ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ຂອງ​ພາກ​ພື້ນ

(GMT+08:00) 2011-05-31 16:59:22     cri
ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການCRI​ເຈາະ​ຂ່າວ.ໃນ6​ເດືອນ​ຕົ້ນປີ​ນີ້,​ການ​ພົວ​ພັນ​ຕ່າງ​ປະ​ເທດ​ກັບ​ອາ​ຊີ​ຂອງ​ຈີນ​ມີ​ການ​ເລີ່​ມຕົ້ນ​ທີ່​ດີ​ແລະ​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ.​ແຕ່​ວັນ​ທີ​30​ພຶດ​ສະ​ພາ​ນີ້​ເປັນ​ຕົ້ນ​ໄປ,​ພວກ​ເຮົາ​ຈະ​ລາຍ​ງານ​ພິ​ເສດ​4​ເລື່ອງ​ກ່ຽວ​ກັບ​ການ​ພົວພັນ​ກັບ​ອາຊີ​ຂອງ​ຈີນ​ໃນ​ປີ​ນີ້.​ມື້​ນີ້​ແມ່ນ​ບົດ​ທີ​2​ທີ່​ພາດ​ຫົວ​ເລື່ອງ​ວ່າ"ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ຂອງ​ພາກ​ພື້ນ."

ໃນ​ກອງ​ປະຊຸມສະ​ເຫຼີມສະຫຼອງ​ເວທີ​ປຶກສາ​ຫາລື​ອາຊີ​​ໂປອາວ​ສ້າງຕັ້ງຂຶ້ນຄົບຮອບ10​ປີ, ທ່ານ​ຫູ​ຈິນທ່າວ,ປະ​ທານ​ປະ​ເທດ​ຈີນ​​ໄດ້​ວາງ​ຂໍ້​ສະ​ເໜີ5​ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ກັນ​ສ້າງ​ອາຊີ​ທີ່​ກົມ​ກຽວ​ກັນ,​ຄື:"​ໂຄ​ລົບ​ອາ​ລິ​ຍະ​ທຳ​ຫຼາຍ​ຢ່າງ,​ຊຸກ​ຍູ້​ມິດ​ຕະ​ພາບ​​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ";​"ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ,​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ";​"ນຳ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ຮ່ວມ​ກັນ,​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຕ່າງໆ";​"ຍຶດ​ໝັ້ນ​ຊອກ​ຫາ​ສິ່ງ​ທີ່​ຄື​ກັນ​ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ,​ຊຸກ​ຍູ້​ຄວາມ​ປອດ​ໄພ​ຮ່ວມ";"ສົ່ງ​ເສີມ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ".​ຫາງ​ສຽງ​ສາ​ກົນ​ເຫັນ​ວ່າ,ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີນ​ມີ​ຄວາມ​ປາ​ຖະ​ໜາ​ເຂົ້າ​ຮ່ວມ​ການ​ຊຸກຍູ້​ການ​ພັດທະນາ​ຂອງ​ອາ​ຊີ​ຢ່າງ​ເລິກ​ເຊິ່ງ​ກວ່າ​ເກົ່າ,​ແບ່ງປັນ​ໂອກາດ​​ໃນການ​ພັ​ດທະນາ​ຂອງ​ຈີນກັບປະ​ເທດ​ອື່ນໆ.

ນັບແຕ່​ເດືອນ​ເມສາ​ເປັນຕົ້ນມາ,ການນຳ​​ສູງ​ຂອງ​ຈີນ​​​ໄດ້ໄປຢ້ຽມຢາມ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ຕາມໆ​ກັນ.​ທ່ານ​ນາ​ຍົກ​ເວີ່ນ​ເຈ່ຍ​ປາວ​​ໄປ​ຢ້ຽມຢາມ​ມະ​ເລ​ເຊຍ​ແລະ​ອິນ​ໂດ​ເນ​ເຊຍ,​ທ່ານ​ເຈຍ​ຊີ້ງ​ລີນ,​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ​ຈີນ​ໄປ​ຢ້ຽມຢາມ​ມຽນມາ, ທ່ານ​ຊູ​ໄຊ​ໂຮ້,​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະຫານ​ສູນ​ກາງ​ໄປ​ຢ້ຽມຢາມ​ມຽນມາ, ​ແລະ​ທ່ານ​ລຽງ​ກວ່າ​ງ​ເລ້,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄປ​ຢ້ຽມ​ຢາມ​ສິງ ກະ​ໂປ,ອິນ​ໂດ​ເນ​ເຊຍ​ແລະ​ຟິ​ລິບ​ປິນ​ເປັນ​ຕົ້ນ.​ທ່ານ​ເຊິນ​ຊ້ຽງ​ຢາງ,​ຮອງ​ນັກ​ຄົ້ນ​ຄວ້າ​ຂອງ​ພະ ​ແນກ​ຄົ້ນ​ຄວ້າ​ການ​ເມືອງ​ຂອງ​ໂລກ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ໃນ​ຍຸກ​ປະຈຸ​ບັນ​ຂອງ​ຈີນ​ກ່າວ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ ຫຼື​ອາ​ຊຽນ​+​8​ທີ່​ໄດ້​​ເພີ່ມ​ສະມາຊິກ​ນັ້ນຈະ​ຈັດ​ຂຶ້ນຢູ່​ອິນ​ໂດ​ເນ​ເຊຍ​ໃນ​ລະດູ​ໃບ​ໄມ້​ຫຼົ່ນ​ປີ​ນີ້,​ຜູ່​ນຳ​ຈີນ​ແລະ​ຜູ່​ນຳ​ປະ​ເທດ​ອາ​ຊຽນ​ເພີ່ມ​ການ​ແລກປ່ຽນ​ຄວາມ​ເຫັນ​ກ່ອນ​ໜ້າ​ນີ້,ຈະ​ມີ​ຜົນ​ດີ​ຕໍ່​ການ​ສ້າງສາ​ຂະ​ບວນ ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ.

ໃນ​ເດືອນ​ພຶດສະພາ​ນີ້,ຜູ່​ນຳ​ສາມ​ປະ​ເທດ​ຈີນ,ຍີ່ປຸ່ນ,ສ.​ເກົາ​ຫຼີ​ຕົກ​ລົງ​ສ້າງຕັ້ງກອງ​ເລຂາ​ການ​ຮ່ວມ​ມື​ຂອງ​ສາມ​ປະ​ເທດ​ພາຍ​ໃນ​ປີ​ນີ້,​ພ້ອມ​ກັນ​ນັ້ນ,​ຍັງ​ຕົກ​ລົງ​ຈັດ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ນະ​ໂຍ​ບາຍ​ອາຊີ​ໃນ​ໄລຍະ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂອງ​ເຈົ້າ​ໜ້າ​ທີ່​ການ​ຕ່າງ​ປະ​ເທດ​ລະ​ດັບ​ສູງ​ຂອງ​ສາມ​ປະ​ເທດ​ທີ່​ຈັດ​ຂຶ້ນປີ​ລະ​ເທື່ອ.​ທ່ານ​ກ່າວ​ຮົງ,​ຮອງ​ຫົວ​ໜ້າ​ພະ​ແນກ ຄົ້ນຄວ້າ​ຍີ່​ປຸ່ນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ສັງ​ຄົມ​ຈີນ​ກ່າວ​ວ່າ,​ໃນ​ຖາ​ນະ​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ເຂດ​ອາ​ຊີ,​ຈີນ,​ຍີ່​ປຸ່ນ​ແລະ​ສ.​ເກົາ​ຫຼີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ປະ​ສານ​ງານ​ກັນ​ໃນ​ການ​ວາງ​ນະ​ໂຍ​ບາຍ​ຂອງ​ພາກ​ພື້ນ,ຈະມີ​ຜົນ​ດີ​ຕໍ່​ການ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ,​ແລະ​ຊຸກ​ຍູ້​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ໃນ6​ເດືອນ​ທ້າຍ​ປີ​ນີ້,ຈີນ​ຍັງຈະ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ອັສຕາ​ນາຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ້,​ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ຜູ່​ນຳ​ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ອາ​ຊີ​ປາ​ຊິ​ຟິກ​ຫຼື​ເອ​ເປັກ,​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ເປັນ​ຕົ້ນ.​ພ້ອມ​ກັນ​ນັ້ນ,​ຍັງ​ຈະ​ພົບ​ກັບ​ໂອ​ກາດ​ສຳ​ຄັນ​ຕ່າງໆ​ທີ່​ຈະ​ວຽນມາ​ເຖິງ,​ເປັນ​ຕົ້ນ​ວ່າ:​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ​10​ປີ​ແລະ​ຈີນ​ກັບ​ອາ​ຊຽນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ​20​ປີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ