CPI​ໃນ​ເດືອນ​ມັງ​ກອນ​ປີ2011​ເພີ່ມ​ຂຶ້ນ​ຊ້າ​ກວ່າ​ການ​ຄາດຄະ​ເນ, ​ແຕ່​ຍັງ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ​ທີ່​ລາຄາ​ສິນຄ້າ​ສູງ​ຂຶ້ນ

(GMT+08:00) 2011-02-16 17:20:47     cri

ວັນ​ທີ15ກຸ​ມພາ​ນີ້, ຈີນ​ໄດ້​ປະກາດ​ຂໍ້ມູນ​ເສດຖະກິດ​ໃນ​ເດືອນ​ມັງກອນ​ແລ້​ວນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ດັດຊະ​ນີ​ລາຄາ​ຜູ້​ຊົມ​ໃຊ້​ຫຼື​CPI​​​ໃນ​ເດືອນ​ມັງກອນ​ເພີ່ມ​ຂຶ້ນ4,9%​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ນັກ​ເສດຖະສາດ​ກ່າວ​ວ່າ, ຍ້ອນ​ໄດ້​ຮັບ​ຜົນກະທົບ​ຈາກ​ປັດ​ໄຈ​ດ້ານ​ຕະຫຼາດ​ສາກົນ​ແລະ​ພາຍ​ໃນ​ປະ​ເທດ, ​ໃນ​ປີ​ນີ້​ໂດຍ​ສະ​ເພາະ​ແມ່ນ​ຫົກ​ເດືອນ​ຕົ້ນ​, ​ເສດຖະກິດ​ຈີນ​ຍັງ​ຈະ​ປະ​ເຊີນ​ໜ້າ​ກັບຄວາມກົດ​ດັນ​ທີ່​ລາຄາ​ສິນຄ້າ​ສູງ​ຂຶ້ນ, ຍັງ​ຕ້ອງການ​​ໃຊ້​ຫຼາຍ​ວິທີ​ປະສານ​ສົມທົບ​ກັນ, ​ເພື່ອ​ຫຼຸດຜ່ອນ​ບັນຫາ​ເງິນ​ເຟິ້ທີ່​ຄາດ​ຄະ​ເນ​ໄວ້.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວຂ້ອງ​ຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ​​ໃນ​ເດືອນ​ມັງກອນ​ແລ້ວນີ້, ຍ້ອນ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກຍາມ​ພັກ​ບຸນກຸດ​ຈີນ, ​ແລະ​ອຸນ​ຫະພູມ​ຕ່ຳ​ທັງ​ມີ​ຝົນຕົກ​ເປັນ​ນ້ຳ​ກ້າມ, ດັດຊະນີລາຄາ​ຜູ້​ບໍລິ​ໂພ​ກ​ເພີ່ມຂຶ້ນ1,0%​ເມື່ອ​ທຽບ​ກັບ​ເດືອນ​ທັນວາ​ປີ2010, ​ແມ່ນ​ເດືອນ​ທີ່​ຈັງ​ຫວະ​CPI​ເພີ່ມ​ຂຶ້ນ​ເປັນອັນ​ດັບ3​ເມື່ອ​ທຽບ​ກັບ​ເດືອນ​ໜຶ່ງ​ທີ່​ຜ່ານ​ໄປ​ໃນ1ປີ​ທີ່​ຜ່ານ​ມາ, ຄື, ​ເດືອນ​ກຸມພາ​ປີ2010, CPI​ເພີ່ມ​ຂຶ້ນ1,2%, ​ເດືອນ​ພະຈິກ2010, CPI​ເພີ່ມ​ຂຶ້ນ1,1%.ແຕ່​ວ່າ, ຈັງ​ວະ​ເພີ່ມຂຶ້ນ​ຂອງ​CPIທີ່​ສູງ​ເຖິງ4,9%ຍັງ​ຕ່ຳ​ກວ່າ​ການ​ຄາດຄະ​ເນ​ຂອງ​ຕະຫຼາດ​ໃນ​ເມື່ອ​ກ່ອນ, ຄື5,3%.

ຍ້ອນຖືກ​ຜົນ​ສະທ້ອນ​ຂອງ​ຂ່າວ​ນີ້, ຕະຫຼາດ​ຫຸ້ນ​ຂອງ​ຈີນ​ໄດ້​ສືບຕໍ່​ທ່າ​ອ່ຽງສູງ​ຂຶ້ນ​ໃນ​ມື້​ວານ​ນີ້, ​ໃນ​ເວລາ​ເປີດ​ຕະຫຼາດ​ມື້​ນີ້​ກໍ່​ໄດ້​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສະ​ແດງ​ໃຫ້​ເຫັນ​ວ່າ, ຕະ​ຫຼາດ​ມີ​ຄວາມ​ເປັນ​ຫ່ວໜ້ອຍ​ລົງ​ໃນ​ລະດັບ​ໃດ​ໜຶ່ງ​ຕໍ່​ສະພາບ​​ເສດຖະກິດ​ມະຫາ​ພາກ​ແລະ​ເງິນ​ຝືດ.ທ່ານ​ຈ້າວ​ຊີ່​ຈຸ່ນ, ຮອງ​ຫົວໜ້າ​ສະຖາ​ບັນ​ການ​ເງິນ​ແລະ​ການ​ທະນາຄານ​ຂອງ​ມະຫາວິທະ​ຍາ​ໄລ​ປະ​ຊາຊົນ​ຈີນ​ກ່າວ​ວ່າ, ກ່ອນ​ໜ້າ​ນີ້, ພາຍ​ນອກ​ໄດ້​ປະ​ເມີນ​ຜົນ​ສະທ້ອນ​ຂອງ​ປັດ​ໄຈ​ດ້ານ​ລະດູ​ການ​ຕໍ່​ຕະ​ຫຼາດ​ສູງ​ເກີນ​ໄປ, ​ແຕ່​​ເມື່ອ​ສັງ​ເກດ​ໂດຍ​ລວມ​ແລ້ວ​ເຫັນ​ວ່າ, ​ຄວາມ​ກົດ​ດັນ​ທີ່​ເຮັດ​ໃຫ້​ລາຄາ​ສິນຄ້າ​ສູງ​ຂຶ້ນ​ຍັງ​ຫຼາຍ​ຢູ່. ທ່ານ​ເວົ້າ​ວ່າ,ໄພ​ແຫ້ງ​ແລ້ງ​ໄດ້​ສ້າງ​ຜົນ​ກະທົບ​ຫຼາຍ​ເປັນບໍລິ​ເວນ​ກວ້າງ​ຢູ່​ເຂດ​ຜະລິດ​ທັນ​ຍາ​ຫານ​ທີ່​ສຳຄັນ​ຢູ່​ພາກ​​ເໜືອ​ຂອງ​ຈີນ, ປະ​ຈຸ​ບັນ, ພວມ​ເປັນ​ໄລຍະ​ສຳຄັນ​ໃນ​ການ​ດຳ​ເນີນ​ການ​ປູກຝັງ​ລະດູ​ໃບ​ໄມ້​ປົ່ງ, ຖ້າວ່າ​ໄພ​ແຫ້ງ​ແລ້ງ​ແກ່ຍາວ​ຕໍ່​ໄປ, ຈະ​ມີ​ຜົນ​ກະທົບ​ຫຼາຍ​ສົມຄວນ​ຕໍ່​ການ​ຜະ​ລິດ​ທັນ​ຍາ​ຫາ​ນລະດູ​ຮ້ອນ. ລາຄາ​ທັນ​ຍາ​ຫານ​ສາກົນ​​ຖີບ​ສູງ​ຂຶ້ນ​ຫຼາຍ, ອີງ​ຕາມ​ການ​ຄົ້ນຄວ້າ​ຈຳ​ນວນ​ໜຶ່ງ, ​ເຫັນ​​ວ່າ, ປີ​ນີ້, ການ​ສະໜອງ​ແລະ​ຄວາມ​ຕ້ອງການ​ດ້ານ​ທັນ​ຍາ​ຫານ​ໃນ​ທົ່ວ​ໂລກ​ອາດ​ຈະ​ບໍ່​ດຸ່ນດ່ຽງ​ກັນ.​ໂດຍ​ສະ​ເພາະ​ບາງ​ປະ​ເທດ​ຈະ​ສືບ​ຕໍ່​ຈຳກັດ​ການ​ສົ່ງ​ອອກ, ລາຄາ​ທັນ​ຍາ​ຫານ​ສາກົນ​ຍັງ​ອາດ​ຈະ​ສູງ​ຢູ່​, ​ເຊິ່ງສົ່ງ​ຜົນ​ສະທ້ອນ​ຕໍ່​ລາຄາ​ທັນ​ຍາ​ຫານ​ພາຍ​ໃນ​ປະ​ເທດ.


ຂໍ້​ມູນ​ທີ່ປະກາດ​ໃນ​ມື້​ດຽວ​ກັນ ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ດັດຊະ​ນີລາຄາ​ການ​ຜະລິດ​ຫຼື​PPI ລ້ວນ​ແຕ່​​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ​ແລະ​ຂອງ​ເດືອນ​ທີ່​ຜ່ານ​ມາ,ດັດ​ຊະ​ນີຜູ່​ບໍລິຫານ​ຈັດ​ຊື້​ຫຼືPMIທີ່​ເຜີ​ຍ​ແຜ່​ໃນ​ກ່ອນ​ຫນ້າ​ນີ້​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ,​ເສດຖະກິດ​ຈີນ​ຍັງ​ຕົກ​ຢູ່​ໃນ​ໄລຍະ​ທີ່ຂະຫຍາຍ ກວ້າງ​ອອກ,​ແຕ່​ລາ​ຄາ​ຊື້​ວັດຖຸ​ດິບ​ກໍ່​​ສູງ​ຂຶ້ນ,​ແລະ​​ເຮັ​ດ​ໃຫ້​ວິ​ສາ​ຫະກິດຮູ້ສຶກມີ​ຄວາມ​​ກົດ​ດັນຫຼາຍກວ່າ​ເກົ່າ. ທ່ານ​ຈ້າວ​ຊີ່​ຈຸ່ນ​ເຫັນ​ວ່າ,ປັດ​ໄຈ​ສາກົນ​​ແມ່ນ​ເບິ່ງ​ຂ້າມ​ບໍ່​ໄດ້.ທ່ານ​ກ່າວ​ວ່າ:

"ຍ້ອນ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ສວຍ​​ໂອກາດ​ໃນ​ສາກົນ,​ເຊິ່ງມີ​ການ​ພົວພັນ​ກັບ​ການ​ປ່ຽນ​ແປງ​ດ້ານນະ​ໂຍບາຍ​ຂອງ​ອາ​ເມ​ລິ​ກາ​ແລະ​ເອີ​ລົບ,ນະ​ໂຍບາຍ​ຜ່ອນຄາຍ​ເງິນຕາ​ທາງ​ປະລິມານ​ຮອບ​ 2 ຂອງອາ​ເມ​ລິ​ກາ​ທີ່ພວມ ປະຕິບັດ​ນັ້ນ​ຈະ​ດຳ​ເນີນ​​ໄປ​ຮອດ​ເດືອນ​ມິ​ຖຸນາປີ​ນີ້,ນີ້​ຫມາຍ​ຄວາມ​ວ່າ ການ​ປ່ອຍ​ເງິນ​ໂດ​ລາ​ໃນ​ຕະ ຫຼາດ​ແຕ່ລະ​ເດືອນ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ ​ອາດ​ຈະ​ສ້າງປັດ​ໄຈໃຫ້ລາຄາ​ຜະລິດ​ຕະພັນ​​ໃຫມ່​ຫຼາຍ​ປະ​ເພດແພງ​ຂຶ້ນ​ຕື່ມ​ອີກ,ຕົ້ນ​ທຶນ​ນຳ​ເຂົ້າ​ຈະຖີບ​ສູງຂຶ້ນ​ຕື່ມ​ອີກ​ເຊັ່ນ​ກັນ.ສະພາບ​ດັ່ງກ່າວອາດ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່CPI,ນີ້​ກໍ່ແມ່ນ​ສິ່ງ​ທ້າ​ທາຍຮ່ວມ​ກັນ​ທີ່​ພວກ​ເຮົາ​ພວມ​ປະ​ເຊີນ​ຢູ່."
 ທ່ານ​ຈ້າວ​ຊີ່​ຈຸ່ນ​ເຫັນ​ວ່າ,ປີ​ນີ້,ຈີນ​ຄວນ​ຄວບຄຸມ​ເງິນ​ເຟີ້​ທີ່​ຄາດ​ໄວ້​ລ່ວງ​ຫນ້າ,​ແລະ​ປະຕິບັດ​ນະ​ໂຍບາຍ​ເງິນຕາ​ທີ່​ລະມັດລະວັງ​ຮອບ​ຄອບ,​​​ແລະສົ່ງ​ສັນຍານທີ່​ຮັດກຸມ​ເງິນຕາອອກ​ມາ.ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ,ທະນາຄານ​ກາງ​ຈີນ​ໄດ້​ເພີ່​ມອັດຕາຄັງ​ສຳຮອງ​ເງິນ​ຝາກ​ໃຫ້​ຫຼາຍ​ຂຶ້ນ 7 ​ເທື່ອ,​ເພີ່ມ​ອັດຕາ​ດອກ​ເບ້ຍ 3 ​ເທື່ອ,ພາກສ່ວນອື່ນໆ​ກໍ່​ໄດ້​ປະສານ​ສົມທົບກັບການ​ຜະລິດ​ຢ່າງ​ຫມັ້ນ​ທ່ຽງ,ສະ​ນັ້ນ,​ການ​ທີ່ເຮັດ​ໃຫ້​ລາຄາ​ສິນຄ້າມີ​ຄວາມ​ຫມັ້ນ​ທ່ຽງນັ້ນ​ມີ​ພື້ນຖານຢູ່​ແລ້ວ. ທ່ານ​ກ່າວ​ວ່າ:(ປ່ອຍ​ສຽງ 3)


"​ ຈີນ​​ໄດ້ໃຊ້​ມາດ​ຕະການ​ໃນ​ຫຼາຍ​ດ້ານ.​ເຖິງ​ວ່າ​ຍັງ​ປະ​ເຊີ​ນກັບ​ຄວາມກົດ​ດັນ​​ຢ່າງແຮງກໍ​ຕາມ,​ແຕ່​​ໄດ້ເລີ່​ມຮັບ​ມື​ກັບ​ຄວາມ​ກົດ​ດັ​ນມາ​​ເປັນ​ເວລາ​ດົນ​ນານ​ແລ້ວ,ຖ້າຮັບ​ມື​ກັບ​ສະພາບ​ດັ່ງກ່າວ​ຢ່າງ​ເຫມາະ​ສົມ,ກໍ່​ຈະ​ສາມາດ​ຄວບ​ຄຸ້ມ​​ໄດ້ເປັນ​ຢ່າງ​ດີ​"
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ