ຈີນ​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ກັບ​ຫຼາຍ​ປະ​​ເທດ

(GMT+08:00) 2011-05-27 14:37:23     cri
ວັນ​ທີ26ພຶດ ສະພາ​ນີ້,​ເວທີ​ປຶກສາ​ຫາລື​ດ້ານ​ການ​ລົງທຶນ​ແລະ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ສາກົນ​ຄັ້ງທີ2​​ໄດ້ ໄຂ​ຂຶ້ນຢູ່​ທີ່​ປັກ​ກິ່ງ.​ຫົວ​ຂໍ້​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ແມ່ນ:"ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພື້ນ​ຖານ​ໂຄງ​ລ່າງ".​860​ກວ່າ​ຄົນ​ທີ່​ມາ​ຈາກ​46​ປະ​ເທດ​ແລະ​ເຂດ​​ແຄ້ວ​ນ,​ເຊັ່ນ:​ຈີນ,​ຟິ​ລິບ​ປິນ,​ອິນ​ໂດ​ເນ​ເຊຍ​,​ແມັກ​ຊິກ​ແລະ​ຣັດ​ເຊຍ​​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້.​ເຂົາ​ເຈົ້າ​ແມ່ນ​ມາ​ຈາກ​ດ້ານ​ຕ່າງໆ​ທີ່​ເຂົ້າຮ່ວມ​ການ​ລົງ​ທຶນ​ແລະ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,​ເປັນ​ຕົ້ນ​ວ່າ:​ລັດ​ຖະ​ບານ,​ອົງ​ການ​ຈັດຕັ້ງຂະ​ແໜງ​ການ,​ອົງ​ການ​ທະ​ນາ​ຄານ,​ບໍ​ລິ​ສັດ​ລົງ​ທຶນ,​ບໍ​ລິ​ສັດ​ຮັບ​ເໝົາ,ບໍລິສັດ​ສະ​ໜອງ​ເຄື່ອງ​ອຸ​ປະ​ກອນ​ແລະ​ບໍ​ລິ​ສັດ​ໃຫ້​ຄຳ​ປຶກສາ​ດ້ານ​ການ​ອອກ​ແບບ.

​ໃນ​ເວລາ​ເຂົ້າຮ່ວມ​ເວທີ​ປຶກສາ​ຫາລື,ທ່ານ​ນີ​ເຈຍ​ທີ,ຮອງ​ຫົວໜ້າ​ກົມ​ລົງທຶນ​​ແລະ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ກັບ​ຕ່າງ​ປະ​ເທດ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ:"ປະ​ຈຸ​ບັນ​ນີ້,​ຈີນ​ໄດ້​ເຊັນ​ສັນ ຍາ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ກັບ​10​ກວ່າ​ປະ​ເທດ​ຂອງ​ໂລກ,​ແລະ​ໄດ້​ສ້າງ​ກົນ​ໄກ​ເຮັດ​ວຽກ,​ແລກ​ປ່ຽນ​ຄວາມ​ເຫັນ​ເປັນ​ປະ​ຈຳ,​ພວກ​ເຮົາ​ຍິນ​ດີ​ສ້າງ​ກົນ​ໄກ​ຮ່ວມ​ມື​ກັບ​ປະ​ເທດ​ຫຼາຍ​ກວ່າ​ເກົ່າ,​ເຮັດ​ໃຫ້​ການ​ຮ່ວມ​ມື​ໄດ້​ຮັບ​ໝາກ​ຜົນ.​ພ້ອມ​ກັນ​ນັ້ນ,​ພວກ​ເຮົາ​ຫວັງ​ວ່າ,ປະ​ເທດ​ຕ່າງໆ​ຈະ​ຖື​ທ່າ​ທີ​ອັນ​ຕັ້ງ​ໜ້າ​ແລະ​ເປີດ​ປະ​ຕູ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ,​ສະ​ໜອງ​ມາດ​ຕະ​ການ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ກວດ​ຄົນ​ເຂົ້າ​ອອກ​ເມືອງ,​ເກັບ​ພາ​ສີ​ອາ​ກອນ,​ແລະ​ແຮງ​ງານ​ຍຶດ​ໝັ້ນ​ຫຼັກ​ການ​ທີ່​ເປີດ​ປະຕູ,​ໂປ່​ງ​​ໃສ​ແລະ​ບໍ່​ມີ​ການ​ຈຳ​ແນກ,​ຫຼີກ​ເວັ້ນບໍ່​ໃຫ້​ບັນ​ຫາ​ເສດ​ຖະ​ກິດ​ກາຍ​ເປັນ​ບັນ​ຫາ​ການ​ເມືອງ,​ເພື່ອ​ຍົກ​ສູງ​ຄວາມ​ໝັ້ນ​ໃຈ​ດ້ານ​ການ​ຮ່ວມ​ມື,​ແລະ​ປົກ​ປ້ອງ​ຄວາມ​ປອດ​ໄພ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຜູ່​ລົງ​ທຶນ."

​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ເວທີ​ປຶກສາ​ຫາລື,ທ່ານ​ເຮີ​ມັນ​ໂຕ ດາ​ດັກ,ລັດຖະມົນຕີ ຊ່ວຍ​ວ່າການ​ກະຊວງ​​ໂຄ​ງການສາທາລະນະ​ຂອງ​ອິນ​ໂດ​ເນ​ເຊຍກ່າວ​ວ່າ,ປະຈຸ​ບັນ​ນີ້,ອິນ​ໂດ​ເນ​ເຊຍ​ມີ​ໂຄງການ​ກໍ່​ສ້າງ​ທາງ​ຫຼວງຈຳນວນ​ຫຼວງຫຼາຍທີ່​ຕົກ​ເປັນ​ມູນ​ຄ່າ​ເກືອບ15​ຕື້​ໂດ ລາ,​ໃນ​ນັ້ນມີ​ສ່ວນ​ໜຶ່ງ​ກຳລັງ​ກໍ່ສ້າງ​ຢູ່,​ອີກສ່ວນ​ໜຶ່ງ​ກຳລັງ​ວາງ​ແຜນ​ການ,​ຈີນ​ແມ່ນ​ຄູ່ຮ່ວມ​ມື​ອັນ​ສຳຄັນ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ໂຄງການ​ເຫຼົ່ານີ້.

ທ່ານ​ກ່າວ​ວ່າ:"ບໍລິສັດ​ຮັບ​ເໝົາ​ການ​ກໍ່ສ້າງ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ການ​ຮ່ວມ​ມື​ອັນ​ດີງາມ​ກັບ​ບໍ​ລິ​ສັດ​ຮັບ​ເໝົາ​ການ​ກໍ່​ສ້າງ​ຂອງ​ຈີນ​ໃນ​ການ​ກໍ່​ສ້າງ​ຂົວ,​ໂຄງ​ການ​ຂົວ​ຊູ​ຣາ​ບາ​ຢາ ມາ​ດູ​ຣາ ຈະ​ຕິດ​ຕໍ່​ສອງ​ເກາະ​ຂອງ​ອິນ​ໂດ​ເນ​ເຊຍ.​ເມື່ອ​ໂຄງ​ການ​ນີ້​ສ້າງ​ສຳ​ເລັດ​ແລ້ວ,​ລັດ​ຖະ​ບານ​ໄດ້​ສະ​ເໜີ​ໂຄງ​ການ​ກໍ່​ສ້າງ​ທາງ​ຫຼວງ​ອັນ​ໃໝ່,​ຈະ​ເຊື້ອ​ເຊີນ​ຝ່າຍ​ທີ່​ສະ​ໜອງ​ການ​ຊ່ວຍ​ເຫຼືອ ຫຼື ຝ່າຍ​ກູ້​ເງິນ​ມາ​ສຳ​ເລັດ​ໂຄງການ​ເຫຼົ່ານີ້."

ເວທີ​ປຶກສາ​ຫາລື​​ກ່ຽວ​ກັບ​ການ​ລົງທຶນ​ແລະ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ສາ​ກົນ​ຄັ້ງ​ທຳ​ອິດ​ແມ່ນ​ຈັດ​ຂຶ້ນ​ໂດຍ​ສະມາ​ຄົມ​ການ​ຄ້າ​ໂຄງ​ການ​ຮັບ​ເໝົາ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​​ເດືອນ​ພຶດ​ສະ​ພາ​ປີ​2010,​ເວ​ທີ​ປຶກ​ສາ​ຫາ​ລື​ນີ້​ໄດ້​ສ້າງ​ເວ​ທີ​ວິ​ຊາ​ສະ​ເພາະ​ສາ​ກົນ​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ກັບ​ສາ​ກົນ,​ພ້ອມ​ກັນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ລົງ​ທຶນ​ແລະ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ສາກົນ​ໃຫ້​ຈະ​ເລີ​ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ