ຈີນ​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ​ໂດຍ​ກ່າວ​ຢ້ຳວ່າ​ຕິ​ເບ​ດ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ດິນ​ແດນ​ຈີນ​ໄດ້

(GMT+08:00) 2011-07-12 16:42:19     cri
ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ໄດ້​ເຜີຍ​ແຜ່​ປຶ້ມ​ປົກ​ຂາວ​​ໂດຍ​ໃສ່​ຊື່ວ່າ"60​ປີ​ພາຍ​ຫຼັງ​ຕິ​ເບ​ດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ສັນ​ຕິ"​ໃນ​ວັນ​ທີ​11​ກໍ​ລະ​ກົດ​ນີ້​ໂດຍ​ກ່າວ​ຢ້ຳ​ວ່າ​ຕິ​ເບ​ດ​ແມ່ນ​ພາກ​ສ່ວນ​ໜຶ່ງ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ດິນ​ແດນ​ຈີນ​ໄດ້​ມາ​ຕັ້ງ​ແຕ່​ບູ​ຮານ​ນະ​ການ​.

ປຶ້ມ​ປົກ​ຂາວ​ຂຽນ​ວ່າ ​ວັນ​ທີ11​ມີນາ​ປີ1912,ລັດຖະທຳ​ມະນູນ​ສະບັບ​ທຳ​ອິດ​ຂອງ​ສາ​ທາ​ລະ​ນະ​ລັດ​ຈີນ​ຄື"​ກົດໝາຍ​ຊົ່ວ​ຄາວ​ສາ​ທາ​ລະ​ນະ​ລັດ​ຈີນ"​ໄດ້​ກຳນົດ​ໄວ້​ຢ່າງ​ຈະ​ແຈ້ງ​ວ່າ​ລັດ​ຖະ​ບານ​ສູນ​ກາງ​ມີ​ອະ​ທິ​ປະ​ໄຕ​ເໜືອ​ຕິ​ເບ​ດ,​ໄດ້​ປະ​ກາດ​ວ່າ​ຕິ​ເບ​ດ​ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ສາ​ທາ​ລະ​ນະ​ລັດ​ຈີນ.​ປີ​ດຽວ​ກັນ,​ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ຈີນ​ໄດ້​ຕັ້ງ​ກົມ​ວຽກ​ງານ​ໂມງ​ໂກ​ແລະ​ຕິ​ເບ​ດ​ເຊິ່ງ​ຂຶ້ນ​ກັບ​ລັດ​ຖະ​ບານ​ເພື່ອ​ຄຸ້ມ​ຄອງ​ບໍ​ລິ​ຫານ​ວຽກ​ງານ​​ໂມງ​ໂກ​ແລະ​ຕິ​ເບ​ດ.

ປຶ້ມ​ປົກ​ຂາວ​ຍັງ​ໄດ້​ທົບ​ທວນຄືນ​ປະຫວັດສາດ​ກ່ຽວ​ກັບ​ລັດຖະບານ​ຈີນ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ຂອງ​ຕົນ​ໃນ​ເວລາທີ່​ຖືກ​ອິດ​ທິກຳລັງູຮຸກ​ຮານ​ຈາກ​ອັງ​ກິດ​ທີ່​ມີ​ເຈດ​ຕະ​ນາ​ຢາກ​ຮຸກ​ຮານ​ຕິ​ເບ​ດ​ໃນ​ທ້າຍ​ສະຕະ​ວັດ​ທີ19.ປຶ້ມ​ປົກ​ຂາວ​ຊີ້​ອອກ​ວ່າ,ຈີນ​ແມ່ນ​ປະ​ເທດ​ເອກະ​ພາບ​ທີ່​ມີຫຼາຍ​ຊົນ​ເຜົ່າ,ປະຊາຊົນ​ຕິ​ເບ​ດ​ແມ່ນ​ສະມາຊິກ​ສຳຄັນ​ຂອງ​ມະຫາ​ຄອບຄົວ​ປະຊາ​ຊາດ​ຈີນ.​ປະ​ຫວັດ​ສາດ​ພິ​ສູດ​ໃຫ້​ເຫັນ​ວ່າ​ຄຳ​ເວົ້າ​ທີ່ວ່າ"ຕິ​ເບ​ດ​ເປັນ​ເອກະ​ລາດ"​ຄວາມ​ຈິງ​ແລ້ວ​ມັນ​ເປັນ​ພຽງ​ຄຳ​ເວົ້າ​ຂອງ​ຈັກກະພັດ​ຜູ່​ຮຸກ​ຮານ​ທັງ​ເກົ່າ​ແລະ​ໃໝ່​ເປັນ​ຜູ່​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ​ເອງ​ແລະ​ມັນ​ເປັນ​ກົນອຸບາຍ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຢາກ​ບຽດ​ຍຶດດິນ​ແດນ​ຈີນ.

ປຶ້ມປົກ​ຂາວ​ຍັງ​ແນະນຳ​ເປັນ​ພິ​ເສດ​ວ່າ,ດາ​ໄລລາ​ມະ​ອົງ​ທີ14​ດັນ​ເຈ​ກາ​ໂຊ​ຂຶ້ນ​ເປັນ​ດາ​ໄລລາ​ມະ​ໂດຍ​ຜ່ານ​ການ​ອະ​ນຸ​ຍາດ​ຈາກ​ລັດ​ຖະ​ບານ​ສາ​ທາ​ລະ​ນະ​ລັດ​ຈີນ​ໃນ​ເວລາ​ນັ້ນ.​ໃນ​ເວທີສາກົນບໍ່​ມີປະ​ເທດ​ຫຼື​ລັດຖະບານ​ໃດ​ໜຶ່ງ​ໄດ້​ຮັບ​ຮອງ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຕິ​ເບ​ດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ