ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເວທີ​ປຶກສາ​ຫາລື​ອາ​ຊຽນ

(GMT+08:00) 2011-07-23 18:04:15     cri
ຕາມ​ຂ່າວCRI: ວັນ​ທີ23​ກໍລະກົດ​ນີ້, ທ່ານ​ຢາງ​ເຈ​ສື, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເວທປຶກສາ​ຫາລື​​ອາ​ຊຽນຄັ້ງ​ທີ18​ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີຂອງອິນ​ໂດ​ເນ​ເຊຍ​ແລະ​ກ່າວ​ຄຳ​ປາ​ໄສ.

ທ່ານ​ຢາ​ເຈ​ສື​ກ່​າວວ່າ, ​ໃນຫຼາຍ​ສິບ​ປີ​ທີ່​ຜ່ານ​ມາ, ອາຊີ​ປາຊີ​ຟິກ​ໄດ້​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ໂດຍ​ລວມ, ​ເສດຖະກິດ​ພາກ​ພື້ນ​​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ແລະ​ວ່ອງ​ໄວ, ການ​ຮ່ວມ​ມື​ໃນ​ພາກ​ພື້ນພັດທະນາ​ເປັນ​ຢ່າງ​ດີ, ກົນ​​ໄກ​ຕ່າງໆ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​, ​ແຕ່​ກໍ່​ມີ​ປັດ​ໃຈ​ທີ່​ບໍ່​ໝັ້ນ​ທ່ຽງ, ​ເຊິ່ງລວມທັງ​ຄວາມ​ຂັດ​ແຍ່ງ​ດ້ານ​ທີ່​ດິນທີ່​ຕົກ​ທອດ​ມາ​ແຕ່​ປະຫວັດສາດ, ສິ່ງ​ທ້າ​ທາຍດ້ານ​ຄວາມ​ປອດ​ໄພ​ອັນ​ເປັນ​ມູນ​ເຊື້ອ​​ແລະສິ່ງ​ທ້າ​ທາຍ​ໃໝ່​ຫຼາຍ​ຢ່າງ​ແລະ​ອື່ນໆ. ຜ່ານ​ການ​ສົນທະນາ​ແລະ​ການ​ເຈລະຈາ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ, ຜ່ານ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມ​, ​ນີ້ແມ່ນ​ຄວາມ​ເຫັນ​ທີ່​ເປັນ​ເອກະ​ພາບ​ກັນ​ຂອງ​ປະ​ເທດ​ໃນ​ພາກ​ພື້ນ.

ສຳລັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ທີ່​ບາງ​ປະ​ເທດຖາມ​ຢູ່​ໃນ​ກອງ​ປະຊຸມ, ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ, ທະ​ເລ​ຈີນ​ໃຕ້​ມີ​ຄວາມ​ຂັດ​ແຍ່ງ​ດ້ານອະທິປະ​ໄຕ​ຂອງ​ບາງ​ເກາະ​ແລະ​ການ​ຂີດ​ແບ່ງ​ເຂດ​ທະ​ເລ​ຈຳນວນ​ໜຶ່ງ, ນີ້​ແມ່ນ​ຄວາມ​ຈິງ​. ​ແຕ່​ຄວາມ​ຂັດ​ແຍ່ງ​ຄວນ​ໃຫ້​ປະ​ເທດ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຈ​ລະ​ຈາໂດຍ​ກົງ​​ຢ່າງ​ມີໄມຕີ​ຈິດ​ແລະ​ແກ້​ໄຂ​ໂດຍ​ສັນ​ຕິ. ສ່ວນ​ຊ່ອງ​ທາງການ​ສົນທະນາ​ແລະ​ການ​ເຈລະຈາລະຫວ່າງ​ປະ​ເທດ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ແມ່ນ​ລຸ​ລ່ວງ, ສະພາບ​ລວມຂອງ​ທະ​ເລ​ຈີນ​ໃຕ້​ແມ່ນມີ​ສະຕິ​ພາບ​ແລະ​ສະຖຽນ​ລະ​ພາບ, ນີ້​ກໍ່​ແມ່ນ​ຄວາມ​ຈິງ​, ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຢ່າງ​ເໝາະ​ສົມ, ພະຍາຍາມ​ຫຼຸດ​ຜ່ອນ​ຄວາມ​ຂັດ​ແຍ່ງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເລື້ອຍໆ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ, ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ, ​​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​​ໂຫຍ​ດຮ່ວມ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ, ກໍ່​ແມ່ນ​ທິດ​ທາງ​ຂອງປະ​ເທດ​ຕ່າງໆ​ຄວນ​ຮ່ວມ​ກັນ​ພະຍາຍາມ​. ປະຈຸ​ບັນ, ຈີນ​​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ຮັບຮອງ​ການຈັດ​ຕັ້ງ​ປະຕິບັດ "ຖະ​ແຫຼງການ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງຝ່າຍ​ຕ່າງໆຢູ່​ທະ​ເລ​ຈີນ​ໃຕ້", ນີ້​ກໍ່​ແມ່ນໝາກຜົນ​ອັນ​ຕັ້ງໜ້າ​ທີ່​ຝ່າຍ​ຕ່າງໆ​ຮ່ວມ​ກັນ​ພະຍາຍາມ.

ປະຈຸ​ບັນ, ທ່ານ​ຢາງ​ເຈ​ສື​ຍັງ​ໄດ້​ພົບ​ປະ​ກັບ​ທ່ານ​ເຄວິນ ຣູດ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອົສຕຼາລີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ