ແ​ກ້​ໄຂຄວາມ​ບໍ່​ສະດວກ​ໃນ​ການ​ເດີນທາງ​ໃຫ້​ແກ່​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ຕິ​ເບ​ດ​ໄດ້​ໂດຍ​ພື້ນຖານ

(GMT+08:00) 2011-07-15 16:34:40     cri
5​ປີ​ທີ່​ຜ່ານມານີ້​ແມ່ນ​ໄລຍະ​ທີ່​​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດ​ໄດ້​ລົງທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ​ເສັ້ນທາງຫຼາຍ​ທີ່​ສຸດ,ພັດທະນາ​ໄວ​ທີ່​ສຸດ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ພົ້ນ​ເດັ່ນ​ທີ່​ສຸດ.ປະຈຸ​ບັນ,ຊົນ​ນະ​ບົດແລະ​ຕາ​ແສງທີ່​ມີ​ທາງ​ຫຼວງ​ໄປ​ເຖິງນັ້ນ​ລ້ວນ​ແຕ່​ໄດ້​ເປີດ​ບໍລິການ​ລົດ​ເມ​ປະຈຳ​ທາງທັງໝົດ,​ໄດ້​ແກ້​ໄຂ​ຄວາມ​ບໍ່​ສະດວກ​ໃນ​ການ​ເດີນທາງ​ໃຫ້​ແກ່ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ໂດຍ​ພື້ນຖານ.

ຍ້ອນ​ຖືກ​ຈຳກັດ​ທາງ​ດ້ານ​ພູມ​ສາດ​ແລະ​​ທຳ​ມະ​ຊາດ,ການ​ກໍ່ສ້າງ​ດ້ານ​ວຽກ​ງານ​ຄົມ​ມະ​ນາ​ຄົມ​ເຊັ່ນ​ທາງ​ຫຼວງ,ທາງ​ລົດ​ໄຟ​ເປັນ​ບັນ​ຫາ​ທີ່​ຖ່ວງ​ດຶງ​ການ​ພັດທະນາ​ເສດຖະກິດຂອງ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດມາ​ໂດຍ​ຕະຫຼອດ,​ໂດຍ​ສະ​ເພາະ​ແມ່ນ​ຊາວ​ກະສິກອນ​ແລະ​ຊາວ​ລ້ຽງສັດ​ທີ່​ດຳລົງ​ຊີວິດ​ໃນ​ເຂດ​ຊົນນະບົດ​ແມ່ນ​ພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ການ​ເດີນທາງ.​ເພື່ອ​ແກ້​ໄຂ​ບັນຫາ​ນີ້,ປີ​ນີ້,​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດ​ຕົກ​ລົງ​ວ່າ,​ສຳ​ລັບ​ລົດຍົນ​ທີ່​ໄລຍະ​ທາງ70%​ແມ່ນ​ບໍ​ລິ​ການ​ຢູ່​ທາງ​ຫຼວງ​ຂັ້ນ​ເມືອງ​ແລະ​ເຂດ​ຊົນນະບົດ​ນັ້ນ,​ອົງ​ການ​ປົກ​ຄອງ​ຕິ​ເບ​ດຈະ​ໃຫ້​ອຸດ​ໜູນຊື້​ການ​ປະກັນ​ໄພ3​ປີ,​ ສຳລັບ​ລົດ​ໂດຍສານ​ທີ່​ບໍລິການ​ຢູ່​ຊົນນະບົດ​ແມ່ນ​ໃຫ້​ເງິນ​ອຸດ​ໜູນ​ນ້ຳ​ມັນ​ພ້ອມ​ທັງ​ໃຫ້​ເງິນ​ອຸດ​ໜູນ​ທຸລະ​ກິດ​ການ​ຂົນ​ສົ່ງ​ຜູ່​ໂດຍ​ສານ​ພ້ອມ.

ທ່ານ​ໂຊ​ນາມ​ເຊ​ເປ​ວ ຮອງ​ຫົວໜ້າ​ພະ​ແນ​ກຄົມມະນາຄົມ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດກ່າວ​ວ່າ,​ຕາມ​ແຜນການ​ແລ້ວ,ໃນ5​ປີ​ຕໍ່ໜ້າ,ຕິ​ເບ​ດຍັງ​ຈະ​ສືບ​ຕໍ່​ເພີ່ມ​ການ​ລົງທຶນ50ຕື້ຢວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ຄົມມະນາຄົມ​ການ​ຂົນ​ສົ່ງ.​ຮອດ​ປີ2015,​ໄລຍະ​ທາງ​ຫຼວງ​ທີ່​ເປີດ​ນຳ​ໃຊ້​ຂອງ​ຕິ​ເບ​ດຈະ​ມີ​ເຖິງ7​ໝື່ນ​ກິ​ໂລ​ແມັດ,ບັນຫາ​ດ້ານ​ຄົມມະນາຄົມ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​​ເທື່ອ​ລະ​ກ້າວ,ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ໃຫ້​ອຸດສາຫະກຳ​ພະລັງງານ,ອຸດສາຫະກຳ​ທີ່​ມີ​ສີສັນ​ພິ​ເສດ​ແລະ​ການທ່ອງທ່ຽວ​ຂອງ​ຕິ​ເບ​ດ​ໄດ້​ຮັບ​ການ​ພັດທະນາ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ