ປະທານ​ສະພາ​ເສນາ​ທິ​ການ​ກອງ​ທັບ​ອາ​ເມ​ລິ​ກາ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຈີນ

(GMT+08:00) 2011-07-10 18:11:57     cri

ຕອນ​ຄ່ຳ​ວັນ​ທີ 9 ກໍລະກົດ​ນີ້, ທ່ານ​ໄມ ມູ​ເລັນ, ປະທານ​ສະພາ​ເສນາ​ທິການ​​ກອງທັບ​ອາ​ເມ​ລິ​ກາພ້ອມ​ຄະນະ ​ໄດ້​ເດີນທາງ​ມາ​ຮອດ​ນະ​ຄອນ​ຫຼວງ​ປັກ​ກິ່ງ ​ເພື່ອ​ຢ້ຽມຢາມ​ຈີນ.

ວັນ​ດຽວ​ກັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ວ່າ, ຜູ້ນຳ​​ລັດ ​ແລະ ຜູ້​ນຳ​ກອງທັບຈີນ ຈະ​ພົບ​ປະ​ກັບ​ທ່ານ​ມູ​ເລັນ, ທ່ານ​ເສີນ​ປິງ​ເຕີ, ຫົວ​ໜ້າ​ເສ​ນາ​ທິ​ການ​​ໃຫຍ່ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນຈະ​ເຈລະຈາ​ກັບ​ທ່ານ​ມູ​ເລັນ, ສອງ​ຝ່າຍ​ຈີນ​ແລະ​ອາ​ເມ​ລິ​ກາ​ຈະ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ເຕັມທີ່​ກ່ຽວ​ກັບບັນຫາ​ທີ່​ສອງ​ປະ​ເທດ​ສົນ​ໃຈ​ຮ່ວມ​ກັນ ​ເຊັ່ນ: ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ກອງທັບ​ຈີນ​-ອາ​ເມ​ລິ​ກາ, ສະຖານະ​ການ​ຄວາມ​ປອດ​ໄພ​​ໃນ​ສາກົນ​ແລະ​ພາກ​ພື້ນ.

ກ່ອນ​ໜ້າ​ນີ້, ທ່ານ​ຢາງ​ຢີຈຸ່ນ, ​ໂຄສົກ​ຖະ​ແຫຼງຂ່າວ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກ່າວ​ວ່າ, ຜູ້ນຳ​ສອງ​ກອງທັບ​ຈີນ-ອາ​ເມ​ລິ​ກາ​ພົບ​ປະ​ກັນ​ເລື້​ອຍໆ ​ເພື່ອຮັກສາ​ການ​​ແລກປ່ຽນ​ແລະ​ປະສານ​ງານ​​ເຊິ່ງ​ກັນ​ແລະ​ກັນກ່ຽວ​ກັບ​ບັນຫາ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ພົວ​ພັນ​ລະຫວ່າງ​ສອງ​ກອງທັບ​ຈີນ-ອາ​ເມ​ລິ​ກາ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ເຊື່ອ​ໝັ້ນ​ເຊິ່ງກັນ​ແລະ​ກັນ, ຮ່ວມ​ກັນ​ຮັກສາ​ທິດ​ທາງ​ອັນ​ຖືກ​ຕ້ອງ​ໃນ​ການ​ຮ່ວມ​ມື​ແລະ​ການ​ພັດ​ທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງທັບຈີນ-ອາ​ເມ​ລິ​ກາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ