ຈີນ​ປະ​ທ້ວງຢ່າງ​ຮຸນ​ແຮງ​ຕໍ່​ສະມາ​ຊິກສະພາ​ແຫ່​ງຊາດ​ຟີ​ລິບ​ປິນ​ໄປ​ຂຶ້ນ​ເກາະ​ຈົ່ງ​ເຢ້​ຊຶ່ງ​ເປັນ​ໜຶ່ງ​ໃນ​ໝູ່​ເກາະໜາ​ນຊ່າຂອງ​ຈີນ

(GMT+08:00) 2011-07-21 17:38:49     cri

ວັນ​ທີ20​ກໍລະກົດ​ນີ້,ທ່ານໝ້າ​ຈ່າວ​ຊູ້,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ປະ​ທ້ວງ​ຢ່າງ​ຮຸນ​ແຮງຕໍ່​ສະມາ​ຊິກສະພາ​ແຫ່ງ​ຊາດ​ຟີ​ລິບ​ປິນ​ໄປຂຶ້ນ​ເກາະ​ໜານ​ຊ່າ​ຂອງ​ຈີນ.

ຕາມ​ການ​ລາຍ​ງານວ່າ, ມີສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຟີ​ລິບ​ປິນຈໍານວນ​ໜຶ່ງ​ໄປ​ຂຶ້ນ​ເກາະ​ຈົ່ງ​ເຢ້,​ຊິ່ງ​ເປັນໜຶ່ງ​ໃນ​ໝູ່​ເກາະ​ໜານ​ຊ່າ​ຂອງ​ຈີນ​ໃນ​ວັນ​ທີ20​ກໍ​ລະ​ກົດ​ນີ້,​ແລະ​ໄດ້​ປັກ​ທຸງ​ຊາດ​ຟີ​ລິບ​ປິນ​ຜືນ​ໜຶ່ງ​ຢູ່​ເກາະນີ້. ທ່ານ​ໝ້າຈ່າວ​ຊູ້ກ່າວ​ວ່າ,ຈີນ​ມີ​ອະ​ທິປະ​ໄຕ​ເໜືອ​ໝູ່​ເກາະ​ໜາ​ນຊ່າ​ແລະ​ເຂດທະ​ເລ​ອ້ອມ​ແອ້ມ​ທີ່​ບໍ່​ມີ​ຜູ້​ໃດ​ສາມາດ​ໂຕ້​ຖ້ຽງ​ໄດ້, ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຂອງຟີ​ລິບ​ປີນ​ເປັນ​ການລະ​ເມີດອໍານາດ​ອະທິ​ປະ​ໄຕດ້ານ​ຜືນ​ແຜ່ນດິນ​ຂອງ​ຈີນ​ຢ່າງ​ເປີດ​ແປນ.ຈີນ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ເລື່ອງ​ນີ້.

ທ່ານ​ກ່າວ​ວ່າ,ການ​ຮັກສາ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້​ແມ່ນ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ສັນ​ກັນ​ແລະ​ແມ່ນ​ໜ້າ​ທີ່​ອັນ​ສໍາຄັນຮ່ວມ​ກັນຂອງ​ປ​ະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ພາກ​ພື້ນ​ນີ້,ພວກ​ຂ້າພະ​ເຈົ້າຫວັງ​ວ່າ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈະເຄົາລົບ​ຄວາມຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຂອງ​ສອງ​ຝ່າຍ,​ເຄົາລົບ​ຫລັກ​ການ​ທີ່​ຕົກລົງ​ກັນ​ໃນ "ຖະ​ແຫລງ​ວ່າ​ດ້ວຍ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຈີນ​ໃຕ້​"ທີ່​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ລົງ​ນາມຮ່ວມ​ກັນ​ເພື່ອ​ຫລີກ​ເວັ້ນ​ບໍ່​ໃຫ້ມີ​ການ​ນໍາ​ໃຊ້​ການ​ກະທໍາ​ໃດໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະຖານະ​ການມີ​ຄວາມ​ສັບ​ສົນຂຶ້ນກວ່າ​ເກົ່າ,​ເພີ່ມ​ທະວີ​ຄວາມ​ພະຍາ​ຍາມ​ອັນ​ແທ້​ຈິງ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ​ແລະ​ສະ​ຖຽນລະ​ພາບ​ຂອງ​ເຂດທະ​ເລ​ຈີນ​ໃຕ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ