​ໄທ​ກຳປູ​ເຈຍຈະປອງ​ດອງ​ກັນຫຼື​ບໍ່​ຍັງ​ມີ​ການ​ປ່ຽນ​ແປງຫຼາຍ

(GMT+08:00) 2011-02-25 16:20:00     cri

ວັນ​ທີ23ກຸມພາ​ນີ້, ທ່ານ​ອະພິສິດ​ເວດ​ຊາ​ຊີວະ, ​ນາຍົກ​ລັດຖະ​ມົນຕີ​ໄທ​ກ່າວ​ວ່າ, ​ເຖິງ​ວ່າ​ອິນ​​ໂດ​ເນ​ເຊຍ​ຈະ​ສົ່ງ​ນັກສັງ​ເກດ​ການ​ໄປ​ເຂ​ດຊາຍ​ແດນ​ໄທກຳ​ປູ​ເຈຍ, ​ໄທ​ກໍ່​ຈະ​ບໍ່​ຖອນ​ທະຫານ​ອອກ​ຈາກ​ເຂດ​ຊາຍ​ແດນ​. ນັກວິ​ເຄາະ​ເຫັນ​ວ່າ,​ເຖິງ​ວ່າ​​ໄທ​ແລະ​ກຳປູ​ເຈຍ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເພິ່ງ​ພໍ​​ໃຈ​ແລະ​ຮັບ​ເອົາ​ຜົນ​ການ​ໄກ່​ເກ່ຍ​​ຢຸດ​ຍິງ​ຂອງ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງລັດ​ຖະມົນ​ຕີ​ການ​ຕ່າງປະ​ເທດອາ​ຊຽນທີ່​ຈັດ​ຂຶ້ນ​ໃນວັນ​ທີ 22ກຸມ​ພາ​ນີ້, ​ແຕ່​ວ່າ​ສອງ​ປະ​ເທດ​​ຢາກ​ກ້າວ​ເຖິງ​ນັ້ນມີ​ຄວາມ​ປອງ​ດອງ​ກັນກ່ຽວ​ກັບ​ຄວາມ​ຂັດ​ແຍ່ງ​ຢູ່​ຊາຍ​ແດນຍັງ​ມີ​ການ​ປ່ຽນ​​ແປງ​ຫຼາຍ.​

ກອງ​ປະຊຸມ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ໄດ້ອອກ​ຖະ​ແຫຼ​ງການ​ໃນ​ວັນ​ທີ22​ກຸມພາ​ນີ້​ວ່າ, ສະ​ໜັບສະ​ໜູນ​ສັນຍາ​ຢຸດ​ຍິງທີ່​ກຳປູ​​ເຈຍ​ໄທ​ເຊັນ​ກັນໃນ​ວັນ​ທີ19​ກຸມພາ​ນີ້, ຍິນ​ດີ​ໃຫ້​ສອງ​ຝ່າຍ​ຈັດ​ກອງ​ປະຊຸມ​ຂີດ​ແບ່ງຊາຍ​ແດນ​ສອງ​ປ​ະ​ເທດໂດຍ​ໄວ, ຮຽກຮ້ອງ​ໃຫ້​ອິນ​ໂດ​ເນ​ເຊຍ​ຕາງໜ້າ​ອາ​ຊຽນ​ເພື່ອສືບ​ຕໍ່​ຊຸກຍູ້​ໃຫ້​ກຳປູ​ເຈຍ​ແລະ​​ໄທ​ແກ້​ໄຂການ​ປະ​ທະ​ກັນຍ້ອນ​ຄວາມ​ຂັດ​ແຍ່ງ​ຊາຍ​ແດນ​ດ້ວຍ​ສັນຕິ​ວິທີ. ນັກ​ວິ​ເຄາະ​ເຫັນ​ວ່າ, ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງນີ້​ສາມາດ​ວາງ ​ແຜນການ​ປະນີ​ປະນອມ​ກັນ, ​ແມ່ນ​ຍ້ອນ​ກຳປູ​ເຈຍ​ແລະ​ໄທ​ໄດ້ປ່ຽນ​ຫຼັກ​ໝັ້ນອັນ​ແຂງ​ແຮງຂອງ​ໃຜລາວ.


ດ້ານ​ໜຶ່ງ, ທຳ​ອິດກຳປູ​ເຈຍ​ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ສົ່ງ​ກອງ​ທະຫານ​ຮັກສາ​ສັນ​ຕິພາບ​ໄປ​ປະຈຳ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ, ​ເພື່ອ​ຮັບປະກັນ​​ໃຫ້​ສອງ​ຝ່າຍ​ຢຸດ​ຍິງ​ຕະຫຼອດ​ໄປ, ​ແຕ່​ໄທ​ປະຕິ​ເສດ​ບໍ່​ໃຫ້ຝ່າຍ​ທີ​ສາມ​​ໃດໆ​ເຂົ້າແຊກ​ແລະກ່າວ​ເນັ້ນ​ວ່າ​ຄວນ​ຜ່ານ​ການ​ເຈລະຈາ​ສອງ​ຝ່າຍມາ​ແກ້​ໄຂ​ບັນຫາ. ​ແຕ່ສອງ​ຝ່າຍ​ໄດ້​ປະນີ​ປະນອມ​ກັນ​ໃນ​ທີ່​ສຸດ, ​ເຫັນ​ດີ​ໃຫ້ອິນ​ໂດ​ເນ​ເຊຍ​ສົ່ງ​ນັກສັງ​ເກດ​ການ​ໄປຕິດ​ຕາມ​ການ​ຢຸດ​ຍິງ.

ອີກ​ດ້ານ​ໜຶ່ງ, ​ໃນ​ກອງ​ປະຊຸມ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຂອງບັນ​ດາປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນບໍ່​ໄດ້​ຊຸກຍູ້​​​ໃຫ້​ກຳປູ​ເຈຍ​ແລະ​ໄທເຊັນ​ສັນຍາ​ຢຸດ​ຍິງ​ຖາວອນ​ຕາມ​ຄວາມ​ປາດ​ຖະໜາ​ຂອງ​ກຳ​ປູ​ເຈຍ, ​ແຕ່​ໄດ້​ສະໜັບ​ສະໜູນ​ຄວາມ​ຮັບ​ຮູ້​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ຢຸດ​ຍິງ​ທີ່​ກຳປູ​ເຈຍ​ແລະ​ໄທ​ຕົກລົງ​ກັນ​ໃນ​ວັນ​ທີ19​ກຸມພາ. ນີ້​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ເພິ່ງ​ພໍ​ໃຈ​ໃຫ້​ກຳປູ​ເຈຍ​ເທົ່າ​ນັ້ນ,ຍັງ​ເຮັດ​ໃຫ້​ຖືກ​ກັບ​ຈຸດ​ປະສົງ​ທີ່​ປະຕິ​ເສດ​ເຊັນ​ສັນຍາ​ຢຸດ​ຍິງ​ຖາວອນ​ອີກ​ດ້ວຍ.

ເຖິງ​ວ່າ​ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ກ່າວ​​ເຊື່ອ​ວ່າ,ພາຍຫຼັງ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ລັດຖະມົນຕີການ​ຕ່າງ​​ປະ​ເທດ​ອາຊຽນ​ໄດ້​ມີ​ການ​ຕົກລົງ​ຢ່າງ​ເປັນ​ເອກະສັນ​ກັນ​ແລ້ວ,​ສະພາບ​ການ​ເຄັ່ງ​ຕຶງ​ຂອງເຂດ​ຊາຍ​ແດ​ນ​ໄທ​​ກຳປູ​ເຈຍອາດ​ຈະດີ​ຂຶ້ນ,​ແຕ່ນັກວິ​ເຄາະບາງ​ຄົນ​ເປັນ​ຫວ່ງ​ວ່າ,ຂະ​ບວນການ​ປອງ​ດອງ​ກັນ​ຂອງ​ສອງ​ປະ​ເທດ​ຍັງມີ​ການ​ປ່ຽນ​ແປງ​ຫຼາຍ.

ກ່ອນ​ອື່ນ,ຄື​ດັ່ງ​ຄວາມ​ເວົ້າ​ຂອງທ່ານ​ມາຕີ ນາ​ຕາ​ເລ​ກາ​ວາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປ​ະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,ອິນ​​ໂດ​ເນ​ເຊຍ​ສົ່ງຜູ່​ສັງ​ເກດການ​ໄປ​ສູ່​ເຂດ​ຊາຍ​ແດນ​ກຳປູ​ເຈຍໄທ​ບໍ່​ແມ່ນ​ເພື່ອເສີມ​ຂະຫຍາຍ​ບົດບາດ​ແລະຮັບ​ຜິດ​ຊອບທີ່​ເຂົ້າ​ແທນ​ສອງ​ປະ​ເທດ,ພຽງ​ແຕ່​ແມ່ນ​ສະໜອງ​ການ​ຊ່ອຍ​ເຫຼືອ​​ແກ່ສອງ​ຝ່າຍ​ເທົ່າ​ນັ້ນ.​ສ່ວນການສັງ​ເກດການ​ຈະມີບົດບາດ​ທີ່​ສະກັດ​ກັ້ນ​ບໍ່​ໃຫ້​ກອງ​ທະຫານ​ກຳປູ​ເຈຍ​ໄທ​ເກີດ​​ການ​ປະ​ທະ​ກັນອີກ​ຫຼື​ບໍ່ນັ້ນ​ຍັງ​ເປັນ​ໜ້າສົງ​ໄສ.ຍ້ອນ​ວ່າ​ປັດຈຸບັນສອງ​ຝ່າຍ​ຍັງ​ບໍ່​ໄດ້​ກ້າວ​ເຖິງຂັ້ນ​ເຊັນ​ສັນຍາ​ຢຸດ​ຍິງ​ຖາວອນ,ສອງ​ປະ​ເທດ​ຍັງ​ຕັ້ງ​ປະ​ເຊີນ​ໜ້າ​ກັນ​ຢູ່​ເຂດ​ຊາຍ​ແດນ​ທີ່ມີຄວາ​ມຂັດ​ແຍ່ງ​ກັນ​,ກໍ​ບໍ່​ຍອມ​ຖອນ​ທະຫານອອກ​ຈາກ​ເຂດ​ນີ້.

ຖັດມາ,​ເຖິງ​ວ່າ​ອາຊ​ຽນຮຽກຮ້ອງ​ໃຫ້​ກຳປູ​ເຈຍ​ໄທ​ຈັດ​ກອງ​ປະຊຸມ​ຄະນະ​ກຳມະການ​ຊາຍ​ແດນ​ຮ່ວມ​​ສອງ​ປະ​ເທດ​ໂດຍ​ໄວ,​ແຕ່​ລັດຖະບານຂອງ​ອະພິສິດ ​ເວດ​ຊາ​ຊີວະ​ກຳລັງ​ປະ​ເຊີນກັບຄວາມ​ກົດ​ດັນ​ຈາມ​ການ​ໂຮມ​ຊຸມນຸມ​ຂອງ"ກຸ່ມເສື້ອເຫຼືອງ",ກຳປູ​ເຈຍ​ກໍ​ວາງ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ຂອງ​ການຈັດ​ກອງ​ປະ​ຊຸມ.ສະ​ນັ້ນ, ກອງ​ປະຊຸມ​ຈະ​ຈັດ​ຂຶ້ນ​ໃນ​ເວລາ​ໃດກໍ​ຍັງ​ບໍ່​ແນ່​ເທື່ອ.

ນອກ​ນັ້ນ,​ໃນ​ຫຼາຍ​ປີ​ມາ​ນີ້,ຜູ່​ນຳ​ສອງ​ປະ​ເທດ​ໄດ້​ກ່າວ​ໂຈມ​ຕີ​ກັນ​ໂດຍ​ຕະຫຼອດ,ການ​ພົວພັນ​ຍັງເຄັ່ງ​ຕຶງຫຼາຍ.ບັນຍາກາດ​ເຄັ່ງ​ຕຶງຄື​ແນວ​ນີ້​ມັກພາ​ໃຫ້​​ເກີດ​ການປະ​ທະ​ກັນ.ມີແຕ່​ປັບປຸງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ຢ່າງ​​ແທ້ຈິງ,​ເພີ່​ມທະວີຄວາມໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ​ແລ​ະກັນ​ລະຫວ່າງ​ສອງ​ຝ່າຍ,​ແລ້ວ​ຈິ່ງ​ສາມາດ​ສ້າງ​ເງື່ອນ​ໄຂ​​ໃກ້​ແກ່​ການແກ້​ໄຂ​ຄວາມ​ຂັດ​​ແຍ່ງ​ຊາຍ​ແດນ​ສອງ​ປະ​ເທດ​ໂດຍ​ສັນ​ຕິ​ໃນ​ສຸດ​ທ້າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ