ສູນ​ກາງ​ພັກ​ກອມມູນິດ​ຈີນ​ຈັດ​ງານ​ສົນທະນາບຸກຄົນນອກ​ພັກ

(GMT+08:00) 2011-07-23 17:24:29     cri
ວັນ​ທີ21​ກໍລະກົດ​ນີ້, ຢູ່​ປັກ​ກິ່ງ, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ງານ​​ໂອ້​ລົມ​ກັນ​ບຸກຄົນ​ນອກ​ພັກ, ​​ຮັບ​ຟັງ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງສູນ​ກາງພັກ​ປະ ຊາທິປະ​ໄຕຕ່າງໆ, ຜູ້ນຳ​ສະມາຄົມ​ອຸສາ​ຫະກຳ​ການ​ຄ້າ​​ແຫ່ງ​ຊາດ​ແລະ​ບຸກຄົນ​ບໍ່​ສັງກັດ​ພັກ​ໃດ​ກ່ຽວ​ກັບ​ສະພາ​ບ​ເສດຖະກິດ​ແລະວຽກ​ງານ​ເສດຖະກິດ​ໃນ6​ເດືອນ​ທ້າຍ​ປີ​ນີ້. ທ່ານ​ຫູ​ຈິນທ່າວ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເປັນ​ປະທານ​ງານ​​ໂອ້​ລົມ​ກັນ​ແລະກ່າວ​ຄຳ​ປາ​​ໄສ.

ຫຼັງ​ຈາກ​ຮັບ​ຟັງ​ຄວາມ​​ເຫັນ​ຂອງ​ບັນດາ​ທ່ານ​ແລ້ວ, ທ່ານ​ຫູ​ຈິນທ່າ​ວກ່າວ​ວ່າ, ບັນດາ​ທ່ານ​ໄດ້​ສະ​ເໜີ​ຄວາມ​ເຫັນ​ແລະ​ຂໍ້​ສະ​ເໜີ​ຕໍ່​ວຽກ​ງານ​ເສດຖະກິດ​​ໃນ​ໝົດ​ປີ, ​ມີ​ຜົນ​ປະ​ໂຫຍ​ດຕໍ່​ພວກ​ເຮົາ​ເພື່ອ​ເຮັກ​ວຽກ​ເສດຖະກິດ​ໃນ6​ເດືອນ​ທ້າຍ​ປີ​ນີ້​ໃຫ້​ດີ, ພວກ​ເຮົາ​ຈະ​ຕັ້ງ​ໃຈຄົ້ນ​ຄ້ວາ.

ທ່ານ​ຫູ​ຈິນທ່າວ​ຍັງ​ສະ​ເໜີ​ຄຳ​ເຫັນ6​ຂໍ້​ກ່ຽວ​ກັບ​ການ​ສືບ​ຕໍ່​ເຮັດ​ວຽກ​ເສດຖະກິດ​ໃຫ້​ດີ. ໜຶ່ງ​, ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ແລະ​ປັບປຸງ​ການ​ດັດສົມ​ມະຫາ​ພາກ​ໃຫ້​ດີ​ຂຶ້ນ, ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ການ​ເງິນ​ແລະ​ນະ​ໂຍບາຍ​ເງິນຕາ​ທີ່​ໝັ້ນ​ທ່ຽງ. ສອງ, ຍຶດໝັ້ນ​ຖື​ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລະດັບ​ລາຄາ​ສິນ​ຄ້າ​ເປັນໜ້າ​ທີ່​ຕົ້ນຕໍ. ສາມ, ສືບ​ຕໍ່​ເອົາ​ໃຈ​ໃສ່​ການ​ຜະລິດ​ກະສິກຳ, ພະຍາຍາມ​ໃຫ້​ໄດ້ຮັບ​ຜົນ​ຜະລິດ​ຫຼາຍ​ກວ່າ​ເກົ່າ. ສີ່, ສືບ​ຕໍ່​ຮັບປະກັນ​ແລະ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ​ໃຫ້​ດີ​ ຂຶ້ນ​. ຫ້າ, ຕ້ອງ​ສືບ​ຕໍ່​ຊຸກຍູ້​ການ​ປັບປຸງ​ອົງ​ປະກອບ​ເສດຖະກິດ​ແລະ​ຫັນປ່ຽນ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ. ຫົກ, ຕ້ອງ​ສືບ​ຕໍ່​ລົງ​ເລິກ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ, ປະດິດ​ສ້າງ​ກົນ​ໄກ​ໃໝ່​ເພື່ອແກ້​ໄຂ​ຄວາມ​ຂັດ​ແຍ່ງອັນ​ເລິກ​ເຊິ່ງ​ໃນ​ການ​ພັດທະນາ​ເສດຖະກິດ, ຊຸກຍູ້​ການປັບປຸງ​ອົງປະກອບ​ເສດຖະກິດ​ແລະ​ຫັນປ່ຽນ​ຮູບ​ແບບ​ການ​ພັດທະນາ​ເສດຖະກິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ