​ໄຂກອງ​ປະຊຸມປະຈຳ​ປີ​ຄັ້ງທີ41ຂອງ​ເວທີ​ປຶກ​ສາ​ຫາລື​ເສດຖະກິດ​ໂລກ

(GMT+08:00) 2011-01-27 16:41:53     cri

 

 

 

ຕາມ​ຂ່າວCRI: ວັນ​ທີ26ມັງກອນ​ນີ້, ກອງ​ປະຊຸມ​ປະຈຳ​ປີຄັ້ງ​ທີ41ຂອງ​ເວລທີ ປຶກສາ ຫາລືເສດຖະກິດໂລກໄດ້ໄຂຂຶ້ນ​ຢູ່​ເມືອງ​ດາ​ວົສຂອງສະ​ວິສ, ຜູ້ນຳ​ໃນ​ຂົງ​ເຂດ​ການ​ເມືອງ​ແລະ​ການ​ຄ້າ2500ກວ່າ​ຄົນ​ທີ່ມາ​ຈາກ100ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວ​ນ​​ໃນ​ໂລກ​ໄດ້ເຕົ້າ​ໂຮມ​ກັນ, ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຫຼັກທີ່ວ່າ"ຫຼັກມາດຖານ​ຮ່ວມ​​ພາຍ​ໃຕ້​ສະຖານະ​ການ​ໃໝ່"​ໃນ5ມື້​ຕໍ່ໜ້າ​ນີ້.

ທ່ານ​ຄຼາວສ ສະ​ແວັບ​ປະທານ​ເວທີ​ປຶກ​ສາ​ຫາລື​ເສດຖະກິດ​ໂລກ​ກ່າວ​ໃນ​ເວລາ​ແນະ ນຳ​ຫົວ​ຂໍ້​ຫຼັກ​ຂອງ​ກອງ​ປະ​ຊຸມ​ປີ​ນີ້​ວ່າ, "​ຫຼັກ​ມາດ​ຖານ​ຮ່ວມ​ໃນ​ສະ​ຖາ​ນະ​ການ​ໃໝ່"​ແມ່ນ​ບັນຫາ​ທີ່​ທົ່ວ​ໂລກ​ສົນໃຈ​​ຫຼາຍທີ່​ສຸດ​ໃນ​ປະຈຸ​ບັນ​ນີ້. ​ໂລກ​ປະຈຸ​ບັນ​ນີ້​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ, ສຳ​ຄັນ​ທີ່​ສຸດ​ແມ່ນ​ຈຸ​ໜັກ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ທົ່ວ​ໂລກ​ໄດ້​ຫັນ​ຈາກ​ຕາ​ເວັນ​ຕົກ​ໄປ​ສູ່​ຕາ​ເວັນ​ອອກ, ຈາກ​​ເໜືອ​​ໄປ​ຫາ​ໃຕ້​. ການ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ຕໍ່​ສະ​ຖານະ​ການ​ໃໝ່​ທີ່​ສັບສົນ​ໃນ​ປະ​ຈຸ​ບັນ​ນີ້, ຄົ້ນ​ຄ້ວາ​ຫາລື​ຫຼັກມາດຖານ​ໃໝ່​ທີ່​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍທີ່​ຮ່ວມ​ກັນ​ປະ​ເຊີນ​ນີ້​ແມ່ນ​ຫົວ​ຂໍ້​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້.

​ໃນ​ມື້​ທຳ​ອິດ​ຂອງ​ກອງ​ປະຊຸມ​ໃນວັນ​ທີ26ມັງກອນ​ນີ້, ​ທ່ານ​ດີມິດຼີ ​​ເມັດ​ເວ​ເດັຟ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​​ກາຍ​ເປັນ​ຈຸດ​ສຸມ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້. ນີ້ບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​ວ່າ​​ທ່ານ​ດີ​ມິ​ດຼີ​ເມັດ​ເວ​ເດັຟ​ເດີນ​ທາງ​ໄປ​ເມືອງ​ດາ​ວົ​ສ​ເປັນ​ເທື່ອ​ທຳ​ອິດ​ທໍ່​ນັ້ນນັບ​ແຕ່​ທ່ານ​ດຳ​ລົງ​ຕຳ​ແໜ່​ງ​ເປັນ​ປະ​ທານ​າທິບໍດີ​ມາ, ​ແຕ່​ຍ້ອນ​ວ່າ​ເຫດ​ການ​ລະ​ເບີດ​​ທີ່​ເກີດ​ຂຶ້ນ​ຢູ່​ສະ​ໜາ​ມບິນສາກົນ​ໂດ​ໂມ​ເດ​ໂດ​ໂວ​​ໃນ​ວັນ​ທີ​24​ມັງ​ກອນ​ນີ້​ໄດ້​​ເຮັດ​ໃຫ້​ທ່ານ​ເປັນ​ຫ່ວງ​ຫຼາຍ. ທ່ານ​ເມັດ​ເວ​ເດັຟ​​ໄດ້ກ່າວ​ຄຳ​ປາ​ໄສ​ດ້ວຍ​ຄວາມ​ເຄັ່ງຂຶມ, ​ແຕ່​ທ່ານກໍ່​ກ່າວ​ຢ່າ​ງ​ເດັດ​ຂາດ​ວ່າ, ທ່ານ​​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ່​ແມ່ນ​​ເປັນ​ການ​ຕອບ​​ໂຕ້​ຄືນຕໍ່​ຜູ້​ກໍ່​ການ​ຮ້າຍ. ທ່ານ​ກ່າວ​ວ່າ, ຜູ້​ກໍ່​ການ​ຮ້າຍກໍ່​ການ​ໂຈມ​ຕີ​ກ່ອນ​ທ່ານ​ຈະ​ເດີນທາງ​ໄປ​ເມືອງ​ດາ​ວົ​ສ, ​ແມ່ນ​ເພື່ອ​ຢາກສະກັດ​ກັ້ນ​ການ​ເດີນທາງ​ຂອງ​ທ່ານ​​ເທື່ອ​ນີ້. ​ແຕ່​ຜູ້​ກໍ່​ການ​ຮ້າຍ​ບໍ່​ບັນລຸ​ເປົ້າ​ໝາຍ​ທີ່​ຕັ້ງ​ໄວ້, ທ່ານ​​​ໄປ​ຮອດ​ເມືອງ​ດາ​ວົສສະ​ແດງ​ໃຫ້​ເຫັນ​ວ່າຣັດ​ເຊຍ​ແມ່ນ​ປະ​ເທດ​ທີ່​ມີ​ຄວາມ​ຮັບຜິດຊອບ.

​ ​ສັງ​ເກດຈາກວາລະ​ປະຊຸມ​ດາ​ວົ​ສປີ​ນີ້, ຄຳ​ວາ"ຈີນ​"​ໄດ້​ຖືກ​ກ່າວເຖິງຫຼາຍ​ກວ່າ​ທຸກ​ປີ​ທີ່​ຜ່ານ​ມາ. ກອງ​ປະຊຸມ​ປີ​ນີ້​ໄດ້​ຈັດ​ເວທີ​ປຶກສາ​ຫາລືສຳລັບຈີນ​4​ແຫ່ງ, ແມ່ນ​ຫຼາຍ​ທີ່​ສຸດ​ໃນ​ປະຫວັດສາດ, ​ເຊິ່ງມີ​ຫົວ​ຂໍ້​ທີ່​ວ່າ"ອະນາຄົດ​ຂອງ​ວິ​ສາ​ຫະກິດ​ຈີນ", "ຄວາມ​​ເປັນຈິງ​ໃໝ່​ຂອງ​ຈີນ​ໃນ​ປະຈຸ​ບັນ​"​ແລະ​ຫົວ​ຂໍ້ອື່ນໆ.



ສັງ​ເກດ​ຈາກ​ສະພາບ​ການ​ສະ​ໝັກ​ຊື່,​ປີ​ນີ້,​ຈຳ​ນວນ​ຜູ່​ແທນ​ຈີນ​ທີ່​​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ,​ແມ່ນ​5​ເທົ່າ​ຂອງ10​ປີ​ກ່ອນ,​ຜູ່​​ເຂົ້າ​ຮ່ວມ​ປະ​ຊຸມ​ລວມ​ທັງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ,​ຜູ່​ນຳ​ວົງ​ການ​ການ​ຄ້າ​ແລະ​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ຂອງ​ວົງ​ການ​ວິ​ຊາ​ການ​ຂອງ​ຈີນ.​ທ່ານ​ກຼິນ​ຮີວ,​ເຈົ້າ​ໜ້າ​ທີ່​ວຽກ​ງານ​ການ​ຄ້າ​ຜູ່​ທຳ​ອິດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ໂລກ​ກ່າວ​ວ່າ,​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ຈີນ​ພວມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ຜູ່​ນຳ​ພາ​ໃນ​ການ​ປຶກ​ສາ​ຫາ​ລື​ຂອງ​ວົງ​ການ​ເສດ​ຖະ​ກິດ​ແລະ​ວິ​ຊາ​ການ​ຂອງ​ໂລກ.

​ໃນ​ການ​ຫາ​ລື​ກ່ຽວ​ກັບ"​ຄວາມ​​ເປັນຈິງ​ອັນໃໝ່​ຂອງ​ເສດຖະກິດ​ໂລກ​ໃນ​ປະຈຸ​ບັນ​ແມ່ນ​ຫຍັງ" ທີ່​ຈັດຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ26​ມັງ​ກອນ​ນີ້,​ທ່ານ​ຈູ່​ໝິນ,​ອະ​ດີດ​ຮອງ​ຜູ່​ວ່າ​ການ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ,​ທີ່​ປຶກ​ສາ​ຂອງ​ຜູ່​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ກອງ​ທຶນ​ເງິນ​ຕາ​ສາ​ກົນ​ກ່າວ​ວ່າ,​ຜົນ​ງານ​ອັນ​ພົ້ນ​ເດັ່ນ​ຂອງ​ບາງ​ປະ​ເທດ,​ຄື:​ຈີນ​ແລະ​ອິນ​ເດຍ​ເຮັດ​ໃຫ້​ອົງ​ກອນ​ເສດ​ຖະ​ກິດ​ທີ່ ຈະ​ເລີ​ນ​ໃໝ່​ມີ​ຖາ​ນະ​ບົດບາດ​ສູງ​ຂຶ້ນ​ຫຼາຍ​ໃນ​​ເສດຖະກິດ​ໂລກ.

​ເລີ່​ມ​ແຕ່​ວັນ​ທີ27ມັງກອນ​ນີ້,ຫົວ​ຂໍ້​ຫາລືກ່ຽວ​ກັບ​ຈີນຈະ​ມີຫຼາຍຕໍ່​ໄປ​ໃນ​ເວທີ​ປຶກສາ​ຫາລື​ດາ​ວົສ.ຕອນ​ບ່າຍວັນ​ທີ27ຈະ​ຈັດ​ເວທີ​ປຶກສາ​ຫາລື​ໃນ​ຫຼາຍ​ຂະ​ແໜງ​ການທີ່​ມີ​ຫົວ​ຂໍ້​ວ່າ"ຜົນ​ສະ ທ້ອນ​ຂອງ​ຈີນ​ທີ່​ມີ​ຕໍ່​ການ​ຄ້າ​​ແລະ​ການ​ເຕີບ​ໂຕ​ຂອງ​ໂລກ",ຈະ​ຫາ​ລື​ກ່ຽວ​ກັບ​ຮູບ​ແບບ​ການ​ເຕີບ​ໂຕ​ຂອງ​ການ​ຄ້າ​ຂາ​ອອກ​ແລະ​ການ​ຄ້າ​ຫຼາຍ​ຝ່າຍ​ຂອງ​ຈີນ,​ທ່ານ​ປີ​ເຕີ ຊູ​​ເຕີ​ແລັນດ໌,​ປະ​ທານ​ສະ​ພາ​ມົນ​ຕີ​ຂອງ​ກຸ່ມ​ບໍ​ລິ​ສັດ​ໂກລ​ມານ ຊາ​ຈສ໌ (Goldman Sachs)​ຈະ​ເປັນ​ປະ​ທານ,​ແລະ​ທ່ານ​ເສິນ​ເຕີມ​ໝີງ,​​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຈີນ,​ແລະ​ທ່ານ​ປັສ​ການ ລາ​ມີ,​ຜູ່​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ​ຈະ​ເຂົ້າຮ່ວມ.ຍ້ອນ​ວ່າ​ປີ​2011​ແມ່ນ​ປີ​ທີ10​ທີ່​ຈີນ​ໄດ້​​ເປັນ​ສະ​ມາ​ຊິກ​ອົງ​ການ​ການ​ຄ້າ​ໂລກ,​ເວທີ​ປຶກສາ​ຫາລື​ຄັ້ງ​ນີ້​ຍັງ​ຈະ​ຈັດ​ງານ​ຫາລື​ສອງ​ເທື່ອ​ທີ່​ມີ​ຫົວ​ຂໍ້​ວ່າ"ອະ​ນາ​ຄົດ​ຂອງ​ວິ​ສາ​ຫະ​ກິດ​ຈີນ"​ແລະ​"ຄວາມ​​ເປັນ​ຈິງ​ອັນ​ໃໝ່​ຂອງ​ຈີນ​ໃນ​ຍຸກ​ປະຈຸ​ບັນ".ຜູ່​ແທນ​ນັກ​ທຸ​ລະ​ກິດ​ແລະ​ຜູ່​ຊ່ຽວ​ຊານ​ຂອງ​ຈີນ​ຈະ​ປຶກສາ​ຫາ​ລື​ກ່ຽວ​ກັບ​ບັນຫາ​ຕ່າງໆ,​ຄື:ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່​ຂອງ​ຈີນ​ຈະ​ແຂ່ງ​ຂັນ​ກັນ​ແນວ​ໃດ​ໃນ​ຕະ​ຫຼາດ ພາຍ​ໃນ​ປະ​ເທດ​ແລະ​ຕະ​ຫຼາດ​ສາ​ກົນ,​ພ້ອມ​ດ້ວຍ​ໂລກ​ຈະ​ເຂົ້າ​ໃຈ​ຈີນ​ຍຸກ​ປະ​ຈຸ​ບັນ​ແນວ​ໃດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ