ແຜນ​ດຳ​ເນີນ​ງານ​ດ້ານ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຈີນ​ສະ​ບັບ​ທຳ​ອິດ​ບັນ​ລຸ​ຄາດ​ໝາຍ​ຕາມ​ກຳ​ນົດ

(GMT+08:00) 2011-07-13 15:18:24     cri
ວັນ​ທີ12​ກໍລະ​ກົດ​ນີ້​ຢູ່​ທີ່​ປັກ​ກິ່ງ,ທ່ານ​ວາງ​ເຊີນ,ຫົວໜ້າ​ຫ້ອງການ​ຖະ​ແຫຼງຂ່າວ​ຂອງ​ລັດຖະ ບານ​ຈີນ​ກ່າວ​ວ່າ,​ຄາດ​ໝາຍ​ຕ່າງໆ​ໃນ​ແຜນ​ດຳ​ເນີນ​ງານ​ດ້ານ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ຈີນ​ສະ​ບັບ​ທຳ​ອິດ​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ຕາມ​ກຳ​ນົດ,​ໃນ​ນັ້ນ​ມີ​ດັດ​ຊະ​ນີ​ລັກ​ສະ​ນະ​ຈຳ​ກັດ​ປະ​ມານ​35%​ແລະ​ດັດ​ຊະ​ນີ​ພົວ​ພັນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​50%​ຂຶ້ນ​ໄປ​ໄດ້​​ບັນ​ລຸ​ຜົນ ເປັນ​ຈິງ​​ໂດຍ​ລື່ນ​ຄາດ​ໝາຍ​ກຳ​ນົດ​ຫຼື​ບັນ​ລຸ​ເປັນ​ຈິງ​ກ່ອນ​ເວ​ລາ​ກຳ​ນົດ.

​​ເອກະສານ​ທີ່​ຊື່ວ່າ"​ແຜນດຳ​ເນີນ​ງານ​ດ້ານ​ສິດທິ​ມະນຸດ​ແຫ່ງ​ຊາດ​ຈີນ2009​ຫາ​2010"​ເຜີຍ​ແຜ່​ໃນ​ເດືອນ​ເມສາ​ປີ2009.ທ່ານ​ວາງ​ເຊີນ​ບອກ​ໃຫ້​ຮູ້​ວ່າ,ຜົນ​ການ​ປ​ະ​ເມີນ​ສະ​ແດງ​ໃຫ້​ເຫັນ​ວ່າ,ມາດຕະການ​ຕ່າງໆ​ໃນ​​ແຜນ​ດຳ​ເນີນ​ງານ​ສະບັບ​ນີ້​ໄດ້​ຮັບ​ການ​ຈັດຕັ້ງປະຕິ ບັດ​ຢ່າງ​ມີ​ຜົນ​ສັກສິດ.

"ສອງ​ປີ​ມາ​ນີ້,ສະ​ເລ່ຍ​ແລ້ວ,ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ​ຫຼືGDP ຂອງ​ຈີນ​ເພີ່ມ​ຂຶ້ນ9,77%ຕໍ່​ປີ.​ໃນ​ປີ2010,ລາຍ​ໄດ້​ທີ່​ຈັບ​ຈ່າຍ​ໄດ້​ຫຼື​NDI​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຜູ່​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຕົວ​ເມືອງ​ໄດ້​ເພີ່ມ​ຂຶ້ນ11,3%,ລາຍ​ໄດ້​ສຸດ​ທີ່​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຜູ່​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຊົນ​ນະ​ບົດ​ໄດ້​ເພີ່ມ​ຂຶ້ນ​14,9%,​ຜູ່​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ​ໄດ້​ເພີ່ມ ອີກ​22​ລ້ານ​7​ແສນ​ຄົນ.​ປະ​ຊາ​ກອນ​ຜູ່​ດຳ​ລົງ​ຊີ​ວິດ​ໃນ​ຕົວ​ເມືອງ​ແລະ​ຊົນ​ນະ​ບົດ​90%​ໄດ້​ມີ​ການ​ປະກັນ​ການ​ປິ່ນປົວ​ພະ​ຍາດ​ພື້ນ​ຖານ,​ການ​ສຶກ​ສາ​ພາກ​ບັງ​ຄັບ​9​ປີ​ສາ​ມາດ​ປະ​ຕິ​ບັດ​ໄດ້​ຮ້ອຍ​ສ່ວນ​ຮ້ອຍ."

ທ່ານ​ວາງ​ເຊີນ​ຍັງ​ຊີ້​ອອກ​ວ່າ,​ໃນ​ປີ2009​ຫາ​ປີ2010,ລັດ​ຖະບານ​ຈີນ​ໄດ້​ໃຊ້​ງົບປະ ມານ2​ຕື້779​ລ້ານ​ຢວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ,​ແລະ​ໄດ້​ລື່ນ​ເປົ້າ​ໝາຍ​ທີ່​ຄາດ​ໄວ້​ລ່ວງ​ໜ້າ,ສິດ​ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ,​ເດັກ​ນ້ອຍ,​ຜູ່​ເຖົ້າ​ແລະ​ຄົນ​ພິ​ການ​ໄດ້​ມີ​ການ​ຮັບ​ປະ​ກັນ​ຮອບ​ດ້ານ;​ຄຽງ​ຄູ່​ກັບ​ການ​ດຳ​ເນີນ​ການ​ສຶກ​ສາ​ດ້ານ​ສິດ​ທິ​ມະ​ນຸດ,​ສະ​ຕິ​ຕໍ່​ສິດ​ທິ​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ຈີນ​ທົ່ວ​ປະ​ເທດ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ.

ທ່ານ​ວາງ​ເຊີນ​ຍັງ​ຊີ້​ອອກ​ວ່າ,ຈີນ​ຈະ​ວາງ​ແຜນການ​ດຳ​ເນີນ​ງານ​ດ້ານ​ສິດ​ທິມະ​ນຸດ​ແຫ່ງ​ຊາດ​ໄລຍະ​ໃໝ່,​ເນື້ອ​ໃນ​ລວມ​ທັງ​ຄາດ​ໝາຍ​ທີ່​ຈີນ​ຈະ​ບັນ​ລຸ​ແລະ​ມາດ​ຕະ​ການ​ລະ​ອຽດ​ທີ່​ຈີນ​ຈະ​ໃຊ້​ໃນ​ຂົງ​ເຂດ​ຕ່າງໆ​ດ້ານ​ສິດທິ​ມະນຸດ​ໃນ​ໄລຍະ​​ແຕ່​ປີ​2012​ຫາ​ປີ215.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ