ທ່ານ​ໂອ​ບາ​ມາ​ພົບ​ປະ​ກັບ​ດາ​ໄລ​ລາ​ມະ​ເປັນ​ການ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແລະ​ການ​ຮ່ວມ​ມື​ສາກົນ

(GMT+08:00) 2011-07-21 17:19:14     cri
ວັນ​ທີ20​ກໍລະກົດ​ນີ້, ​ເວັບ​ໄຊ​ຕິ​ເບ​ດຂອງ​ຈີນ​ໄດ້​ພິມ​ບົດຄວາມ​ທີ່​ມີ​ຫົວ​ເລື່ອງ​ວ່າ"ທ່ານ​ໂອ​ບາ​ມາ​ພົບ​ປະ​ກັບ​ດາ​ໄລລາ​ມະ​ໄດ້ສະ​ແດງ​ໃຫ້​ເຫັນ​ຫຍັງ?", ບົດ​ຄວາມ​ຊີ້​ອອກ​ວ່າ​ການ​ພົບ​ປະ​ເທື່ອ​ນີ້​ໄດ້​ສົ່ງຜົນ​ກະ​ທົບ​ຕໍ່​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​ແລະ​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​​ໃນ​ຕໍ່ໜ້າ​ຕະ​ຫຼອດ​ຮອດ​ການ​ຮ່ວມ​ມື​ສາ​ກົນໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ.

ບົດ​ຄວາມ​ຂຽນ​ວ່າ, ອີງ​ຕາມ​ຄວາມ​ເວົ້າ​ຂອງ​ນັກ​ຂ່າວ​ຂອງ​ຝ່າຍ​ປະ​ເທດ​ຕາ​ເວັນ​ຕົກ, ທ່ານ​ໂອ​ບາ​ມາ​ພົບ​ປະ​ກັບ​ດາ​ໄລລາ​ມະ​ອີກ​ເທື່ອ​ໜຶ່ງ​ໂດຍບໍ່​ເອົາ​ຫົວຊາ​ນຳ​ການ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ຂອງ​ລັດຖະ​ບານ​ຈີນ, ​ແມ່ນ​ຍ້ອນ​ວ່າ​ທ່ານ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ປະ​ການ​ໂດຍ​ສະ​ເພາະ. ປີໜ້າ​ແມ່ນ​ປີ​ໜຶ່ງ​ທີ່​ສຳຄັນ​ສຳ​ລັບ​ທ່ານ​ໂອ​ບາ​ມາ​ແຂ່ງ​ຂັນ​ດຳລົງ​ຕຳ​ແໜ່ງ​ປະ​ທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ອີກ​ສະ​ໄໝ​ໜຶ່ງ. ​ແຕ່​ປະຈຸ​ບັນ​ລັດຖະ​ບານ​ໂອ​ບາ​ມາ​ໃນ​ການ​ລົງ​ສະ​ໝັກ​ຍັງ​ຄາ​ຢູ່​ໃນ​ສະພາບ​ການ​ຫຍຸ້ງ​ຍາກ​ທີ່​ເສດ​ຖະກິດ​ພາຍ​ໃນ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຊັກ​ຊ້າ, ການ​ຫວ່າງ​ງານ​ຮ້າຍ​ແຮງ​ຂຶ້ນ, ທັງ​ເກີດມີ​ການ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ວິ​ກິດ​ການ​ຂອບ​ເຂດ​ໜີ້​ສິນ, ​ໃນ​ສາກົນ​ກໍ່​ພວມ​ປະ​ເຊີນກັບ​ສົງ​ຄາມ​ລີ​ບີ, ການ​ປະ​ທະ​ກັນ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ, ​ແລະ​ຄວາມ​ຫຍຸ້ງ​ຍາກ​ອື່ນໆ. ​ໃນ​ດ້ານ​ໜຶ່ງ, ທ່ານ​ໂອ​ບາ​ມາ​ຢາກ​ຕອບ​ສະ​ໜອງ​ທ່າ​ທີ​ຂອງ​ສະມາ​ຊິກ​ລັດຖະ​ສະພາ​ທີ່​ຕໍ່ຕ້ານ​ປະ​ເທດ​ຈີນ, ສະ​ນັ້ນ​ຈຶ່ງ​ຕັດ​ສິນ​ໃຈ​ພົບ​ປະ​ກັບ​ດາ​ໄລລາ​ມະ​ຢ່າງ​ເປີດ​ເຜີຍ; ຄຽງ​ຄູ່​ກັນ​ນັ້ນ, ທ່ານ​ໂອ​ບາ​ມາ​ກໍ່​ບໍ່​ຢາກ​ທຳ​ລາຍ​ສາຍ​ພົວ​ພັນ​ກັບ​ຈີນ​ຢ່າງ​ສົມ​ບູນ, ສະ​ນັ້ນ​ກໍ່​ບໍ່​ໄດ້​ຮັບ​ເອົາ​ຍັດຕິ​ຂອງ​ສະມາ​ຊິກ​ສະ​ພາ​ຈຳນວນ​ໜຶ່ງທີ່​ຮຽກ​ຮ້ອງ​ໃຫ້​ທ່ານພົບ​ປະ​ກັບ​ດາ​ໄລລາ​ມະ​ຢູ່​ຫ້ອງ ການ​ປະ​ທານາ​ທິບໍ ດີ​ທີ່​ທຳນຽບ​ຂາວ, ​ເຮັດ​ແບບ​ນີ້​ແມ່ນ​ເລືອກ​ເອົາຄວາມ​ເປັນ​ກາງ​ທີ່​ສະ​ແຫວງ​ຫາ​ໄມຕີ​ຈິດ​ທັງ​ສອງ​ເບື້ອງ.

ບົດ​ຄວາ​ມກ່າວ​ເນັ້ນວ່າ, ​ເຖິງ​ວ່າ​ທ່ານ​ໂອ​ບາ​ມາ​ພົບ​ປະ​ກັບ​ດາ​ໄລລາ​ມະ​ແມ່ນ​ເປັນ​ການ​ກະທຳ​ແບບ​ບິດບັງ, ​ແຕ່​ແນ່​ນອນ​ແລ້ວ​ຈະ​ສ້າງ​ຜົນ​ກະ​ທົບ​ຢ່າງ​ຮຸນ​ແຮງ​ຕໍ່​ສາຍ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ໃນວາ​ລະ​ການ​ດຳລົງ​ຕຳ​ແໜ່ງ​ຂອງ​ທ່ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ