ນອກ​ແວ​ເກີດ​ເຫດການ​ລະ​ເບີດ​ແລະ​ເຫດການ​ຍິງ​ປືນ​ຢ່າງ​ລຽນ​ຕິດ

(GMT+08:00) 2011-07-23 16:54:48     cri
ຕອນ​ບ່າຍ​ວັນ​ທີ22​ກໍລະກົດ​ນີ້,ຕຶກ​ຫ້ອງການ​ຂອງ​ລັດຖະບານ​ທີ່​ຕັ້ງຢູ່​ໃຈກາງ​ນະຄອນຫຼວງ ອົສ​ໂລ​ຂອງ​ນອກ​ແວ​ໄດ້​ເກີດ​ການ​ລະ​ເບີດ​ຢ່າງ​ໃຫຍ່,​ເຮັດ​ໃຫ້​7​ຄົນ​ເສຍ​ຊີ​ວິດ,​16​ຄົນ​ບາດ​ເຈັບ,​ໃນ​ນັ້ນ​ມີ​2​ຄົນ​ບາດ​ເຈັບ​ສາຫັດ.​ເມື່ອ​ເກີດ​ການ​ລະ​ເບີດ​ປະ​ມານ​2​ຊົ່ວ​ໂມງ,​ຢູ່​ເກາະ​ນ້ອຍ​ແຫ່ງ​ໜຶ່ງ​ທີ່​ຫ່າງ​ຈາກ​ນະ​ຄອນ​ຫຼວງ​ອົສ​ໂລ​ໄປ​ທິດ​ຕາ​ເວັນ​ຕົກ​ປະ​ມານ​40​ກິ​ໂລ​ແມັດ​ໄດ້​ເກີດ​ເຫດ​ການ​ຍິງ​ປືນ,​ມີ​ຄົນ​ຜູ່​ໜຶ່ງ​ແຕ່ງ​ຕົວ​ເປັນ​ຕຳ​ຫຼວດ​ແລະ​ຍິງ​ປືນ​ໃສ່​ຄົນ,​ເຮັດ​ໃຫ້​ຫຼາຍ​ສິບ​ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ.

ຕອນ​ຄ່ຳ​ວັນ​ທີ22​ກໍລະກົດ​ນີ້,ທ່ານ​ເຮັນ​ສ໌ ສ​ໂຕນ​ເຕັນ​ເບີກ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ນອກ​ແວ​ກ່າວ​ວ່າ,​ຈະ​ສືບ​ສວນ​ຜູ່​ກໍ່​ເຫດການ​ລະ​ເບີດ​ແລະ​ເຫດ​ການ​ຍິງ​ປືນ​ເທື່ອ​ນີ້,​ແລະ​ຈະ​ລົງ​ໂທດ​ຜູ່​ຕ້ອງ​ໂທດ​ຕາມ​ກົດ​ໝາຍ.

ວັນ​ທີ23​ກໍລະກົດ​ນີ້,ຝ່າຍຕຳຫຼວດຂອງນອກ​ແວ​ເຜີຍ​ໃຫ້​ຮູ້​ວ່າ,​ເຫດການ​ສອງ​ລາຍ​ນີ້​ບໍ່​ມີ​ ການ​ພົວ​ພັນ​ກັບ​ອົງ​ການ​ກໍ່​ການ​ຮ້າຍ​ສາ​ກົນ,​ແມ່ນ​ການ​ຫຼອນ​ໂຈມ​ຕີຈາກ​ລັດ​ທິ​ກໍ່​ການ​ຮ້າຍ ພາຍ​ໃນ​ປະ​ເທດ.

ຝ່າຍ​ຕຳຫຼວດກ່າວ​ວ່າ,ຜູ່​ຕ້ອງ​ຫາແມ່ນມື​ປືນໃນ​ເຫດການ​ຍິງ​ປືນ.ປະຈຸ​ບັນ​ນີ້, ຈຸດປະສົງ​ທີ່​ຜູ່​ຕ້ອງຫາ​ກໍ່​ເຫດ​ການ​ສອງ​ລາຍ​ນີ້​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ.​ຕຳ​ຫຼວດ​ຍັງ​ຢືນ​ຢັນ​ວ່າ,ຈຳ​ນວນ​ຜູ່​ເສຍ​ຊີ​ວິດ​ໃນ​ເຫດ​ການ​ຍິງ​ປືນ​ຢູ່​ເກາະ​ນ້ອຍ​ນັ້ນ​ໄດ້​​ເພີ່ມ​ຂຶ້ນ​ເປັນ​ຢ່າງ​ໜ້ອຍ​80ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ