ຈີນ​ຈະ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຢ່າງ​ຄ່ອຍ​ເປັນ​ຄ່ອຍ​ໄປ

(GMT+08:00) 2011-03-11 16:42:17     cri


ວັນ​ທີ11​ມິ​ນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ໂຈ່ວ​ສຽວ​ຊ່ວນ,ຜູ່​ວ່າການ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ​ກ່າວ​ວ່າ,ຈີນ​ຍັງ​ຈະ​ຍຶດ​ໝັ້ນ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ດ້ວຍ​ວິ​ທີ​ທີ່​ຄ່ອຍ​ເປັນ​ຄ່ອຍ​ໄປ,​ແລະ​ເພີ່ມ​ຄວາມ​ອ່ອນ​ໂນ້ມ​ຂອງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ.

ທ່ານ​ໂຈ່​ວສຽວ​ຊ່ວນກ່າວ​ວ່າ,​ໃນ​ເດືອນ​ທັນວາ​ປີ2010​,​​ກັບ​ເດືອນ​ມັງກອນ,​​ແລະ ເດືອນ​ກຸມພາ​ປີ​ນີ້,​ເຖິງ​ວ່າ​​ດັດ​ຊະ​ນີ​ລາ​ຄາ​ຜູ່​ຊົມ​ໃຊ້​ຫຼື​CPI​ຂອງ​ຈີນ​ຍັງ​ຮັກ​ສາ​ຢູ່​ລະ​ດັບ​ສູງ​ກໍ່ ຕາມ,​ແຕ່​ຄາດ​ໝາຍ​ຕໍ່​ໄພ​ເງິນ​​ເຟີ້​ແມ່ນ​ໝັ້ນ​ທ່ຽງ​ໂດຍ​ທຽບ​ຖານ.​ແຕ່​ໃດ​ມາ,​ຈີນ​ບໍ່​ເຄີຍ​ປະ​ຕິ​ເສດ​ຈະ​ນຳ​ໃຊ້​ພາ​ຫະ​ນະ​ທຸກ​ຢ່າງ​ມາ​ໂດຍ​ຕະ​ຫຼອດ,​ແຕ່​ຕ້ອງ​ນຳ​ໃຊ້​ຕາມ​ສະ​ພາບ​ການ​ເສດ​ຖະ​ກິດ​ອັນ​ລະ​ອຽດ​ແລະ​ສະ​ພາບ​ເງິນ​ຄ່ອງ​ໃນ​ຕະ​ຫຼາດ.

ທ່ານ​ໂຈ່​ວສຽວ​ຊ່ວນກ່າວ​ວ່າ,ຈີນ​ແມ່ນ​ອົງ​ກອນ​ເສດຖະກິດ​ທີ່​ໃຫຍ່​ຫຼາຍ,​ມີ​ປະ​ຊາ​ກອນ ຫຼາຍ,​ແລະ​ມີ​ຂະ​ໜາດ​ເສດ​ຖະ​ກິດ​ທີ່​ໃຫຍ່.​ການ​ປັບ​ປຸງ​ອັດ​ຕາ​ແລ​ກ​ປ່ຽນ​​ເງິນ​ຕາ​ເຖິງ​ຈະ​ມີ​ຜົນ​ສະ​ທ້ອນ​ຕໍ່​ລາ​ຄາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ຈີນ​ໃນ​ລະ​ດັບ​ໃດ​ໜຶ່ງ​ກໍ​ຕາມ,​ແຕ່​ຖ້າ​ທຽບ​ກັບ​ເສດ​ຖະ​ກິດ​ແບບ​ໄຂ​ປະ​ຕູ​ຂອງ​ປະ​ເທດ​ນ້ອຍ,​ຜົນ​ສະ​ທ້ອນ​ນີ້​ບໍ່​​ແຮງ​ປານ​ໃດ.​ຈີນ​ຍັງ​ຈະ​ຍຶດ​ໝັ້ນ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນຕາ​ດ້ວຍ​ວິ​ທີ​ຄ່ອຍ​ເປັນ​ຄ່ອຍ​ໄປ,​ແລະ​ເພີ່ມ​ຄວາມ​ອ່ອ​ນ​ໂນ້ມ​ຂອງ​ອັດ​ຕາ​ແລກ​ປ່ຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ