ລັດຖະບານ​ຫວຽດນາມ​ຈະ​ສຸມ​ກຳ​ລັງ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ແຮງ​ລົມ

(GMT+08:00) 2011-04-29 17:56:18     cri

ໜັງສືພິມ CPV ອອນ​ໄລ ຫວຽດນາມ​ລາຍ​ງານວ່າ, ຫວ່າງ​ແລ້ວ​ນີ້, ທ່ານ​ຮວາງ​ຈຸ​ງຮາ​ຍ, ຮອງ​ນາຍົກລັດຖະມົນຕີຫວຽດນາມ​ໄດ້​ຮຽກ​ໄຂ​ກອງ​ປະ​ຊຸມ​ປຶກ​ສາ​ຫາລືກ່ຽວ​ກັບ​ກົນ​ໄກ​ຊຸກ​ຍູ້​ການພັດທະນາ​ອຸ​ດສາ​ຫະກຳຜະລິດ​ໄຟຟ້າດ້ວຍ​ແຮງ​ລົມ​ຫວຽດນາມ ທີ່​ມີ​ກະ​ຊວງ​ ​ຄະນະ​ກຳມະການ​​ທຽບ​ເທົ່າທີ່​ກ່ຽວຂ້ອງ ​ແລະ ກຸ່ມ​ບໍລິສັດ​ຕ່າງໆ​ຂອງ​ຫວຽດ​ນາມ​ເຂົ້າ​ຮ່ວມ, ທ່ານ​ຮຽກຮ້ອງ​ໃຫ້ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ຂໍ​ຄວາມ​ເຫັນ​ນຳ​ກະ​ຊວງ ຄະ​ນະ​ກຳ​ມະ​ການທຽບ​ເທົ່າ​ທີ່​ກ່ຽວຂ້ອງ, ​​ແລ້ວ​ຍື່ນ​ໃຫ້​ລັດ​ຖະ​ບານ​ຄົ້ນ​ຄວ້າ​​ອະ​ນຸ​ມັດ.

​ໃນ​ຮ່າງ​ກົນ​ໄກ​ຊຸກ​ຍູ້​ການພັດທະນາ​ອຸດສາ​ຫະກຳຜະລິດ​​ໄຟຟ້າດ້ວຍແຮງລົມ​ຫວຽດນາມ​ສະບັບ​ທີ 4 ​ໄດ້​ກຳນົດ​ຢ່າງ​ຊັດ​ເຈນ​ຕໍ່​ນັກ​ລົງ​ທຶນ​ທີ່​ດຳ​ເນີນ​ໂຄງການ​ໄຟຟ້າ​ແຮງ​ລົມ ​ເຊັ່ນ: ຄວາມ​ຮັບຜິດຊອບ​ໃນ​ການ​ຊື້​ໄຟ​ຟ້າ​ແຮງ​ລົມ, ນະ​ໂຍ​ບາຍ​ພິ​ເສດ​ດ້ານ​ອາກອນ ​ແລະ ດ້ານ​ສຳ​ປະທານ​ທີ່​ດິນ, ການ​ເກື້ອກູນ​​ລາຄາ​ໄຟຟ້າ​ເປັນ​ຕົ້ນ.

ປັດຈຸບັນ, ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ​ມີໂຄງການ​ໄຟຟ້າ​ແຮງ​ລົມ 21 ​​ໂຄງການ, ຂະໜາດ​ຜະລິດ​ໄຟຟ້າ​​ດ້ວຍ​ແຮງ​ລົມ​ຕາມ​ການ​ອອກ​ແບບ​ແມ່ນປະມານ 2000 ​ເມ​ກາ​ວັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ