ເງິນ​ຢວນ​​​ຫັນ​ເປັນ​ເງິນຕາສາກົນມີ​ການ​ເລິ່ມຕົ້ນ​ຢ່າງ​ໜັກ​ແໜ້ນ

(GMT+08:00) 2011-03-03 17:55:34     cri

ຫວ່າງ​ມໍ່ໆ​ນີ້​, ທະນາຄານ​ຈີນ​ໄດ້​ປະກາດ​ແຈ້ງ​ການ​ວ່າ, ນັບ​ມາ​ຮອດ​ທ້າຍ​ປີ2010, ການ​ຊຳລະ​ດ້ວຍເງິນ​ຢວນ​​ ​​ໃນ​ທຸລະ​ກິດ​ຂ້າມ​ຊາດ​​ທີ່​ຜ່ານການ​ທົດ​ລອງ​ຂອງ​ບາງ​ໂຄງການ​ມີ​ປະມານ 510 ຕື້​ຢວນ. ອາຊ​ຽນ​ໃກ້​ກັບປະ​ເທດ​ຈີນ, ການ​ຊຳລະ​ບັນຊີ​ດ້ວຍເງິນ​ຢວນ​ໃນ​ທຸລະ​ກິດຂ້າມ​ຊາດ​ມີ​ບົດບາດ​ສຳຄັນ​ຫຼາຍ​ຕໍ່​ການຊຸກ​ຍູ້​ການ​ໄປມາຫາ​ສູ່​ກັນ​ທາງ​ດ້ານການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ຈີນ ກັບ ບັນດາ​ປະ​ເທດ​ອາຊ​ຽນ.

ຄຽງ​ຄູ່​ກັບ​ວຽກ​ງານ​ຊຳລະ​ບັນຊີດ້ວຍ​ເງິນ​ຢວນນັບ​ມື້​ນັບ​ຫຼາຍ​ຂຶ້ນ, ບັນດາທະນາຄານ​ໄທ  ​ແລະ ທະນາຄານ​ຕ່າງປະ​ເທດ​ຢູ່​​ໄທ​​ໄດ້​ພາກັນ​ເຂົ້າ​ຮ່ວມ ​ແລະ ຊຸກ​ຍູ້​ວຽກ​ງານ​ດັ່ງກ່າວ, ທະນາຄານຂອງ​ຈີນ​ຢູ່​​ໄທ​ຍິງ​​ໄດ້ຖື​ວຽກ​ງານ​ຊຳລະ​ບັນຊີດ້ວຍ​ເງິນ​ຢວນ​ເປັນ​ວຽກ​ງານສຳຄັນ​ຂອງ​ຕົນ.
​ໃນ​​ເດືອນ​ມັງກອນ​ປີ​ນີ້, ທະນາຄານ​ອຸດສາຫະກຳ​ການ​ຄ້າ​ຈີນສາຂາມະ​ເລ​​ເຊຍ ​ກັບ ທະນາຄານ​ສອງ​ແປ່​ງຂອງມະ​​ເລ​ເຊຍ​​ໄດ້​ເຊັນ​ສັນຍາ​ກ່ຽວ​ກັບການ​ຊຳລະ​ບັນຊີດ້ວຍ​ເງິນ​ຢວນ. ນາງມາຣີ ​ເອວຄາ ​ເພນ​ເກສ​ຕູ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າອິນ​ໂດ​ເນ​ເຊຍ​​ກ່າວ​ວ່າ, ອິນ​​ໂດ​ເນ​ເຊຍ​ພວມ​ພິຈາລະນາ​​ໃຫ້​​ເງິນຣູ​ເປຍ​ອິນ​ໂດ​ເນ​ເຊຍ​ແລກປ່ຽນກັບ​ເງິນ​ຢວນ​ໂດຍ​ກົງ. ນາງ​ຍັງ​ເຜີຍ​ໃຫ້​ຮູ້​ວ່າ, ທະນາຄານ​ກາງ​ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ຂອບ​ກ່ຽວ​ກັບ​ເລື່ອງ​ນີ້​ແ​ລ້ວ.

ທ່າ​ນວາງ​ເຈຍ​ຊຽງ ນັກວິ​ເຄາະ​ລະດັບ​ສູງ​ຂອງ​ທະນາຄານ​ຈີນ​ກ່າວ​ວ່າ, ວິ​ກິດ​ການ​ການ​ເງິນ​ສາກົນ2008​​ໄດ້​ເກີດ​ຂຶ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ລະບົບ​ເງິນ​ຕາ​ສາກົນ​ທີ່​ຖື​ເງິນ​ໂດ​ລາ​ສະຫະລັດ​​ເປັນຫຼັກ​​ໃນ​ເວລາ​ດົນ​ນານມາ​ນີ້​ນັ້ນ​ໄດ້​ກາຍ​​ເປັນ​ປັດ​ໄຈ​ອັນຕະລາຍ​ທີ່​​ແຝງ​ຊ້ອນ​ຢູ່​ທີ່​ຈະ​​ເຮັດ​ໃຫ້ການ​ເງິນ​ສາກົນ​ປັ່ນ​ປ່ວນ ​ແລະ ​​ເຮັດ​ໃຫ້ເສດຖະກິດ​ໂລກ​ເສຍ​ຄວາມດຸນ​ດຽງ​, ສະ​ນັ້ນລະບົບເງິນຕາ​ສາກົນ​ຕ້ອງ​ດຳ​ເນີນ​ການ​ປະຕິ​ຮູບຢ່າງ​ຮີບ​ດ່ວນ. ດ້ານ​ສຳຄັນ​ຂອງ​ການ​ປະຕິ​ຮູບ​ກໍ່​ແມ່ນ​ເພິ່ມສະ​ກູນເງິນຕາ​​ໃຫ້ເປັນ​ເງິນຕາ​ສຳຮອງສາ​ກົນ, ສ່ວນ​ເງິນ​ຢວນມີກຳລັງ​ບົ່ມ​ຊ້ອນ​ຫຼາຍທີ່​ສຸດ​ທີ່​ກາຍ​ເປັນ​ເງິນ​ຕາ​ສຳຮອງສາກົນ.

ແຕ່​ພ້ອມ​ກັນ​ນັ້ນ, ທ່ານ​ວາງ​ເຈຍ​ຊຽງ​ກໍ່​ຊີ້​ອອກ​ວ່າ, ການ​ຫັນ​ເງິນ​ຢວນຈີນ​ໃຫ້​ເປັນ​ເງິນຕາ​ສາກົນ​ຕ້ອງຄ່ອຍ​ເປັນ​ຄ່ອຍ​ໄປ, ຍັງຕ້ອງ​ຜ່ານ​ຜ່າ​ອຸປະສັກຫຼາຍ​ຢ່າງ, ຕ້ອງ​​ໃຊ້​ເວລາ 10 ປີ  ຫາ 20 ປີ​ຈິ່ງ​ຈະ​ສຳ​ເລັດ. ​ເມື່ອ​ທຽບ​ໃສ່​ປະຫວັດ​ເງິນ​ປອນອັງກິດ,​ໂດ​ລາ​ສະຫະລັດ ​ແລະ ​​ເອີ​ໂຣຫັນ​ເປັນ​ເງິນຕາ​ສາກົນ, ​ເງິນ​ຢວນຈີນຫັນ​ເປັນ​ເງິນຕາ​ສາກົນ​ຍັງ​ພວມ​ຢູ່​ໃນ​ໄລຍະ​ເລິ່ມຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ