ລະບຽບ​ການ​ຄັດ​ເລືອກ​ຄະນະ​ນຳ​ຂອງພັກ​ກອມ​ມູນິດ​ຈີນ​ນັບ​ມື້​ນັບ​ສົມບູນ​ຂຶ້ນ

(GMT+08:00) 2011-06-28 16:59:27     cri
ເນື່ອງ​ໃນ​ໂອກາດ​ລະ​ລຶກວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຈີນ​ ​ເຊິ່ງ​ເປັນ​ພັກ​ກຳ​ອຳນາດ​ຂອງ​ຈີນ ຄົບຮອບ90​ປີ, ການ​ເລືອກ​ຕັ້ງ​ຄະນະ​ນຳ​ຂັ້ນ​ແຂວງ, ຂັ້ນ​ນະຄອນ, ຂັ້ນ​ເມືອງ​ແລະ​ຂັ້ນ​ຕາ​ແສງ​ຂອງ​ພັກ​ພວມ​ດຳ​ເນີນ​ຢູ່, ການ​ເລືອກ​ຕັ້ງ​ຄະນະ​ນຳ​ໃນ​ຂອບ​ເຂດ​ກວ້າງ​ເທື່ອ​ນີ້​ກໍ​ໄດ້​ເປີດ​ສາກ​ການ​ເລືອກ​ຕັ້ງ​ຄະນະ​ນຳ​ສູ​ງສຸດຊຸດ​ໃໝ່​ຂອງ​ພັກ​ກອມ​ມູນິດ​ຈີນ.

ອີງ​ຕາມ​ລະບຽບ​ການ​ພາຍ​ໃນ​ພັກ​ກອມ​ມູນິດ​ຈີນ, ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຈະ​​ໄຂ​ຂຶ້ນ​ໃນ​ຫົກ​ເດືອນ​ທ້າຍ​ປີ2012, ທ່ານ​ຫູ​ຈີນ​ທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຜູ້​ປະຈຸ​ບັນ​ໄດ້​ດຳລົງ​ຕຳ​ແໜ່​ງ​ສອງ​ສະ​ໄໝ​ເປັນ​ເວລາ10​ປີ​ເຕັມ​ແລ້ວ, ​ໃກ້​ຈະພົ້ນຈາກ​ຕຳ​ແໜ່​ງ, ພັກ​ກອມ​ມູນິດ​ຈີນ​ກໍ​ຈະ​ຜ່ານຈາກ​ກອງ​ປະຊຸມ​ຄັ້ງ​ນີ້​ເລືອກ​ຕັ້ງ​ຄະນະ​ນຳ​ສູນ​ກາງ​ພັກ​ຊຸດ​ໃໝ່.

ນັບ​ແຕ່​ທ່ານ​ເຕິ້ງ​ສຽວ​ຜິ​ງ ບິດາ​ແຫ່ງ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ດຳລົງ​ຕຳ​ແໜ່​ງຜູ້ນຳ​ສູງ​ສຸດ​ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນ​ຕົ້ນ​ມາ, ພັກ​ກອມ​ມູນິດ​ຈີນ​ກໍ​ໄດ້​ມ້າງ​ລະບຽບ​ການ​ທີ່​ຜູ້ນຳ​ຂອງ​ພັກ​ດຳລົງ​ຕຳ​ແໜ່​ງຕະຫຼອດ​ຊີວິດ, ​ແລະ​ໄດ້​ກຳນົດ​ອາຍຸ​ຕຳ​ແໜ່​ງຂອງ​ຜູ້ນຳ​​ຂອງ​ພັກ. ທ່ານ​​ໄຕ້​ແຢ້ນຈຸ່ນ ສາ​ສະ​ດາ​ຈານ​ໂຮງຮຽນ​ພັກ​ສູນ​ກາງ​ຕີ​ລາຄາ​ວ່າ:

ມ້າງລະບຽບ​ການ​ທີ່​ຜູ້ນຳ​ຂອງ​ພັກ​ດຳລົງ​ຕຳ​ແໜ່​ງຕະຫຼອດ​ຊີວິດ, ຈິ່ງ​ສາມາດ​ບັນລຸ​ການ​ປ່ຽນ​ຄະນະ​ນຳ​​ໂດຍຜ່ານ​ຈາກ​ການ​ເລືອກ​ຕັ້ງ​ຂອງ​ແຕ່​ລະ​ຊຸດ​ຢ່າງ​ເປັນ​ປົກະຕິ, ນີ້​ແມ່ນ​ມາດ​ຕະການ​ສຳຄັນ​ທີ່​ພາ​ໃຫ້​ລະບຽບ​ການ​ຄະນະ​ນຳ​ຂອງພັກ​ກອມ​ມູນິດ​ຈີນ​ນັບ​ມື້​ນັບ​ເປັນ​ແບບ​ສະບັບ. ​ໄດ້​ກຳນົດ​ລະບຽບ​ການ​ຄະນະ​ນຳ​ຂອງ​ພັກ​ຢ່າງ​ເປັນ​ລະບຽບ​ຮຽບຮ້ອຍ ​ແມ່ນ​ມາດ​ຕະການ​ສຳຄັນ​ທີ່​ມີ​ຄວາມ​ໝາຍ​ພື້ນຖານ​​ໃນ​ດ້ານ​ການ​ກໍ່ສ້າງ​ພັກ​ຂອງ​ພັກ​ກອມ​ມູມິດ​ຈີນ​ໃນ​ຂະ​ບວນການ​ກຳ​ອຳນາດ.

ປະຈຸ​ບັນ, ຈີນ​ພວມ​ຢູ່​ໃນ​ຂະ​ບວນການ​ທີ່​ອອກ​ແຮງຊຸກ​ຍູ້​ການ​ປົກຄອງ​ປະ​ເທດ​ຕາມ​ກົດໝາຍ​ແລະ​ປັບປຸງ​ລະບົບ​ເສດຖະກິດ​ຕະຫຼາດ​ສັງຄົມ​ນິຍົມ​​ໃຫ້​ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພັກ​ກຳ​ອຳນາດ​ຕ້ອງການ​ມີ​ຄະນະ​ນຳ​​ແບບ​ຊ່ຽວຊານທີ່​ຮູ້​ກົດໝາຍ, ຮູ້​ເສດຖະກິດ​ແລະ​ຮູ້​ການ​ປົກຄອງ.

ທ່ານ​ເໝົາ​ໂຊ້​ລົງ ສາ​ສະ​ດາ​ຈານ​ມະຫາວິທະຍາ​ໄລ​ປະຊາຊົນ​ຈີນ​ເຫັນ​ວ່າ, ​ເມື່ອ​ທຽບ​ກັບ​ຜູ້ນຳ​ອາວຸ​ໂສ​ທີ່​ສ່ວນ​ຫຼາຍ​​ເປັນ​ນັກ​ປະຕິວັດ​ແລະ​ນັກ​ວິສະວະກອນ​ແລ້ວ, ຄະນະ​ນຳ​ຊຸດ​ໃໝ່​ຂອງ​ພັກ​ກອມ​ມູນິດ​ຈີນ​ມີ​ທ່າ​ແຮງ​ຂອງ​ຕົນ, ​ແລະ​ກໍ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ.

ຄະນະ​ນຳ​ຊຸດ​ນີ້​ຕ້ອງການ​ມີ​ຄວາມ​ຮູ້​ທີ່​ກວ້າງຂວາງ​ແລະ​ມີ​ຄວາມ​ສາມາດສັງ​ລວມ​ຄວາມ​ຮູ້​, ​ໂດຍ​ສະ​ເພາະ​ແມ່ນ​ສາມາດ​ມີ​ການ​ປະດິດ​ສ້າງ​ດ້ານ​ລະບຽບ​ການ, ຕ້ອງ​ມີ​ຄວາມ​ຮູ້​ດ້ານ​ສັງຄົມ​ວິທະຍາ, ດ້ານ​ກົດໝາຍ​ແລະ​ດ້ານ​ປົກຄອງ​ຫຼາຍ​ກວ່າ​ເກົ່າ. ​ເວົ້າ​ສຳລັບ​ເຂົາ​ເຈົ້າ​ແລ້ວ, ສິ່ງ​ທ້າ​ທາຍ​ໃນ​ອະນາຄົດ​ກໍ​ມີຫຼາຍ​ຢ່າງ​ຫຼາຍ​ແນວ​ຄື​ກັນ, ບົດຮຽນ​ທີ່​ມີ​ຢູ່​ອາດ​ຈະ​ໃຊ້​ບໍ່​ໄດ້​ອີກ. ​ເມື່ອ​ປະ​ເຊີນ​ກັບ​ປັດ​ໄຈ​ບໍ່​ແນ່ນອນ, ພວກ​ເຂົາ​ເຈົ້າ​ຕ້ອງການ​ຄວາມ​ອົງ​ອາດ​ກ້າຫານ​ແລະ​ຄວາມ​ຕັດສິນ​ໃຈ, ຕ້ອງການ​ວິທີ​ໃໝ່​ແລະ​ຄວາມ​ຮູ້​ໃໝ່.

ປະຈຸ​ບັນ​ນີ້, ຈີນ​ພວມ​ຢູ່​ໃນ​ໄລຍະ​ປ່ຽນ​ແປງ​ຮູບ​ການ​ພັດທະນາ, ອົງ​ປະກອບ​ສັງຄົມມີຫຼາຍ​ເຄົ້າ​ຫຼາຍ​ແບບ, ການ​ປະຕິ​ຮູບ​​ໂຄງ​ປະກອບ​ການ​ເມືອງ​ຂອງ​ຈີນ​ກໍ​ໄດ້​ຊຸກ​ຍູ້​​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ຄວາມ​ຫຼຸດ​ລື່ນ​ກັນ​ລະຫວ່າງ​ຜູ້​ຮັ່ງ​ມີ​ກັບ​ຜູ້​ທຸກ​ຍາກ​ກໍ​ພາ​ໃຫ້​ຄວາມ​ຂັດ​ແຍ່ງ​ກັນ​ໃນ​ສັງຄົມ​ດຸ​ເດືອດ​ຂຶ້ນ, ປະຊາຊົນ​ໄດ້​ສົນ​ໃຈ​ທີ່​ສຸດນຳ​ການ​ແບ່ງປັນຊັບພະຍາກອນ​ສັງຄົມ​ແລະ​​ຊັບ​ສິນ, ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ເພີ່ມ​ຄວາມ​ຫຍຸ້ງຍາກ​ໃນ​ການ​ປົກຄອງ​ສັງຄົມ. ທ່ານ​ແຢນຊູ​ຮ້ານ ສາ​ສະ​ດາ​ຈານ​ໂຮງຮຽນ​ພັກ​ສູນ​ກາງ ​ເຫັນ​ວ່າ, ​ໃຕ້​ເບື້ອງ​ຫຼັງ​ດັ່ງກ່າວ, ບົດຮຽນ​ເຮັດ​ວຽກ​ຢູ່​ຂັ້ນ​ຮາກ​ຖານ​ຈະ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ຄັດ​ເລືອກ​ຄະນະ​ນຳ​ຂອງ​ພັກ​ກອມ​ມູນິດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ