ສປປ​ເກົາຫຼີ​​ແລະ​ສ.​ເກົາຫຼີ​ເຫັນ​ດີ​ຮ່ວມ​ກັນພະຍາຍ​າມ​ເພື່ອ​ຟື້ນ​ຟູ​ການ​ເຈລະຈາ6​ຝ່າຍ​ໂດຍ​ໄວ

(GMT+08:00) 2011-07-23 16:47:21     cri
ວັນ​ທີ22​ກໍລະກົດ​ນີ້, ​ໃນ​ເວລາ​ເຂົ້າ​ຮ່ວມ​ການ​ເຈລະຈາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ, ທ່ານຣີຢົງ​ໂຮ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດສປປ​ເກົາຫຼີ​​ໄດ້​ພົບປະ​ກັບ​ທ່ານ​ວີ​ຊົງ​ລັກ, ຫົວໜ້າ​ຄະນະ​ຜູ້​ແທນ​ສ.​ເກົາຫຼີ​ຂອງ​ການ​ເຈລະຈາ6​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ ສປປ​ເກົາຫຼີ, ​ແລະ​ໄດ້​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບສປປ​ເກົາຫຼີ​​ແລະ​ສ.​ເກົາຫຼີ​ຮ່ວມ​ກັນພະຍາຍາມ​ເພື່ອ​ຟື້ນ​ຟູ​ການ​ເຈລະຈາ6​ຝ່າຍ​ໂດຍ​ໄວ.

ຜ່ານ​ການ​ເຈລະຈາ​ເປັນ​ເວລາຊ່ວຍ​ໂມງປາຍ, ທ່ານຣີຢົງ​​ໂຮ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ, ການ​ເຈລະຈາ​ແມ່ນ​ເພື່​ອປະຕິບັດ "ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ເຈລະຈາ6ຝ່າຍ​ຮອບ​ທີ4"​ແລະ​ຟື້ນ​​​ຟູ​ການ​ເຈລະຈາ6​ຝ່າຍ​ໂດຍ​ໄວ. ​ໃນ​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ປຶ​ກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ສອງ​ຝ່າຍ​ຫຼັງ​ຈາກ​ເຊັນ "​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບການ​ເຈລະຈາ6​ຝ່າຍ​ຮອບ​ທີ4", ການ​ຟື້ນ​ຟູ​ການ​ເຈລະຈາ6​ຝ່າຍ, ຂະ​ບວນກ​ານປອດ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ແລະ ອື່ນໆ.

ທ່ານ​ວີ​ຊົງ​ລັກ​ກ່າວ​ວ່າ, ການ​ເຈລະຈາ​ແມ່ນ​ດຳ​ເນີນ​ໃນ​ບັນຍາກາດ​ມິດຕະພາບ, ​ມີ​ລັກສະນະ​ສ້າງສັນ. ສ.​ເກົາຫຼີ​ແລະ​ສປປ​ເກົາຫຼີ​ຈະຮ່ວມ​ກັນ​ພະຍາຍາມ​ ​, ປຶກສາ​ຫາລື​ກັນ​ເພື່ອ​ບັນລຸ​ການ​ປອດ​ນິວ​ເຄຼຍ, ​ສ້າງ​ພື້ນຖານ​ທີ່​ດີ​ໃຫ້​ແກ່ການ​ຟື້ນຟູ​ການ​ເຈລະຈາ6​ຝ່າຍ.

ມື້​ດຽວ​ກັນ, ທ່ານ​ໝ້າ​ເຈົ່າ​ຊີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄະນະ​ການ​ເຈລະຈາ6​ຝ່າຍ​ສປປ​ເກົາຫຼີ​ແລະ​ສ.​ເກົາ​ຫຼພົບ​ປະ​ເຈ ລະຈາ​ກັນ, ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ທຳ​ຄວາ​ມພະຍາຍາມ, ຮັກສາ​ການ​ເຈລະຈາ​ກັນ​, ​ແລະ​​ໄດ້ຮັບ​ໝາກຜົນ​ອັນ​ຕັ້ງໜ້າ, ພະຍາຍາມ​ຟື້ນ​ຟູ​ການ​ເຈລະຈາ6​ຝ່າຍ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ