ເປົ້າ​ໝາຍ​ທີ່​ສ້າງລະບົບ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ກ່ອນ​ປີ​2010​ນັ້ນ​ໄດ້​ສຳ​ເລັດ​ຕາມ​ຄາດ​ໝາຍ

(GMT+08:00) 2011-03-10 16:52:03     cri

ຕາມ​ຂ່າວ​CRI:ວັນ​ທີ10​ມີນາ​ນີ້,​ໃນ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ຜູ່​ແທນ​ປະຊາຊົນ​​ແຫ່ງ ຊາດຈີນ​,ທ່ານ​ອູ​ປ່າງ​ກົວ​,ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ຜູ່​ແທນ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ ທີ່​ເປັນ​ອົງ​ການ​ນິ​ຕິ​ບັນ​ຍັດ​ສູງ​ສຸດ​ຂອງ​ຈີນ​ກ່າວ​ວ່າ,​ເປົ້າ​ໝາຍ​ວຽກ​ງານ​ນິ​ຕິ​ບັນ​ຍັດ​ທີ່ຮອດ​ປີ 2010​ໃຫ້​ສ້າງ​ລະ​ບົບ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ນັ້ນ​ໄດ້​ສຳ​ເລັດ​ຕາມ​ຄາດ​ໝາຍ.

ວັນ​ທີ10​ມີນາ​ນີ້,​ໃນ​ເວລາ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະນະ​ປະຈຳສະພາ​ປະຊາຊົນ​ຕໍ່ ກອງ​ປະຊຸມ,ທ່ານອູ​ປ່າງ​ກົວ​ກ່າວ​ວ່າ,ຮອດ​ທ້າຍ​ປີ​2010,​ຈີນ​ໄດ້​ວາງ​ກົດ​ໝາຍ​ທີ່​ປະ​ຕິ​ບັດ​ໃນ​ປະຈຸ​ບັນ​ແລະ​ມີ​ສິດ​ບັງ​ຄັບ​ໃຊ້​236​ສະ​ບັບ,​ຂໍ້​ກຳ​ນົດ​ດ້ານ​ການ​ບໍ​ລິ​ຫານ​690​ກວ່າ​ສະ​ບັບ, ​ແລະ​ຂໍ້​ກຳ​ນົດ​ທ້ອງ​ຖິ່ນ​8600​ກວ່າ​ສະ​ບັບ​ແລ້ວ,​ເຮັດ​ໃຫ້​ລະ​ບົບ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ ສັນ​ພິ​ເສດ​ຂອງ​ຈີນ​​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ,​ລະ​ບົບ​ນີ້​ແມ່ນ​ເລີ່​ມ​ຈາກ​ສະ​ພາບ​ແຫ່ງ​ຊາດ​ແລະ​ສະ​ພາບ​ຕົວ​ຈິງ​ຂອງ​ຈີນ,​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ປະ​ຕິ​ຮູບ,​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ການ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ,​ໄດ້​ສະ​ທ້ອນ​ໃຫ້​ເຫັນ​​ມາ ນະ​ຈິດ​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ແລະ​ປະ​ຊາ ຊົນ​ຈີນ,​ລະ​ບົບ​ນີ້​ຖື​ລັດ​ຖະ​ທຳ​ມະ​ນູນ​ເປັນ​ການ​ນຳ​ພາ,​ຖື​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດ​ຖະ​ທຳ​ມະ​ນູນ,​ກົດ​ໝາຍ​​ແພ່ງ,​ກົດ​ໝາຍ​ການ​ຄ້າ​ແລະ​ກົດ​ໝາຍ​ອື່ນໆ​ເປັນ​ເນື້ອ​ໃນ​ຕົ້ນ​ຕໍ,​ແລະ​ປະ​ກອບ​ດ້ວຍ​ກົດ​ໝາຍ,​ຂໍ້​ກຳ​ນົດ​​ແລະ​ຂໍ້​ກຳນົດ​ທ້ອງ​ຖິ່ນ​ເປັນ​ຕົ້ນ.

ທ່ານ​ອູ​ປ່າງກົວ​ຍັງ​ຊີ້​ອອກ​ວ່າ,​ໃນ​ວຽກ​ງານ​ນິຕິບັນຍັດ​ໃນ​ຕໍ່​ໜ້າ,ຄວນ​ຕັ້ງໜ້າ​ຊອກ​ຄົ້ນ​ຊ່ອງ​ທາງ​ແລະ​ຮູບ​ການ​ທີ່​ໃຫ້​ພົນ​ລະ​ເມືອງ​ເຂົ້າ​ຮ່ວມ​ວຽກ​ງານ​ນິ​ຕິ​ບັ​ນຍັດ​ຢ່າງ​ມີ​ລະ​ບຽບ​ການ,​ແລະ​ມີ​ບາດ​ກ້າວ​ໃໝ່​ໃນ​ວຽກ​ງານ​ນິຕິ​ບັນຍັດ​ຢ່າງ​ຖືກ​ຫຼັກວິທະຍາສາດ​ແລະ​ນິ​ຕິ​ບັນ​ຍັດ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ