ລັດ​ຖະ​ບານ​ຈີນ​ວາງ​ນະ​ໂຍ​ບາຍ​ໃໝ່​ເພື່ອ​ເພີ່ມ​ການ​ຄ້ຳ​ຊູ​ຕໍ່​ການ​ຜະ​ລິດ​ທັນ​ຍາ​ຫານ

(GMT+08:00) 2011-02-10 16:36:56     cri

ຕາມ​ຂ່າວຈາກ​ໜັງສືພິມ​​ປະຊາຊົນ​ລາຍ​ວັນ:ໃນ​ວັນ​ທີ9​ກຸມພາ​ນີ້,ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຮຽກ​ໄຂ​ກອງ​ປະ​ຊຸມ​ປະ​ຈຳ,​ເພື່ອ​ວິ​ໄຈ​ສະ​ພາບ​ການ​ຜະ​ລິດ​ທັນ​ຍາ​ຫານ​ໃນ​ປະ​ຈຸ​ບັນ​ນີ້,​ບົນ​ພື້ນ​ຖານ​ນະ​ໂຍ​ບາຍ​ຄ້ຳ​ຊູ​​ທີ່​ມີ​ຢູ່​ແລ້ວ,​ເພີ່ມ​ອີກ​10​ມາດ​ຕະ​ການ​ອັນ​ສຳ​ຄັນ​ເພື່ອ​ເພີ່ມ​ການ​ຄ້ຳ​ຊູ​ຕໍ່​ການ​ຜະ​ລິດ​ທັນ​ຍາ​ຫານ​ຕື່ມ​ອີກ.​10​ມາດ​ຕະ​ການ​ນີ້​ລວມ​ທັງ​ການ​ສະ​ໜອງ​ເງິນ​ອຸດ​ໜູນ​ຕໍ່​ເຂ​ດ​ປະ​ສົບ​ໄພ​ແຫ້ງ​ແລ້ງ​ທີ່​ຜະ​ລິດ​ທັນ​ຍາ​ຫານ,​ເພີ່ມ​ການ​ອຸດ​ໜູນ​ຕໍ່ ເຂດ​ທີ່​ປະ​ສົບ​ໄພ​ແຫ້ງ​ແລ້ງ​ນັ້ນ​ກວ້າງ​ຂວາງ​ກວ່າ​ເກົ່າ,​ເພີ່ມ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ຕ້ານ​ໄພ​ແຫ້ງ​ແລ້ງ,​ແລະ​ຍົກ​ສູງ​ລາ​ຄາ​ຕ່ຳ​ສຸດ​ທີ່​ຮັບ​ຊື້​ເຂົ້າ​ເປັນ​ຕົ້ນ.​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ກະ​ສິ​ກຳ​ຈີນ​ກ່າວ​ວ່າ,​ທັງ​ໝົດ​ເຫຼົ່າ​ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ລັດ​ຖະ​ບານ​ມີ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ການ​ຜະ​ລິດ​ທັນ​ຍາ​ຫານ​ແລະ​ກະ​ສິ​​ກຳ,​ເຊິ່ງຈະ​ເກີດ​ມີ​ຜົນ​ສຳ​ທ້ອນ​ອັນ​ສຳຄັນ​ທີ່​ສຸດ​ຕໍ່​ການ​ເຮັດ​ໃຫ້​ການ​ຜະ​ລິດ​ທັນ​ຍາ​ຫານ​ໃນ​ລະ​ດູ​ຮ້ອນ​ແລະ​ການ​ຜະ​ລິດ​ກະ​ສິ​ກຳ​ໃນ​ຕະ​ຫຼອດ​ປີ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ອັນ​ອຸ​ດົມ​ສົມ​ບູນ.

​ນັບແຕ່​ເດືອນ​ຕຸລາ​ປີ2010​ເປັນຕົ້ນມາ,​ເຂດ​ສ່ວນ​ໃຫຍ່​ຂອງ​ພາກ​ເໜືອ​ຈີນ,​ເຂດລະຫວ່າງ ແມ່​ນ້ຳ​ເຫຼືອງ​ກັບ​ແມ່​ນ້ຳ​ຮວຍ​ເຮີ,​ແລະ​​ພາກ​ເໜືອ​ຂອງ​ເຂດ​ລະ​ຫວ່າງ​ແມ່​ນ້ຳ​ຢາງ​ຊີ​ກຽງ​​ກັບ ແມ່​ນ້ຳ​ຮວຍ​​ເຮີ​ມີ​ຝົນ​ຕົກ​ໜ້ອຍ​ຢ່າງ​ລຽນ​ຕິດ,​ເຂດ​ຕົ້ນ​ຕໍ​ທີ່​ຜະ​ລິດ​ເຂົ້າ​ເບຼ​ໃນ​ລະ​ດູ​ໜາວ,​ຄື:​ຊ່ານ​ຕົ່ງ,​ເຮີ​ນານ,​ເຮີ​ເປີຍ,​ຊ່ານ​ຊີ່,​ອ່ານ​ຮຸ່ຍ​ແລະ​ຈ່ຽງ​ຊູ່​ໄດ້​ເກີດ​ໄພ​ແຫ້ງ​ແລ້ງ​ຢ່າງ​ໜັກ​ໜ່ວງ,​​ປະ​ຈຸ​ບັນ​ນີ້,​ໄດ້​ເກີດ​ມີ​ວີ​ແວວ​ທີ່​ຈະ​ປະ​ສົບ​ໄພ​ແຫ້ງ​​ແລ້ງ​ແຕ່​ລະ​ດູ​ໜາວ​ຮອດ​ລະດູ​ໃບ​ໄມ້​ປົ່ງ​ຢ່າງ​ລຽນ​ຕິດ.​ຕາມ​ສະ​ຖາ​ນີ​ອຸ​ຕຸ​ນິ​ຍົມ​ຄາດ​ຄະ​ເນ​ວ່າ,​ກ່ອນ​ເດືອນ​ເມສາ​ປີ​ນີ້,​ເຂດ​ພາກ​ເໜືອ​ຈີນ​ແລະ​ເຂດ​ລະ​ຫວ່າງ​ແມ່​ນ້ຳ​ເຫຼືອງ​ກັບ​ແມ່​ນ້ຳ​ຮວຍ​ເຮີ​ຍັງ​ຈະ​ມີ​ຝົນ​ຕົກ​ໜ້ອຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ທຳ​ມະ​ດາ.​ໃນ​ຂະນະ​ດຽວ​ກັນ​ນີ້,​ເຂົ້າ​ເບຼ​​ໄດ້​ເຂົ້າສູ່​ໄລຍະ​ສຳ​ຄັນ​ຂອງ​ການ​ເຕີບ​ໃຫຍ່,​ມີ​ຄວາມ​ຕ້ອງ​ການ​​ເພີ່ມ​ຂຶ້ນ​ຫຼາຍ​ຕໍ່​ປະ​ລິ​ມານ​ນ້ຳ​ແລະ​ຝຸ່ນ.​ຖ້າ​ວ່າ​ບໍ່​ໃຊ້​ມາດຕະ ການ​ທີ່​ບັງ​ເກີດ​ຜົນ,​ຈະ​ມີ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຕໍ່​ຜົນ​​ເກັບ​ກ່ຽວ​ເຂົ້າ​ເບຼ.​ໃນ​ວັນ​ທີ8​ກຸມພາ​ນີ້,​ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ​ສະ​ຫະ​ປະ​ຊາ​ຊາດ​ຫຼື​ຟາວ​ກ່າວ​ເຕືອນ​ວ່າ,​ໄພ​ແຫ້ງ​ແລ້ງ​ຢ່າງ​ໜັກ​ໜ່ວງ​ທີ່​ຈີນ​ປະ​ສົບ​ນັ້ນ​ອາດ​ຈະ​ເກີດ​ມີ​ຜົນ​ກະທົບ​ຕໍ່​ຕະ​ຫຼາດ​ທັນ​ຍາ​ຫານ​ຂອງ​ໂລກ.

ຕົ້ນ​ປີ2011, ຂໍ້​ຕົກລົງ​ກ່ຽວ​ກັບ​ການ​​ເລັ່ງລັດ​ການ​ປະຕິ​ຮູບ​ພັດທະນາ​ດ້ານ​ຊົນລະ ປະ​ທານ​ຂອງ​ລັດຖະບານ​​ແລະສູນ​ກາງ​ພັກ​ກອມ​ມູນິດ​ຈີນ>​ເຊິ່ງເປັນ​ເອກະສານ​ເລກ​1​ຂອງ​ສູນ​ກາງ​ໃນປີ​ນີ້​ໄດ້​ເຜີຍ​ແຜ່​ອອກ​ມາ. ​​ເອກະສານດັ່ງກ່າວ​ໄດ້​ເອົາການ​ກໍ່ສ້າງ​ສິ່ງ​ກໍ່ສ້າງ​ຊົນ​ລະ​ປະ​ທານ​ໄວ້​​ຢູ່​ໃນ​ຖານະ​ທີ່​ສຳຄັນ​ທີ່​ສຸດ​​ໃນ​ການ​ພັດທະນາ​ກະສິກຳ. ​ເອກະສານ​ສະ​ເໜີ​ອອກ​ຢ່າງ​ຈະ​ແຈ້ງວ່າ, ສະພາບ​ອ່ອນ​ແອ​ດ້ານຊົນລະປະທານທີ່​ຕ້ອງການ​ເພີ່ມ​ທະວີ​ຢ່າງ​ພົ້ນ​ເດັ່ນ​ລວມມີ5ດ້ານ, ຄື: ອັນ​ທີໜຶ່ງ​ແມ່ນ​ການ​ກໍ່ສ້າງ​ດ້ານ​ຊົນລະປະທານ​ທົ່ງ​ນາ, ອັນ​ທີສອງ​​ແມ່ນການ​ຄຸ້ມ​ຄອງ​ນ້ຳຂະໜາດ​ກາງ​ແລະ​ນ້ອຍ​ກັບ​ການ​ປັບປຸງອ່າງ​ເກັບ​ນ້ຳ​ຂະໜາດ​ນ້ອຍທີ່​ມີ​ຄວາມສ​ຽງ​. ອັນ​ທີສາມ​ແມ່ນ​ແກ້​ໄຂ​ບັນຫາ​ຂາດ​ນ້ຳ​ຍ້ອນ​ຂາດ​​ໂຄງການສະໜອງ​ນ້ຳ​ໃນ​​ພາກ​ຕາ​ເວັນ​ຕົກສຽງ​ໃຕ້​ແລະ​ເຂດ​ອື່ນໆ, ອັນ​ທີສີ່​ແມ່ນ​ການ​ກໍ່ສ້າງ​ຄວາມ​ສາມາດ​ໃນ​ການ​ຕ້ານ​ແລ້ງ​ຕ້າ​ນຖ້ວມ, ອັນ​ສຸດ​ທ້າຍແມ່ນ​ແກ້​ໄຂ​ບັນຫາ​ຄວາມປອດ​ໄພດ້ານ​ນ້ຳ​ກິນ​ໃນ​ຊົນນະບົດ. 5ດ້ານທີ່​ອ່ອນ​ແອ​ດັ່ງກ່າວ​ລ້ວນ​ແຕ່​ແມ່ນພົວພັນ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ສະໜິດ​ແໜ້ນ.

ວັນ​ທີ9 ກຸມພາ​ນີ້,ລັດຖະບານ​ຈີນກໍ​ໄດ້​ອອກ​ມາດ​ຕະການ​ໃໝ່ທີ່​​ເພີ່ມ​ທະວີ​ການສະໜັບສະໜູນ​ການ​ຜະລິດ​ກະສິກຳ.ຜູ່​ຮັບຜິດຊອບ​ກ່ຽວຂ້ອງ​ຂອງ​ກະຊວງ​ກະສິກຳ​ຈີນກ່າວ​ວ່າ,"ພາຍ​ໃຕ້​ສະພາບ​ການ​ທີ່​ບໍ່​ດີ​ໃນ​ປັດຈຸບັນ,​ລັດຖະບານ​ອອກ​ມາດ​ຕະການ​ສະໜັບ​ສະ​ໜູນ​ແມ່ນ​ທັນ​ເວລາ​ທີ່​ສຸດ,ຈະ​ມີ​ຜົນ​ດີ​ຕໍ່​ການຊີ້​ນຳ​ຊາວ​ນາ​ເພີ່ມ​ທະວີ​ການ​ລົງທຶນ,​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ທົ່ງ​ນາ."ທ່ານ​ກ່າວ​ວ່າ,ຕ້ອງ​ຊີ້​ນຳ​ຈັດ​ຕັ້ງ​ຊາວນາໃຊ້​ທຶນ​ອຸດ​ໜູນ​ໃນ​ການ​ຕ້ານ​ໄພ​ແຫ້ງ​ແລ້ງ​ຢ່າງ​ແທ້​ຈິງ.​ໃນ​ຂະນະ​ດຽວ​ກັນ,ອອກ​ແຮງ​ຈັດ​ຕັ້ງຜູ່​ຊ່ຽວຊານ​ແລະ​ນັກວິຊາ​ການ​ດ້ານກະສິກຳ​ໄປ​ຊົນນະບົດ,​ເຮັດ​ໃຫ້​ແຕ່​ລະ​ບ້ານ​ມີ​ນັກວິຊາການ​ເພື່ອຊີ້​ນຳ​ຊາວຕ້ານ​​ໄພແຫ້ງ​ແລ້ງ​ແລະ​ຄຸ້ມ​ຄອງ​ທົ່ງ​ນາ​ເປັນ​ຢ່າງ​ດີ.ນອກ​ນີ້,ຍັງ​ຈະ​ໃຊ້​ມາດຕະການ​ແທ້​ຈິງ,ຄວບ​ຄຸມສັດຕູ​ພືດ​ໂດຍ​ອີງ​ຕາມ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດທີ່​ພິ​ເສດ​ແລະຈຸດ​ພິ​ເສດ​ຂອງ​ສັດຕູ​ພືດ​ໃນ​ປີ​ນີ້.

ໂດຍແນ​ໃສ່​​ເພື່ອ​ແກ້​ໄຂສະພາບ​​ແຫ້ງ​​ແລ້ງ​ທີ່​ຂ້ຽວຂາດ,ວັນ​ທີ9 ກຸມພາ​ນີ້,​ໃນ​ກອງ​ປະຊຸມ​ເຮັດ​ວຽກ​ຕ້ານ​ແຫ້ງ​ແລ້ງ​​ແລະຊຸກຍູ້​ການ​ຄຸ້ມ​ຄອງ​ທົ່ງນາ​ລະດູ​ໃບ​ໄມ້​ປົ່ງ​ທົ່ວ​ປະ​ເທດທີ່​ໄຂ​ຂຶ້ນ​ໂດຍ​ຜ່ານ​ວິ​ດີ​ໂອ,ທ່ານ​ຮານ​ຊາງຟູ້​ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ,ການ​ຜະລິດ​ເຂົ້າ​ແລະພືດ​ນ້ຳມັນ​ໃນ​ລະດູ​ຮ້ອນ​ແມ່ນ​ວຽກ​ງານ​ສຳຄັນ​ທີ່​ໜຶ່ງ​ຂອງ​ການ​ຜະລິດ​ກະສິກຳ​ໃນ​ປີນີ້,​ມັນ​ພົວກ່ຽວ​ພັນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ພື້ນຖານ​ຂອງ​ປະຊາຊົນ​ແລະ​ສະຖານະ​ການ​ພັດທະນາ​ສັງຄົມ​ເສດຖະກິດ,​ແມ່ນ​ສຳຄັນ​ທີ່​ສຸດ​ຕໍ່​ການເພີ່ມ​ຄວາມ​ໝັ້ນ​ໃຈ​​ໃນສັງຄົມ,ຜ່ອນຄາຍ​ຄວາມ​ກົດ​ດັນ​ທີ່​ຈະ​ເກີດ​ໄພ​ເງິນ​ເຟີ້,​ເຮັດ​ໃຫ້ການ​ຜະລິດ​ທັນ​ຍາ​ຫານ​ໝັ້ນ​ທ່ຽງ​ໃນ​ຕະຫຼອດປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ