ລັດ​ຖະ​ມົນ​ຕີ​ການ​ຕ່າງປະ​ເທດ​ຈີນ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ແລະ​ກ່າວ​ຄຳ​ປາ​ໄສ

(GMT+08:00) 2011-07-23 19:55:00     cri
ຕາມ​ຂ່າວCRI:ວັນ​ທີ22​ກໍລະກົດ​ນີ້,ທ່ານ​ຢາງ​ເຈ​ຊື,​ລັດຖະມົນ​ຕີ​ວ່າການ​ກະ​ຊວງ​ການ​ຕ່າງ ປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ການ​ປຶກ​ສາ​ຫາ​ລື​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກອງປະ ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ທີ່​ຈັດ​ຂຶ້ນຢູ່​ເກາະ​ບາ​ຫຼີ​ຂອງ​ອິນ​ໂດ​ເນ​ເຊຍ​ແລະ​ກ່າວ​ຄຳ​ປາ​ໄສ.

ທ່ານ​ຢາງ​ເຈ​ຊື່​ກ່າວ​ວ່າ,​ເມື່ອ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ສ້າງຕັ້ງຂຶ້ນ5ປີ​ປາຍ ມາ​ນີ້,​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​​ກວ້າງ​ຂວາງ​ກ່ຽວ​ກັບ​ບັນ​ຫາ​ຍຸດ​ທະ​ສາດ​ອັນ​ສຳຄັນ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ,ຄື:ວິ​ກິດ​ການ​ການ​ເງິນ​ສາ​ກົນ,​ສາ​ທາ​ລະ​ນະ​ສຸກ​ແລະ​ຕ້ານ​​ໄພ​ກູ້​ໄພ​ເປັນ​ຕົ້ນ,​ລົງ​ເລິກ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ,​ຊຸກ​ຍູ້​ການ​ຮ່ວມ​ມື​ລະ ຫວ່າງ​ສອງ​ປະ​ເທດ​ແລະ​ຫຼາຍປະ​ເທດ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.​ການ​ເຂົ້າ ຮ່ວມ​ຂອງ​ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ​ຈະ​ສ້າງ​ຄວາມ​ໝາຍ​ຍຸດ​ທະ​ສາດ​ອັນ​ກວ້າງ​ຂວາງ​ກວ່າ​ເກົ່າ​ໃຫ້​ກອງ​ປະ​ຊຸມ​ນີ້,​ຈີນ​ຫວັງ​ວ່າ,​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ທີ່​ສະ​ມາ​ຊິກ​​ເພີ່ມ​ຫຼາຍ​ຂຶ້ນ​ຈະ​ຍຶດ​ໝັ້ນ​ລັກ​ສະ​ນະ​ທາດ​ແທ້​ທີ່​ເປັນ​ເວ​ທີ​ຍຸດ​ທະ​ສາດ​ທີ່​ນຳພາ​ໂດຍ​ຜູ່​ນຳ,​ປະ ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຂອງ​ອາ​ຊີ​ຕາ​ເວັນ​ອອກ.

ທ່ານ​ຢາງ​​ເຈ​ຊືຊີ້​ອອກ​ວ່າ,ການ​ພັດທະນາ​ໃນ​ອະນາຄົດ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄວນ​ເຮັດ​ວຽກ​ສີ່​ດ້ານ​ດັ່ງ​ນີ້​ເປັນ​ຢ່າງ​ດີ,​ຄື:​ໜຶ່ງ,​ໝູນ​ອ້ອມ​ຫົວ​ຂໍ້​ການ​ພັດ​ທະ​ນາ​ຢ່າງ​ແໜ້ນ​ແຟ້ນ​ໂດຍ​ຕະ​ຫຼອດ;​ສອງ,​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ເພີ່ມ​ຄວາມ​ສາ​ມັກ​ຄີ​ແລະ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ.​ອອກ​ແຮງ​ບຳລຸງ​ສ້າງ​ແລະ​ປະ​ຕິ​ບັດ​ທັດ​ສະ​ນະ​ຄວາມ​ປອດ​ໄພ​ອັນ​ໃໝ່,​ຫຼີກ​ເວັ້ນ​ບໍ່​ໃຫ້​ພົວ​ພັນ​ເຖິງ​ບັນ​ຫາ​ພາຍ​ໃນ​ປະ​ເທດ​ໃດ​ໜຶ່ງ​ແລະ​ບັນ​ຫາ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ອັນ​ລະ​ອຽດ​ລະ​ຫວ່າງ​ປະ​ເທດ​ຕ່າງໆ;​ສາມ,​ຄວບ​ຄຸມ​ຈັງ​ຫວະ​ເປັນ​ຢ່າງ​ດີ,ຊຸກຍູ້​​ໃຫ້​ກອງ​ປະ​ຊຸມ​ສຸດ​ຍອດ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ;​ສີ່,​ຮັກ​ສາ​ການ​​ເປີດ​ປະ​ຕູ,​ເຮັດ​ໃຫ້​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ກັບ​ກົນ​ໄກ​ຮ່ວມ​ມື​ອື່ນໆ​ຮ່ວມ​ກັນ​ພັດທະນາ​ຢ່າງ​ປະ​ສານ ສົມ​ທົບ​ກັນ.

ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຕ່າງໆ​ທີ່​​ເຂົ້າຮ່ວມ​ການ​ປຶກສາ ຫາລື​ສະ​ແດງ​ຄວາ​ມຊົມ​ເຊີຍ​ຕໍ່​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ລິ ກາ​ແລະ​ຣັດ​ເຊຍ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ເປັນ​ຄັ້ງ​ທຳ​ອິດ.​ຝ່າຍ​ຕ່າງໆ​ໄດ້​ຫວນ​ຄືນ​ການ​ຮ່ວມ​ມື​ໃນ​ກອງ​ປະ​ຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ,​ແລະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເຕັມ​ສ່ວນ​ກ່ຽວ​ກັບ​ທິດ​ຂະ​ຫຍາ​ຍຕົວ​ໃນ​ອະ​ນາ​ຄົດ.​ບັນ​ດາ​ຝ່າຍ​ຫວັງ​ວ່າ​ຈະ​ວາງ​ແຜນ​​ແລະ​ກະ​ກຽມ​ກອງ​ປະ​ຊຸມ​ສຸດ​ຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ​6​ຢ່າງ​ຕັ້ງ​ໜ້າ,​ເພື່ອ​ຮັບ​ປະ​ກັນ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ