ຈີນ​ຣັດ​ເຊຍ​ຈະ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ຢ່າງ​ຮອບ​ດ້ານ​ໃນ​10​​ປີ​ຂ້າງ​ໜ້າ

(GMT+08:00) 2011-06-17 10:57:43     cri
ວັນ​ທີ16​ມິຖຸນາ​ນີ້,ປະມຸກ​ລັດ​ຈີນຣັດ​ເຊຍ​ຈັດການ​ເຈລະຈາ​ຢູ່​ມົສກູ.​ໃນ​ມື້​ດຽວ​ກັນ,ສອງ​ຝ່າຍ​ຍັງໄດ້​ເຊັນ​ແລະ​ເຜີຍ​ແຜ່​ເອ​ກະ​ສານ​ລັກ​ສະ​ນະ​ໂຄງ​ຮ່າງ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ພ້ອມ​ດ້ວຍ​ຫຼັກ​ໝັ້ນ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ກົນ​ໃນ​ປະ​ຈຸ​ບັນ​ນີ້​ແລະ​ບັນ​ຫາ​ສາ​ກົນ​ອັນ​ສຳ​ຄັນ.

ຕອນ​ບ່າຍ​ວັນ​ທີ16​ມິຖຸນາ​ນີ້ຕາມ​ເວລາ​ມົສກູ,​​ໃນ​ຫໍ​ປະຊຸມ​ຂອງວັງ​ແກຼມ​ແລງ​ທີ່​ສະ​ຫງ່າ​ຜ່າ​ເຜີຍ,​ແຂກ​ເກືອບ6​ພັນ​ຄົນທີ່​ມາ​ຈາກ​ວົງ​ການ​ຕ່າງໆ​ຂອງ​ຈີນ​ຣັດ​ເຊຍ​ໄດ້​ເຂົ້າ​ຮ່ວມ​ງານ​ດົນ​ຕີ​ອັນ​ໃຫຍ່​ໂຕ​ມະ​ໂຫລານ​ຢູ່​ທີ່​ນີ້.​ສິ​ລະ​ປິນ​ຂອງ​ສອງ​ປະ​ເທດ​ຮ່ວມ​ມື​ກັນ​ເສບ​ດົນຕີ​ທີ່​ມີ​ຊື່​ສຽງ​ຂອງ​ສອງ​ປະ​ເທດ,​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ການ​ເຊັນ​"ສົນ​ທິ​ສັນ​ຍາ​ການ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ຈີນ​ຣັດ​ເຊຍ"​ຄົບ​ຮອບ​10​ປີ.​ກ່ອນ​ແລະ​ຫຼັງ​ງານ​ດົນ​ຕີ,​ຜູ່​ນຳ​ລະ​ດັບ​ສູງ​ຂອງ​ຈີນ​ຣັດ​ເຊຍ​ໄດ້​ຈັດ​ການ​ພົບ​ປະ​ກັນ​ຕິດໆ​ກັນ,​ຄື ໃນ​ຕອນ​ທ່ຽງ​ມື້​ນັ້ນ,​ທ່ານ​ຫູ​ຈິນ​ທ່າວ​ແລະ​ທ່ານ​ດິ​ມີ​ດຼີ ​ເມັດ​ເວ​ເດັຟ,​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ເຈ​ລະ​ຈາ​ກັນ​ເປັນ​ເວ​ລາ​ສອງ​ຊົ່ວ​ໂມງ​ປາຍ;​ແລະ​ພາຍ​ຫຼັງ​ເຂົ້າ​ຮ່ວມ​ງານ​ດົນຕີ​ແລ້ວ,​ທ່ານ​ຫູ​ຈິນ​ທ່າວ​ແລະ​ທ່ານ​ປູ​ຕິນ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ກໍ່​ພົບ​ປະກັນ.​​ໃນ​ຂະນະ​ດຽວ​ກັນ​ນີ້,​ຍັງ​ໄດ້​ເຜີຍ​ແຜ່​ຖະ​ແຫຼງການ​ຮ່ວມ​ຂອງ​ຈີນ​ຣັດ​ເຊຍ​ກ່ຽວ​ກັບ​ສະພາບ​ການ​ສາກົນ​ໃນ​ປະຈຸ​ບັນ​ນີ້​ແລະ​ບັນ​ຫາ​ສາ​ກົນ​ອັນ​ສຳ ຄັນ,​​ຖະ​ແຫຼງ​ການ​ຮ່ວມ​ຂອງ​ຈີນ​ຣັດ​ເຊຍ​ກ່ຽວ​ກັບ​ການ​ເຊັນ​"ສົນ​ທິ​ສັນ​ຍາ​ການ​ຮ່ວມ​ມື​ດ້ວຍ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ຈີນ​ຣັດ​ເຊຍ"​ຄົບ​ຮອບ​10​ປີ,​ແລະ​ເອ​ກະ​ສານ​ທີ່​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ພາກ​ສ່ວນ​ການ​ທະ​ນາ​ຄານ​ຂອງ​ສອງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອະ​ນຸ​ລັກ​ສິ່ງ​ແວ​ດລ້ອມ.

ຈີນ​ຣັດ​ເຊຍ​ໄດ້​ຕີ​ລາຄາ​ສູງ​"​ສົນທິ​ສັນຍາ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ຈີນຣັດ​ເຊຍ"​ທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ສຳຄັນ​ຕໍ່ການ​ພັດທະນາ​ການ​ພົວພັນຄູ່​ປະສານ​ງານ​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ,​ເຫັນ​ວ່າ,ການ​ພົວພັນ​ລະຫວ່າງ​ຈີນຣັດ​ເຊຍ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ໃນ10​ປີ​ທີ່​ຜ່ານ​ມາ,​ແລະ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ໂລກ.

"​ສົນທິ​ສັນຍາ​ການ​ຮ່ວມ​ມື​ດ້ວຍ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ຈີນຣັດ​ເຊຍ"​​ເຊັນ​ໃນ​ປີ​2001.​ໃນ​ເວ​ລາ​​ທີ່​ເຂົ້າ​ສູ່​ຕົ້ນ​ສະ​ຕະ​ວັດ​ໃໝ່,​ສອງ​ປະ​ເທດ​ໃຫຍ່​ທີ່​ມີ​ຊາຍ​ແດນ​ຍາວ​​ຕິດ​ຈອດ​ກັນ​ແລະ​ມີ​ລະ​ບອບ​ຕ່າງ​ກັນ​ນັ້ນ,​ໄດ້​ຂຽນ​ແນວ​ຄິດ​ສັນ​ຕິ​ພາບ​ເຂົ້າ​ໃນ​ກົດ​ໝາຍ,​ເຊິ່ງ​ມີ​ເນື້ອ​ໃນ​ວ່າ ສອງ​ປະ​ເທດ​ສະ​ເໝີ​ພາບ​ກັນ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງ​ກັນ​ແລະ​ກັນ,​ສ້າງ​ການ​ພົວພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ທີ່​ມຸ່ງ​ໜ້າ​ໄປ​ສູ່​ອະ​ນາ​ຄົດ​ແລະ"ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ຕະ​ຫຼອດ​ທຸກ​ເຊັ່ນ​ຄົນ​ແລະ​ບໍ່​ເປັນ​ສັດ​ຕູ​ກັນ​ຈົນ​ເທົ່າ​ໃດໆ".​ໃນ10​ປີ​ທີ່​ຜ່ານ​ມາ,​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ດ້ານ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ,​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ຢ່າງຮອບດ້ານ​​ແມ່ນ​ເນື້ອ​ໃນ​ໃຈກາງ​ຂອງ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ10​ປີ​ຂ້າງ​ໜ້າ.ອີງ​ຕາມຄວາມ​​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຂອງ​ຜູ່​ນຳ​ລະ​ດັບ​ສູງ​ຈີນ​ຣັດ​ເຊຍ​ໃນ​ວັນ​ທີ​16​ມິຖຸ​ນາ​ນີ້,​ມູນ​ຄ່າ​ການ​ຄ້າ​ຈີນ ຣັດ​ເຊຍ​ຈະ​ເພີ່ມ​ຂຶ້ນ​ຮອດ​100​ຕື້​ໂດ​ລາ​ສະ​ຫະ​ລັດ​ກ່ອນ​ປີ​2015,​ແລະ​ເພີ່ມ​ຂຶ້ນ​ຮອດ​200​ຕື້​ໂດ​ລາ​ສະ​ຫະ​ລັດ​ກ່ອນ​ປີ​2020.​ສອງ​ປະ​ເທດ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ,​ອາຍ​ແກັສ​ທຳ​ມະ​ຊາດ​ແລະ​ພະ​ລັງ​ງານ​ນິວ​ເຄຼຍ​ຢ່າງ​ຮອບ​ດ້ານ,​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ​ແລະ​ຍາວ​ນານ​ບົນ​ພື້ນ​ຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ແລະ​ຕັ້ງ​ໜ້າ​ຊອກ​ຫາ​ຊ່ອງ​ທາງ​​ໃໝ່​ໃນ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ ນິກ​ແລະ​ການ​ປະ​ດິດ​ສ້າງ,​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.​ພ້ອມ​ກັນ​ນັ້ນ,​ຈີນ​ຣັດ​ເຊຍ​ຍັງ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ,​ເປັນ​ຕົ້ນ​ແມ່ນ:​ການ​ສຶກ​ສາ,​ວັດ​ທະ​ນະ​ທຳ,​ກິ​ລາ​ແລະ​ຊາວ​ໜຸ່ມ;​​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງ​ກອງ​ທັບ​ສອງ​ປະ​ເທດ​ທີ່​ເປັນ​ສ່ວນ​ປະ​ກອບ​ອັນ​ສຳ​ຄັນ​ຂອງ​ການ​ພົວ​ພັນ​ຄູ່​ປະ​ສານ​ງານ​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ຣັດ​ເຊຍ,​ແລະ​ເຮັດ​ໃຫ້ການ​ປະ​ສານ​ສົມ​ທົບ​ກັນ​ໃນ​ວຽກ​ງານ​ສາ​ກົນ​ແລະ​ພາກ​ພື້ນ​ແໜ້ນ​ແຟ້ນຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ