ຈີນ​ເຂົ້າ​ສູ່​ໄລຍະ​ທີ່​ມີ​ຜູ່​ໂດ​ຍສານຫຼາຍ​ທີ່​ສຸດ​ກ່ອນ​ບຸກກຸດ​ຈີນ  ຂະ​ແໜງ​ການ​ຕ່າງໆ​ຕັ້ງໜ້າ​ຮັບ​ມືກັບ​ຜົນກະທົບ​ຈາກ​ອາກາດທີ່​ບໍ່​ດີ

(GMT+08:00) 2011-01-28 14:54:00     cri

ຍັງ​ອີກບໍ່​ຮອດ1ອາ​ທິດ,​ບຸນ​ກຸດ​ຈີນທີ່​ເປັນບຸນປະ​ເພນີຂອງ​ຈີນກໍ່​ຈະ​ວຽນມາ​ເຖິງ,ຈີນກໍ່ໄດ້​ເຂົ້າ​ສູ່​ໄລຍະ​ທີ່​ມີ​ຜູ່​ໂດຍສານ​​ເດີນທາງຫຼາຍ​ທີ່​ສຸດ​ກ່ອນ​ມື້ບຸນ.ອີງ​ຕາມ​ສະຖິຕິ​ຫຼ້າ​ສຸດ​ຂອງ​ຂະ​ແໜງ​ການຄົມມະນາຄົມ​ຂົນ​ສົ່ງ​ແລະ​ການບິນ​ພົນລະ​ເຮືອນ,ນັບ​ມຮອດ​ວັນ​ທີ27 ມັງກອນ​ນີ້,ທົ່ວ​ປະ​ເທດ​ຈີນໄດ້​ໃຫ້​ບໍລິການ​ຂົນ​ສົ່ງ​ຜູ່​ໂດ​ຍສານ500ລ້ານກວ່າ​ເທື່ອ​ຄົນ.ຫວ່າງ​ມໍ່ໆ​ມານີ້,ພາກ​ໃຕ້​ຂອງ​ຈີນ​ມີຝົນ​ຕົກແລະ​ຫິມະ​ຕົ​ກ​ໃນ​ຂົ​​ງ​ເຂດ​ກວ້າງຂວາງອີກ,ນີ້​ແມ່ນ​ພາກ​ໃຕ້​ຂອງ​ຈີນ​ປະສົບ​ສະພາບ​ອາກາດ​ທີ່​ບໍ່​ດີ​ຄື​ແນວ​ນີ້​ເປັນ​ເທື່ອ​ທີ3​​ແລ້ວແຕ່​ຕົ້ນ​ປີ​ມາ​ນີ້.​ແນ​ໃສ່​ສະພາບ​ ​ດິນ​ຟ້າ​ອາກາດທີ່​ຮ້າຍ​ແຮງ,ຂະ​ແໜງ​ການຕ່າງໆ​ຄື​ຄົມມະນາຄົມ,​ປ້ອງ​ກັນ​ຄວາມ​ສະຫງົບ​ແລະ​ການບິນ​ພົນລະ​ເຮືອນ​ຂອງ​ຈີນ​​ໄດ້​ມີ​ການກ​ກຽມພ້ອມ​ເປັນ​ຢ່າງ​ດີ,​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ​,ຮັບປະກັນ​​ໃຫ້ຜູ່​​ໂດຍສານ​ສາມາດ​ກັບ​ເມື​ອ​ບ້ານ​ຢ່າງ​ສະ​ດວກ​ໃນ​ອາກາດ​ທີ່​ບໍ່​ດີ​ຄື​ຫິມະ​ຕົກ​ແຮງ​ຝົນຕົກ​ລົງ​ມາ​ກາຍ​ເປັນນ້ຳກ້າມ​ແລະ​ອື່ນໆ.ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ:

ການ​ຂົນ​ສົ່ງ​​ໃນ​​ໄລຍະ​ບຸນ​ກຸດ​ຈີນປີ​ນີ້​ເລີ່​ມ​ແຕ່​ວັນ​ທີ19 ມັງກອນ​ນີ້,ຈະສິ້ນ​ສຸດ​ລົງ​ໃນ​ວັນ​ທີ27 ກຸມພາໜ້າ​ນີ້,ຄາດ​ວ່າ​ຈະ​ຂົນ​ສົ່ງ​ຜູ່​ໂດຍສານ2ຕື້850ລ້ານ​ຄົນ.​ໃນ1ອາທິດ​ກ່ອນ​ວັນ​ທີ2 ກຸມພາ ​ທີ່ເປັນ​ມື້​ສົ່ງ​ທ້າຍ​ປີ​ເກົ່າ​ແມ່ນໄລຍະ​ທີ່​ຈະ​ມີ​ຜູ່​ໂດຍສານ​ຫຼາຍ​ທີ່​ສຸດ,​​​ແລະ​ໃນໄລຍະ​ນີ້​ກໍ່​ແມ່ນ​ໄລຍະ​ທີ່​ມີຈີນ​ມັກ​ຫິມະ​ຕົກແລະ​ຝົນ​ຕົກ​ກາຍ​ເປັນນ້ຳກ້າມ​ເລື້ອຍໆ.ຂະ​ແໜງ​ການ​ຕ່າງໆ​ຂອງ​ຈີນ​ໄດ້​ເພີ່ມ​ທະວີ​ການຈັດ​ວາງ​ແລະ​ຄຸ້ມ​ຄອງ,ປ້ອງ​ກັນບໍ່​ໃຫ້​ເກີດ​ອຸປະຕິ​ເຫດ​ຕາມ​ທ້ອງ​ຖະໝົນຍ້ອນຫິມະ​ຕົກ​ຄ້າງຢູ່​ຖະໜົ ນຫຼວງມີ​ນ້ຳກ້າມ​ແລະການ​ເບິ່ງ​ເຫັນ​ບໍ່​ຈະ​ແຈ້ງ,​ເພື່ອຮັບປະກັນ​ໃຫ້ການ​ຂົນ​ສົ່ງ​ໃນ​ໄລຍະ​ບຸນ​ກຸດ​ຈີນ​​ມີ​ຄວາມ​ປອດ​ໄພ​​ແລະສະ​ດວກ.

ທ່ານ​ຫວງ​ໝິງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ກ່າວ​ວ່າ,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້ສົ່ງ​ສັນຍານ​ໄພ5​ເທື່ອ​ກ່ຽວ​ກັບ​ສະພາບ​ທີ່​ຈະ​ກະທົບ​ເຖິງ​ການຄົມມະນາຄົມ​ແລະ​ໄດ້​ຊີ້​ນ້ຳ​ໃນ​ການ​ຄຸ້ມ​ຄອງ​ຄົມມະນາຄົມ​ໃນ​ເວລາ​ທີ່​ບໍ່​ດີ​ແລະ​ຕາມ​ທາງ​ທີ່​ລົດ​ລາ​ຄັບຄາ​ກັນຫ​ຫຼາຍ​ນັ້ນ​ໃຫ້​ແບ່ງ​ກັນ​ແລ່ນ​ອອກ​ໄປ​ທາງ​ອື່ນ.
ໃນ​ຫລາຍ​ມື້​ມາ​ນີ້, ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ໃຕ້​ຂອງ​ຈີນ​ໄດ້​ມີ​ຫິມະ​ຕົກ​ຫລື​ຝົນຕົກ​ແຮງ​ແລະ​ກາຍ​ເປັນ​ນ້ຳກ້າມຢ່າງ​ຫນັກຫນ່ວງ,​ເຮັດ​ໃຫ້​ຜູ່​ໂດຍສານ​ຢ່າງ​ຫລວງຫລາຍ​ຫັນ​ໄປ​​ໃຊບໍລິການ​ທາງລົດ​ໄຟ.​​ເພື່ອ​ແກ້​ໄຂສະພາບອາກາດ​ທີ່​ບໍ່​ດີ​ແລະ​ມີ​ປະລິມານ​ຜູ່​ໂດຍສານ​ເພີ່ມ​ຫລາຍ​ຂຶ້ນ​ຢ່າງ​ກະທັນຫັນ, ທ່ານ​ຫວາງ​ຈື້​ກົວ,ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ທາງ​ລົດ​ໄຟ​ຈີນ​ກ່າວ​ວ່າ, ພາກສ່ວນ​ທາງ​ລົດ​ໄຟ​ໄດ້​ມີແຜນການ​ຮັບ​ມື​ກັບ​ກໍລະນີ​ສຸກ​ເສີນ​ແລ້ວ,​ຖ້າ​ເກີດ​ສະພາບ​ທີ່ມີ​ຫິມະ​ຕົກ​ແຮງ​ຈົນ​ປົກຫຸ້ມ​​ທາງ​ລົດ​ໄຟ​ແລ້ວ,ກໍ່​ຈະ​ໃຊ້​ມາດ​ຕະການ​ແກ້​ໄຂຢ່າງ​ທັນ​ການ.ທ່ານ​ເວົ້າວ່າ:

ພວກ​ເຮົາ​ຈະ​ປັດກວາດ​ຫິມະ​ແລະ​ນ້ຳກ້າມ​ທີ່ປົກ​ຫຸ້ມ​ຢູ່​ເທິງ​ອຸປະກອນ​ສະ ຫນອງ​ໄຟຟ້າ​ແລະ​​ເຄື່ອງ​ສົ່ງ​ສັນຍານ,ຮັບປະກັນ​​ໃຫ້ລົດ​ໄຟ​ແລ່ນ​ລົດ​ໄດ້​ຢ່າງ​ສະ ດວກ​ແລະ​ປອດ​ໄພ.ຍັງ​ຈະ​ເພີ່ມ​ລົດ​ໄຟ​ຫລາຍ​ຂະ​ບວນແລະ​ເພີ່ມ​ຕູ້​ລົດ​ໄຟ​ໃຫ້​ຫລາຍ​ຂຶ້ນອີກ,​ໃນ​ຫລາຍ​ມື້​ມາ​ນີ້, ໄດ້​ເພີ່ມ​ລົດ​ໄຟຂຶ້ນ​ອີກ 680 ຂະ​ບວນ,​​ເພື່ອຂົນ​ສົ່ງ​ຜູ່​ໂດຍສານ​ທີ່​ຕິດຄ້າງ​ຢູ່​ເຂດ​ມີ​ຫິມະຕົກ,ຝົນຕົກ​​ແຮງແລະ​ກາຍ​ເປັນ​ນ້ຳກ້າມ. ພວກ​ເຮົາ​ໄດ້​ມີ​ການ​ກຽມພ້ອມ​ເປັນ​ຢ່າງ​ດີ​ຢູ່​ຕາມ​ສະຖານີ​ລົດ​ໄຟ,​ໃນ​ນັ້ນລວມທັງ​ການ​ໃຫ້​ບໍລິການ​ດ້ານ​ນ້ຳ​ກິນ​ນ້ຳ​ໃຊ້,ອາຫານ​ແລະ​ຢາ​ປິ່ນປົວ​ພະຍາດ​ຈຳນວນ​ຫນຶ່ງ,​ເພື່ອ​ຕອບ​ສະຫນອງ​ແລະ​ຮັບປະກັນໃຫ້​ຜູ່​ໂດຍສານ​ມີ​ນ້ຳ​ກິນ​ນຳ​ໃຊ້​,ອາຫານ​ການກິນ​ແລະ​ມີອາຍ​ອຸ່ນ​ຢ່າງ​ພຽງພໍ.

ອາກາດ​ນທີ່​ບໍ່​ດີໃນ​ໄລຍະ​ ບຸນ​ກຸດ​ຈີນ​ກໍ່​ໄດ້​ກະທົບ​ເຖິງ​ການ ບິນ​ພົນລະ​ເຮືອນ​ຢ່າງຮຸນ​ແຮງຄື​ກັນ.ທ່ານ​ເຊ້ຍຊິ່ງຫວາ,ຮອງ​ຫົວ​ຫນ້າ​ກົມ​ການບິນ​ພົນລະ​ເຮືອນ​ຈີນ​ກ່າວ​ວ່າ, ພາ​ຍຫລັງ​ໄດ້​ເລີ່​ມຕົ້ນ​ການ​ຂົນ​ສົ່ງ​ໃນ​ຍາມ​ບຸນ​ກຸດ​ຈີນ​ແລ້ວ, ​ບາງ​ເຂດ​ແຂວງ​ກຳ​ແພງ​ນະຄອນ​ທີ່​ຢູ່​ພາກ​ຕາ​ເວັນ​ອອກ​ແລະ​ພາກ​ກາງຂອງ​ຈີນ​ມີ​ຫິມະ​ຕົກ​​ແຮງ​​ຫລາຍ​ມື້​ລຽນຕິດ,ພະນັກງານ​ໃນ​ຂະ​ແຫນງ​ການ​ການບິນ​ພົນລະ​ເຮືອນ,ທາງ​ບໍລິສັດ​ການບິນ​ແລະ​ສະຫນາມ​ບິນ​ເຊິ່ງລວມ ທັງ​ພາກສ່ວນ​ທີ່​ຄຸ້ມ​ຄອງ​ບໍລິຫານ ທາງ​ອາກາດ​ນັ້ນ​ໄດ້​ຮ່ວມ​ມື​ກັນ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຍ້ອນ​ສະພາບອາກາດ​ທີ່​ບໍ່​ດີ.ທ່ານ​ກ່າວ​ວ່າ:

ຢູ່​ສະຫນາມ​ບິນ​ໄດ້​ປະກອບ​ມີ​ອຸປະ​ກອບ​ປັດ​ກວາດ​ຫິມະ​ແລະ​ນ້ຳກ້າມຢ່າງ ຄົບຊຸດ,​ແລະ​ໄດ້​ຖອດ​ຖອນ​ເອົາ​ບົດຮຽນ​​ແລະ​ວິທີໃນ​ການ​ຮັບ​ມື​ກັບສະພາບ​ອາກາດ​ທີ່​ມິ​ຫິມະ​ຕົກ​ແລະ​ຝົນຕົກ​ຈົນ​ກາຍ​ເປັນ​ນ້ຳກ້າມ.ຢູ່​ສະຫນາມ​ບິນ​ນະຄອນຫລວງ​ມີ​ລົດ​ກວາດ​ຫິມະ 104 ຄັນ, ລົດ​ເຈາະ​ນ້ຳກ້າມ 49 ຄັນ,​ແລະ​ຍັງ​ມີອຸປະກອນ​ອື່ນໆອີກ.ຖ້າວ່າ​ຢູ່​ເຂດ​ພາກ​ເຫນືອຂອງ​ຈີນ​ເກີດ​ມີ​ໄພ​ຫິມະ ​ແລະ​ຝົນຕົກ​ລົງ​ກາຍ​ເປັນ​ນ້ຳກ້າມ​ແລ້ວ, ຂ້າພະ​ເຈົ້າ​ເຊື່ອ​ວ່າ​ໃຊ້​ອຸປະກອນ​ເຫລົ່າ​ນີ້​ຈະ​ສາມາດ​ຜ່ານ​ຜ່າ​ອຸປະສັກຄວາມ​ຫຍຸ້ງ ຍາກ​ແລະ​ຮັບປະກັນ​ໃຫ້​ຖ້ຽວ​ບິນ​ຕ່າງໆ​ເປັນ​ປົກກະຕິໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ