ຈີນຈະຮ່ວມ​ກັບ​​ໂລກໝູນໃຊ້​ບົດຮຽນ​ໃນ​ການ​ພັດທະນາ​ເສດຖະກິດ​ສີຂຽວ​ນຳ​ກັນ​

(GMT+08:00) 2011-07-12 16:46:35     cri
ວັນ​ທີ11ກໍ​ລະກົດ​ນີ້, ທ່ານ​ໂຈ່​ວ​ເຊິ່ງ​ສຽນ, ລັດ​ຖະ​ມົນຕີ​ວ່າ​ການ​ກະຊວງ​​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ຢູ່​​ໄນ​ໂຣບີ​ຂອງ​ເຄັນ​ຢາວ່າ, ​ໂດຍ​ຜ່ານ​ການ​ພັດທະ​ນາ​ໃນ​ການຫັນ​ເປັນ​ອຸດ​ຫາ​ຫະກຳ​ແລະຫັນ​ເປັນ​ຕົວ​ເມືອງ, ຈີນ​ໄດ້​ຮັບ​ຮູ້​ວ່າ​ນະ​ໂຍບາຍ​ເສດຖະກິດ​ທີ່​ຖືກຕ້ອງ​ຄື​ນະ​ໂຍບາຍ​ສິ່ງ​ແວດ​ລ້ອມ​ທີ່​ຖືກຕ້ອງ,ຈີນ​ຈະ​ຮ່ວມ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ໝູນ​ໃຊ້​ບົດຮຽນ​ແລະ​ເຕັກ​ໂນ​ໂລ​ຊີ​ດ້ານ​ການ​ພັດທະ​ນາ​ເສດຖະກິດ​ສີຂຽວນຳ​ກັນດ້ວຍ​ວິທີທີ່​​​ເປີດປະຕູ.

ມື້​ດຽວ​ກັນ, ທ່ານ​ໂຈ່​ວສຽນ​ເຊິ່ງ​ໄດ້​ກ່າວ​ປາຖະກະຖາ​ຢູ່​ສຳນັກ​ງານ​ໃຫຍ່​ຂອງ​ໂຄງການ​ສິ່ງ​ແວ​ດລ້ອມ​ສະຫະ​ປະຊາ​ຊາດ​ຫຼືUNEP. ທ່ານ​ກ່າວ​ວ່າ, ລັດຖະບານ​ຈີນມີຈຸດ​ຢືນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ດ້ານ​ການ​ສ້າງແລະ​ຈັດ​ຕັ້ງປະ​ຕິບັດພັດ​ທະ​ນາທັດວິ​ທະຍາສາດ, ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ​ແລະຊຸກຍູ້​ການ​ພັດທະນາ​ສີຂຽວ, ​ແມ່ນ​ໄປ​ພ້ອມ​ກັບກະ​ແສ​ການ​ພັດທະນາ​ສີຂຽວ​ສາກົນ​ແລະ​ກະ​ແສ​ເສດຖະ​ກິດ​ສີຂຽວ. ຈີນ​ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ສະ​ແຫວ​ງຫາ​ເສັ້ນທາງ​ໃໝ່​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ ​ເຊິ່ງມີ​ຄ່າ​ຕອບ​ແທນ​ໜ້ອຍ,ມີ​ປະສິດ​ທິ​ຜົນ​ສູງ,ລະບາຍ​ກາກ​ບອນ​ດີ​ອອກ​ຊິດ​ໜ້ອຍແລະ​ມີ​ຄວາມ​ຍືນ​ຍົງ. ຈີນ​ຊົ​ມ​ເຊີຍ​ປະ​ເທດ​ທີ່​ມີ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ໃນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ​ມາ​ລົງທຶນ​​ໃນຂະ​ແໜງ​ການ​ສິ່ງ​ແວດ​ລ້ອມ​ຂອງຈີນ, ຈີນ​ມີ​ຕະຫຼາດ​ທີ່​ມີ​ກຳລັງ​ແຮງບົ່ມ​ຊ້ອນ​ອັນ​ກວ້າງ​ຂວາງ,ນີ້​ຍ່ອມ​ຈະ​ເຮັດ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແນ່ນອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ