"ຈີນ​ຜະລິດ"ຫັນ​ເປັນ"ຈີນ​ປະດິດ​ສ້າງ"ຢ່າງ​ວ່ອງ​ໄວ

(GMT+08:00) 2011-02-22 17:09:59     cri

ເຄື່ອງ​ນຸ່ງ​ຫົ່ມ ໝວກ​ເກີບທີ່ລາຄາ​ຖືກ, ກັບ​ໄຟ​ທີ່ມີ​ກຳ​ໄລບໍ່​ຮອດ 0.1 ຢວນ. ​ໃນສາຍຕາ​ຂອງ​ປະຊາຊົນ​ຊາວ​ໂລກ "ຈີນ​ຜະລິດ"ກໍ່​ໝາຍ​ເຖິງ"ຜະລິດ​ຕະພັນ​ຂັ້ນ​ ຕົ້ນ". ​ໃນ​ຫຼາຍ​ປີ​ມາ​ນີ້,ຄຽງ​ຄູ່​ກັບຍານ​ອະວະກາດ"​ເຊີນ​ໂຈ່​ວ"ບິນຂຶ້ນ​ສູ່ອະວະກາດ, ລົດ​ໄຟ​​ຄວາມ​ໄວ​ສູງ​​ໄດ້​ສ້າງ​ສະຖິຕິ​ໂລກ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ, ພ້ອມ​ທັງ​ລົດຍົນ​ພະລັງງານ​ສະ​ອາດຊະນິດ​ຕ່າງ​ໆ ​ແລະ ​ເຫຼັກ​ກ້າ​ທີ່​ບາງ​ຄື​ເຈ້ຍ​​ໄດ້​ຜະລິດ​ອອກ​ຢ່າງ​ບໍ່​ຂາດ​ສາຍ, ທົ່ວ​ໂລກ​ພວມ​ໃຊ້​ສາຍຕາ​ໃໝ່​ມາສັງ​ເກດ"ຈີນ​ຜະລິດ".

ການ​ຊຸກ​ຍູ້"ຈີນ​ຜະລິດ"​ໄປຮອດ​ລະດັບ​ສູງ​ສຸດ​ຂອງຂະ​ແໜງ​ອຸດສາຫະກຳ​ການຜະລິດ​ໃນສາກົນ​ນັ້ນ​ແມ່ນ​ລັດວິ​ສາ​ຫະກິດ​ລະດັບສູນ​ກາງ​ຈີນ​ທີ່​ກວມຫຼາຍ​ກວ່າ 40% ຂອງ​GDPຈີນ. ​ແຕ່ລະ​ປີ, ລັດວິ​ສາ​ຫະກິດລະດັບສູນ​ກາງ​ຈີນກໍ່​ລົງທຶນ​ຫຼາຍ​ສົມຄວນ​ໃນ​ຂົງ​ເຂດ​ຄົ້ນຄວ້າ​ພັດທະນາ​ ​ແລະ ປະດິດ​ສ້າງ. ​ແຕ່ ປີ2006 ຫາ ປີ2009, ຄ່າ​ໃຊ້​ຈ່າຍ​ໃນ​ການ​ຄົ້ນຄວ້າ​ພັດທະນາ​ຂອງ​ລັດວິ​ສາ​ຫະກິດ​ລະດັບສູນ​ກາງ​ຈີນ​ສະ​ເລ່ຍ​ແລ້ວ​ໄດ້ເພິ່ມຂຶນ 27,9% ຕໍ່​ປີ. ລັດວິ​ສາ​ຫະກິດ​ລະດັບສູນ​ກາງຈີນ​ມີສິດທິ​ບັດສິ່ງ​ປະດິດ​ສ້າງ 2 ໝື່ນ 1 ພັນ 266 ລາຍ, ຈັງ​ຫວະ​ເພິ່ມຂຶ້ນ​ຂອງ​ການຮ້ອງ​ຂໍສິດທິ​ບັດ​ຂອງວິ​ສາ​ຫະກິດ​ຈຳນວນໜຶ່ງ​ ສູງ​ກວ່າ 50% ຕໍ່​ປີ.

ຈີນ​ແມ່ນ​ປະ​ເທດ​​ໃຫຍ່​ທີ່​ຜະລິດ​​ຂາງ ​ແລະ ເຫຼັກ​ກ້າ,​ແຕ່​ອັດຕາ​ກຳ​ໄລ​ຂອງອຸດສາຫະກຳຂາງ ​ແລະ ເຫຼັກ​ກ້າຈີນ​ພັດ​ຖືກຈຳ​ກັດ​ດ້ວຍ​ຫີນ​​ແຮ່ເຫຼັກ​ທີ່​ມີ​ລາຄາ​ສູງ. ​ໃນປີ2010, ອັດຕາ​ກຳ​ໄລ​ຂອງ​ອຸດສາຫະກຳ​ຂາງ ​ແລະ ​ເຫຼັກ​ກ້າ​ຂອງ​ຈີນ​ມີ​ແຕ່ 2,91%ເທົ່າ​ນັ້ນ, ​ແຕ່​ກຳ​ໄລ​ຂອງ​ກຸ່ມ​ບໍລິສັດ​​ຣີ​ໂອ ຕີນ​ໂຕ ​ເຊິ່ງ​ເປັນ​ບໍລິສັດ​ຫີນ​ແຮ່​ເຫຼັກ​ຂະໜາດໃຫຍ່​ທີ່​ສຸດ​ໃນ​ໂລກ​ກໍ່​ຫຼາຍ​ກວ່າລວມ​ຍອດ​ກຳ​ໄລ​ຂອງ​ວິ​ສາ​ຫະກິດ​ຂາ ​ແລະ ​ເຫຼັກ​ກ້າ80%​ຂອງ​ຈີນ.

ເຫຼັກກ້າທີ່​ໃຊ້​ໃນ​ການ​ຜະລິດ​ລົດຍົນ​ແມ່ນ​ເຫຼັກກ້າລະດັບ​ສູງ, ​ກໍ​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່​ສະ​ແດງ​ເຖິງ​ລະດັບ​ເຕັກນິກ​​ອຸດສາ​ຫະ​ກຳ​ເຫຼັກ​ກ້າ ​ຂອງ​ປະ​ເທດ​ໜຶ່ງ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈີນ​ໄດ້​ເພີ່ມ​ການ​ລົງທຶນ​ໃນ​ການຄົ້ນຄວ້າ​ຜະລິດ​ເຫຼັກ​ກ້າ​​ລົດ​ຍົນ. ທ່ານ​ຖຽນຈື້ຫຼິງ, ຮອງ​ຜູ້ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດຄົ້ນຄວ້າ​​ ວິທະຍາສາດເຕັກນິກ​ເຫຼັກ​ກ້າ​ຈີນ ກ່າວ​ວ່າ, ປີ 2010, ກຸ່ມ​ບໍລິສັດ​ດັ່ງກ່າວ​ໄດ້​ຄົ້ນຄວ້າ​​ເຕັກນິກ​ຜະລິດ​ເຫຼັກກ້າ​ລົດຍົນລຸ້ນ​ທີ​ 3 ທີ່​ມີ​ລະ​ດັບ​ນຳ​ໜ້າ​ທົ່ວ​ໂລກ ຢ່າງ​ສຳ​ເລັດ​ຜົນກ່ອນໝູ່​ໃນ​ທົ່ວ​ໂລກ, ​ພາຍຫຼັງ​ໃຊ້​ເຫຼັກກ້າ​ລົດຍົນ​ລຸ້ນ​ທີ 3 ​ແລ້ວ, ສາ​ມາດ​ຫຼຸດ​ນ້ຳ​ໜັກ​ຂອງ​ລົດຍົນ​ໃຫ້​ໜ້ອຍ​ລົງ​ຢ່າງຫຼວງ​ຫຼາຍ, ​ແລະ​ຍົກ​ສູງ​ຄວາມ​ປອດ​ໄພ​ໃນ​ເວລາ​ລົດ​ກຳ​ກັນ. ​ເຕັກນິກ​ດັ່ງກ່າວ​ແມ່ນ​ເຕັກນິກ​ຂໍ​ກະ​ແຈ​ໃນ​ການ​ຍົກ​ສູງ​ກຳ​ລັງ​ແຂ່ງ​ຂັນ​ໃນ​ຕະ​ຫຼາດ​ລົດ​ຍົນ​ສາກົນ, ສາມາດ​ຍົກ​ລະດັບ​ເຕັກນິກ​ອຸດສາຫະກຳ​ເຫຼັກ​ກ້າ​ຢ່າງ​ຮອບ​ດ້ານ, ​ຈີນ​ກໍ​ບໍ່​ຈຳ​ເປັນ​ຕ້ອງຕິດຕາມ​ແລະ​ຮ່ຳຮຽນ​​ເຕັກນິກ​ຜະລິດ​ເຫຼັກກ້າ​ລົດ​ຍົນ​ນຳ​ຝ່າຍ​ຕາ​ເວັນ​ຕົກ​​ເໝືອນ​ດັ່ງ​ຜ່ານ​ມາ​ເປັນ​ເວລາ​ດົນ​ນານ​ອີກ. ຈີນ​ໄດ້​ມີ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ເຕັກ​ນິກ​ໃນ​ການ​ພັດ ທະນາ​ປະ​ເທດ​ໃຫຍ່​ໃຫ້ເປັນ​ປະ​ເທດ​ເຂັ້ມ​ແຂງດ້ານ​ເຫຼັກ​ກ້າ​.

ການ​ພັດທະນາ​ປ່ຽນ​​ເຕັກ​ນິກ​ໃນ​ຂົງ​ເຂດ​ໂທລະ​ຄົມ​ເຄື່ອນ​ທີ່​ມີ​ການ​ພັດ ທະນາຢ່າງ​ວ່ອງ​ໄວ, ຈະ​ມີ​ມາດຕະຖານ​ເຕັກ​ນິກ​ໂທ​ລະ​ຄົມ​ເຄື່ອນ​ທີ່​ຂອງ​ຕົນຫຼືບໍ່ນັ້ນ, ບໍ່​ພຽງ​ແຕ່​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່​ສະ​ແດງ​ເຖິງ​ລະດັບ​ການ​ພັດທະນາ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວສານ​ຂອງ​ປະ​ເທດ​ໜຶ່ງ​​ເທົ່າ​ນັ້ນ, ຍັງ​ພົວພັນ​ເຖິງ​ການ​ພັດທະນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ຈົນກະທັ້ງຄວາມ​ປອດ​ໄພ​ແຫ່ງ​ຊາດ​ອີກ​ດ້ວຍ. ​ໃນ​ສະ​ໄໝ 1G, ​ເຄື່ອງ​ອຸ​ປະ​ກອນ​ໂທລະ​ຄົມ​ຂອງ​ຈີນ​ອາ​ໄສ​ການ​ນຳ​ເຂົ້າ​ທັງ​ໝົດ; ​ໃນ​ສະ​ໄໝ 2G, ວິ​ສາ​ຫະ​ກິດ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ກວມ​ໂກ​ຕາຕະຫຼາດ​ໂທ​ລະ​ຄົມ​ຂອງ​ຈີນ​ຫຼາຍ​ກວ່າ 80%, ຮອດ​ສະ​ໄໝ 3G, ​ໃນ​ຕະຫຼາດTD――SCDMA, ອຸປະກອນ​ໂທ​ລະ​ຄົມ 90% ​ແມ່ນ​​ວິ​ສາ​ຫະກິດ​ຈີນ​ເປັນ​ຜູ້​ສະໜອງ. ພາຍຫຼັງມີ​ເຕັກ​ໂນ​ໂລ​ຊີTD――SCDMA ​​ເຊິ່ງ​ເປັນ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ, ຈີນ​ກໍບໍ່​ຕ້ອງຈ່າຍ​ຄ່າ​ລິ​ຂະ​ສິດ​ທີ່​ມີ​ມູນ​ຄ່າ​ຈຳ​ນວນ​ຫຼວງ​ຫຼາຍ​ໃຫ້​​ຕ່າງປະ​ເທດ​ອີກ.

ທ່ານ​ເສີນ​ຊ່ານ​ຈື່, ຮອງ CEO ທັງ​ເປັນວິສະວະກອນ​ໃຫຍ່ຂອງກຸ່ມ​ບໍລິສັດ​ໂທລະ​ຄົມ​ຕ້າ​ຖາງ​ຈີນ ກ່າວ​ວ່າ, ​ເຕັກ​ໂນ​ໂລ​ຊີ TD—LTE—A ຂອງ​ກຸ່ມ​ບໍ​ລິ​ສັດ​ຕ້າ​ຖາງ​ກາຍ​ເປັນ​ມາດຕະຖານ​ສາກົນ​ຂອງ​ໂທລະ​ຄົມ​ເຄື່ອນ​ທີ່​ລຸ້ນ​ທີ 4 ຫຼື 4G ນັ້ນ ​ເປັນ​ເລື່ອງ​ທີ່​ແນ່ນອນ​ແລ້ວ. ຖ້າ​ເຕັກ​ໂນ​ໂລ​ຊີ​ດັ່ງກ່າວກາຍ​ເປັນ​ມາດຕະຖານ​ສາກົນຢ່າງ​ແທ້​ຈິງ, ອຸດ​ສາ​ຫະ​ກຳ​ໂທ​ລະ​ຄົມ​ຂອງ​ຈີນ​ຈະພົ້ນຈາກ​ການອາ​ໄສ​ເຕັກ​ໂນ​ໂລ​ຊີ​ຕ່າງປະ​ເທດ​ຢ່າງ​ສິ້ນ​ເຊິ​ງ​, ສະ​ພາບ​ການ​ແກ່ງ​ແຍ່ງ​ທີ່​ນັກ​ທຸລະກິດ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຜູກຂາດ​ອຸດ​ສາ​ຫະ​ກຳ​ໂທລະ​ຄົມ​ຂອງ​ໂລກ​ນັ້ນ ຈະ​ມີ​ການ​ປ່ຽນ​ແປງ. ຮອດ​ເວລາ​ນັ້ນ, ​ໃນ​ຂະນະ​ທີ່ນັກທຸລະກິດ​ຈີນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຣນິກ, ຍັງ​ຈະ​ສົ່ງ​ອອກ​ເຕັກ​ໂນ​ໂລ​ຊີ​ຂອງ​ຕົນ​ອີກ​ດ້ວຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ