ພະ​ຊາຍາ3ອົງ​ທີ່​ສວຍ​ງາມ​ຂອງປະ​ເທດ​ຕາ​ເວັນ​ອອກ​ກາງ

(GMT+08:00) 2011-04-21 15:29:01     cri

ຫຼາຍ​ປະ​ເທດ​ຢູ່​ຕາ​ເວັນ​ອອກ​ກາງ​ຮັ່ງມີ​ທີ່​ສຸດ, ພະ​ບໍລົມ​ວົງສາ​ນຸວົງ​ພ້ອມ​ດ້ວຍ​ພະ​ຊາຍາ​ທີ່​ສວຍ​ງາມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ກວ້າງ​ຂວາງ, ມື້​ນີ້​ກໍ່​ຈະ​ພາ​ທ່ານ​ໄປ​ສຳຜັດ​ກັບ​ຄວາມ​ສະ​ເໜ່ຂອງ​ພະ​ຊາຍາ​ເຫຼົ່າ​ນີ້.

ພະ​ຊາຍາ​ລາ​ລາ​ ຊັນ​ມາ​ຂອງ​ລາຊະ​ອະນາ​ຈັກ​ມາຣົກ: ພະ​ຊາຍາລາ​ລາ ຊັນ​ມາ​ໄດ້ຮັບ​ນາມ ມະ​ຍົດ​ເປັນໜຶ່ງ​ໃນ​ພະ​ຊາຍາ​ງາມ​ທີ່​ສຸດ​ໃນ​ໂລກ. ຜົນ​ສີ​ແດງ​ຍຸ່ມ​ຍ່າມ​ທີ່​ມາ​ແຕ່​ເກີດເປັນ​ຈຸດ​ພິ​ເສດ.

ກ່ອນ​ເປັນ​ພະ​ຊາຍາ​ຂອງ​ມາຣົກ, ນາງ​ຊັນ​ມາ ​ເບັນ​ນາ​ນີຮຽນ​ຈົບ​ຈາກ​ມະຫາ​ວິທະ​ຍາ​ໄລ​ດ້ວຍ​ຄະ​ແນນ​ດີ, ​ແລະ​ເປັນ​ນັກ​ວິ​ສະ​ວະ​ກອນ​ລະບົບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ບໍ​ລິ​ສັດ​ເອກະ​ຊົນ​ໃຫຍ່​ທີ່​ສຸດ​ຂອງ​ມາຣົກ.

ຕົ້ນ​ປີ1999,​ໃນ​ງານ​ລາຕີ​ເທື່ອ​ໜຶ່ງ, ສົມ​ເດັດ​ໂມ​ຮາ​ເມັດ​ທີ່​ຍັງ​ເປັນ​ພະ​ມົງກຸດ​ລາ​ຊະ​ກຸ​ມານ​ໃນ​ເວລາ​ນັ້ນ​ພົບ​ກັບ​ນາງ​ຊັນ​ມາ ​ເບັນ​ນາ​ນີ​ແລ້ວ​ສົນ​ໃຈ​ຫຼາຍ, ຈຶ່ງ​ກາຍ​ເປັນ​ຄູ່​ຮັກ, ຈົນ​ຮອດ​ສົມ​ເດັດ​ໂມ​ຮາ​ເມັດຮ້ອງ​ຂໍ​ໝັ້ນ​ກັນ.

ນາງ​ຊັນ​ມາ​ບໍ່​ໄດ້​ຕອບ​ໃນ​ທັນທີ, ​ແຕ່​ໄດ້​ວາງ​ເງື່ອນ​ໄຂ​ອັນ​ໜຶ່ງ, ຄື, ​ພຽງ​ແຕ່​ຍອມຮັບ​ລະບອບ​ຜົວ​ເມຍຄູ່ດ​ຽວ, ຖ້າ​ສົມ​ເດັດ​ໂມ​ຮາ​ເມັດ​ຢາກ​ແຕ່ງງານ, ກໍ່​ຕ້ອງ​ປະ​ຖິ້ມ​ລະບອບ​ເກົ່າ​ທີ່​ເອົາ​ເມຍ​ຫຼາຍ​ຄົນ​ຢູ່​ມາຣົກ. ​ໃນ​ປີ2002, ນາງ​ຊັນ​ມາ​​ເຂົ້າ​ເປັນ​ສະມາຊິກ​ໃນ​ພະ​ບໍລົມ​ວົງສາ​ນຸວົງ​ມາຣົກ, ສົມ​ເດັດ​ໂມ​ຮາ​ເມັດ​ກໍ່​ພຽງ​ແຕ່​ມີ​ພະ​ຊາຍາ​ຜູ້ດຽວ​ເທົ່າ​ນັ້ນ.
 
1 2 3 4 5 6 7 8 9
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ