ຮອງ​ປະທານ​ປະ​ເທດ​ຈີນ​ຫວັງ​ວ່າ​ກອງ​ທັບ​ຈີນ​ອາ​ເມ​ລິກາ​ຈະ​ພະ​ຍາຍາມ​ກໍາຈັດ​ອຸປະສັກ​ດ້ານ​ການ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ

(GMT+08:00) 2011-07-12 16:59:43     cri

ວັນ​ທີ11​ກໍລະກົດ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊີ​ຈີ້ນຜີງ,ຮອງ​ປະ​ທານ​ປະ​ເທດ​ຈີນ,ຮອງປະທານ​ຄະນະ​ກໍາມະການ​ການ​ທະຫານ​ສູນ​ກາງ​ຈີນ​ໄດ້​ຕ້ອນ​ຮັບພົນ​ເອກມາຍ​ເຄີ ມູ​ເລີນ,ປະ​ທານ​ສະພາ​ເສນາ​ທິການ​ໃຫຍ່​ກອງທັບ​ເຮືອອາ​ເມ​ລິ​ກາ​ພ້ອມ​ດ້ວຍ​ຄະນະ. ທ່ານ​ຊີ​ຈີ້ນຜີ​ງຫວັງ​ວ່າ​ພາກສ່ວນທີ່​ຮັບ​ຜິດຊອບ​ວຽກ​ງານ​ປ້ອງ​ກັນ​ແລະ​ກອງທັບ​ຂອງ​ສອງ​ປະ​ເທດ​ຈະພະຍາຍາມ​ຮ່ວມ​ກັນກໍາຈັດ​ອຸປະສັກ​ທີ່ມີ​ຜົນ​ກະ​ທົບ​ຕໍ່​ການ​ພັດທະນາ​ກາ​ນພົວພັນລະຫວ່າງສອງ​ກອງທັບ​,ຮ່ວມ​ກັນສ້າງ​ການ​ພົວພັນ​ທາງ​ການທະຫານ​ໂດຍ​ການເຄົາລົບ​ເຊິ່ງ​ກັນ​ແລະ​ກັນ​,ຮ່ວມ​ມື​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ຊີ​ຈີ້​ນຜີ​ງກ່າວ​ວ່າ,ການ​ພົວພັນ​ລະຫວ່າງ​ສອງ​ກອງ​ທັບ​ແມ່ນ​ພາກ​ສ່ວນ​ທີ່​ສໍາຄັນ​ຂອງ​ການ​ພົວພັນ​ສອງ​ປະ​ເທດ,ການ​ພົວ​ພັນ​ລະຫວ່າງ​ສອງ​ກອງ​ທັບທີ່​ປອດ​ໃສ​ແລະ​ໝັ້ນຄົງ,ມີ​ຄວາມ​ໝາຍ​ສໍາຄັນ​ຕໍ່​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຈີນ​ອາ​ເມ​ລິ​ກາ.ຫວັງ​ຢາກ​ໃຫ້​ພາກສ່ວນທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ປ້ອງ​ກັນ​ແລະ​ກອງ​ທັບ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ,​ເປີດ​ກວ້າງ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈກັນ,ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ແລະ​ຕັ້ງໜ້າ​ຈັດ​ຕັ້ງປະ​ຕິ​ບັດ​ຄວາມ​ຮັບ​ຮູ້ຄື​ກັນ​ຕ່າງໆ​ທີ່​ສອງ​ຝ່າຍ​ຕົກລົງ​ກັນ.

ທ່ານ​ມາຍ​ເຄີ ມູ​ເລີ​ນກ່າວ​ວ່າ,​ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວ​ພັນລະຫວ່າງ​ສອງ​ປະ​ເທດ,ຍິນດີ​ຊຸກ​ຍູ້​ການພັດທະນາ​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ,ບົນ​ພື້ນຖານ​ທີ່​ເຄົາລົບ​ນັບຖື​ກັນ​ແລະ​ໄວ້​ເນື້ອ​ເຊື້ອ​ໃຈ​ກັນ. ທ່ານ​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ຈີນ​ທີ່​ໃຫ້ການຕ້ອນຮັບ​ການ​ຢ້ຽມຢາມ​ເທື່ອ​ນີ້,​ແລະ​ຈະ​ຄວາມ​ພະຍາ​ຍາມ​ຮ່ວມ​ກັນ​ກັບ​ຈີນ,ຕັ້ງໜ້າ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ດ້ານ​ການ​ພົວພັນ​ລະຫວ່າງ​ສອງກອງທັບ​ທີ່​ປະ​ມຸກລັດ​ສອງ​ປະ​ເທດ​ຕົກລົງກັນ,​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ການ​ແລກປ່ຽນ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ,ລົງ​ເລິກ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກອງທັບ​ໃນ​ຂົງ​ເຂດຕ່າງໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ