ການ​ທີ່ຈີນ​ຕ້ານ​ໄພ​ແຫ້ງ​ແລ້ງເພື່ອຄ້ຳປະກັນຜົນ​ຜະລິດ​ທັນ​ຍາ​ຫານ​ນັ້ນຈະ​ເປັນ​ການປະກອບສ່ວນ​ຕໍ່ການ​ຄ້ຳປະກັນ​ດ້ານອາ​ຫານ​ຂອງ​ໂລກ

(GMT+08:00) 2011-02-18 15:56:52     cri

ນັບ​ແຕ່​ເດືອນ​ຕຸລາ​ປີ​ກາຍ​ນີ້ເປັນ​ຕົ້ນ​ມາ,​ ​ແຂວງ​ຊ່ານ​ຕົ່ງແລະ​ແຂວງ​ເຫີ​ນານ​ທີ່​ເປັນ​ເຂດຜະລິດ​ເຂົ້າ​ເບຼທີ່​ສຳຄັນຂອງ​ຈີນ​ໄດ້​ຝົນຕົກ​ຫນ້ອຍ​ທີ່​ສຸດ,​ບາງ​ເຂດ​ອື່ນໆ​ກໍ່​ໄດ້​ພົບ​ກັບ​ໄພແຫ້ງ​ແລ້ງ​ເຊັ່ນກັນ,​​​ແລ້ວເຮັດ​ໃຫ້ການ​ຜະລິດ​ທັນ​ຍາ​ຫານ​​ຫຍຸ້ງຍາກ​ຫຼາຍ​ສົມຄວນ,ລາຄາ​ທັນ​ຍາ​ຫານ​ປະ​ເຊີບ​ກັບ​ຄວາມ​​ກົດ​ດັນ​ທີ່​ສູງ​ຂຶ້ນ,​​​ແລະ​ເຮັດ​ໃຫ້​ມີ​ຄວາ​ມ​ຄາດ​ຄະ​ເນໄວ້ລ່ວງ​ຫນ້າຕໍ່​ໄພ​ເງິນ​ເຟີ້​ສູງ​ຂຶ້ນ. ດ້ວຍ​ເຫດ​ນີ້, ລັດຖະບານ​ຈີນ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍ​ຊ່ອຍ​ຊູ​ຍູ້​ຫນູນ​ກັນ ຕ່າງໆ​​​ໃນດ້ານ​ການ​ຜະລິດ​ທັນ​ຍາ​ຫານ,​ເຊິ່ງລວມທັງ​​:ເພີ່ມ​ລາຄາຕ່ຳ​ສຸດ​ດ້ານ​ການ​ຮັບຊື້​ເຂົ້າ​ເປືອກ​​,​ເພີ່ມ​ການ​ກໍ່​ສ້າງພື້ນຖານ​ໂຄງ​ລ່າງ​ເພື່ອ​ຕ້ານ​​ໄພ​ແຫ້ງ​​ແລ້ງ​​ໃຫ້​ຫຼາຍ​ກວ່າ​ເກົ່າ,ການ​ເງິນ​ສູນ​ກາງ​​ໄດ້​ຈັດ​ວາງງົບປະມານອຸດ​ຫນູນ​ໃນການ​ຊື້​ກົນ​ຈັກກະ​​ເສດ​,ເປີດ​ກວ້າງ​ຂອບ​ເຂດ​ອຸດ​ຫນູນ​​ການລະບາຍ​ນ້ຳ​ໃສ່​ນາເຂົ້າ​ເບຼ​ຜ່ານ​ລະດູ​ຫນາວ​ເພື່ອ​ຕ້ານ​​ໄພ​ແຫ້ງ​ແລ້ງ​ແລະ​ອື່ນໆ. ທ່ານ​​ເວີ້​ຍ ລ້ຽງ,ຜູ່​ຊ່ຽວຊານກ່ຽວກັບ​ທັນ​ຍາ​ຫານ​ຂອງ​ຫ້ອງການຄົ້ນຄວ້າ​ເສດ ຖະກິດ​ໂລກ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ຍຸກ​ປະຈຸ​ບັນ​ຂອງ​ຈີນ​ຊີ້​ອອກ​ວ່າ,ນະ​ໂຍບາຍ​ເຫຼົ່າ​ນີ້​ມີ​ບົດບາດ​ທີ່​ດີຕໍ່​ການ​ເຮັດ​ໃຫ້​ລາຄາ​ທັນ​ຍາ​ຫານ​ຈີນ​ກໍ​ຄືຂອງ​ໂລກມີ​ຄວາມ​ຫມັ້ນ​ທ່ຽງ. 

ທ່າ​ນກ່າວ​ວ່າ:    "ລາຄາ​ທັນ​ຍາ​ຫານ​ໃນຕະຫຼາດ​ ຕົ້ນ​ຕໍ​​ແມ່ນຂຶ້ນ​ຢູ່​ກັບການຄາດ​ໄວ້​ລ່ວງ​ຫນ້າ, ຕົວຢ່າງ​ຄື:​ຢູ່​​ແຫ່ງ​ໃດ​​ໄດ້ເກີດ​​ໄພທຳ​ມະ​ຊາດ ​ເຊັ່ນ:​ໄພ​ແຫ້ງ​ແລ້ງ​ຫຼືໄພ​ນ້ຳ​ຖ້ວມ. ຖ້າວ່າ​ສະພາບ​ດັ່ງກ່າວ​​ໄດ້​ຜ່ອນຄາຍ​ລົງໃນ​ລະດັບ​ໃດ​ຫນຶ່ງ,ກໍ່​ຈະ​ເຮັດ​ໃຫ້​ຫຼຸດຜ່ອນ​ລາຄາ​ທັນ​ຍາ​ຫານ​ທີ່ສູ​ງຂຶ້ນ. ສະ​ນັ້ນ,ຈຸດປະສົງ​ຂອງ ນະ​ໂຍບາຍ​ແລະ​ມາດຕະການ​ຕ່າງໆ​ທີ່​ລັດຖະບານ​ຈີນ​ປະ​ກາດ​ໃຊ້ນັ້ນ ​ດ້ານ​ຫນຶ່ງ​ແມ່ນ​ເພື່ອ​​ເຮັດໃຫ້​ທັນ​ຍາ​ຫານ​ໄດ້​ຮັບ​ຜົນ​ຜະລິດ​ຫຼາຍ​ຂຶ້ນ,ອີກ​ດ້ານ​ຫນຶ່ງ​ກໍ່​ມີ​ຜົນ​ດີ​ຕໍ່ການ​ຫຼຸດລາຄາ​ທັນ​ຍາ​ຫານ​ຂອງ​ຈີນ​ງແລະ​ສາກົນ​ໃຫ້ຕ່ຳລົງ​ໃນ​ອະນາຄົດ."  ໃນ​ຖານະ​ເປັນ​ປະ​ເທດທີ່ຜະລິດ​ເຂົ້າ​ເບຼຫຼາຍ​ກວ່າ​ຫມູ່​​ໃນ​ໂລກ,​ສະພາບ​ໄພ​ແຫ້ງ​ແລ້ງ​ຢູ່​ພາກ​ເຫນືອ​ຂອງ​ຈີນ​ໄດ້​ເຮັດ​ໃຫ້​ຕະຫຼາດ​ສາກົນ​ເປັນ​ຫ່ວງນຳ​ຫຼາຍ.​ອົງການ​ສາກົນ​ທີ່​ກ່ຽວຂ້ອງ​ກໍ່ປະກາດ​ເຕືອນ​ໄພ​ໂດຍ​ກ່າວ​ວ່າ,​ໄພ​ແຫ້ງ​ແລ້ງ​ຂອງ​ຈີນ​ອາດ​ຈະສົ່ງ​ຜົນກະທົບ​ຕໍ່ຕະຫຼາດ​ທັນ​ຍາ​ຫານ​ຂອງ​ໂລກ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​​ເວີ້​ຍ​ລ້ຽງ​ຊີ້​ອອກ​ວ່າ,​ໄພທຳ​ມະ​ຊາດ​ພຽງ​ແຕ່​ແມ່ນ​ຂໍ້​ອ້າງ​ທີ່ທຶນ​ໄຫຼ​​ສາກົນກົ່ງ​ລາຄາ​ທັນ​ຍາ​ຫານ​ໃນ​ປະຈຸ​ບັນ​ເທົ່າ​ນັ້ນ, ​ແຕ່ເມື່ອ​ສັງ​ເຫດ​ຈາກ​​ເມື່ອກ່ອນ​ຫຼື​ວ່າ​ປະຈຸ​ບັນ​ແລ້ວ​ເຫັນ​ວ່າ,ຈຳນວນທັນ​ຍາ​ຫານ​ຂອງ​ຈີນທີ່​ຊື້​ຈາກ​ຕ່າງປະ​ເທດ​ແລະ​ສົ່ງ​ອອກໃຫ້​ຕ່າງປະ​ເທດລ້ວນ​ແຕ່​​ມີຫນ້ອຍ​ທີ່​ສຸດ,ຈະ​ບໍ່​​ໄດ້​ສ້າງ​ຜົນ​ກະທົບ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ທັນ​ຍາ​ຫານ​ຂອງ​ໂລກ.ທີ່​ຈິງ​ແລ້ວ,ການ​​ເຮັດໃຫ້​ລາຄາ​ທັນ​ຍາ​ຫານ​ຂອງ​ໂລກ​ແພງ ຂຶ້ນ​ໃນ​ປະຈຸ​ບັນນັ້ນ​ຕົ້ນຕໍ​ມີ​ປັດ​ໄຈ​ໃນ 3 ​ດ້ານ​ດັ່ງ​ກ່າວ:

"ອັນ​ທີ​ຫນຶ່ງ​ແມ່ນ​ໄພ​ພິບັດທຳ​ມະ​ຊາດ​ໂລກ​ເກີດ​ຂຶ້ນ​ເລື້ອຍໆ,​ເຊິ່ງ​ໄດ້​ມີ​ຜົນ​ກະທົບທາງ​ລົບ​ຕໍ່​ການ​ຜະລິດ​ແລະ​ສະຫນອງ​ຂອງ​ຕະຫຼາດ​ສາກົນ. ອັນ​ທີ​ສອງ​ແມ່ນຍ້ອນ​​ໄດ້​ຮັບຜົນ​ກະທົບຈາກ​ວິ​ກິດ​ການ​ການ​ເງິນ​ສາກົນ, ທຶນ​ໄຫຼ​ຈຳນວນ​ຫຼວງ​ຫຼາຍລ້ວນ​ແຕ່​ໄດ້​ກຳ​ໄລ​ຈາກ​ຕະຫຼາດຜະລິດ​ຕະພັນ​ຫຼາຍ​ປະ​ເພດ​​ໃຫມ່ສາກົນ​ທີ່​ຖືທັນ​ຍາ​ຫານ​ເປັນ​ຕົວ​ແທນ,​ແລ້ວ​ໄດ້​​ຊຸກ​ຍູ້​ໃຫ້​ລາຄາ​ທັນ​ຍາ​ຫານ​ຖີບ​ສູງ​ຂຶ້ນ; ອັນ​ທີ​ສາມ​ກໍ່ແມ່ນ​ທັນ​ຍາ​ຫານ​ມີ​ຄວາມອິດສະຫຼະຫຼາຍ​ກວ່າ​ຜະລິດ​ຕະພັນ​​ປະ​ເພດອື່ນ​ໆ​ທີ່ສາມາດຊື້​ຂາຍ​,ຖືທຶນ​ໄຫຼ​​ເປັນ​​ເຄື່ອງມື​ຫຼຸດ​ຄວາມ​ສ່ຽງ ສະ​ນັ້ນ​ທັນ​ຍາ​ຫານ​ຈຶ່ງມີການ​ຊື້​ຂາຍ​​ຫຼາຍ, ​ແລ້ວກໍ່​​ເຮັດ​ໃຫ້ລາຄາ​ທັນ​ຍາ​ຫານ​ສູງ​ຂຶ້ນ​​​ແລ້ວ​ບໍ່​ຍອມ​ລົງ."  ທີ່​ຈິງ​ແລ້ວ,ຈີນ​​ໄດ້​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່ຄວາມ​ປອດ​ໄພ​ດ້ານ​ອາຫານ​ຕະຫຼອດ​ມາ,ປະຈຸ​ບັນ, ອັດຕາ​ສ່ວນ​ລະຫວ່າງການ​ສະ​ສົມ​ໃນ​ສາງກັບ​ການ​ບໍລິ​​ໂພ​ກ​ທັນ​ຍາ​ຫານ​ຂອງ​ຈີນ​​ໄດ້ຫຼາຍ​ກວ່າ 40%,​ເຊິ່ງສູ​ງກວ່າ​ລະດັບ​ສະ​ເລ່ຍ​ຂອງ​ໂລກຫຼວງ​ຫຼາຍ, ອັດຕາ​ກຸ້ມ​ຕົນ​ເອງ​ຂອງທັນ​ຍາ​ຫານ​​ມີ​ເຖິງ 95%,ທ່ານ​​ເວີ້ຍລ້ຽງ​ຊີ້​ອອກ​ວ່າ:  (ປ່ອຍ​ສຽງ3 )"ມາດ​ຕະການຕ່າ​ງໆ​ຂອງ​ລັດຖະບານ​ຈີນ​​ໃນ​ການຕ້ານ​ໄພ​ແຫ້ງ​ແລ້ງ​​​ເພື່ອ​ຄ້ຳປະກັນຜົນ​ຜະລິດທັນ​ຍາ​ຫານ ​ບໍ່​ພຽງ​ແຕ່​ຮັບຜິດຊອບ​ປະຊາຊົນ​ຂອງພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ,ຍັງ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕໍ່​ຕະຫຼາດ​ສາກົນ​ແລະປະຊາຊົນ​ທົ່ວ​ໂລກ,ຈີນ​ແມ່ນ​ປະ​ເທດ​​ໃຫຍ່​ທີ່ມີ​ປະຊາກອນ​ຫຼາຍ​ກວ່າ​ຫມູ່​​ໃນ​ໂລກ,ຄື​ມີ 1 ຕື້ 300 ລ້ານຄົນຕ້ອງມີ​ອາຫານ​ການກິນ,ການ​ທີ່ສາມາດ​ແກ້​ໄຂ​ບັນຫາ​ອາຫານການ​ກິນ​ຂອງ​ພາຍ​ໃປນະ​ເທດນັ້ນກໍ່​ປະກອບສ່ວນ​ອັນ​ໃຫຍ່​ຫຼວງທີ່​ສຸດຕໍ່​ການ​ຄ້ຳປະກັນດ້ານ​ອາຫານ​ຂອງ​ໂລກ"

 
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ