ທ່ານ​ຢາງ​ເຈ​ສື​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ບວກ​3

(GMT+08:00) 2011-07-21 18:40:43     cri
ຕາມ​ຂ່າວສານ​ຊິນ​ຮວາ, ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ປາ​ໃສ​ໃນ​ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດອາຊ​ຽນກັບ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ຫຼືອາຊ​ຽນ+3ທີ່ຈັດຂຶ້ນ​ຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ທີ21​ກໍລະກົດ​ນີ້.

ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້,ພາຍ​ໃຕ້​ຄວາມ​ພະຍຍາມ​ຮ່ວມ​ຂອງ​ອາຊ​ຽນ​ແລະ​ຈີນ,ຍີ​ປຸ່ນ,ສ.​ເກົາຫຼີ,ການ​ຮ່ວມ​ມືອາຊ​ຽນ+3​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ​ໃນ​ລວງ​ກວ້າງ​ແລະລວງ​ເລິກ.ທ່ານ​ຢາງ​ເຈ​ສື​ມີ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ການ​ຮ່ວມ​ມື10+3​ຄື,​ອັນ​ທີ​ໜຶ່ງ:​ຊຸກ​ຍູ້​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​10+3​ທີ່​ເປັນ​ຊ່ອງ​ທາງ​ສຳຄັນ​ໃນການຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ,​ເຮັດ​ໃຫ້​ອາ​ຊຽນ​ບວກ​3​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕື່ມ​ອີກ,ຊຸກ​ຍູ້​ໃຫ້​ພາກ​ພື້ນ​ນີ້​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.ອັນ​ທີ​ສອງ​ຊຸກ​ຍູ້​ໃຫ້ການ​ຮ່ວມ​ມືອາຊ​ຽນ+3​ໄດ້​ຮັບ​ຜົນສຳ​ເລັດ​ຕື່ມ​ອີກ.ຈີນ​ຫວັງ​ຢາກສືບ​ຕໍ່​ເພີ່ມ​ປະສິດທິ​ຜົນ​ຂອງ​ການ​ຫັນ​ເປັນຫຼາຍ​ຝ່າຍ​ຂອງ​ຂໍ້​ລິ​ເລີ່​ມຊຽງ​ໄໝ່,ຊຸກ​ຍູ້​ໃຫ້ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ຕາ​ເວັນ​ອອກ​ມີ​ຄວາມ​ຄືບ​ໜ້າ​ຕົວ​ຈິງ,​ແລະ​ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ອອກທຶນ1​ລ້ານ​ໂດ​ລາ​ເພື່ອ​ສ້າງ​ຕັ້ງ​ກອງ​ທຶນ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສລີ​ອາຊີ​ຕາ​ເວັນ​ອອກ.​ອັນ​ທີ3​ແມ່ນ​ນຳ​ໃຊ້​ໂອ​ກາດ​ການ​ຮ່ວມ​ມື​ອາ​ຊຽນ+3​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ​.ອັນ​ສຸດ​ທ້າຍ​ແມ່ນນຳ​ໃຊ້​ຄັງ​ສະໝອງ​ຕັ້ງໜ້າ​ຄົ້ນຄວ້າ​ແຜນ​ການ​ພັດ​ທະ​ນາ​ອາ​ຊ​ຽນ+3​ໃນ​ອະ​ນາ​ຄົດ.​ຫຼາຍ​ປີ​ມາ​ນີ້,​ຕາ​ໜ່າງ​ເຄືອ​ຂ່າຍລະດົມ​ຄວາມ​ຄິດ​ອາຊີ​ຕາ​ເວັນ​ອອກ​ໄດ້​ມີ​ຂໍ້​ສະ​ເໜີ​ທີ່​ຖືກ​ຕ້ອງ​ຕາມ​ສະ​ພາບ​ຕົວ​ຈິງ​ແລະ​ເຫັນ​ກວ້າງ​ມອງ​ໄກ​ຈຳ​ນວນ​ຫຼວງ​ຫຼາຍ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂອບອາຊ​ຽນ+3,ຈີນ​ຍິນ​ດີ​ພິຈາລະນາ​ຂໍ້​ສະ​ເໜີ​ເຫຼົ່າ​ນີ້​ຢ່າງ​ຕັ້ງໜ້າ.ຫວັງ​ວ່າ​ປະ​ເທດ​ຕ່າງໆ​ສະ​ໜັບ​ສະ​ໜູນ​ຈີນ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ9.

ກ່ຽວ​ກັບ​ການ​ພັດທະນາ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ,ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ການ​ພັດທະນາ​ຍັງ​ແມ່ນໜ້າ​ທີ່​ສຳຄັນ​ທີ່​ສຸດ​ຂອງປະ​ເທດ​ຕ່າງໆ​ໃນ​ອາຊີ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ,ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ຄວນ​ຍຶດໝັ້ນ​ທ່າ​ທີ​ເປີດ​ປະ​ຕູ​ແລະ​ຈິດ​ໃຈ​ກວ້າງ​ຂວາງ,​ສືບ​ຕໍ່​ຍຶດ​ໝັ້ນ​ການ​ນຳພາ​ຂອງ​ອາຊ​ຽນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງບັນດາ​ປະ​ເທດ​ອາຊ​ຽນ​ແລະ​ຍີ່​ປຸ່ນ,ສ.​ເກົາຫຼີ​ໄດ້​ທົບ​ທວນຄືນ​ຄວາມ​ຄືບ​ໜ້າ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ອາຊ​ຽນ+3,​ແລະ​ເຫັນ​ໂດຍ​ທົ່ວ​ໄປ​ວ່າການ​ຮ່ວມ​ມື​ອາຊ​ຽນ+3​ມີ​ຂົງ​ເຂດ​ກວ້າງຂວາງ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ອັນພົ້ນ​ເດັ່ນ,​ໄດ້​ກາຍ​ເປັນໜຶ່ງ​ໃນ​ບັນດາ​ກົນ​​ໄກ​ຮ່ວມ​ມື​ທີ່​ມີ​ຊີວິດ​ຊີວາ​ທີ່​ສຸດ​ແລະ​ເປັນ​ໃຈກາງ​ຂອງ​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ.ບັນດາ​ປະ​ເທດ​ອາຊ​ຽນຂອບ​ໃຈ​ນຳ​ຈີນ,ຍີ່​ປຸ່ນ​ແລະ​ສ.​ເກົາຫຼີ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ແລະ​ປະກອບສ່ວນ​ເຂົ້າ​ໃນ​ເລື່ອງນີ້.ບັນດາ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສົນ​ໃຈ​ນຳ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ