນັ້ນຂ້ອຍ​ຮູ້ສຶກ​ວ່າ​ສາຍວິ​ດີ​ໂອ​ແບບ​ນີ້ດີຫຼາຍ!"

ພາຍຫຼັງສາຍວິ​ດີ​ໂອ​ໂຄສະນາ​ພາບ​ພົດ​​ແຫ່ງ​ຊາດ​ຈີນຢູ່​ສະໜາມຫຼວງນິວຢວກ​ທາມ​ສ໌​ແຄວ​ແລ້ວ, ​ໃນ​ຂະນະ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ຄົນ​ທັງຫຼາຍນັ້ນ, ກໍ່​ມີ​ບາງ​ຄົນ​ຕຳ​ນິວິທີ​ຖ່າຍ​ທຳ​ຂອງ​ວິ​ດີ​ໂອນີ້, ​ເຫັນ​ວ່າ​ການ​ໃຊ້​ບຸກຄົນ​ທີ່​ມີ​ຊື່ສຽງມາໂຄສະນາ​ຈີນ​ແມ່ນຍາກ​ທີ່ຈະ​ໄດ້​ຮັບ​ຜົນ​ດີ​, ​ເພາະວ່າ​ຄົນ​ເຫຼົ່ານີ້​ບໍ່​​ສາມາດຕາງໜ້າ​ສາມັນ​ຊົນ​ອັນ​ໄພສານ​ຂອງ​ຈີນ. ຕໍ່​ຄວາມ​ເຫັນ​ນີ້, ນາງ​ອັນ​ເດຼຍຂອງ​ລັດ​ຈໍ​​ເຈຍ​ອາ​ເມ​ລິ​ກາ​ມີ​ຄວາມ​ເຫັນ​ທີ່​ຕ່າງ​ກັນ. ນາງ​ເວົ້າວ່າ:

"ຂ້ອຍ​ຄິດ​ວ່າ​ຄົນ​ທີ່​ມີ​ຊື່​ສຽງສາມາດ​ເຮັດ​ໃຫ້​ຄົນ​ທັງຫຼາຍສົນ​ໃຈ​ນຳ​ຫົວ​ຂໍ້​ໃດ​ໜຶ່ງ, ​​ເຮັດໃຫ້​ຄົນ​ຄິດ​ຢາກ​ໄປ​ບ່ອນ​ໃດ​ບ່ອນ​ໜຶ່ງ. ຢູ່​ແຫ່ງ​ນີ້ຫຼືວ່າ​ຢູ່​ແຫ່ງ​ອື່ນ​ຈະ​ມີ​ກໍລະນີ​ຄ້າຍຄືກັນ, ​ໃນ​ວິ​ດີ​ໂອ​ໂຄ​ສະນາ​ແມ່ນ​ຖື​ຄົນ​ທີ່​ມີ​ຊື່​ສຽງ​ເປັນຫຼັກ, ສະນັ້ນຂ້ອຍ​ເຫັນ​ວ່າ​ໃຫ້ຄົນ​ທີ່​ມີ​ຊື່ສຽງ​ໄດ້​ເປັນ​ຜູ້ສະ​ແດງ​ໃນ​ວິ​ດີ​ໂອ​ກ່ຽວ​ກັບພາບ​ພົດຂອງ​ຈີນ​ນັ້ນບໍ່​ມີ​ຫຍັງ​ທີ່​ບໍ່​ເໝາະ​ສົມ."

ເຖິງ​ວ່າ​ນາງ​ອັນ​ເດຼຍ​ເຊື່ອ​ວ່າ​ຄົນ​ທີ່​ມີ​ຊື່​ສຽງສາມາດ​ດຶງ​ດູດ​ສາຍຕາ​ຂອງ​ຜູ້​ຊົມຫຼາຍກວ່າ​ເກົ່າກໍ່ຕາມ, ​ແຕ່​ເວົ້າສຳລັບ​ປະຊາຊົນ​ອາ​ເມ​ລິ​ກາ​ແລະ​ນັກ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ອື່ນ​ທີ່​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ຕໍ່​ຈີນ​ຈົນ​ວ່າ​ບໍ່​ຮູ້ຈັກ​ຈີນ​ນັ້ນ​ແລ້ວ, ຄົນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ເຫຼົ່ານີ້​ກໍ່​ເປັນ​ພຽງ​ແຕ່​ສາມັນ​ຊົນ​ເທົ່ານັ້ນ.

ເຖິງ​ວ່າວິ​ດີ​ໂອ​ໂຄສະນາ​ພາບ​ພົດ​​ຂອງ​ຈີນ​ນີ້​ບໍ່​ສາມາດ​ປ່ຽນ​ແປງ​ຄວາມ​ຄິດ​ທີ່​ບໍ່​ຖືກຕ້ອງ​ຂອງບາງ​ຄົນ​ທີ່​ມີ​ຕໍ່​ຈີນ​ກໍ່ຕາມ, ​ແຕ່​ຢ່າງ​ໜ້ອຍ​ກໍ່​ສາມາດ​ສ້າງ​ພາບ​ພົດ​ທີ່​ດີ​ໄວ້​​ໃຫ້​ຊາວ​ໜຸ່ມ​ທີ່​ບໍ່​ຮູ້​ຈັກຈີນ​ມາ​ກ່ອນ, ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ຄອງ​ຄອຍ​ຢາກ​ໄປ​ທ່ຽວ​ຈີນ​ໄປ​ສຳຜັດ​ຈີນ​ໃນ​ອະນາຄົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ