ທ່ານ​ຢາງ​ເຈ​ຊື​ພົບ​ປະ​ກັບ​ນາງ​ຮິວ​ລາ​ຣີ,​ຫວັງ​ໃຫ້​ອາ​ເມ​ລິ​ກາ​ແກ້​ໄຂ​ບັນ​ຫາ​ອ່ອນ​ໄຫວ​ທີ່​ສຳ​ຄັນ​ຢ່າງ​ເໝາະ​ສົມ

(GMT+08:00) 2011-07-23 19:47:05     cri
ວັນ​ທີ22​ກໍລະກົດນີ້,ທ່ານ​ຢາງ​ເຈ​ຊື,ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ພວມ​ເຂົ້າຮ່ວມ​ກອງ​ປະຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ພາກ​ພື້ນ​ອາ​ຊຽນ​ທີ່​ຈັດ​ຂຶ້ນ​ຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ,​ຈີນ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ເຄົາ​ລົບ​ປະ​ຕິ​ບັດ​ຫຼັກ​ການ​ຕ່າງໆ​ທີ່​ຕົກ​ລົງ​ໃນ​ປະ​ກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ຈີນ​ອາ​ເມ​ລິ​ກາ​ແລະ​ຖະ​ແຫຼງ​ການ​ຮ່ວມ​ຈີນ​ອາ​ເມ​ລິ​ກາ,​ໂດຍ​ສະ​ເພາະ​ແມ່ນ​ຫຼັກ​ການ​ສຳ​ຄັນ​ຕ່າງໆ,​ເຊັ່ນ:​​ເຄົາລົບ​ເຊິ່ງກັນ​ແລະ​ກັນ,​ສະ​ເໝີ​ພາບ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ເຊິ່ງ​ກັນ​ແລະ​ກັນ,​ແກ້​ໄຂ​ບັນ​ຫາ​ອ່ອນ​ໄຫວ​ອັນ​ສຳ​ຄັນ​ຢ່າງ​ເໝາະ​ສົມ,​ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ຈີນ​ອາ​ເມ​ລິ​ກາ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ.

ທ່ານ​ຢາງ​ເຈ​ຊື​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະກັບ​ນາງ​ຮິ​ວລາຣີ ຄຼິນຕັນ,​ລັດ ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ.​ໃນ​ການ​ພົບ​ປະ,​ທ່ານ​ຢາງ​ເຈ​ຊື​ໄດ້​ສະ​ແດງ​ຫຼັກ​ໝັ້ນ​ຢ່າງ​ເຄັ່ງ​ຂຶມ​ຂອງ​ຈີນ​ອີກ​ກ່ຽວ​ກັບ​ຜູ່​ນຳ​ອາ​ເມ​ລິ​ກາ​ພົບ​ປະ​ກັບ​ດາລາ​ລາ​ມະ.​ໃນ ​ເວລາ​ກ່າວ​ເຖິງ​ບັນ​ຫາ​ທະ​ເລ​ຈີນ​ໃຕ້,​ທ່ານ​ຢາງ​ເຈ​ຊື​ກ່າວ​ວ່າ,​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ຫາ​ກໍ່ ຜ່ານ​ຮັບ​ຮອງ​ທິດ​ທາງ​ປະ​ຕິ​ບັດ​"ຖະ​ແຫຼງ​ການ​ດຳ​ເນີນ​ງານ​ຂອງ​ຝ່າຍ​ຕ່າງໆ​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້",​ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້,ກໍ່​ພິສູດ​ໃຫ້​ເຫັນ​ວ່າ,​ຈີນ​ກັບ​ປະ​​ເທດ​ອາ​ຊຽນມີ​ຄວາມ​ສາມາດ​ແລະ​ສະ​ຕິ​ປັນ​ຍາ​ທີ່​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໄດ້.​ທ່ານ​ຢາງ​ເຈ​ຊື​ຊີ້​ອອກ​ວ່າ,​ເສລີ​ພາບແລະ​ຄວາມ​ປອດ​ໄພ​ດ້ານ​ການ​ເດີນ​ເຮືອ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ບໍ່​​ໄດ້​ຖືກ​ຂົ່ມຂູ່​ຈັກ​ເທື່ອ,ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປົກ ປ້ອງ​​ເສ​ລີ​ພາບ​ແລະ​ຄວາມ​ປອດ​ໄພ​ດ້ານ​ການ​ເດີນ​ເຮືອ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້​ໂດຍ​ຕະ​ຫຼອດ.

ນາງ​ຮິ​ວລາຣີກ່າວ​ວ່າ,ອາ​ເມ​ລິ​ກາ​ຮູ້ຈັກ​ຄວາ​ມອ່ອນ​ໄຫວ​ຂອງ​ບັນຫາ​ຕິ​ເບ​ດ​ແລະ​ບັນຫາ​ໄຕ້​ຫວັນ,ຍິນ​ດີ​ກ່າວ​ລື້ມ​ຫຼັກ​ການ​ອັນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຕົນ​ທີ່​ປະຕິບັດ​ນະ​ໂຍບາຍ​ປະ​ເທດ​ຈີນ​ດຽວ​ແລະ​ໂຄລົບ​ອະທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ.​ເຫັນ​ດີ​ເຫັນ​ພ້ອມ​ທີ່​ເຮັດ​ໃຫ້​ສອງ​ຝ່າຍ​ພິຈາລະນາ​ເຖິງ​​ການ​ພົວພັນຂອງ​ສອງ​ປະ​ເທດ,​ເປີດ​ກວ້າງ​ການ ຮ່ວມ​ມື,​ຫຼຸດ​ຄວາມ​ຂັດ​ແຍ່ງ​ກັນ​ໃຫ້​ໜ້ອຍ​ລົງ,​ແລະ​ເພີ່ມ​ການ​ແລກປ່ຽນ​ໃນ​ບັນຫາ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ.​ນາງ​ຮິວ​ລາ​ຣີ​ຍັງ​ຕີ​ລາ​ຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ທີ່​ໄດ້​ບັນລຸ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ກ່ຽວ​ກັບ​ທິດ​ທາງ​ປະ​ຕິ​ບັດ"ຖະ​ແຫຼງ​ການ​ດຳ​ເນີນ​ງານ​ຂອງ​​ຝ່າຍ​ຕ່າງໆ​ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້".ນາງ​ກ່າວ​ວ່າ,​ອາ​ເມ​ລິ​ກາ​ຮູ້​ຈັກ​ວ່າ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ແມ່ນ​ສັບ​ສົນ​ທີ່​ສຸດ,​ບໍ່​ມີ​ຫຼັກ​ໝັ້ນຕໍ່​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ອະ​ທິ​ປະ​ໄຕ​ຂອງ​ທະ​ເລ​ຈີນ​ໃຕ້,​ບໍ່​ມີ​ຈຸດ​ປະ​ສົງ​ທີ່​ແຊກ​ແຊງ​ເຂົ້າ​ໃນ​ບັນ​ຫາ​ນີ້,​ແລະ​ບໍ່​ມີ​ຈຸດ​ປະ​ສົງ​ເຮັດ​ໃຫ້​ບັນຫາ​ນີ້​ກາຍ​ເປັນ​ບັນ​ຫາ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ.ອາ​ເມ​ລິ​ກາສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຜ່ອນ​ຄາຍ​ສະຖານະ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ