ຈີນ​ເຕືອນ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ກໍ່​ເລື່ອງ

(GMT+08:00) 2011-07-12 17:57:54     cri
ວັນ​ທີ11​ກໍລະກົດ​ນີ້,ຢູ່​ທີ່​ປັກ​ກິ່ງ,ພົນ​ເອກ​ເຫຼົ່າທັບ​ເຮືອ​ແມັກ ມັວ​ເລັນ,ປະທານ​ສະພາ​ເສ​ນາ​ທິ​ການ​ກອງ​ທັບ​ອາ​ເມ​ລິ​ກາ​ພ້ອມ​ດ້ວຍ​ຄະ​ນະ​ທີ່​ພວມ​ຢ້ຽມ​ຢາມ​ຈີນ,​ໄດ້​ຈັດ​ການ​ພົບ​ປະ​ທາງ​ການ​ເມືອງ​ລະ​ດັບ​ສູງ​ກັບ​ຜູ່​ນຳ​ຂອງ​ລັດ​ຖະ​ບານ​ແລະ​ກອງ​ທັບ​ຂອງ​ຈີນ,​ແລະ​ໄດ້​ບັນ​ລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຫຼາຍ​ຢ່າງ.​ໂດຍ​ແນ​ໃສ່​ບັນ​ຫາ​ເລື່ອງ​ຈິງ,​ຜູ່​ນຳ​ຂອງ​ກອງ​ທັບ​ຈີນ​ເນັ້ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ການ​ໂຄ​ລົບ​ເຊິ່ງ​ກັນ​ແລະ​ກັນ​ນັ້ນ​ຫຼາຍ​ເທື່ອ,​ເຕືອນ​ໃຫ້​ອາ​ເມ​ລິ​ກາ​ຢ່າ​ກໍ່​ເລື່ອງ,​ແລະ​ສ້າງ​ຜົນ​ກະ​ທົບ​ຕໍ່​ການ​ຂະຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງ​ທັບ.

ພົນ​ເອກ​ເສີນ​ປີງ​ເຕີ,ກຳ​ມະ​ການ​ຄະນະ​ກຳມະ​ການ​​ການ​ທະ​ຫານ​ສູນ​ກາງ​ຈີນ,​ເສນາ​ທິ ການ​ໃຫຍ່​ກອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ​ກ່າວ​ເນັ້ນ​ວ່າ,​ຂໍ​ກະ​ແຈ​ຂອງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ທີ່​ປອດ​ໄສ,​ໝັ້ນ​ຄົງ​ແລະ​ໄວ້​ໃຈ​ໄດ້​ລະ​ຫວ່າງ​ສອງ​ກອງ​ທັບ​,​ແມ່ນ​ສອງ​ຝ່າຍ​ມີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ໂຄ​ລົບ​ເຊິ່ງ​ກັນ​ແລະ​ກັນ.​ທ່ານ​ເຕືອນ​ໃຫ້​ອາ​ເມ​ລິ​ກາ,​ຢ່າ​ພະ​ຍາ​ຍາມ​ກໍ່​ເລື່ອງ​ໃນ​ເສັ້ນ​ທາງ​ທີ່​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ກອງ​ທັບ.​ກ່ອນ​ມາ​ຢ້ຽມ​ຢາມ​ຈີນ,​ທ່ານ​ແມັກ ມັວ​ເລັນ​ເຄີຍ​ກ່າວ​ຢ່າງ​ເປີດ​ເຜີຍ​ວ່າ,​ກອງ​ທັບ​ອາ​ເມ​ລິ​ກາ​ຈະ​ມີ​ການ​ຄົງ​ຕົວ​ເປັນ​ເວລາຍາວ​ນານ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້.​ແຕ່​ການ​ຄົງ​ຕົວ​ທາງ​ການ​ທະຫານ​ທີ່​ເປັນ​ເວລາ​ຍາວ​ນານ​ຈະ​ເປັນ​ຮູບ​ການ​ໃດ?ອາ​ເມ​ລິ​ກາ​ຈະ​ສ້າງ​ຖານ​ທັບ​ແຫ່ງ​ໃໝ່​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ຫຼື​ບໍ່​?ກ່ຽວກັບ​ຄຳ​ຖາມ​ດັ່ງ​ກ່າວ,​ທ່ານ​ແມັກ ມັວ​ເລັນ​ຕອບ​ວ່າ:"​ໃນ​ຫຼາຍສິບ​ປີ​ມາ​ນີ້,​ພວກ​ຂ້າ​ພະ​ເຈົ້າ ມີ​ການ​ຄົງ​ຕົວ​ທາງ​ການ​ທະ​ຫານ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ໂດຍ​ຕະ​ຫຼອດ,​ໃນ​ອະ​ນາ​ຄົດ,​ພວກ​ຂ້າ​ພະ​ເຈົ້າ​ຍັງ​ຈະ​ມີການ​ຄົງ​ຕົວ​ທາງ​ການ​ທະ​ຫານ​ແບບ​ນີ້.​ນີ້​ບໍ່​ໝາຍ​ຄວາມ​ວ່າ​ພວກ​ຂ້າ​ພະ​ເຈົ້າ ຈະ​ສ້າງ​ຖານ​ທັບ​ຢູ່​ທີ່​ນີ້,​ເພາະ​ວ່າ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ຖານ​ທັບ​ຢູ່​ເຂດ​ອາ​ຊີ​ແລ້ວ​ແລະ​ຈະ​ມີ​ກອງ​ທັບ​ເກົ່າ​ປະ​ຈຳ​ຢູ່​ຖານ​ທັບ​ເຫຼົ່າ​ນີ້.​ກ່ຽວ​ກັບ​ຮູບ​ການ​ຄົງ​ຕົວ​​ທາງ​ການ​ທະ​ຫານ,​ທີ່​ຈິ​ງ​ແລ້ວ​ພຽງ​ຈັດ​ການ​ຊ້ອມ​ຮົບ​ຈຳ​ນວນ​ໜຶ່ງ,​ຂະ​ໜາດ​ຂອງ​ມັນ​ກໍ​ບໍ່​ໃຫຍ່​ປານ​ໃດ."

ກ່ຽວ​ກັບ​ເລື່ອງນີ້,ພົນ​ເອກ​ເສີນ​ປີງ​ເຕີ​ກ່າວ​ວ່າ,ການ​ຈັດການ​ຊ້ອມ​ຮົບ​ໃນ​ເວລາ​ຈີນກັບ ຟິລິບ​ປິນ​ແລະ​ຫວຽດນາມ​ມີຄວາມ​ຂັດ​ແຍ່ງ​ກັນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້ນັ້ນ​ແມ່ນ​ບໍ່​ເໝາະ​ສົມ​ທີ່​ສຸດ.ທ່ານກ່າວ​ວ່າ​:"ອາ​ເມ​ລິ​ກາ​ເຄີຍ​ກ່າວ​ຫຼາຍ​ເທື່ອ​ວ່າ,ບໍ່​ມີ​​ເຈດ​ຈະ​ນາທີ່​​ເຂົ້າ​ແຊກ​ແຊງ​ບັນ ຫາ​ທະ​ເລ​ຈີນ​ໃຕ້,​ແຕ່​ບໍ່​ວ່າ​ອາ​ເມ​ລິ​ກາ​ໃຊ້​ຮູບ​ການ​ຫຍັງ,​ຄວາມ​ຈິງ​ແມ່ນ​ໄດ້​ສົ່ງ​ສັນ​ຍານ​ທີ່​ມີ​ຄວາມ​ໝາຍ​ກົງ​ກັນ​ຂ້າມ.​ການ​ຈັດ​ການ​ຊ້ອມ​ຮົບ​ກັບ​ຟະ​ລິບ​ປິນ​ແລະ​ຫວຽດ​ນາມ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້,​ເຖິງ​ວ່າ​ເຄີຍ​ດຳ​ເນີນ​ໃນ​ແຕ່​ກ່ອນ,​ແຕ່​ດຳ​ເນີນ​ໃນ​ໄລ​ຍະ​ນີ້​ແມ່ນ​ບໍ່​ເໝາະ​ສົມ​ທີ່​ສຸດ."ທ່ານ​ຫວັງ​ໃຫ້​ການ​ຄົງ​ຕົວ​ທາງ​ການ​ທະ​ຫານ​​ຂອງ​ອາ​ເມ​ລິ​ກາ​ຢູ່​ອາຊີ​ຄວນ​ຖື​ການ​"ສ້າງ​ຄວາມ​ມ່ວນ​​ໃຈ​ແກ່​ປະ​ເທດ​ທັງ​ໝົດ​ໃນ​ເຂດ​ນີ້"​ເປັນ​ຈຸດ​ປະ​ສົງ.

ຈາກການຈັດ​ວາງ​​ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ແມັກ ມັວ​ເລັນກໍ​ຈະ​ໄດ້​ເຫັນຄວາມ​ຈິງ​ໃຈ​​ແລະ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ຂອງ​ຈີນ,​ຄື​ໃນ​ເວ​ລາ​ທ່ານ​ເສີນ​ປີງ​ເຕີ​ເຈ​ລະ​ຈາ​ກັບ​ທ່ານ​ແມັກ ມັວ​ເລັນ,​ໄດ້​ເປີດ​ຫ້ອງ​ການ​ໃຫ້​ຄົນ​ຕ່າງປະ​ເທດ​ເປັນ​ເທື່ອ​ທຳ​ອິດ;​​ໄດ້​ຈັດ​ວາງ​ໃຫ້​ທ່ານ​​ແມັກ ມັວ​ເລັນ​ເຂົ້າ​ຢ້ຽມ​ຄ່ຳ​ນັບ​ຮອງ​ປະ​ທານ​ປະ​ເທດ​ຈີນເປັນ​ພິ​ເສດ;​ແລະ​ຍັງ​ໄດ້​ຈັດ​ວາງ​ໃຫ້​ທ່ານ​ແມັກ ມັວ​ເລັນ​ຢ້ຽມ​ຢາມ​ກົມ​ກອງ​ທີ່​ສະ​ດຸ້ງ​ໄວ,​ຄື:​ກອງ​ບັນ​ຊາ​ການ​ຈະ​ຫຼວດ​ເປັນ​ຕົ້ນ.​ເມື່ອ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ​ຢູ່​ປັກ​ກິ່ງ​ແລ້ວ,​ທ່ານ​ແມັກ ມັວ ​ເລັນ​ຍັງ​ຈະ​ໄປ​ແຂວງ​ຊ່ານ​ຕົ່ງ​ແລະ​ແຂວງ​ເຈີ້​ຈ່ຽງ,​ຢ້ຽມ​ຢາມ​ກົມ​ກອງ​ທີ່​ກ່ຽວ​ຂ້ອງ​ຂອງ​ເຫຼົ່າ​ທັບ​ບົກ,​ເຫຼົ່າ​ທັບ​ເຮືອ​ແລະ​ເຫຼົ່າ​ທັບ​ອາ​ກາດ​ຂອງ​ຈີນ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ