ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ວຽກ​ງານ​ພາກ​ພື້ນ

(GMT+08:00) 2011-05-30 17:26:12     cri
ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການCRI​ເຈາະ​ຂ່າວ.ຈີນຈັດ ອາຊີ​ຢູ່​ໃນ​ຖານະ​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ.​ໃນ6​ເດືອນ​ຕົ້ນປີ​ນີ້,​ການ​ພົວ​ພັນ​ຕ່າງ​ປະ​ເທດ​ກັບ​ອາ​ຊີ​ຂອງ​ຈີນ​ມີ​ການ​ເລີ່​ມຕົ້ນ​ທີ່​ດີ​ແລະ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ.​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ,​ພວກ​ເຮົາ​ຈະ​ລາຍ​ງານ​ພິ​ເສດ​4​ເລື່ອງ​ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ອາ​ຊີ​ຂອງ​ຈີນ​ໃນ​ປີ​ນີ້.ມື້​ນີ້​ແມ່ນ​ບົດ​ທຳ​ອິດ​ທີ່​ພາດ​ຫົວ​ເລື່ອງ​ວ່າ"ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ວຽກ​ງານ​ພາກ​ພື້ນ."

ຫຼາຍມື້ກ່ອນໜ້າ​ນີ້,ຈີນ​ໄດ້​ຕ້ອນຮັບ​ທ່ານ​ອູ​ເທັນ​ເຊັນ,ປະ​ທາ​ນາ​ທິ​ບໍ​ດີ​ມຽນມາ​ທີ່​ຫາ​ກໍ່​ຂຶ້ນຮັບ ຕຳ​ແໜ່ງ​ໄດ້​ມາ​ຢ້ຽມ​ຢາມ​ຈີນ.​ປະ​ມຸກ​ລັດ​ສອງ​ປະ​ເທດ​ເປັນ​ເອ​ກະ​ສັນ​ກັນ​ເຫັນ​ດີ​ຍົກ​ສູງ​ການ​ພົວ​ພັນ​ຈີນ​ມຽນມາ​ຂຶ້ນ​ເປັນ​ການ​ພົວພັ​ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.​ໃນ​ການ​ພົບ​ປະ​ເຈ ລະ​ຈາ​ກັບ​ທ່ານ​ອູ​ເທັນ​ເຊັນ,​ທ່ານ​ປະ​ທານ​ຫູ​ຈິນ​ທ່າວ​ໄດ້​ມີ​ຂໍ້​ສະ​ເໜີ້4​ຂໍ້​ກ່ຽວ​ກັບ​ການ​ຂະ ຫຍາ​ຍການ​ພົວ​ພັນ​ຈີນ​ມຽນມາ​ຕື່ມ​ອີກ,​ກ່າວ​ເນັ້ນ​ວ່າ,​ຈີນ​ໂຄລົບ​ປະ​ຊາ​ຊົນ​ມຽນມາ​ທີ່​ເລື​ອກ​ເອົາ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ແລະ​ລະບອບ​ການ​ເມືອງ​ຕາມ​ທາງ​ເລືອກ​ຕົນ​ເອງ​ຕາມ​ສະ ພາບ​ແຫ່ງ​ຊາດ​ຂອງ​ຕົນ,​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​​ໃໝ່​ຂອງ​ມຽນ​ມາ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ,​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.

​ເມື່ອ​ໄດ້​ຢ້ຽມຢາມ​ຈີນ​ສອງ​ເ​ທື່ອ​ໃນ​ປີ2010​ແລ້ວ,ທ່ານ​ກິມ​ເ​ຈິງ​ອິນ,ຜູ່​ນຳ​ສູງ​ສຸດ​ຂອງ​ສປປ​ເກົາຫຼີ​ໄດ້​ມາ​ຢ້ຽມຢາມ​ຈີນ​ອີກ​ເທື່ອ​ໜຶ່ງ​ໃນ​ເດືອນ​ນີ້.​ເຊິ່ງ​ແມ່ນ​ທ່ານ​ມາ​ຢ້ຽມ​ຢາມ​ຈີນ​ເທື່ອ​ທີ3​ພາຍ​ໃນ​12​ເດືອນ.​ໃນ​ເວລາ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ​ຫູ​ຈິນ​ທ່າວ,​ທ່ານ​ກິມ​ເຈິງ​ອິນ​ໄດ້​ສົ່ງ​ສັນ​ຍານ​ທີ່​ຢາກ​ຜ່ອນ​ຄາຍ​ສະ​ພາບ​ການ​ທີ່​ເຄັ່ງ​ຕຶງ​ຂອງ​ແຫຼມ​ເກົາ​ຫຼີ,​ຍຶດ​ໝັ້ນ​ເປົ້າ ໝາຍ​ທີ່​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ,​ມີ​ຈຸດ​ຢືນ​ໃຫ້​ເລັ່ງ​ລັດ​​ຈັດການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່​ໂດຍ​ໄວ,​ແລະ​ມີ​ຄວາມ​ຈິງ​ໃຈ​ຕໍ່​ການ​ປັບ​ປຸງ​ການ​ພົວ​ພັນ​ເກົາ​ຫຼີ​ເໜືອ​ໃຕ້​​ໃຫ້​ດີ​ຂຶ້ນ. ຝ່າຍ​ສປປ​ເກົາ​ຫຼີ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຈີນ​ທີ່​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ການ​ເປີດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ຄືນ​ໃໝ່​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ.

ໃນຕົ້ນ​ເດືອນ​ນີ້,ທ່ານ​ໂຢຊຸ​ຟ ຣາຊາ ກິລາ​ນີ,ນາຍົກລັດຖະມົນຕີປາກີ​ສະຖານ​ມາ​ຢ້ຽມຢາມ​ຈີນ​,​ເຊິ່ງ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ທ່ານ​ໄປ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ​ເມື່ອ​ຂຶ້ນຮັບ​ຕຳ​ແໜ່ງ​ແລ້ວ.​ໃນ​ເວລາ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ກິລາ​ນີ,ທ່ານ​ປະ​ທານ​ຫູ​ຈິນທ່າວ​ກ່າວ​ວ່າ,​ຈີນ​ຊົມ​ເຊີຍ​ປາ​ກີ​ສະຖານ​ທີ່​ທຳ​ຄວາມ​ພະຍາຍາມ​ແລະ​ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ.​ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ປະສານ​ງານ​ໃນສາມ​ດ້ານ,​ເປັນຕົ້ນ ວ່າ:​ວຽກ​ງານ​ພາກ​ພື້ນ,​ບັນ​ຫາ​ຈຸດ​ສຸມ​ຂອງ​ພາກ​ພື້ນ ​ເຊັ່ນ:​ບັນ​ຫາ​ອາຟ​ກາ​ນິ​ສະ​ຖານ​ເປັນ ຕົ້ນ​ແລະ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.​ທ່ານ​ກິລາ​ນີກ່າວ​ວ່າ:​"ຈີນ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ປາ​ກີ​ສະຖານ,ປາ​ກີ​ສະຖານ​ສະ​ແດງ​ຄວາມ​ຂອບ​ໃຈທີ່​ສຸດ​ຕໍ່​ລັດ​ຖະ​ບານ​ແລະ​ຜູ່​ນຳ​ຈີນ."

ໃນ6​ເດືອນ​ຕົ້ນປີ​ນີ້,ຈີນ​ໄດ້​ຮັກສາ​ການ​ໄປມາຫາສູ່​​ກັນເປັນ​ປົກກະຕິກັບຜູ່​ນຳ​ລະດັບ​ສູງຂອງ​ປະ​ເທດ​ອາ​ຊີ,​ຮັກສາ​ການ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ໃນ ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສຳ​ຄັນ,​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຂອງ​ຈີນ​ທີ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ,​ອອກ​ແຮງ​ບຳ​ລຸງ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ຢູ່​ອ້ອມ​ຂ້າງ​ແລະ​ຊຸກ​ຍູ້​ການ​ສ້າງ​ສາ​ອາ​ຊີ​ທີ່​ກົມ​ກຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ