ທ່ານ​ຫູ​ຈິນ​ທາວ​ກ່າວ​ເນັ້ນ​ວ່າ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໃນ​ອະນາຄົດ​ສຳຄັນ​ທີ່​ສຸດ​ແມ່ນ​ຂຶ້ນ​ກັບ​ຊາວ​ໜຸ່ມ

(GMT+08:00) 2011-07-13 15:25:28     cri
ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານພົບ​ປະ​ສັງ​ສັນ​ແລກປ່ຽນ​ກັນ​ລະຫວ່າງ​ຊາວ​ໜຸ່ມ​ໝື່ນ​ຄົນ​ຂອງສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ໃນ​ຕອນ​ບ່າຍ​ວັນ​ທີ12​ກໍລະກົດ​ນີ້​ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງຊຶ່ງ​ທ່ານ​ກ່າວ​ເນັ້ນວ່າ,​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ໃນ​ອະ​ນາ​ຄົດ​ສຳຄັນ​ທີ່​ສຸດ​ແມ່ນ​ຂຶ້ນ​ກັບ​ຊາວ​ໜຸ່ມ.

ທ່ານ​ເລຂາທິການ​ໃຫຍ່​ຫູ​ຈິນທາວ​ຊີ້​ອອກ​ວ່າ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ການ​ພົວພັນ​ລະ​ຫວ່າງ​ສອງ​ຝັ່ງ​ໄດ້​ຮັກສາ​ທ່າ​ອ່ຽງຂະຫຍາຍຕົວ​ໂດຍ​ສັນຕິ, ​ຍ້ອນການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​ໄດ້​ຮັບ​ການ​ປັບປຸງ​​ແລະ​ຂະຫຍາຍຕົວ​ໄປ​ໃນທາງ​ທີ່​ດີ​,​ເພື່ອນ​ມິດ​ຊາວ​ໜຸ່ມ​ສອງ​ຝັ່ງ​ຈິ່ງ​ມີ​ໂອກາດ​ໄປມາຫາ​ສູ່​ກັນ​ຢ່າງສະດວກ​ສະບາຍ​ໃນສູ່​ມື້​ນີ້.ທ່ານ​ຫູ​ຈິນທາວ​ກ່າວ​ເນັ້ນ​ເປັນ​ພິ​ເສດ​ວ່າ,ຊາວ​ໜຸ່ມ​ໝາຍ​ເຖິງ​ອະນາຄົດ,ການ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງ​​ໃຫ້ຂະຫຍາຍຕົວ​ໃນ​ອະນາຄົດນັ້ນ​ສຳຄັນ​ທີ່​ສຸດ​ແມ່ນ​ຂຶ້ນ​ກັບ​ຊາວ​ໜຸ່ມ.ຫວັງ​ວ່າ​ຊາວ​ໜຸ່ມ​ສອງ​ຝັ່ງ​ຈະ​ເປັນ​ຜູ່ສືບ​ທອດ​ວຽກ​ງານ​ການ​​ພົວພັນ​ສອງ​ຝັ່ງ​ໃຫ້​ຂະຫຍາຍຕົວ,​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັນ​ລະຫວ່າງ​ສອງ​ຝັ່ງ​ດ້ວຍ​ກັນ​ຢ່າງ​ຕັ້ງໜ້າກວ່າ​ເກົ່າ,ຮ່ວມ​ກັນ​ສ້າງສາ​ອະນາຄົດ​ອັນ​ດີງາມ​ໃນ​ການ​ສ້າງຄວາມ​ຈະ​ເລີນຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາ​ຊາດ​ຈີນ.

ກິດຈະກຳ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ໝື່ນ​ຄົນ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແມ່ນ17ສຳນັກງານ​ເຊັ່ນ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ຈີນ​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​ແບ່ງ​ເປັນ22​ຄະນະ​ດຳ​ເນີນ​ກິດ​ຈະ​ກຳ​ຢູ່​ແຫ່ງ​ຕ່າງໆ​ຂອງ​ແຜ່ນ​ດິນ​ໃຫຍ່​ຕາມໆ​ກັນ​ເລີ່​ມ​ແຕ່​ຕົ້ນ​ເດືອນ​ກໍລະກົດ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ