ກອງ​ປະຊຸມ​ປະຈຳ​ປີ​ດາວົສອັດ​ລົງ

(GMT+08:00) 2011-01-31 16:02:13     cri

ກອງ​ປະຊຸມ​ປະຈຳ​ປີຂອງ​​ເວທີ​ປຶກສາ​ຫາລືເສດຖະກິດ​ໂລກ​ຄັ້ງ​ທີ 41 ທີ່​ຈັດ​ຂຶ້ນຢູ່​ເມືອງ​ດາວົສ​ທີ່ສວິສ​ໄດ້​ອັດ​ລົງໃນວັນ​ທີ 30 ມັງກອນ​ນີ້. ​ໃນຍາມ​ກອງ​ປະຊຸມ​ທີ່​ດຳ​ເນີນເປັນ​ເວລາ 5 ວັນ,ບຸກຄົນ​ສຳຄັນ​ທາງ​ການ​ເມືອງຂອງປະ​ເທດຕ່າງໆ, ຜູ່​ນຳ​ທີ່​ສາມາດວົງ​ການ​ວິ​ສາ​ຫະກິດ, ນັກ​ເສດຖະສາດ 2500 ກວ່າ​ທ່ານ​ທີ່​ຮ່ວມ​ປະ​ຊຸມ​ໄດ້ຫາລື​ກັນຢ່າງ​ກວ້າງຂວາງ​ຕໍ່​ສະຖານະ​ການ​ເສດຖະກິດ​ໂລກ​ພາຍ​ໃຕ້​ສະຖານະ​ການ​ໃໝ່​. ພ້ອມ​ກັນ​ນັ້ນ, ​ເສດຖະກິດ​ຈີນກໍ່​ຍັງ​​ແມ່ນຈຸດ​ສຸມ​ຂອງ​ກອງ​ປະຊຸມ.

ໃນ​ຖານະ​ທີ່​ເປັນ​​ເວທີ​ປຶກສາ​ຫາລືສຸດ​ຍອດຂອງ​ວົງ​ການ​ເສດຖະກິດ​ໂລກ, ກອງ​ປະຊຸມ​ປະຈຳ​ປີ​ຂອງເວທີ​ປຶກສາ​ຫາລືເສດຖະກິດ​ໂລກ​ດາວົສຖືກ​ເອີ້ນ​ວ່າ​ເປັນ"​ເຄື່ອງຊີ້​ທິດ"ຂອງ​ເສດຖະກິດ​ທົ່ວ​ໂລກ. ​ເມື່ອ​ທຽບ​ກັບ​ຫຼາຍ​ປີທີ່ຜ່ານ​ມາ,ຜູ່​ຮ່ວມ​ປະຊຸມ​​ເບິ່ງ​ໃນ​ແງ່​ດີ​ໂດຍ​ທົ່ວ​ໄປ​ຕໍ່​ສະຖານະ​ການ​ເສ​ດຖະກິດຂອງ​ໂລກ. ກ່ອນ​ຈັດກອງປະຊຸມ, Price Waterhouse Coopers ​ເຊິ່ງ​ເປັນອົງການບັນຊີ​ທີ່​ມີ​ຊື່ສ​ຽງ​ໃນ​ສາກົນ​ໄດ້​ປະກາດ​ບົດ​ລາຍ​ງານ​ສະບັ​ບໜຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ່​ຖືກ​ສອບ​ຖາມ 90%​ເຫັນ​ວ່າ ​ໃນ​ໜຶ່ງ​ປີຂ້າງ​ໜ້າ​ນີ້, ​ເສດຖະກິດ​ຂອງພາກ​ພື້ນ​ອາ​ຊີ-ປາຊິ​ຟິກຈະ​ຮັກສາທ່າອຽງ​ເພິ່ມຂຶ້ນ, ສ່ວນ​ຈີນ​ແມ່ນ"​ຜູ່​ນຳພາ​ການ​ເຕີບ​ໂຕ​ທີ່"ສຳຄັນ​ທີ່​ສຸດ​. ​ເວທີປຶກສາ​ເສດຖະກິດ​ໂລກ​ໄດ້​ຕັ້ງ​ຫົວ​ຂໍ້​ໃຫ້​ກອງ​ປະຊຸມ​ປະຈຳ​ປີ​​ນີ້​ແມ່ນ"ຫຼັກ​ມາດຖານ​ຮ່ວມ​ພາຍ​ໃຕ້​ສະຖານະ​ການ​ໃໝ່", ຄຳ​ວ່າສະຖານະ​ການ​ໃໝ່​ກໍ່​ຄືສະຖານະ​ຖານ​ໃໝ່​​ດ້ານເສດຖະກິດ​ໂລກທີ່​ຄ່ອຍໆ​ຈໍ່​ຕົວ​ຂຶ້ນຫຼັງ​ຈາກ​ວິ​ກິດການ. ພົນ​ງານ​ທີ່ພົ້ນ​ເດັ່ນ​ຂອງ​ຈີນ​ໃນ​ວິ​ກິດ​ການ​ເສດຖະກິດ ​ເຮັດ​ໃຫ້​ໂລກ​ເຊື່ອ​ໝັ້ນ​ວ່າ​​ເສ​ດຖະກິດ​ຈີນ​ຈະ​ເພິ່ມຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສ່ວນຜົນງານຂອງ​ອິນ​​ເດຍ,ອາຊ​ຽນ ​ແລະ ພາກ​ພື້ນ​ອາຊີ-​ປາຊິ​ຟິກກໍ່​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​​ໃນ​ເສດຖະກິດ​ໂລກ. ​ໃນກອງ​ປະຊຸມ​ປະຈຳ​ປີນີ້, ງານ​ປຶກສາ​ຫາ​ລື​ຫົວ​ຂໍ້ສະ​ເພາະ​ກ່ຽວ​ກັບ​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຄົບຮອບ 10ປີ ທີ່​ມີ​ຊື່ວ່າ"ຜົນ​ສະທ້ອນຂອງ​ຈີນ​ຕໍ່​ການ​ຄ້າ ​ແລະ ການ​ເຕີບ​ໂຕ​​ຂອງ​​ໂລກ", ຄຳ​ປາ​ໄສ​ພິ​ເສດ​ຂອງ​ທ່ານ​ ດີມີຕຣີ ເມັດເວເດັຟ ປະທານາທິບໍດີຣັດ​ເຊຍ, ການ​ໂຄສະ​ນາ​ພາບພົດ​​ຂອງ​ອິນ​ເດຍທີ່​​ເຫັນ​ໄດ້​ຢູ່​ທົ່ວ​ທຸກ​ບ່ອນ​ຂອງດາວົສ ​ແລະ ງານ​ລາຕີ​ຂະໜາດ​ໃຫຍ່ທີ່​ມີ​ຊື່ວ່າ"ຄ່ຳ​ຄືນ​ແຫ່ງ ອິນ​ເດຍ"ກໍ່​​ໄດ້​​ຮັບ​ຄວາມສົນໃຈ​ຈາກ​ຜູ່ຮ່ວມ​ປະຊຸມ​ຕ່າງໆ.


ກອງ​ປະຊຸມ​ດາ​ວົສປະຈຳ​ປີ​ຂອງທຸກ​ປີ​ຈະ​ປະ​ເມີນ​ເສດຖະກິດ​ໂລກຂອງ​ປີນັ້ນ,ປີ​ນີ້,​​ໄດ້​ມີ​ການ​ຄາດ​ຄະ​ເນ​ທີ່​ເຫັນ​ໄປ​ໃນ​ແງ່​ດີ​ໂດຍ​ທົ່ວ​ໄປ​ແລ້ວ,ຍັງ​ມີ​ປັດ​ໄຈທີ່​ບໍ່​ແນ່ນອນ​ຫລາຍ​ຢ່າງ​​ໄດ້​ກາຍ​ເປັນ​ເງົາ​ມືດ​ທີ່​ປົກ​ຄຸມ​ເສດຖະກິດ​ໂລກ,​ໃນ​ນັ້ນ, ວິ​ກິດ​ການໜີ້​ສິນຂອ​ງ​ເອີ​ລົບ​ແມ່ນ​ຄວາມ​ອັນ​ຕະລາຍ​ທີ່​ໃຫຍ່​ທີ່ສຸດ.​ແຮງ​ກົດ​ດັນ​ດ້ານ​​​ໄພເງິ​ນ​ເຟີ້​ແລະຄວາມ​ສ່ຽງ​ທີ່​ພາ​ໃຫ້​​ເກີດທຶນ​ຮ້ອນ​ໃນອົງ​ກອນ​ເສດຖະກິດ​ທີ່​ຈະ​ເລີ​ນ​ໃຫມ່​ທີ່​ມີ​ຈີນ​ເປັນ​ຕົວ​ແທນ​ນັ້ນກໍ່​ອາດ​ຈະ​ນຳ​ເອົາ​ຜົນ​ກະທົບ​ໄປ​ໃຫ້ການ​ຟື້ນ​ຕົວ​ຄືນ​ຂອງ​ເສດ​ຖະກິດ​ໂລກ,ຖ້າວ່າ​ແກ້​ໄຂ​ຢ່າງ​ບໍ່​ຖືກຕ້ອງເຫມາະ​ສົມ,ກໍ່​ອາດ​ຈະ​ເກີດ​ມີ​ບັນຫາ​ທາງສັງຄົມ​ທີ່​ຮ້າຍ​ແຮງ.ສະນັ້ນ,ສິ່ງ​ທ້າ​ທາຍ​ທີ່​ມີ​ລັກສະນະ​ທົ່ວ​ໂລກ​ບາງ​ຢ່າງ​ເຊັ່ນ:ລາຄາ​ຂອງ​ຜະລິດ​ຕະພັນສິນຄ້າຂະຫນາດໃຫຍ່​ສູງ​ຂຶ້ນ​ຈະ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ​ທັນ​ຍາ​ຫານ​ແລະ​ພະລັງງານ.​ເອຢິບ​ເກີດຄວາມ​ວຸ້ນວາຍ​ໃນ​ໄລຍະ​ທີ່​ຈັດ​ກອງ​ປະຊຸມ,ບວກ​ກັບ​ສະຖານະ​ການ​ຕຸຍນີຊີການ​ປ່ຽນ​ແປງ​ໃນ​ບໍ່​ດົນ​ມາ​ນີ້,ຜູ່​ຮ່ວມ​ປະຊຸມ​ຫລາຍ​ທ່ານ​ຊີ້​ອອກ​ວ່າ, ສະຖານະ​ການການ​ເມືອງ​ທີ່​ປັ່ນ​ປ່ວນ​ຈະ​ສ້າງ​ແຮງ​ກົດ​ດັນ​ໃຫ້​ແກ່​ການ​ຟື້ນ​ຕົວ​ຄືນ​ຂອງ​ເສດຖະກິດ​ໃນ​ພາກ​ພື້ນ​ທີ່​ປະ​ເທດ​ເຫລົ່າ​ນີ້​ຕັ້ງ​ຢູ່.

ປ້ອງ​ກັນ​ບໍ່​ໃຫ້​ເສດຖະກິດ​ທົ່ວ​ໂລກ​ຕົກ​ຢູ່​ໃນ​ວິ​ກິດ​ການ​ອີກ​ເທື່ອ​ຫນຶ່ງ​ກໍ່​ແມ່ນ​ຫົວ​ຂໍ້​ສຳຄັນ​ໃນ​ກອງ​ປະຊຸມ​ດາ​ວົສປະຈຳ​ປີ​ນີ້.​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ​ໄດ້ປະກາດ​ໃຊ້ຕາຫນ່າງ​ຮັບ​ມື​ກັບ​ຄວາມ​ສ່ຽງ,​​ເພື່ອ​ຖື​ເປັນ​ເວທີຊ່ວຍ​ຜູ່​ນຳພາ​ໃນ​ທົ່ວ​ໂລກ​ຊອກ​ຮູ້,ກະກຽມ​ແລະ​ຮັບ​ມື​ກັບ​ຄວາມ​ສ່ຽງ​ອັນ​ໃຫມ່​ເປັນ​ຢ່າງ​ດີ.ນອກ​ນີ້, ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​ອາຫານ​ທົ່ວ​ໂລກ​ທີ່​ເຄີຍ​ເກີດ​ຂຶ້ນ​​ໃນປີ 2008 ຜ່ານ​ມາອີກ,ຈະ​ໃຫ້​ບໍລິສັດ​ໃຫຍ່​ໃນ​​ໂລກ 19 ​ແຫ່ງ,ຮ່ວມ​ກັບ​ລັດຖະບານ​ຕັງຊາ​ນີ​ແລະ​ຫວຽດນາມ​ພ້ອມ​ດ້ວຍ​ອົງການ​ຈັດ​ຕັ້ງ​ສາກົນ​ຈຳນວຫນຶ່ງ​ໄດ້​ວາງ​ຍຸດ​ທະ​ສາດ​ຄວາມ​ປອດ​ໄພ​ດ້ານ​ອາຫານ,​ເພື່ອ​ໃຫ້​ທົ່ວ​ໂລກ​ຊຸກ​ຍູ້​ການ​ຜະລິດ​ທັນ​ຍາ​ຫານ​ທັງ​ເຮັດໃຫ້​ສິ່ງ​ແວດ​ລ້ອມ​ພັດທະນາ​ຢ່າງ​ຕໍ່​ເນຶ່ອງ,​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ອາຫານ.


ໃນ​ໄລຍະ​ຈັດ​ກອງ​ປະຊຸມ, ການ​ເຈລະຈາ​ຮອບ​ໂດ​ຮາ​ຂອງ​ອົງການ​ການ​ຄ້າ​ໂລກ​ທີ່​ບໍ່​ໄດ້​ຮັບ​ຜົນ​ເປັນ​ເວລາ​ດົນ​ນານ​ນັ້ນກໍ່​ກາຍ​ເປັນ​ຫົວ​ຂໍ້​ຫາລື​ທີ່​ສຳຄັນ.ຜູ່​ຕາງຫນ້າ​ຂອງ 24 ປະ​ເທດສະມາຊິກ​ສຳຄັນ​ຂອງ​ອົງການ​ການ​ຄ້າ​ໂລກ​ໄດ້​ຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂະຫນາດ​ນ້ອຍ​ໃນ​ວັນ​ທີ 29, ​ໃຫ້​ຄຳ​ຫມັ້ນສັນຍາ​ວ່າ​ຈະທຸ່ມ​ເທ​ກຳລັງ​ແຮງ​ເພື່ອ​​ໃຫ້ການ​ເຈລະຈາ​ຮອບ​ໂດ​ຮາສຳ​ເລັດ​ໃນ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ