ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ຊຽນ​ເພື່ອ​ຊຸ​ກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ແລະ​ຈະ​ເລີນ​ຮຸ່ງ​ເຮືອງ

(GMT+08:00) 2011-07-25 16:55:23     cri
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ເວທີ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນ​ໄດ້​ອັດ​ລົງ​ແລ້ວ​​​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ຢູ່​ທີ່ເກາະ​ບາ​ຫຼີຂອງ​ອິນ​ໂດ​ເນ​ເຊຍ.ພາຍຫຼັງ​ກອງ​ປະຊຸມສິ້ນ​ສຸດ​ລົງ​,ທ່ານ​ຢາງ​ເຈ​ສື ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ການ​ຮ່ວມ​ມື​ຮອບດ້ານ​ໃນ​ຂົງ​ເຂດ​ອັນ​ກວ້າງ​ຂວາງ​ແລະ​ມີ​ຫຼາຍ​ລະ​ດັບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ສ້າງ​ພື້ນ​ຖານ​ອັນ​ດີ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ເພື່ອ​ບັນລຸ​ກການ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ແລະພ້ອມ​ກັນ​ພັດທະນາ.

ທ່ານ​ຢາງ​ເຈ​ສື​ກ່າວ​ວ່າ,ຈີນ​ອາ​ຊຽນສ້າງ​ຕັ້ງການ​ພົວພັນ​ຄູ່​ເຈລະຈາ​ໄລຍະ20​ປີ​ມາ​ນີ້,​ໄດ້​ຜ່ານ​ຂະ​ບວນການ​ຂະຫຍາຍຕົວ​ຈາກ​ການ​ສ້າງຕັ້ງ​ການ​ພົວພັນ​ຄູ່​ເຈລະຈາ,ການ​ພົວພັນ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ຕະຫຼອດມາ​ຈົນ​ກ້າວ​ສູ່ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ.ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ຝ່າຍ​ໄດ້​ຂະຫຍາຍ​ກວ້າງ​ອອກ​ແລະ​ກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ແລະ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມສົມບູນ.​ເຂ​ດການ​ຄ້າ​ເສລີ​ຈີນ-ອາ​ຊຽນ​ໄດ້​ສ້າງ​ສຳ​ເລັດ​ຮອບດ້ານ.ຈີນ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊຽນ.ມູນ​ຄ່າການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ ​ຈາກ7​ຕື້900​ລ້ານ​ໂດ​ລາ​ເມື່ອ​ປີ1991​ເພີ່ມ​ຂຶ້ນ​ເປັນ292​ຕື້800​ລ້ານ​ໂດ​ລາ​ໃນ​ປີ2010.​ເລີ່​ມ​ແຕ່​ເດືອນ​ເມສາ​ປີ​ນີ້​ເປັນ​ຕົ້ນ​ມາ,ອາ​ຊຽນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ4​ຂອງ​ຈີນ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ສຸຣິນ ພິດສຸວັນ ​ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ,ການ​ຂະຫຍາ​ຍການ​ພົວພັນ​ອາ​ຊຽນກັບ​ຈີນ​ມີ​ຜົນ​ດີ​ໃນ​ການ​ຊຸກ​ຍູ້​ໃຫ້​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ມີ​ສະຖຽນ​ລະ​ພາບ​ແລະ​ເສດຖະກິດ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.ອາ​ຊຽນຫວັງ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ເສດຖະກິດ​ທີ່​ເຕີບ​ໃຫຍ່​ຂະຫຍາຍຕົວຢ່າງ​ວ່ອງ​ໄວ​ຂອງຈີນ​ແລະສາມາດ​ກາຍ​ເປັນ​ຜູ່​ສະໜອງ​ໃນຕ່ອງ​ໂສ້​ຂອງ​ເສດຖະກິດ​ຈີນ.

ທ່ານ​ມາຕີ ນາຕາ​ເລ​ກາ​ວາ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ທັງ​ເປັນ​ປະທານ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລືດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນ​ເທື່ອ​ນີ້​ກ່າວ​ວ່າ,ອາ​ຊຽນ​ແລະ​ຈີນ​ລ້ວນ​ແຕ່​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດລະຫວ່າງ​ສອງ​ຝ່າຍ.ອາ​ຊຽນ​ແລະ​ຈີນ​ດຳ​ເນີນ​ການ​ຮ່ວມ​ມື​​ແບບຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດພາຍ​ໃຕ້​ຂອບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັ້ນ​ແມ່ນ​ມີ​ຜົນ​ດີ​ຕໍ່​ສັນຕິພາບ,ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ນີ້.

ທ່ານ​ຢ່າງ​ເຈ​ສື​ຍັງກ່າວ​ວ່າ,ຈີນ​ແລະ​ອາ​ຊຽນ​ໄດ້​ຮ່ວມ​ກັນ​ສ້າງ​ສິ່ງ​ມະ​ຫັດ​ສະ​ຈັນ​ຢູ່​ອາຊີ​ຕາ​ເວັນ​ອອກ​ໃນ​ດ້ານ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ກາຍ​ເປັນ​ແມ່​ແຮງ​ໃໝ່​ທີ່​ຊຸກ​ຍູ້​ໃຫ້​ເສດຖະກິດ​ໂລກ​ຈະ​ເລີ​ນເຕີບ​ໂຕ.ຈີນ​ຈະ​ຍຶດໝັ້ນ​ຫຼັກການ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ,ຜັນ​ຂະ​ຫຍາຍ​ເປົ້າ​ໝາຍ​"ແຜນ​ການ​ດຳ​ເນີນ​ງານ5​ປີ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ"ສະບັບ​ທີ​ສອງ,​ພະ​ຍາ​ຍາມ​ບັນລຸ​ເປົ້າ​ໝາຍ​ຕ່າງໆ​ເຊັ່ນ​ເຮັດ​ໃຫ້​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ບັນ​ລຸ​ເຖິງ​500​ຕື້​ໂດ​ລາ.​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ​ວິ​ສາ​ຫາ​ກິດ,​ອຸດ​ສາ​ຫະ​ກຳ​ແລະ​ຂະ​ແໜງ​ກາ​ນຂອງ​ສອງ​ຝ່າຍ,​ຍົກ​ສູງ​ລະ​ດັບ​ຄວາມ​ສະ​ດວກ​ໃນ​ດ້ານ​ການ​ຄ້າ,​ການ​ປັບ​ປຸງ​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.

ທ່ານ​ຢາງ​ເຈ​ສື​ຍັງກ່າວ​ວ່າ,ຈີນ​ຈະ​ສະໜັບສະ​ໜູນການ​ປະຕິບັດແຜນ​ແມ່​ບົດ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ອາ​ຊຽນ​ແລະ​ແຜນ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ດ້ານ​ຄົມ​ມະ​ນາ​ຄົມ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ,ຍິນ​ດີ​ຄົ້ນຄວ້າ​ປຶກສາ​ຫາລື​ກັບ​ອາ​ຊຽນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ທາງ​ທະ​ເລ,ສ້າງ​ສູນ​ຈີນ-ອາ​ຊຽນ​ເພື່ອ​ຊຸກ​ຍູ້​ການ​ແລກ​ປ່ຽນ​ກັນ​ໃນ​ຂົງ​ເຂດ​ວຽກ​ງານ​ດ້ານ​ຕ່າງໆ​ເຊັ່ນ​ເສດຖະກິດ​ການ​ຄ້າ,​ການ​ທ່ອງ​ທ່ຽວ,​ການ​ສຶກ​ສາ,​ວັດ​ທະ​ນະ​ທຳ,​ສື່​ມວນ​ຊົນ​ແລະ​ຊາວ​ໜຸ່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ