ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ການ​ຕັດສິນ​ຂອງ​ສານ​ກາ​ນາ​ດາ​ກ່ຽວ​ກັບ​ການ​ສົ່ງ​ຕົວ​ລາຍ​ຊ່າງ​ຊິງ​ກັບ​ຄືນ​ປະ​ເທດ

(GMT+08:00) 2011-07-22 16:38:30     cri
ທ່ານ​ມາ​ຈ່າວ​ຊູ້ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ22​ກໍລະກົດ​ນີ້​ວ່າ,ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສານ​ກາ​ນາ​ດາທີ່​ປະຕິ​ເສດ​ຄຳ​ຮ້ອງ​ຂໍ​ຂອງ ​ລາຍ​ຊ່າງ​ຊິງ​ທີ່ຢາກ​ໃຫ້​​ເລື່ອນ​ເວລາ​ປະຕິບັດຄຳ​ສັ່ງ​ສົ່ງ​​ເຂົາກັບ​ຄືນ​ປະ​ເທດ.

ວັນ​ທີ21​ກໍລະກົດ​ນີ້,ສານ​ສະຫະລັດ​ກາ​ນາ​ດາ​ໄດ້​ດຳ​ເນີນ​ການ​ຟັງ​ຄຳ​ໃຫ້ການ​ກ່ຽວ​ກັບ​ຄະດີ​ສົ່ງທ້າວລາຍ​ຊ່າງ​ຊິງ​ກັບ​ຄືນ​ປະ​ເທດ​ເປັນ​ເວ​ລາ​3​ຊົ່ວ​ໂມງ​ກວ່າ,​​ແລະ​ໄດ້​ທຳ​ການ​ຕັດສິນ​ໃນ​ເວລາ18​ໂມງຂອງ​ມື້​ດຽວ​ກັນ​ປະຕິ​ເສດ​ຄຳ​ຮ້ອງ​ຂໍ​ຂອງ​ລາຍ​ຊ່າງ​ຊິງ​ທີ່​ຢາກ​ໃຫ້​ເລື່ອນ​ເວລາ​ປະຕິບັດ​ຄຳ​ສັ່ງ​ໃນ​ການ​ສົ່ງ​​ເຂົາ​ກັບ​ຄືນ​ປະ​ເທດ,​ແລະ​ຕົກ​ລົງ​ປະ​ຕິ​ບັດ​ຄຳ​ສັ່ງ​ດັ່ງກ່າວ.ມາ​ຮອດ​ປະຈຸ​ບັນ,ທຸກ​ຂັ້ນ​ຕອນ​ທາງ​ດ້ານ​ຕຸລາການ​ກ່ຽວ​ກັບ​ຄະດີ​ສົ່ງ​ຕົວ​ລາຍ​ຊ່າງ​ຊິງ​ກັບ​ຄື​ນປະ​ເທດ​ນັ້ນ​ໄດ້​ສິ້ນ​ສຸດ​ລົງແລ້ວ​,ລັດຖະບານ​ກາ​ນາ​ດາ​ຈະ​ສົ່ງຕົວ​ລາຍ​ຊ່າງ​ຊິງ​ກັບ​ຄືນ​ປະ​ເທດ​ຈີນ.

ທ່ານ​ມາ​ຈ່າວ​ຊູ້​ກ່າວ​ວ່າ,ລາຍ​ຊ່າງ​ຊິງ​ແມ່ນ​ຜູ່​ຕ້ອງ​ຫາ​ທີ່ກະທຳ​ຜິດ​ກົດໝາຍ​ສຳຄັນ​ທີ່​ສຸດ​ໃນ​ຄະດີ​ຄ້າ​ເຖື່ອນ​ກໍລະນີ​ໜັກ​ທີ່​ສຸດ​ຢູ່​ນະ​ຄອນ​ເຊ້ຍ​ເມີນ​ເຊິ່ງຖືກ​ອົງການ​ຕຸລາການ​ຈີນອອກ​ໝາຍ​ຈັບ.ພາຍ​ຫຼັງ​ຄະດີ​ເກີດ​ຂຶ້ນ​ແລ້ວ,ລາວ​ໄດ້​ໂຕນ​ໜີ​ໄປ​ກາ​ນາ​ດາ​ເປັນ​ເວລາ​ຫຼາຍ​ປີ.ລັດຖະບານ​ຈີນ​ມີຫຼັກ​ໝັ້ນ​ຈະ​ແຈ້ງ​ທີ່​ສຸດ​ກ່ຽວ​ກັບ​ໃຫ້​ລາຍ​ຊ່າງ​ຊິງ​ກັບ​ຄືນ​ປະ​ເທດ​ເພື່ອ​ຮັບ​ການ​ໄຕ່​ສວນ​ຕັດສິນ​ຕາມ​ກົດ​ໝາຍ.​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຕັດສິນ​ຂອງ​ສານ​ກາ​ນາ​ດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ