ຕຳຫຼວດ​ນອກ​ແວ​ຢືນຢັນ​ວ່າ ອັນ​ເດີ​ສ໌ ​ເບຣິງ ​ເບຼວິກ​ແມ່ນ​ຜູ້​ກໍ່​ເຫດການ​ລະ​ເບີດ​ແລະ​ເຫດການ​ຍິງ​ປືນ

(GMT+08:00) 2011-07-23 18:15:06     cri
ຕາມ​ຂ່າວCRI: ວັນ​ທີ23​ກໍລະກົດ​ນີ້, ຕຳຫຼວດ​ນອກ​ແວ​ຢືນ​ຢັນ​ວ່າ, ອັນ​ເດີ​ສ໌ ​ເບ​ຣິງ ​ເບຼວິກ​ແມ່ນ​ຜູ້ກໍ່​ເຫດການ​ລະ​ເບີດ​ຢູ່​​ໃຈກາງ​ນະຄອນຫຼວງ​ອົສ​ໂລ​ແລະ​ເຫດກາ​ນຍິງ​ປືນ​ຢູ່​ເກາະ​ຢູ​ໂຕ​ຢາ, ປະຈຸ​ບັນ, ຈຳນວນ​ຄົນ​ເສຍ​ຊີວິດ​ຈາກ​ເຫດ​ການໄດ້​ເພີ່ມ​ຂຶ້ນ​ເປັນ91ຄົນ.

ວັນ​ທີ23​ກໍລະກົດ​ນີ້, ​ໂຄສົກ​ຕຳຫຼວດ​ນອກ​​ແວ​ໄດ້​ຢືນ​ຢັນ​ໃນ​ກອງ​ປະຊຸມ​ຂ່າວ​ວ່າ, ​ເບຼວິກ​ທີ່​ມີ​ອາ​ຍຸ32​ປີ​ແມ່ນ​ພວກ​ລັດທິສາ​ສະໜາ​ຄຼິສຕຽນຂວາ​ຈັດ. ວັນ​ທີ23​ກໍລະກົດ​ນີ້, ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ປອດ​ໄພ​ໄດ້​ຈັບ​ຕົວ​ລາວຢູ່​ເກາະ​ຢູ​ໂຕ​ຢາ, ປະຈຸ​ບັນ​ຂ້ຽວ​ເລັ່ງສອບສວນ​ຢູ່. ຫຼັງ​ຈາກ​ກໍ່​ເຫດການ​ລະ​ເບີດຢູ່​ໃຈກາງ​ນະຄອນ​ຫຼວງ​ອົສ​ໂລ​ແລ້ວ, ລາວ​ໄດ້​ແປງ​ຕົວ​ເປັນ​ຕຳຫຼວດ​ໄປ​ຮອດ​ເກາະ​ຢູ​ໂຕ​ຢາ, ​​​ແລະ​ເອົາ​ອາວຸດ​ຫຼາຍ​ຢ່າງ​ໄປ​ນຳ, ​ຍິງ​ປືນ​ໃສ່​ຊາວ​ໜຸ່ມ​ຢູ່​​​ໃນ​​ເກາະ​ແລະ​ຄົນ​ທີ່​ຢາກ​ລອຍ​ນ້ຳໜີອອກ​ຈາກ​ເກາະ.

ວັນ​ທີ23​ກໍລະກົດ​ນີ້, ທ່ານ​ເຈັນ​ສ ສ​ໂຕ ​ເຕັນ​ເບີກ, ນາຍົກ​ລັດຖະມົນ​ຕີນອກ​ແວ​ກ່າວ​ວ່າ, ນີ້​ແມ່ນ​ນອກ​ແວ​ຖືກຫຼອນ​ໂຈມ​ຕີ​ຢ່າງຮ້າຍ​ແຮງ​ເປັນ​ເທື່ອ​ທຳ​ອິດ​ຫຼັງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ. ຜູ້​ກໍ່​ເຫດ​ເຮັດ​ໃຫ້​ເກາະ​ປານ​ສະຫວັນ​ກາຍ​ເປັນນາຮົກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ