ການ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ເປັນ​ການ​ຢ້ຽມ​ຢາມ​ເພື່ອ​ການ​ຮ່ວມ​ມື​ທີ່​ສົ່ງ​ຕໍ່​ຄວາມ​ໝັ້ນ​ໃຈ​ແລະ​ກຳ​ລັງ​ໃຈ

(GMT+08:00) 2011-05-23 14:26:15     cri
ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່າ​ນ​ເຂົ້າສູ່​ຄໍ​ລຳ"CRI​ເຈາະ​ຂ່າວ".​ແຕ່​ວັນ​ທີ 21​ຫາ​ວັນ​ທີ​22​ພຶດ​ສະ​ພາ​ນີ້,​ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ່​ນຳ​ຈີນ,​ຍີ່​ປຸ່ນ,​ສ.​ເກົາ​ຫຼີ​ຄັ້ງ​ທີ​4​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ໂຕ​ກຽວ​ຂອງ​ຍີ່​ປຸ່ນ,​ແລະ​ເດີນ​ທາງ​ໄປ​ເມືອງ​ນາ​ໂຕ​ຣິ​ແຂວງ​ມິ​ຢະກິ​ແລະ​ເມືອງ​ຟູ​ຄູ​ຊິ​ມະ​ຂອງ​ແຂວງ​ຟູ​ຄູ​ຊິ​ມະ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ປະ​ຊາ​ຊົນ​ຜູ່​ປະສົບ​ໄພ.​ໃນ​ລາຍ​ການ​"CRI​ເຈາະ​ຂ່າວ​"ມື້​ນີ້,​ຈັນ​ສຸກ​ຈະ​ຫວນ​ຄືນ​ແລະ​​ວິ​ເຄາະ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ.

ການ​ຢ້ຽມຢາມ​​ເທື່ອ​ນີ້ຂອງ​ທ່າ​ນນາຍົກ​ເວີ່ນ​ເຈ່ຍ​ປາວ​ແມ່ນ​ດຳ​ເນີນ​ຢູ່​​ໃນ​ສະພາບ​ການ​ພິ​ເສດ​ທີ່​ຍີ່ປຸ່ນ​ເກີດ​ໄພ​ແຜ່ນ​ດິນ​ໄຫວ​ຮຸນ​ແຮງ​ແລະ​ຄື້ນ​ຊຶ​ນະ​ມິ​ຕາມ​ມາ.​ໃນ​ສອງ​ວັນ​ອັນ​ສັ້ນໆ,​ທ່ານ​​ເວີ່ນ​ເຈ່ຍ​ປາວ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຜູ່​ນຳ​ຈີນ,​ຍີ່​ປຸ່ນ,​ສ.​ເກົາ​ຫຼີ,​ຢ້ຽມ​ຢາມ​ເຂດ​ປະ​ສົບ​ໄພ​ສອງ​ແຫ່ງ,​ແລະ​ພົບ​ປະ​ກັບຜູ່​ນຳ​ຍີ່ປຸ່ນ​ແລະ​ຜູ່​ນຳ​ສ.​ເກົາ​ຫຼີ,​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກັບ​ບຸກ​ຄົນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ,ສື່​ມວນ​ຊົນ​ຂອງ​ສາມ​ປະ​ເທດ​ແລະ​ປະ​ຊາ​ຊົນ​ວົງ​ການ​ຕ່າງໆ​ຂອງ​ຍີ່​ປຸ່ນ.

ໃນ​ກອງ​ປະຊຸມ​ຜູ່​ນຳ​ຈີນ,ຍີ່ປຸ່ນ,ສ.​ເກົາຫຼີ,ທ່ານ​ເວີ່ນ​ເຈ່ຍ​ປາວ​​ໄດ້ສະ​ເໜີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສາມ​ປະ​ເທດ,​ຄື:​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ຂອງ​ຍີ່ປຸ່ນ,​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ຄວາມ​ປອດ​ໄພ​ຂອງ​ພະ​ລັງ​ງານ​ໄຟຟ້າ​ນິວ​ເຄຼຍ,​ສ້າງ​ກົນ​ໄກ​ແລກ​ປ່ຽນ​ແລະ​ຮ່​ວມມື​ດ້ານ​ຄວາມ​ປອດ​ໄພ​ຂອງ​ພະ​ລັງ​ງານ​ໄຟ​ຟ້າ​ນິວ​ເຄຼຍ​ຂອງ ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ;​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​​ແລະ​ຫຼຸດ​ໄພ​ທຳ​ມະ​ຊາດ​ຢ່າງ​ແທ້​ຈິງ,​ຈັດ​ກອງ​ປະ​ຊຸມ​ຄົ້ນ​ຄວ້າ​ຫາ​ລື​ໄພ​ແຜ່ນ​ດິນ​ໄຫວ​ອາຊີ​ຕາ​ເວັນ​ອອກ​ໃນ6​ເດືອນ​ທ້າຍ​ປີ​ນີ້,​ຈີນ​ຈະ​ລົງ​ທຶນ​​ເປີດ​ໂຄງ​ການ​ຄົ້ນ​ຄວ້າ​ແຜ່ນດິນ​ໄຫວ,ຄື້ນ​ຊຶ​ນະ​ມິ​ແລະ​ພູ​ໄຟ​ຂອງ​ອາຊີ​ຕາ​ເວັນ​ອອກ​ສຽງ​ເໜືອ;​ຊຸກ​ຍູ້​ການ​ຄ້າ​ການ​ລົງ​ທຶນ​ໃຫ້​​ເສລີ​ກວ່າ​ເກົ່າ​ແລະ​ສະດວກ​ກວ່າ​ເກົ່າ,​ຊຸກ​ຍູ້​ການ​ສ້າງ​ສາ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ໃຫ້​​ເຊື່ອມ​ໂຍງ​ເຂົ້າ​ກັນ,​ພະ​ຍາ​ຍາມ​ເລີ່​ມຕົ້ນ ການ​ເຈລະ​ຈາ​ກ່ຽວ​ກັບເຂດ​ການ​ຄ້າ​ເສ​ລີ​ຂອງ​ສາມ​ປະ​ເທດ​ໃນ​ປີ​ໜ້າ,​ພະ​ຍາ​ຍາມ​ສຳ​ເລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນຍາ​ການ​ລົງ​ທຶນ​ຂອງ​ສາມ​ປະ​ເທດ​ພາຍ​ໃນ​ປີ​ນີ້;​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ໝູນ​ວຽນ​ແລະ​ເຕັກ​ນິກ​ປະ​ຢັດ​ພະ​ລັງ​ງານ,​ສ້າງ​ຕັ້ງ​"ພັນ​ທະ​ມິດ​ການ​ຜະ​ລິດ,​ຮ່ຳ​ຮຽນ,​ຄົ້ນ​ຄວ້າ​ແລະ​ປະ​ດິດ​ສ້າງ​ພະ​ລັງ​ງານ​ໝູນ​ວຽນ"​ຂອງ​ຈີນ,​ຍີ່​ປຸ່ນ,​ສ.ເກົາ​ຫຼີ;​ເລັ່ງ​ລັດ​ສ້າງ​ຕັ້ງ​ສູນ​ແບບ​ຢ່າງ​ເສດ​ຖະ​ກິດ​ໝູນ​ວຽນ​ຂອງ​ສາມ​ປະ​ເທດ;​ເພີ່ມ​ທະ​ວີ​ການ​ແລກ ປ່ຽນ​ດ້ານ​ສັງ​ຄົມ​ແລະ​ວັດ​ທະ​ນະ​ທຳ,​ພະ​ຍາ​ຍາມ​ບັນ​ລຸ​ເປົ້າ​ໝາຍ​ທີ່​ຮອດ​ປີ​2015,​ຈຳ​ນວນ​ຄົນ​ທີ່​ໄປ​ມາ​ຫາ​ສູ່​ກັນ​ຂອງ​ສາມ​ປະ​ເທດ​ມີ​ເຖິງ​26​ລ້ານ​ຄົນ,​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ມິດ ຕະພາບ​ລະຫວ່າງ​ປະຊາຊົນ,​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ຂອງ​ສາມ​ປະ​ເທດ.
ຂໍ້​ສະ​ເໜີຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຜູ່​ນຳ​ຍີ່ປຸ່ນ​ແລະ​ສ.​ເກົາ ຫຼີ.​ກອງ​ປະ​ຊຸມ​ປະ​ກາດ​ສ້າງ​ຕັ້ງ​ກອງ​ເລຂາ​ການ​ຮ່ວມ​ມື​ຈີນ,ຍີ່​ປຸ່ນ,​ສ.​ເກົາ​ຫຼີ,​ເຫັນ​ດີ​ຈັດ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ອາ​ຊີ​ປະ​ຈຳ​ປີ​ຂອງ​ສາມ​ປະ​ເທດ.​ຫຼັງ​ກອງ​ປະ​ຊຸມ,​ຍັງ​ໄດ້​ປະ​ກາດ​"ຖະ​ແຫຼງ​ການ​ກອງ​ປະຊຸມ​ຜູ່​ນຳ​ຈີນ,​ຍີ່​ປຸ່ນ,​ສ.ເກົາ​ຫຼີ​ຄັ້ງ​ທີ​4",​ພ້ອມ​ດ້ວຍ​ເອ​ກະ​ສານ​ໝາກ​ຜົນ​ຕ່າງໆ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ,​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ນິວ​ເຄຼຍ,​ແລະ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ໝູນ​ວຽນ​ແລະ​ປະ​ສິດ​ທິ​ພາບ​ການ​ນຳ​ໃຊ້​​ພະ​ລັງ​ງານ.

ໃນ​ເວລາ​ພົບ​ປະ​ທ່ານ​ນາ​ໂອ​​ໂຕ ຄານ,ນາຍົກລັດຖະມົນຕີຍີ່ປຸ່ນ,ທ່ານ​ເວີ່ນ​ເ​ຈ່ຍປາວກ່າວ​ວ່າ, ຈີນ​ຍິນ​ດີ​ສົ່ງ​ຄະນະ​ສຳ​ຫຼວດ​ການ​ສ້າງ​ສາ​ຄືນ​ໃໝ່​ຫຼັງ​ໄພ​ແລະ​ຄະ​ນະ​ຜູ່​ແທນ​ການ​ຄ້າ​ການ​ລົງ​ທຶນ​ມາ​ຍີ່​ປຸ່ນ,​ຟື້ນ​ຟູ​ແລະ​ເປີດ​ກວ້າງ​ການ​ແລກ​ປ່ຽນ​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ,​ປັບ​ປຸງ​ມາດ​ຕະ​ການ​ຈຳ​ກັດ​ທີ່​ມີ​ຕໍ່​ການ​ນຳ​ເຂົ້າ​ອາ​ຫານ​ຍີ່​ປຸ່ນ​ໃນ​ປະ​ຖົມ​ປັດ​ໄຈ​ທີ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ.​ທ່ານ​ນາ​ໂອ​ໂຕ ຄານ​ໄດ້​ໃຫ້​ຄຳ​ອະ​ທິ​ບາຍ​ອີກ​ເທື່ອ​ໜຶ່ງ​ຕໍ່​ການ​ຮັບ​ມື​ກັບ​ອຸ​ປະ​ຕິ​ເຫດ​ໂຮງ​ໄຟຟ້າ​ນິວ​ເຄຼຍ​ຟູ​ຄູ​ຊິ​ມະ​ຂອງ​ຍີ່​ປຸ່ນ,​ທ່ານ​ກ່າວ​ວ່າ,​ຍີ່​ປຸ່ນ​ຈະ​ຮັບ​ມື​ກັບ​ເຫດ ການ​ນີ້ຈົນ​ສຸດ​ຄວາມ​ສາ​ມາດ,​ແຈ້ງ​ຂ່າວ​ຄາວ​ທີ່​ຈະ​ແຈ້ງ​ໃຫ້​ຝ່າຍ​ຈີນ​ຊາບ​ຢ່າງ​ທັນ​ການ,​ແລະ​​ເພີ່ມ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ຂອງ​ພະ​ລັງ​ງານ​ນິວ​ເຄຼຍ.

ໃນ​ໄລຍະ​ຢູ່​ຍີ່ປຸ່ນ,ທ່ານ​​ເວີ່​ນ​ເຈ່ຍ​ປາວ​ຍັງ​ໄດ້​ພົບ​ກັບ​ທ່ານຫີຼມຽງ​ບັກ,ປະທານາທິບໍດີ​ສ.​ເກົາ ຫຼີ.ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ເນັ້ນ​ວ່າ,​ຈີນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ການ​ພົວ​ພັນ​ຈີນ​ສ.​ເກົາ​ຫຼີ,​ສະ​ເໜີ​ໃຫ້​ສອງ​ປະ​ເທດ​ເພີ່ມ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ລະ​ຫວ່າງ​ຜູ່​ນຳ​ຂັ້ນ​ສູງ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເ​ຊື່​ອ​ໃຈ​ກັນ​ດ້ານ​ການ​ເມືອງ​ແລະ​ຍຸດ​ທະ​ສາດ,ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ,​ຊຸກ​ຍູ້​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ທ່ານ​ຫຼີ​ມຽງ​ບັກ​ກ່າວ​ວ່າ,ສ.​ເກົາ​ຫຼີ​ຍ້ອງ​ຍໍ​ສັນລະ​ເສີນ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ແຫຼມ​ເກົາ​ຫຼີ,​ຍິນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ແລ​ກປ່ຽນ​ຄວາມ​ເຫັນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ​ກັບ​ຈີນ.

ທ່ານ​ຢາງ​ເຈ​ຊື,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ໄປ​ຢ້ຽມຢາມ​ຍີ່ປຸ່ນ​ພ້ອມ​ກັບ​ທ່ານ​ນາ​ຍົກ​ເວີ່ນ​ເຈ່ຍ​ປາວ​ໄດ້​ຕີ​ລາ​ຄາ​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ວ່າ,​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ແມ່ນ​ການ​ຢ້ຽມ​ຢາມ​ເພື່ອ​ການ​ຮ່ວມ​ມື​ທີ່​ສົ່ງ​ຕໍ່​ຄວາມ​ໝັ້ນ​ໃຈ​ແລະ​ກຳ​ລັງ​ໃຈ,​ການ​ຢ້ຽມ​ຢາມ​ເທື່ອ​ນີ້​ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ,​ແລະໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ